ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 1 ມິຖຸນາ 2022 ນີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ເດີນທາງໄປຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ, ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວແລະ ໄທ.
ພິທີສົ່ງ ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ຄະນະໃນຄັ້ງນີ້ ຈັດຂຶ້ນຢູ່ສະໜາມບິນສາກົນວັດໄຕ ໂດຍມີ ທ່ານຮອງລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ, ຜູ້ຕາງໜ້າຈາກ ສະ ຖານເອກອັກຄະຣາຊະທູດ ຣາຊະ ອາ ນາຈັກໄທ ປະຈຳ ສປປ ລາວ ແລະ ພະນັກ ງານກ່ຽວຂ້ອງ ເຂົ້າຮ່ວມໃນພິທີ.