ວັນທີ 6 ຕຸລາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ພັນຄຳ ວິພາວັນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມສື່ມວນຊົນລາວໃນທົ່ວປະເທດ ໂດຍຜ່ານລະບົບທາງໄກ ພາຍໃຕ້ຫົວຂໍ້ “ການແກ້ໄຂພະຍາດໂຄວິດ-19” ເພື່ອແລກປ່ຽນຄວາມຄິດເຫັນ ແລະ ບາງບັນຫາທີ່ປິ່ນອ້ອມກ່ຽວກັບການລະບາດຂອງພະຍາດໂຄວິດ-19 ກັບສື່ມວນຊົນ ເພື່ອໃຫ້ສື່ມວນຊົນນຳເອົາຂໍ້ມູນຂ່າວສານຕ່າງໆ ໄປເຜີຍແຜ່ໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈສະພາບຄວາມເປັນຈິງ ຂອງການລະບາດຂອງພະຍາດດັ່ງກ່າວຢູ່ໃນໂລກ, ພາກພື້ນ ກໍຄື ຢູ່ ສປປ ລາວ ລວມມີ 4 ຈຸດສໍາຄັນໃຫຍ່ ຄື: ສະພາບຄວາມຮຸນແຮງຂອງພະຍາດໂຄວິດ-19, ຜົນກະທົບດ້ານຕ່າງໆ, ການສະກັດກັ້ນ ແລະ ຕໍ່ຕ້ານກກັບພະຍາດໂຄວິດ-19 ໃນໄລຍະຜ່ານມາ, ປັດຈຸບັນ ແລະ ຕໍ່ໜ້າ ແລະ ການດຳລົງຊີວິດປົກກະຕິແບບໃໝ່ ຫລື New Normal.
ທ່ານ ພັນຄຳ ວິພາວັນ ໄດ້ຍົກໃຫ້ເຫັນເຖິງສະພາບຄວາມຮຸນແຮງຂອງພະຍາດໂຄວິດ-19 ເຮັດໃຫ້ສົ່ງຜົນກະ ທົບ ຫລື ສ້າງຄວາມເສຍຫາຍຮ້າຍແຮງໃຫ້ແກ່ມະນຸດ ເນື່ອງຈາກເຮັດໃຫ້ມີຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຫລາຍລ້ານຄົນໃນທົ່ວໂລກ. ພ້ອມກັນນີ້, ຍັງສົ່ງຜົນກະທົບໃຫ້ເສດຖະກິດໂລກ ກໍຄື ເສດຖະກິດຂອງແຕ່ລະປະເທດຂະຫຍາຍຕົວຊ້າລົງ ເຮັດໃຫ້ປະເທດຕ່າງໆ ໃນໂລກ ແລະ ວົງຄະນະຍາດສາກົນ ໄດ້ຮ່ວມກັນສະກັດກັ້ນ ແລະ ຕ້ານສຸດຄວາມສາມາດ ແຕ່ປັດຈຸບັນຍັງບໍ່ທັນສາມາດປາບປາມໄດ້ສຳເລັດ ແລະ ຍັງມີທີທ່າອ່ຽງຈະສືບຕໍ່ຂະຫຍາຍຕົວຕໍ່ ໄປ ເນື່ອງຈາກການຕິດເຊື້ອສະສົມ ເພີ່ມຂຶ້ນແຕ່ລະມື້ຢູ່ໃນແຕ່ລະປະເທດ, ແຕ່ເຖິງຢ່າງໃດກໍຕາມ ວົງຄະນາຍາດສາ ກົນ ແລະ ບັນດາປະເທດ ກໍ່ໄດ້ສຸມສະຕິປັນຍາຄົ້ນຄວ້າວິໄຈ ວາງມາດຕະການຕ່າງໆ ເພື່ອປ້ອງກັນພະຍາດດັ່ງກ່າວ ໂດຍສະເພາະ ການ ຄົ້ນຄວ້າຜະລິດຢາວັກຊິນ ເພື່ອສັກໃຫ້ປະຊາຊົນ, ຄົ້ນຄວ້າຫາວິທີການກວດຫາເຊື້ອ ການຕິດເຊື້ອ, ວິໄຈ ແລະ ຜະລິດຢາປິ່ນປົວ, ກຳນົດມາດຕະການໃນການປິດເມືອງປີດປະເທດ ແລະ ອື່ນໆ.
ສຳລັບ ຢູ່ ສປປ ລາວ ລັດຖະບານ ໄດ້ວາງແນວທາງ ແລະ ມາດຕະການທີ່ສອດຄ່ອງແຕ່ຫົວທີ ໂດຍຖືເອົາການສະກັດກັ້ນ, ປ້ອງກັນເປັນຕົ້ນຕໍ, ການປິ່ນປົວແກ້ໄຂເປັນສຳຄັນ, ຖືການນຳພາຢ່າງລວມສູນ ເປັນເອກະພາບຂອງພັກ ແລະ ບັນຊາບໍລິຫານງານຂອງລັດຖະບານ ແລະ ການເປັນເຈົ້າການເຂົ້າຮ່ວມຂອງປະຊາຊົນ ເປັນປັດໄຈຕັດສິນຜົນສຳເລັດ ພ້ອມນັ້ນກໍ່ອີງໃສ່ການຮ່ວມມືຊ່ວຍເຫລືອ ຂອງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ. ນອກຈາກນີ້, ລັດຖະບານ ມີກົນໄກສະດຸ້ງໄວສົມຄວນ ໃນການປັບປຸງແກ້ໄຂບັນຫາ ແຕ່ລະໄລຍະ ແຕ່ລະກໍ່ລະນີ ເປັນຕົ້ນ: ການສ້າງຕັ້ງສູນກັກກັນ, ໂຮງໝໍ ຫລື ສູນປິ່ນປົວຊົ່ວຄາວ (ໂຮງໝໍພາກສະໜາມ), ການສັກຢາວັກຊິນ ແລະ ອື່ນໆ. ນອກຈາກນີ້ຍັງໄດ້ຮັບຄວາມເອົາໃຈໃສ່ຊ່ວຍເຫຼືອ ດ້ານຢາວັກແຊງ,ຢາປົວ, ອຸປະກອນການແພດຕ່າງໆ ຈາກປະເທດຫລາຍປະເທດ ແລະ ວົງຄະນາຍາດສາກົນ ເຊັ່ນ: ຈີນ, ຫວຽດນາມ, ໄທ, ກໍາປູເຈຍ, ລັດເຊຍ, ອາເມລິກາ, ຍີ່ປຸ່ນ, ອັງກິດ, ອົສຕຣາລີ ແລະ ອື່ນໆ.
ທ່ານ ພັນຄໍາ ວິພາວັນ ກ່າວຕື່ມວ່າ: ລາວເຮົາ ໄດ້ນໍາໃຊ້ 3 ມາດຕະການພື້ນຖານໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຄືສາກົນນໍາໃຊ້ ຄື: ມາດຕະການທາງການແພດ, ມາດຕະການດ້ານບໍລິຫານ ແລະ ມາດຕະການດ້ານເສດຖະກິດ ໂດຍລັດຖະ ບານໄດ້ມີການຄົ້ນຄວ້າ-ວິໄຈ ເພື່ອກໍານົດມາດຕະການທີ່ມີການສົມດຸ່ນ, ກົມກຽວກັນ, ຊຸກຍູ້ເຊິ່ງກັນ ແລະ ກັນ ລະ ຫວ່າງ 3 ມາດຕະການພື້ນຖານ ອອກມາເປັນມາດຕະການທີ່ຕ້ອງເພີ່ມທະວີ ແລະ ມາດຕະການຜ່ອນຜັນ ໂດຍຖອດ ຖອນບົດຮຽນຈາກສາກົນ, ສະພາບຄວາມເປັນຈິງຂອງປະເທດ ແລະ ຄໍາສະເໜີທີ່ສ້າງສັນຂອງປະຊາຊົນໃນແຕ່ ລະໄລຍະ ເພື່ອແນໃສ່ຫລຸດຜ່ອນຜົນກະທົບທາງດ້ານເສດຖະກິດທີ່ເກີດຂຶ້ນ ກໍ່ຄື ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ, ພ້ອມນີ້ ທ່ານຢືນຢັນວ່າ ເປົ້າ ໝາຍສັດວັກຊີນໃຫ້ໄດ້ 50% ຂອງພົນລະເມືອງລາວໃນທ້າຍປີນີ້ ຈະບັນລຸແນ່ນອນ ຊຶ່ງຜູ້ທີສັກວັກຊີບຄົບໂດສ (ສັກສອງເຂັມ ຫຼື ໜຶ່ງເຂັມທີ່ເປັນວັກຊີນທີ່ສັກເຂັມດຽວ ຄື: ຈອນສັນ ແອັນ ຈອນສັນ) ມີ 2,1 ລ້ານຄົນ ຫຼື 28,84% ຂອງພົນລະເມືອງລາວ; ເຂັດໜຶ່ງແມ່ນສັກແລ້ວ 3 ລ້ານກວ່າຄົນ ເທົ່າ 41,6% ຂອງພົນລະເມືອງລາວ. ສ່ວນການຫັນໄປໃຊ້ຊີວິດປົກກະຕິແບບໃໝ່ນັ້ນ ແມ່ນມີຄວາມຈໍາເປັນທີ່ສຸດທີ່ປະຊາຊົນລາວບັນດາເຜົ່າຕ້ອງປັບຕົວໃຫ້ໄດ້ ເພື່ອຫ່າງໄກຈາກພະ ຍາດໂຄວິດ-19.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສື່ມວນຊົນທຸກພາກສ່ວນ, ພ້ອມຕີລາຄາສູງຕໍ່ທີ່ຕັ້ງ, ບົດບາດ ແລະ ຄວາມສຳຄັນຂອງສື່ມວນຊົນ, ຊຶ່ງເປັນຂົວຕໍ່ໃນການນຳເອົາຂໍ້ມູນຂ່າວສານ ຄວາມເປັນຈິງຕ່າງໆ ກ່ຽວກັບແນວທາງນະໂຍບາຍຂອງພັກ, ກໍ່ຄືແຜນນະໂຍບາຍ ແລະ ລະບຽບກົດ ໝາຍຂອງລັດ ໄປສູ່ປະຊາຊົນ, ພ້ອມກັນນັ້ນ ກໍ່ນຳເອົາຄວາມເປັນຈິງ, ຄວາມຄິດຄວາມເຫັນ ຕະຫລອດຮອດຄວາມມຸ້ງມາດປາຖະໜາຂອງປະຊາຊົນ ສ່ອງແສງໃຫ້ແກ່ການນໍາພັກ-ລັດ ໄດ້ຮັບຊາບ ເພື່ອນຳໄປພິຈາລະນາ ກຳນົດປັບປຸງໃຫ້ສົມບູນຂຶ້ນຕື່ມ ທາງດ້ານແນວທາງ ກໍ່ຄືແຜນພັດ ທະນາເສດ ຖະກິດ-ສັງຄົມຂອງຊາດ ເພື່ອຜົນປະໂຫຍດຂອງຊາດ-ຂອງປະຊາຊົນເຮົາ. ພ້ອມກັນນັ້ນ, ສື່ມວນຊົນ ກໍ່ຍັງເປັນຂົວຕໍ່ ລະຫວ່າງ ປະຊາຊົນກັບປະຊາຊົນ ໃຫ້ໄດ້ຮັບຮູ້ສະພາບຂໍ້ມູນຂ່າວສານ ຊຶ່ງກັນ ແລະ ກັນ.
ພ້ອມກັນນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໃຫ້ສື່ມວນຊົນ ຢຶດໝັ້ນຈັນຍາບັນຂອງສື່; ໃຫ້ນັບຖືຄວາມຈິງ, ກໍາໃຫ້ໄດ້ບັນດາມະຕິ-ຄໍາສັ່ງຂອງພັກ-ລັດ, ກໍາໃຫ້ໄດ້ແນວຄິດຂອງປະຊາຊົນ, ບໍ່ໃສ່ຮ້າຍປ້າຍສີ ຫລື ບິດເບືອນຄວາມເປັນຈິງ, ມີ ການຕຳນິສ່ອງແສງ ພ້ອມທັງມີວິທີການແກ້ໄຂ ເພື່ອສະເໜີຕໍ່ພັກ-ລັດຖະບານ ຫາທິດທາງແກ້ໄຂບາງບັນ ຫາທີ່ເຫັນວ່າຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ, ພ້ອມກັນນີ້ ຕ້ອງບໍ່ສ້າງຄວາມແຕກແຍກໃນສັງຄົມ ແລະ ບໍ່ຍ້ອງຍໍຄວາມເປັນຈິງຈົນເກີນໄປ.
ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ອານິຄົມ, ສນຍ
Loading...