ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນເຊົ້າວັນທີ 30 ຕຸລາ 2023, ທ່ານ ເສດຖາ ທະວີສິນ ນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ເດີນ ທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນເພື່ອຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ການເດີນທາງມາຄັ້ງນີ້, ເປັນການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງທໍາອິດທີ່ດຳລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ເພື່ອສືບຕໍ່ຮັດ ແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການ ຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງຊາດ ລາວ ແລະ ໄທ.
ພິທີຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ທີ່ສະໜາມບິນສາກົນວັດໄຕ ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ເປັນລັດຖະມົນຕີກຽດຕິຍົດ ໄດ້ໃຫ້ການຕ້ອນຮັບຢ່າງສົມກຽດ. ຈາກນັ້ນພິທີຕ້ອນຮັບທາງການຈະໄດ້ຈັດຂຶ້ນທີ່ສຳນັກງານນາຍົກລັດຖະມົນຕີ.
ສປປ ລາວ ແລະ ຣາຊະອານາຈັກໄທ ສ້າງຕັ້ງສາຍພົວພັນການ ທູດ ໃນວັນທີ 19 ທັນວາ 1950 ຊຶ່ງໃນປີນີ້ ສາຍພົວພັນການ ທູດຂອງສອງປະເທດ ຄົບຮອບ 73 ປີ.