ໃນໂອກາດນໍາພາຄະນະຜູ້ແທນຂອງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສະພາການຮ່ວມມືເຂດອ່າວ (ອາຊຽນ-ຈີຊີຊີ) ທີ່ ນະຄອນຫຼວງ ຣີຢາດ, ຣາຊະອານາຈັກ ອາຣັບບີ ຊາອຸດິດ, ໃນວັນທີ 20 ຕຸລາ 2023, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ໂມຮາເມັດ ບິນ ຊາລມານ ອາລ ຊາອຸດ, ອົງມົງກຸດຣາຊະກຸມ ມານ, ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກ ອາຣັບບີ ຊາອຸດິດ, ເພື່ອປຶກສາຫາລືໃນການຊຸກຍູ້ສົ່ງເສີມ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ໄດ້ຮັບການການພັດທະນາຍິ່່ງໆຂຶ້ນ ໃນຊຸມປີຕໍ່ໜ້າ.
ໃນໂອກາດນີ້, ພະນະທ່ານ ນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ ສົມເດັດ ອົງມົງກຸດຣາຊະກຸມມານ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ອາຣັບບີ ຊາອຸດິດ ໃນການຈັດກອງປະຊຸມສຸດຍອດ ອາຊຽນ-ຈີຊີຊີ ດ້ວຍຜົນສໍາເລັດອັນຈົບງາມ, ທັງໄດ້ສະແດງຄວາມຂອບໃຈໃນການໃຫ້ການຕ້ອນຮັບອັນອົບອຸ່ນ ແກ່ຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້, ແລະ ຍັງໄດ້ສະແດງຄວາມຂອບໃຈ ລັດຖະບານ ອາຣັບບີ ຊາອຸດິດ ກໍຄື ສະຫະພັນບານເຕະ ແຫ່ງ ອາຣັບບີ ຊາອຸດິດ ທີ່ໄດ້ເຊື້ອເຊີນ ແລະ ສະໜັບສະໜູນ ໃຫ້ແກ່ ທີມບານເຕະຍິງແຫ່ງຊາດລາວ ເຂົ້າຮ່ວມການແຂ່ງຂັນມິດຕະພາບບານເຕະຍິງສາກົນ ທີ່ ອາຣັບບີ ຊາອຸດິດ ໃນເດືອນກັນຍາ 2023 ຜ່ານມາ. ໃນຂະນະດຽວກັນ, ສົມເດັດ ອົງມົງກຸດຣາຊະກຸມມານ, ນາຍົກລັດຖະ ມົນຕີ ແຫ່ງ ຣາຊະອານາຈັກ ອາຣັບບີ ຊາອຸດິດ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບ ຄະນະຜູ້ແທນ ສປປ ລາວ ຢ່າງອົບອຸ່ນ.
ພ້ອມດຽວກັນນີ້, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 29 ພຶດສະພາ 1990, ຊຶ່ງປີນີ້ແມ່ນຄົບຮອບ 33ປີ. ພ້ອມນີ້, ສອງຝ່າຍ ກໍ່ໄດ້ປຶກສາຫາລືກັນ ກ່ຽວກັບ ການພົວພັນຮ່ວມມືໃນໄລຍະຜ່ານມາ, ລວມທັງການພົວພັນຮ່ວມມືໃນຂອບພາກພື້ນ ແລະ ສາກົນ, ເພື່ອເພີ່ມທະວີການພົວພັນຮ່ວມມືໃນຕໍ່ໜ້າ ໂດຍສະເພາະການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ, ລວມເຖິງການຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນດ້ານຕ່າງໆ ເປັນຕົ້ນ ການຮ່ວມມືດ້ານການລົງທຶນ, ກະສິກໍາ ແລະ ດ້ານອື່ນໆທີ່ສອງຝ່າຍມີທ່າແຮງ.
ຝ່າຍລາວ ໄດ້ແຈ້ງໃຫ້ຝ່າຍ ອາຣັບບີ ຊາອຸດິດ ຊາບກ່ຽວກັບສະພາບການພາຍໃນໂດຍຫຍໍ້ຂອງ ສປປ ລາວ, ການກະກຽມເປັນປະທານອາຊຽນ ແລະ ແຜນການເປີດປີທ່ອງທ່ຽວລາວ ໃນປີ 2024 ເພື່ອຕ້ອນຮັບນັກທ່ອງທ່ຽວຈາກທົ່ວທຸກມຸມໂລກ ມາຢ້ຽມຢາມ ສປປ ລາວ ລວມເຖິງປະຊາຊົນ ອາຣັບບີ ຊາອຸດິດ, ພ້ອມດຽວ ກັນນີ້ກໍ່ໄດ້ເຊື້ອເຊີນນັກລົງທຶນຈາກ ອາຣັບບີ ຊາອຸດິດ ເຂົ້າມາລົງທຶນໃນຂະແໜງການທີ່ເຫັນວ່າ ສປປ ລາວ ມີທ່າແຮງ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນດ້ານຕ່າງໆ ຢູ່ ສປປ ລາວ ເພື່ອກະຕຸກຊຸກຍູ້ການພັດທະນາເສດ ຖະກິດຂອງຊາດ, ໂດຍສະເພາະທາງດ້ານການສົ່ງເສີມການຄ້າ, ການລົງທຶນ, ການສຶກສາ, ຄົມມະນາຄົມ, ອຸດສາຫະກໍາການຜະລິດ, ບໍ່ແຮ່, ອຸດສາຫະກໍານໍ້າມັນ, ໄຟຟ້າ, ພະລັງງານສະອາດ, ການທ່ອງ ທ່ຽວ ແລະ ອື່ນ. ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ເຊື້ອເຊີນ ສົມເດັດ ອົງມົງກຸດຣາຊະກຸມມານ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ອາຣັບບີ ຊາອຸດິດ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນອານາຄົດອັນໃກ້ນີ້ ໃນເວລາທີ່ມີຄວາມສະດວກ, ຊຶ່ງ ສົມເດັດ ອົງມົງກຸດຣາຊະກຸມມານ, ນາຍົກລັດຖະ ມົນຕີ ແຫ່ງ ຣາຊະອານາຈັກ ອາຣັບບີ ຊາອຸດິດ ກໍ່ສະແດງຄວາມຍິນດີຕອບຮັບ ແລະ ຈະຈັດສັນຫາເວລາອັນເໝາະສົມ ເພື່ອເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຕາມການເຊື້ອເຊີນ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ


