ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າຂອງວັນທີ 05 ສິງຫາ 2023 ທີ່ ຈາກາກຕາ, ອິນໂດເນເຊຍ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ໂຈໂກ ວີໂດໂດ, ປະທານາທິບໍດີ ແຫ່ງ ອິນໂດເນເຊຍ ພາຍໃຕ້ຄໍາຂວັນ “ອາຊຽນມີຄວາມສໍາຄັນ: ສູນກາງແຫ່ງການຈະເລີນເຕີບໂຕ”.
ພາຍຫຼັງພິທີເປີດກອງປະຊຸມສຸດຍອດ, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 43 ແບບຄົບຄະນະ ແລະ ແບບວົງແຄບ.
ກອງປະຊຸມສຸດຍອດແບບຄົບຄະນະ ຜູ້ນໍາອາຊຽນໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາບູລິມະສິດ ສໍາລັບການເປັນປະທານອາຊຽນຂອງອິນໂດເນເຊຍ ພາຍໃຕ້ຄໍາຂັວນ “ອາຊຽນມີຄວາມສໍາຄັນ: ສູນກາງແຫ່ງການຈະເລີນເຕີບໂຕ” ກໍຄື ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ການສ້າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025. ກອງປະຊຸມ ໄດ້ເຫັນດີ ຮັບຮອງເອົາ ບັນດາຖະແຫຼງການ ແລະ ເອກະສານ ເພື່ອເປັນພື້ນຖານໃຫ້ແກ່ອາຊຽນໃນການເສີມສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ຮັບປະກັນໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດຈາກຂະ ບວນການສ້າງປະຊາຄົມອາຊຽນ ແລະ ທັງເຮັດໃຫ້ອາຊຽນກາຍເປັນສູນກາງແຫ່ງການຈະເລີນເຕີບໂຕ.
ສຳລັບກອງປະຊຸມສຸດຍອດແບບວົງແຄບ ຜູ້ນຳອາຊຽນໄດ້ປຶກສາຫາລື ແລະ ທົບທວນຄວາມຄືບໜ້າ ກ່ຽວກັບ ການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນກ່ຽວກັບສະພາບການໃນມຽນມາ ລວມທັງການຊ່ວຍເຫລືອດ້ານມະນຸດສະທໍາໃນມຽນມາ. ນອກຈາກນີ້, ຜູ້ນໍາອາຊຽນ ໄດ້ປຶກສາຫາລື ແລະ ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແນວຄວາມຄິດຂອງອາຊຽນ ກ່ຽວກັບອິນໂດ-ປາຊີຟິກ, ຊຶ່ງເຫັນວ່າ ມີຫຼາຍໂຄງການໄດ້ຮັບການຈັດຕັ້ງປະຕິບັດ ຜ່ານກົນໄກຂອງອາຊຽນ, ລວມທັງການອອກຖະແຫຼງການຮ່ວມລະຫວ່າງອາຊຽນ ກັບຄູ່ເຈລະຈາອາຊຽນ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແນວຄວາມຄິດຂອງອາຊຽນ ກ່ຽວກັບອິນໂດ-ປາຊີຟິກ ໃຫ້ເປັນຮູບປະທໍາ. ຜູ້ນໍາອາຊຽນ ຍັງໄດ້ເນັ້ນຢໍ້າຄວາມສໍາຄັນຂອງການພົວພັນຮ່ວມມື ລະຫວ່າງ ອາຊຽນກັບພາຍນອກ ໂດຍສະເພາະແມ່ນຄວາມສໍາຄັນໃນການຮັກສາບົດບາດຄວາມເປັນແກນກາງຂອງອາຊຽນ ໃນໂຄງສ້າງພາກພື້ນທີ່ພວມຜັນແປ ແລະ ໄດ້ເຫັນດີຍົກລະດັບການພົວພັນຮ່ວມມືອາຊຽນ-ຍີ່ປຸ່ນ ຂຶ້ນເປັນຄູ່ຮ່ວມຍຸດສະທະສາດຮອບດ້ານ ແລະ ການຮ່ວມມືອາຊຽນ-ການາດາ ຂຶ້ນເປັນຄູ່ຮ່ວມຍຸດທະສາດ.
ໃນມື້ດຽວກັນ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ເຂົ້າຮ່ວມການພົບປະ ລະຫວ່າງ 3 ນາຍົກລັດຖະມົນຕີ ລາວ-ຫວຽດນາມ-ກຳປູເຈຍ ເພື່ອປຶກສາຫາລື ແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 3 ປະເທດ ແລະ ເຂົ້າຮ່ວມພິທີເປີດ ເວທີປຶກສາຫາລືອາຊຽນ-ອິນໂດ-ປາຊິຟິກ, ຊຶ່ງເປັນໜຶ່ງໃນກິດຈະກໍາບູລິມະສິດ ພາຍໃຕ້ການເປັນປະທານອາຊຽນ 2023 ຂອງອິນໂດເນເຊຍ ເພື່ອປະກອບສ່ວນໃຫ້ແກ່ການຈັດຕັ້ງປະຕິບັດແນວຄວາມຄິດ ອາຊຽນ ກ່ຽວກັບ ອິນໂດ-ປາຊີຟິກ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ