ຕອນບ່າຍຂອງວັນທີ 27 ຕຸລາ 2021, ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສືບຕໍ່ນໍາພາຄະນະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນບວກສາມ (ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ຄັ້ງທີ 24 ໃນຮູບແບບທາງໄກ. ໂດຍການເປັນປະທານຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ.
ກອງປະຊຸມໄດ້ຕີລາຄາສູງ ຕໍ່ຜົນຂອງການຮ່ວມມືອາຊຽນບວກສາມໃນໄລຍະຜ່ານມາ, ໃນທ່າມກາງທີ່ພາກພື້ນອາຊຽນ ກໍ່ຄືພາກພື້ນອາຊີຕາເວັນອອກ ແລະ ໂລກກຳລັງປະເຊີນໜ້າກັບສິ່ງທ້າທາຍໃໝ່, ໂດຍສະເພາະການແຜ່ລະບາດຂອງພະຍາດໂຄວິດ-19. ໃນນີ້, ກອງປະຊຸມໄດ້ສະແດງຄວາມເພິ່ງພໍໃຈການຮ່ວມມືກັນໃນການປ້ອງກັນ, ຮັບມື ແລະ ການແກ້ໄຂຜົນກະທົບຂອງພະຍາດໂຄວິດ-19 ຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍ່ຄືຊີວິດການເປັນຢູ່ຂອງປະຊາຊົນ.
ກອງປະຊຸມ ເຫັນດີໃຫ້ເພີ່ມທະວີການຮ່ວມມືໃນຂອບອາຊຽນບວກສາມ ໂດຍຜ່ານການຈັດຕັ້ງປະຕິບັດແຜນປະຕິບັດງານ (2018-2022) ໃຫ້ມີປະສິດທິຜົນຍິ່ງຂຶ້ນ, ສືບຕໍ່ຮ່ວມມືກັນເພື່ອຟື້ນຟູເສດຖະກິດຮອບດ້ານ ໂດຍການຮັກສາຕ່ອງໂສ້ການຜະລິດ ແລະ ການຂົນສົ່ງ, ການຫັນໄປສູ່ເສດຖະກິດດິຈິຕອນ, ການເຊື່ອມຈອດ, ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ, ການຄໍ້າປະກັນສະບຽງອາຫານຜ່ານຄັງເຂົ້າສຸກເສີນອາຊຽນບວກສາມ, ການຮ່ວມມືດ້ານການເງິນ, ການພັດທະນາສີຂຽວ, ການຫຼຸດຜ່ອນຄວາມທຸກຍາກ ແລະ ການເລັ່ງລັດການໃຫ້ສັດຕະ ຍາບັນສັນຍາການຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ. ກອງປະຊຸມໄດ້ເຫັນດີຮັບຮອງເອົາຖະແຫຼງການຜູ້ນຳອາຊຽນບວກສາມ ວ່າດ້ວຍ ການຮ່ວມມືດ້ານສຸຂະພາບຈິດຂອງເຍົາວະຊົນ ແລະ ຊາວໜຸ່ມ.
Loading...