
ຕອນເຊົ້າ ວັນທີ 04 ຕຸລາ 2022, ທີ່ໂຮງແຮມ ແລນມາກ, ສະຫາຍ ມານູເອັນ ມາເຣໂຣ ກຣຸດສ, ນາຍົກລັດຖະມົນຕີ ແຫ່ງ ສ. ກູບາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຈະເລີນ ເຍຍປາວເຮີ, ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ກູບາ ແລະ ຄະນະ ໃນໂອກາດທີ່ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສ. ກູບາ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 02-04 ຕຸລາ 2022.

ໃນໂອກາດນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານສະຫາຍອ້າຍນ້ອງ ລະຫວ່າງ ລາວ-ກູບາ ທີ່ມີມູນເຊື້ອມາແຕ່ດົນນານ, ຊຶ່ງໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ໂດຍເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ ລວມທັງການຮ່ວມມື ໃນຂົງເຂດຕ່າງໆ ເປັນຕົ້ນແມ່ນດ້ານການສຶກສາ, ສາທາລະນະສຸກ, ກະສິກໍາ ແລະ ການແລກປ່ຽນສິລະປະວັດທະນະທໍາ. ພ້ອມນັ້ນ, ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ບົດບາດການພົວພັນຮ່ວມມື ການທູດປະຊາຊົນ ລະຫວ່າງ ສະມາຄົມມິດຕະພາບ ລາວ-ກູບາແລະ ສະຖາບັນກູບາເພື່ອມິດຕະພາບກັບນານາຊາດທີ່ມີການພົວພັນ, ປະສານສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ໃນເວທີພາກພື້ນ ແລະ ສາກົນ ຢ່າງເປັນປົກກະຕິ ພ້ອມທັງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ.

ໃນໂອກາດດັ່ງກ່າວ, ສະຫາຍປະທານສະມາຄົມມິດຕະພາບ ລາວ-ກູບາ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດໃນການສ້າງສາພັດທະນາ ສ. ກູບາ ທີ່ໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ຕໍ່ເນື່ອງ ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍດ້ານ ແລະ ສິ່ງທ້າທາຍທົດສອບນາໆປະການກໍ່ຕາມ ແຕ່ມັນກໍ່ບໍ່ສາມາດບັ່ນທອນນໍ້າໃຈປະຕິວັດອັນເດັດດ່ຽວ ພິລະອາດຫານ ແລະ ນໍ້າໃຈສາກົນ ອັນຜ່ອງໃສ ຂອງປະຊາຊົນກູບາ. ພ້ອມດຽວກັນນີ້, ສະຫາຍປະທານສະມາຄົມມິດຕະພາບ ລາວ-ກູບາ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ພັກ, ລັດ ແລະ ປະຊາຊົນກູບາ ໃນການຊ່ວຍເຫຼືອອັນໃຫຍ່ຫຼວງລໍ້າຄ່າ ແລະ ຈິງໃຈຕໍ່ພັກ, ລັດ ແລະ ປະຊາຊົນລາວ ໃນພາລະກິດຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ. ນອກນັ້ນ, ຝ່າຍລາວຍັງໄດ້ສະແດງຄວາມເຫັນໃຈຕໍ່ປະຊາຊົນກູບາ ໂດຍສະເພາະແມ່ນປະຊາຊົນແຂວງ ປີນນາແດນຣີໂອ ທີ່ໄດ້ຮັບຜົນກະທົບຈາກ ພາຍຸເຮີຣິເຄນ ອຽນ ໃນອາທິດຜ່ານມາ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ ແລະ ການເອົາໃຈໃສ່ຂອງພັກ ແລະ ລັດຖະບານກູບາ ຈະເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃນເຂດໄພພິບັດດັ່ງກ່າວ ໄດ້ຮັບການຟື້ນຟູ ແລະ ຄ່ອຍໆກ້າວເຂົ້າສູ່ສະພາບປົກກະຕິໂດຍໄວ.
