ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ນາຍົກລັດຖະມົນຕີໄດ້ອອກຄຳສັ່ງ ເລກທີ 13/ນຍ ລົງວັນທີ 29 ສິງຫາ 2023 ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ.
ເນື້ອໃນຂອງຄຳສັ່ງ ລະບຸວ່າ: ເພື່ອຈັດຕັ້ງຜັນຂະຫຍາຍມະຕິຕົກລົງ ຂອງກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການແກ້ໄຂ ສະພາບຄວາມຫຍຸ້ງຍາກ, ຄວາມເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ສະບັບເລກທີ 19/ກມສພ, ລົງວັນທີ 30 ມິຖຸນາ 2023, ທິດຊີ້ນຳ ຂອງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ຕາມແຈ້ງການ ສະບັບເລກທີ 48/ຫສພ, ລົງວັນທີ 13 ກໍລະກົດ 2023 ແລະ ບັນດາມະຕິ ຂອງສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ແທດເໝາະກັບສະພາບການຕົວຈິງ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ທັງເພື່ອເປັນບ່ອນອີງພື້ນຖານໃຫ້ຂະແໜງການ, ອົງການກ່ຽວຂ້ອງຂັ້ນສູນກາງ ລວມທັງອົງການປົກຄອງທ້ອງຖິ່ນ ຈັດຕັ້ງປະຕິບັດມາດຕະການແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຢ່າງຄ່ອງຕົວ ແລະ ໄດ້ຮັບຜົນເປັນຢ່າງດີ.
May be an image of text
May be an image of text
May be an image of text
May be an image of text
May be an image of text
May be an image of text
May be an image of text
May be an illustration of text