ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ວັນທີ 24 ມີນາ 2022 ນີ້ ອົງກາແດງແຫ່ງຊາດລາວ ແລະອົງການກາແດງແຂວງໄຊສົມບູນ ໄດ້ນຳເອົາເຄື່ອງສຸຂະອະນາໄມຈຳນວນ500ຊຸດ ລວມມູນຄ່າ70ລ້ານກວ່າກີບ ນຳໄປຊ່ວຍເຫລືອນ້ອງນັກຮຽນບ້ານນ້ຳໂມ້, ເມືອງອານຸວົງ ແຂວງໄຊສົມບູນ ໂດຍເປັນກຽດກ່າວມອບຂອງທ່ານ ຮສ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ, ໂດຍມີ ທ່ານ ດຣ ບົວເກດ ວົງປະເສີດ ຫົວໜ້າອົງການກາແດງແຂວງໄຊສົມບູນ ແລະອຳນາດການປົກຄອງເມືອງ, ບ້ານ, ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ ຜ້າປິດປາກ, ຜ້າເຊັດຂ້າເຊື້ອ, ສະບູ, ສະເປຂ້າເຊື້ອ ແລະຖົງເປ້ ເຊິ່ງໄດ້ຮັບການຊ່ວຍເຫຼືອຈາກອົງການກາແດງ ສ. ເກົາຫຼີ.