ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຂໍ້ມູນລານງານຂອງພະແນກຊັບພະຍາກອນທໍາມະຊາດ ແລະ​ ສິ່ງແວດລ້ອມແຂວງອັດຕະ​ ເມື່ອຕອນເຊົ້າຂອງວັນທີ 29​ ກັນຍາ​ 2022​ ນໍ້າເຊກອງ​ ຢູ່ຈຸດວັດ ແທກບ້ານ​ ເວີນແຄນ, ເມືອງສາມັກຄີໄຊ,ແຂວງອັດຕະປື​ ວັດແທກໄດ້ 16,​28​ ແມັດ, ເຊິ່ງຈັດຢູ່ໃນລະດັບເຕືອນໄພອັນ ຕະລາຍ,​ພ້ອມດຽວກັນນັ້ນຂອງວັນດຽວ ກັນນໍ້າຈາກລໍານໍ້າເຊກອງ​ ຍັງໄດ້ລົ້ນຝັ່ງໄຫຼເຂົ້າຖ້ວມບ້ານເຮືອນຂອງປະຊາຊົນ​ ຢູ່ເທດສະບານຂອງແຂວງອັດຕະປື,​ເຊິ່ງມີບ້ານເວີນແຄນ, ບ້ານສະເພົາທອງ,​ບ້ານບຸ່ງ,​ບ້ານ​ຫຼັກສາມ​ ແລະ​ ບ້ານ​ເຊກອງ,​ເຮັດໃຫ້ມີຫຼາຍຫັງຄາເຮືອນໄດ້ຮັບຄວາມເສຍຫາຍ,​ປະຊາຊົນຫຼາຍຄອບຄົວໄດ້ຮີບຮ້ອນຂົນເຂົ້າຂອງຊັບສິນຍ້າຍໄປໄວໃນບ່ອນພືນທີ່ສູງ​ ແລະ​ ປະຈຸບັນລະດັບນໍ້າຍັງເພີ່ມສູງຂື້ນເລື້ອຍໆ.
ຂ່າວ:ມະນີວອນ