ຝົນຕົກໜັກຕິດຕໍ່ກັນ 2 ວັນໃນວັນທີ 9-10 ກັນຍາ 2021 ນີ້, ເຮັດໃຫ້ແມ່ນໍ້າເຫືອງຂຶ້ນສູງລົ້ນຝັ່ງເຂົ້າຖ້ວມເຮືອນ, ນາ ຂອງປະຊາຊົນ ແລະ ຂົວຢູ່ເທດສະບານເມືອງແກ່ນທ້າວ ແຂວງໄຊຍະບູລີ ເຂດບ້ານຈອມແກ້ວ, ທ່າດ່ານປະເພນີສີພູມ ບ້ານທ້າວແກ່ນ, ຂົວຂ້າມນໍ້າຕໍາ ລະຫວ່າງ ບ້ານພວນ-ຫາດແດງ ແລະ ນາຂອງປະຊາຊົນຈໍານວນໜຶ່ງ. ສະເພາະເຮືອນປະຊາຊົນບ່ອນທີ່ນໍ້າຖ້ວມ ແລະ ບ່ອນທີ່ມີຄວາມສ່ຽງ ແມ່ນໄດ້ຂົນເຄື່ອງອອກແລ້ວຈາກເຮືອນແລ້ວ. ສ່ວນຂົວຂ້າມນໍ້າຕໍາ ລະຫວ່າງບ້ານພວນ-ຫາດແດງ ລົດບໍ່ສາມາດໄປ-ມາໄດ້. ປັດຈຸບັນລະດັບນໍ້າຍັງສູງຂຶ້ນຢ່າງຕໍ່ເນື່ອງ. ພ້ອມນີ້, ທາງຫ້ອງວ່າການເມືອງ ໄດ້ອອກແຈ້ງການ ໃຫ້ຕິດຕາມເຝົ້າລະວັງ ຜົນກະທົບຈາກສະພາບຝົນຕົກໜັກ ຈາກພາຍຸໂກນເຊິນ ໂດຍອີງໃສ່ແຈ້ງການເຕືອນຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ພາຍຸເຂດຮ້ອນໂກນເຊິນ ເຊິ່ງມີສູນກາງຢູ່ເຂດທະເລຈີນໃຕ້ຕອນກາງ ກໍາລັງເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ ແລະ ຄາດຄະເນວ່າ ພາຍຸຫົວນີ້ ຈະເຄື່ອນຂຶ້ນຝັ່ງທາງພາກກາງຕອນເທິງຂອງ ສສ ຫວຽດນາມ ໃນຕອນກາງເວັນຂອງວັນທີ 13 ກັນຍາ 2021. ຈາກນັ້ນ, ຈະອ່ອນກໍາເປັນພາຍຸດີເປຊັນ ເຄື່ອນທີ່ຜ່ານພາກກາງ ຫາພາກເໜືອ ຂອງ ສປປ ລາວ ໃນວັນທີ 13-14 ກັນຍາ 2021 ນີ້. ເຊິ່ງຈະສົ່ງຜົນກະທົບຕໍ່ສະພາບອາກາດ ໃນ ສປປ ລາວ ກໍ່ຄືແຂວງໄຊຍະບູລີ ຈຶ່ງຂໍແຈ້ງເຖິງອົງການປົກຄອງທຸກພາກສ່ວນ ແລະ ປະຊາຊົນໃນທົ່ວເມືອງ ຈົ່ງມີສະຕິລະວັງຕົວ ເຊິ່ງອາດຈະເກີດດິນເຈື່ອນ, ນໍ້າຖ້ວມຊຸ ແລະ ຖ້ວມຍຶ່ງ. ພ້ອມທັງກະກຽມຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງ ໄປໄວ້ບ່ອນທີ່ສູງ ແລະ ປອດໄພ, ໃຫ້ແຕ່ລະພາກສ່ວນຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະນີ້ໃຫ້ເປັນປົກກະຕິ.
(ຂ່າວ: ຖວທ ແກ່ນທ້າວ)


