ວັນທີ 21 ກຸມພາ 2021 ນີ້ ຢູ່ທີເມືອງເງິນ ແຂວງໄຊຍະບູລີ ໄດ້ເຕົ້າໂຮມເອົາ ພະນັກງານ, ທະຫານ, ຕຳຫຼວດຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຜູ້ມີສິດປ່ອນບັດເລືອກຕັ້ງທົ່ວເມືອງ ເຂົ້າຮ່ວມພິທີປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ເຂດເລືອກຕັ້ງເມືອງເງິນ.
ຮອດ ເວລາ 7:00 ນາທີ ຄະນະຮັບຜິດຊອບ ການປ່ອນບັດເລືອກຕັ້ງ ໄດ້ກ່າວໄຂພິທີຢ່າງເປັນທາງການ. ຈາກນັ້ນຜູ້ມີສິດປ່ອນບັດເລືອກຕັ້ງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ເຂົ້າໃນການເລືອກຕັ້ງຢ່າງເຕັມສ່ວນ. ສຳລັບ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX ຈໍານວນ 12 ທ່ານ, ຍິງ 2 ທ່ານ, ເລືອກເອົາ 9 ທ່ານ ແລະ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ເຂດເລືອກຕັ້ງເມືອງເງິນ ຈຳນວນ 5 ທ່ານ, ຍິງ 1 ທ່ານ, ເລືອກເອົາ 3 ທ່ານ.
ເມືອງເງິນ ແຂວງໄຊຍະບູລີ ປະກອບມີ 22 ບ້ານ, ມີ 26 ໜ່ວຍເລືອກຕັ້ງ: ໃນນີ້, ບ້ານ 24 ໜ່ວຍ ແລະ ກໍາລັງປະກອບອາວຸດ 2 ໜ່ວຍ, ຜູ້ມີສິດປ່ອນບັດເລືອກຕັ້ງທີ່ໄດ້ຂຶ້ນສຳມະໂນຄົວ ທັງໝົດ 12.579 ຄົນ; ຍິງ 6.187 ຄົນ. ໃນນີ້, ຜູ້ມີສິດທີ່ສາມາດເລືອກຕັ້ງຢູ່ໜ່ວຍປ່ອນບັດເລືອກຕັ້ງບ້ານຂອງຕົນ ທັງໝົດ 11.910 ຄົນ; ຍິງ 5.930 ຄົນ.
ສຳລັບບັນຍາກາດການປ່ອນບັດເລືອກຕັ້ງພາຍໃນເມືອງເງິນແມ່ນໄດ້ດໍາເນີນໄປດ້ວຍບັນຍາກາດອັນຄຶກຄື້ນ, ມ່ວນຊື່ນ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ, ມີຄວາມສາມັກຄີ, ຖືກຕ້ອງຕາມວິທີການ, ຂັ້ນຕອນ, ລະບຽບ ແລະ ກົດໝາຍຂອງການເລືອກຕັ້ງວາງອອກ.
ດັ່ງທ່ານ ນາງ ສັງວານ ໃຈແກ້ວ ປະຊາຊົນບ້ານເພຍງາມ ໄດ້ສະແດງຄວາມຮູ້ສຶກຕໍ່ນັກຂ່າວເຮົາວ່າ: ໄດ້ມີຄວາມຮູ້ສຶກ ແລະ ພາກພູມໃຈທີ່ສຸດ ທີ່ໄດ້ມີໂອກາດ ໃນການມາໃຊ້ສິດປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ແລະ ກໍ່ເປັນເທື່ອທຳອິດ ທີ່ໄດ້ປະກອບສ່ວນ ໃນການປ່ອນບັດເລືອກໃນຄັ້ງນີ້ ກໍ່ຖືວ່າເປັນປາງບຸນໃຫຍ່ ເປັນເຫດການໆເມືອງທີ່ມີຄວາມໝາຍສໍາຄັນຍິ່ງໃຫຍ່ທີ່ສຸດຂອງ ສປປ ລາວ. ແລະ ມີຄວາມພາກພູມໃຈທີສຸດ ທີ່ໄດ້ໃຊ້ສິດປະຊາທິປະໄຕ ເລືອກເອົາຕົວແທນຂອງຕົນ ເພື່ອໄປປົກປ້ອງສິດ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນບັນດາເຜົ່າຢ່າງແທ້ຈິງ.
ໂດຍ: ອິນແປງ ແຫວນຄຳ