ບັນດາທຸຕານຸທູດປະເທດຄູ່ຮ່ວມພັດທະນາ ນໍາໂດຍທ່ານ ນາງ ຣີກາດາ ຣີເຈີ ຜູ້ຕາງໜ້າອົງການສະຫະປະຊາ ຊາດເພື່ອການພັດທະນາ ປະຈຳລາວ ສຳເລັດການຢ້ຽມ ຢາມ ແລະເຮັດວຽກຢູ່ແຂວງຊຽງຂວາງ ລະຫວ່າງວັນທີ 31 ມີນາ ຫາ 1 ເມສາ 2021.
ຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້ ເພື່ອເຮັດໃຫ້ປະເທດຄູ່ຮ່ວມພັດທະນາໄດ້ຮັບຮູ້ ແລະ ເຂົ້າໃຈສະພາບ ການຕົກຄ້າງຂອງລະເບີດຢູ່ທ້ອງຖິ່ນ ແນໃສ່ລະດົມຂົນ ຂວາຍທຶນໃໝ່ຈາກບັນດາປະເທດຜູ້ໃຫ້ທຶນຕ່າງໆ ເຂົ້າໃນວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວໃຫ້ຫລາຍຂຶ້ນ, ທັງເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX , ເປົ້າໝາຍພັດທະນາແບບຍືນຍົງທີ 18 ແລະແຜນການລຶບລ້າງຄວາມທຸກຍາກຂອງລາວປະກົດຜົນເປັນຈິງ.
ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ໃຫ້ຮູ້ວ່າ: ການເຄື່ອນ ໄຫວຢ້ຽມຢາມຂອງບັນດາທຸຕານຸທູດປະເທດຄູ່ຮ່ວມພັດ ທະນາຄັ້ງນີ້ມີຄວາມສຳຄັນຫລາຍ ຊື່ງຊ່ວຍໃຫ້ບັນດາປະ ເທດຄູ່ຮ່ວມພັດທະນາກໍ່ຄືຜູ້ໃຫ້ທືນຮັບຮູ້ໄດ້ຢ່າງເລິກຊື່ງຕໍ່ວຽກງານເກັບກູ້ລະເບີດບໍ່ທັນແຕກຂອງລາວ ລວມເຖິງບັນສີ່ງທ້າທາຍຕ່າງໆທີ່ຕ້ອງເລັ່ງແກ້ໄຂ ເນື່ອງຈາກບັນຫາລະເບີດບໍ່ທັນແຕກ ແລະ ຕົກຄ້າງຢູ່ລາວ ເປັນອຸປະ ສັກໜຶ່ງໃນການພັດທະນາເສດຖະກິດ-ສັງຄົມ ກໍຄືການດຳລົງຊີວິດຂອງປະຊາຊົນ ໂດຍສະເພາະຊຽງຂວາງເປັນແຂວງ ໜຶ່ງທີ່ໄດ້ຮັບຜົນກະທົບໜັກຈາກບັນຫາລະເບີດບໍ່ທັນແຕກ, ນັບແຕ່ປີ 2010 ຫາ 2020 ສາມາດກວດກູ້ລູກບົ່ມຈຳນວນ 288 ລູກ, ລູກຫວ່ານ 116.917 ໜ່ວຍ ລະເບີດຝັງດິນ 56 ໜ່ວຍ ແລະ ລະເບີດອື່ນໆ 67.933 ໜ່ວຍ ເກີດອຸບັດເຫດ 219 ຄັ້ງ ມີຜູ້ຖືກເຄາະຮ້າຍ 307 ຄົນ.
ການຢ້ຽມຢາມ ແລະເຄື່ອນໄຫວເຮັດວຽກຢູ່ແຂວງຊຽງຂວາງຄັ້ງນີ້ ບັນດາທຸຕານຸທູດປະເທດຄູ່ຮ່ວມພັດທະນາໄດ້ເຂົ້າຢ້ຽມຂໍ່ານັບທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ທີ່ຫ້ອງວ່າການປົກຄອງແຂວງຊຽງຂວາງ, ເຂົ້າຮ່ວມກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດແຜນວຽກ ງານແກ້ໄຂລະເບີດບໍ່ທັນແຕກ ແລະ ຕົກຄ້າງຢູ່ລາວ, ຢ້ຽມຢາມສະໜາມກວດກູ້ ແລະທໍາລາຍລະເບີດ ຢູ່ບ້ານລາດບວກ ເມືອງແປກ ຂອງໂຄງການເກັບກູ້ລະເບີດແຂວງຊຽງຂວາງ, ຢ້ຽມຢາມການຈັດຕັ້ງປະຕິບັດວຽກງານໂຄສະ ນາສຶກສາຄວາມສ່ຽງຈາກລະເບີດບໍ່ທັນແຕກ ແລະພົບປະກັບຜູ້ໄດ້ຮັບຖືກເຄາະຮ້າຍຈາກລະເບີດຕື່ມອີກ.
Cr: ຈັນທະສອນ ສີຫານາດ






