ຄວາມຕ້ອງການແຮງງານລວມກັນຂອງບັນດາບໍລິສັດ ກໍຄື ຜູ້ປະກອບການທີ່ເຂົ້າຮ່ວງານມະຫາກຳສົ່ງເສີມແຮງງານລາວ ປະຈຳປີ 2022 (Lao Employment Expo 2022) ທີ່ຈັດຂຶ້ນຢູ່ວຽງຈັນເຊັນເຕີ, ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນ ທີ 16-20 ມີນາ 2022 ມີທັງໝົດຫລາຍກວ່າ 100.000 ຄົນ.

ທ່ານ ໄຊບັນດິດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງ ຊາດລາວ ໃຫ້ສໍາພາດເຖີງຜົນສໍາເລັດຂອງການຈັດງານງານຄັ້ງນີ້ວ່າ: ຄວາມຕ້ອງ ການແຮງງານລວມກັນຫລາຍກວ່າ 100.000 ຄົນ ຂອງບັນດາບໍລິສັດ ກໍຄື ຜູ້ປະ ກອບການທີ່ເຂົ້າຮ່ວມງານດັ່ງກ່າວ ກວມເອົາຫລາຍຂະແໜງການ ເປັນຕົ້ນ: ຂະແໜງການເຟິນິເຈີ, ອຸດສາ ຫະກຳປຸງແຕ່ງ, ການສ້ອມແປງລົດຍົນ, ໂຮງແຮມ-ຮ້ານອາຫານ, ຂະແໜງການເງິນ-ການທະນາຄານ, ການຄ້າ-ການບໍລິການ, ເຂດເສດຖະກິດພິເສດ, ບໍລິສັດຈັດຫາງານ ແລະ ອື່ນໆ, ເຊີ່ງຕະຫລອດໄລຍະເວລາ 5 ວັນຂອງການຈັດງານທີ່ປະກອບມີຫລາຍກິດຈະກໍາ ມີຜູ້ກໍາລັງຊອກຫາວຽກເຮັດງານທໍາເຂົ້າຮ່ວມງານທີ່ວຽງຈັນເຊັນເຕີ ຫລາຍກວ່າ 2.000 ຄົນ ແລະ ເຂົ້າຮ່ວມຜ່ານຊ່ອງທາງອອນລາຍທີ່ຄະນະຮັບຜິດຊອບງານຈັດຂຶ້ນອີກຫລາຍໝື່ນຄົນຕໍ່ວັນ. ນີ້ຖືເປັນໂອກາດດີໃນການສ້າງເງື່ອນໄຂໃຫ້ຜູ້ທີ່ກໍາລັງຊອກຫາວຽກເຮັດງານທໍາ ແລະ ຜູ້ທີ່ຕ້ອງການແຮງງານ ໄດ້ພົບປະກັນ ແລະ ມີການຈ້າງງານໃນຕໍາແໜ່ງງານຕ່າງໆ ເກີດຂຶ້ນຫລັງຈາກສໍາເລັດງານຄັ້ງນີ້. ຢ່າງໃດກໍຕາມ ສໍາລັບຜູ້ທີ່ບໍ່ມີໂອກາດໄດ້ເຂົ້າ ຮ່ວມງານດັ່ງກ່າວ ແຕ່ຍັງມີຄວາມສົນໃຈສາມາດເປີດເບິ່ງຄືນໄດ້ໃນເຟສບຸກ Lao Employment Expo 2022 ຫລື http://laoexpo.la/ ແລະ https://lncci.la/.
ທ່ານໃຫ້ຮູ້ຕື່ມວ່າ: ຜ່ານການຈັດງານຄັ້ງນີ້ ເຫັນວ່າໄດ້ຮັບຜົນສໍາເລັດດີ ແລະ ໃນຕໍ່ໜ້າຈະສືບຕໍ່ຈັດຂຶ້ນອີກ ແຕ່ອາດຈະໄປຈັດຢູ່ຕ່າງແຂວງ ເພື່ອເຮັດໃຫ້ແຮງງານຢູ່ຂັ້ນທ້ອງຖິ່ນສາມາດເຂົ້າເຖີງງານດັ່ງກ່າວຫລາຍຂຶ້ນ ເຊີ່ງຈະເປັນເງື່ອນໄຂທີ່ດີໃຫ້ເຂົ້າເຈົ້າໄດ້ມີໂອກາດໄດ້ພົບປະກັບຜູ້ປະກອບການ ແລະ ກ້າວໄປເຖີງການຕົກລົງຈ້າງງານເກີດຂຶ້ນ.
ສໍາລັບງານມະຫາກຳ ສົ່ງເສີມແຮງງານລາວ 2022 ເປັນຄັ້ງທຳອິດໃນລາວທີ່ໄດ້ມີການລະດົມບັນດາຜູ້ປະກອບການ ໃນຫລາກຫລາຍຂະແໜງການ ເຂົ້າມາຮ່ວມເປີດຮ້ານວາງສະແດງ, ໃຫ້ຂໍ້ມູນຂ່າວສານ, ການປະກາດຮັບສະໝັກງານ ແລະ ຮ່ວມສຳມະນາແລກປ່ຽນປະສົບການໃນຫົວຂໍ້ຕ່າງໆ ໂດຍໄດ້ຮັບການສະໜັບສະໜູນ ແລະ ຊີ້ນໍາຢ່າງໃກ້ຊິດຈາກການຈັດຕັ້ງພາກລັດຖະບານ ໂດຍສະເພາະແມ່ນ ກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ, ກະຊວງສຶກສາທິການ ແລະ ກິລາ, ສູນກາງສະຫະ ພັນກຳມະບານລາວ, ຄູ່ຮ່ວມພັດທະນາທຸກພາກສ່ວນ, ສະມາຄົມກຸ່ມທຸລະກິດ, ບໍລິ ສັດ ແລະ ຂະແໜ່ງທຸລະກິດຕ່າງໆ ເຊີ່ງມີຜູ້ປະກອບການໃນທົ່ວປະເທດເຂົ້າຮ່ວມທັງ ໝົດ 68 ຮ້ານວາງສະແດງຈາກ 65 ພາກສ່ວນໃນຫລາຍຂະແໜງການ.
Cr: ບຸນຕຽງ ຈັນທະວົງ