ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 27 ຕຸລາ 2021 ທີ່ຜ່ານມາ, ບັນດາຫົວໜ່ວຍທຸລະກິດ ແລະ ຮ້ານຄ້າຢູ່ພາຍໃນເມືອງຊະນະຄາມ ໄດ້ເຄື່ອນ ໄຫວປະກອບສ່ວນຊຸກຍູ້ຊ່ວຍເຫຼືອບັນວັດຖູ ແລະ ເຄື່ອງບໍລິໂພກຈໍານວນໜຶ່ງ ໃຫ້ແກ່ຄະນະສະເພາະກິດຂັ້ນເມືອງ ທີ່ເຄື່ອນໄຫວວຽກງານສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ໂດຍຕ່າງໜ້າຮັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ມີ ທ່ານ ຈັນອົບ ວິລະພົນເດດ ກໍາມະການພັກເມືອງ ຫົວໜ້າກຸ່ມບ້ານ ບ້ານນໍ້າກວນ ແລະ ທ່ານ ບົວໄລ ລາຊະພົນ ກໍາມະການພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ຮອງຫົວໜ້າກຸ່ມບ້ານບ້ານນໍ້າກວນ ພ້ອມດ້ວຍພ້ອມຄະນະ ແລະ ບັນດາອົງການຈັດຕັ້ງບ້ານ ບ້ານນາດີ ເຂົ້າຮ່ວມມອບ-ຮັບ ໃນຄັ້ງດັ່ງກ່າວ.
ເຊິ່ງບັນດາທຸລະກິດ, ຮ້ານຄ້າ ແລະ ນິຕິບຸກຄົນທີ່ປະກອບສ່ວນຊຸກຍູ້ໃນຄັ້ງນີ້ ປະກອບມີ: ບໍລິສັດດອກຄູນຄໍາບໍ່ແຮ່ຈໍາກັດ, ຮ້ານຂາຍເຄື່ອງຍ່ອຍ ທ່ານ ນິນ( ຕູ້ດ່ອງ) ຕະຫຼາດເມືອງ, ຮ້ານຂາຍເຄື່ອງ ຍ່ອຍທ່ານ ອາລີ ບຸນມີ ບ້ານນາພຽງ, ຮ້ານສ້ອມແປງລົດຈັກທ່ານ ເດດດໍາລົງ ແລະ ນາງ ຕານຸ່ຍ ບ້ານຊະນະຄາມ, ທ່ານ ກົງຄໍາແສນສຸກ ແລະ ນາງ ລັດສະໝີ ບ້ານຊະນະຄາມ, ທ່ານ ບຸນຍູ້ ສີຈັນທະວົງ ແລະ ນາງ ບົວສະຫວັນ ບ້ານປົ່ງ.
ໂດຍເຄື່ອງທີ່ນໍາມາຊ່ວຍເຫຼືອໃນຄັ້ງນີ້ລວມມີ ຜ້າອັດປາກ-ອັດດັ່ງ, ເຈວລ້າງມື, ກາເຟ, ໝີ່, ປາກະປ໋ອງ ແລະ ນໍ້າດື່ມ ຈໍານວນ 22 ແພັກ ລວມມູນຄ່າທັງໝົດ 2.000.000 ກີບ. ເຊິ່ງໃນພິທີການມອບ- ຮັບດັ່ງກ່າວ ທ່ານ ຈັນອົບ ວິລະພົນເດດ ກໍາມະການພັກເມືອງ ຫົວໜ້າກຸ່ມບ້ານ ບ້ານນໍ້າກວນ ໄດ້ຕາງໜ້າໃຫ້ແກ່ຄະນະສະເພາະກິດຂັ້ນເມືອງ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ບັນດາທຸລະກິດ, ຮ້ານຄ້າ ແລະ ບຸກຄົນທີ່ໄດ້ປະກອບສ່ວນຊ່ວຍເຫຼືອໃນຄັ້ງນີ້ ແລະ ທ່ານກໍ່ຫວັງຢ່າງຍິ່ງຕໍ່ການການຊ່ວຍເຫຼືອໃນຄັ້ງນີ້ ຈະກາຍເປັນການປຸກລະດົມການປະສ່ວນຈາກພາກສ່ວນຕ່າງໆ ເພື່ອຊຸກຍູ້ຊ່ວຍ ເຫຼືອ ແລະ ເປັນກໍາລັງໃຈອັນສໍາຄັນ ໃຫ້ແກ່ການຈັດຕັ້ງປະຕິບັດວຽກງານໃຫ້ມີປະສິດທິພາບ.
ຂ່າວ: ເມືອງຊະນະຄາມ