ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ປະຊາທິປະໄຕເປັນຜົນງານອັນສຳຄັນຂອງການພັດທະນາຄວາມສິວິໄລທາງການເມືອງຂອງມວນມະນຸດ,ການພັດທະນາເປັນການສະແຫວງຫາຕະຫຼອດການຂອງສັງຄົມມະນຸດ.ໂດຍຜ່ານການຄົ້ນຄວ້າຢ່າງບໍ່ຢຸດຢັ້ງ,ປະຊາຊົນບັນດາປະເທດແລະ ເຂດແຄວ້ນທີ່ຕ່າງກັນໄດ້ປະດິດສ້າງຮູບແບບປະຊາທິປະໄຕ ແລະ ເສັ້ນທາງການພັດທະນາທີ່ມີສີສັນພິເສດຫຼາຍໆຢ່າງ ຈົນກາຍເປັນພາບທີ່ສວຍສົດງົດງາມຂອງຄວາມສິວິໄລຂອງມວນມະນຸດທີ່ສະຫງ່າຜ່າເຜີຍ.ພັກການເມືອງເປັນຜູ້ສ້າງ, ຜູ້ປົກປັກຮັກສາ ແລະ ຜູ້ພັດທະນາປະຊາທິປະໄຕ, ທັງເປັນຜູ້ແບກຫາບໜ້າທີ່ອັນສຳຄັນທີ່ໃຫ້ປະຊາ ທິປະ ໄຕປາກົດຜົນເປັນຈິງ ແລະ ຊຸກຍູ້ການພັດທະນາ. ດັ່ງນັ້ນ, ວັນທີ 13 ທັນວານີ້, 351 ພັກການເມືອງ, ອົງການຈັດຕັ້ງທາງສັງຄົມ ແລະ ຄັງປັນຍາຂອງ 140 ປະ ເທດ ແລະເຂດແຄວ້ນຈິ່ງໄດ້ອອກຖະແຫຼງການຮ່ວມໃຫ້ກັບໂລກຄືດັ່ງນີ້:
1, ພວກຂ້າພະເຈົ້າເຫັນວ່າ, ໂລກນີ້ມີຫຼາຍສີຫຼາຍສັນ, ມີຮ້ອຍອັນພັນແນວ, ຄວາມຫຼາກຫຼາຍແມ່ນສະເໜ່ຂອງຄວາມສິວິໄລມວນມະນຸດຍິ່ງເປັນແຫຼ່ງຂອງພະລັງຊີວິດ ແລະ ແຮງຂັບເຄື່ອນຂອງການພັດທະນາຂອງໂລກ.ເພື່ອເຮັດໃຫ້ປະຊາທິປະໄຕບັນລຸຜົນເປັນຈິງມີຫຼາຍວິທີ, ປະເທດ ແລະ ເຂດແຄວ້ນຕ່າງກັນມີປະຫວັດສາດ ວັດທະນະທຳລະບອບທາງສັງຄົມ ແລະ ໄລຍະການພັດທະນາທີ່ຕ່າງກັນ, ບໍ່ມີລະບອບປະຊາທິປະໄຕໃດ ແລະ ຮູບແບບການພັດທະນາໃດທີ່ສອດຄ່ອງກັບໝົດທຸກປະເທດ. ການຕີລາຄາລະບອບການເມືອງທີ່ມີຫຼາຍຮູບຫຼາຍແບບໃນໂລກດ້ວຍມາດຖານດຽວກັນ ແລະ ສຳຫຼວດກວດກາຄວາມສິວິໄລທາງການເມືອງທີ່ມີຮ້ອຍອັນພັນແນວຂອງມວນມະນຸດດ້ວຍສາຍຕາແບບດຽວ, ມັນກໍ່ບໍ່ແມ່ນປະຊາທິປະໄຕ ແລະ ບໍ່ມີຜົນດີຕໍ່ການພັດທະນາ.
2, ພວກຂ້າພະເຈົ້າເຫັນວ່າ, ຖ້າຢາກຕີລາຄາລະບອບການເມືອງຂອງປະເທດໃດໜຶ່ງວ່າ ມີປະຊາທິປະໄຕ ແລະ ມີປະສິດທິຜົນແທ້ຫຼືບໍ່ ຕົ້ນຕໍຄວນສຳຫຼວດກວດກາການນຳຂອງປະເທດນັ້ນວ່າສາມາດປ່ຽນຊຸດໄດ້ຢ່າງມີລະບຽບ ແລະ ຖືກກົດໝາຍແທ້້ຫຼືບໍ່, ປະຊາຊົນທັງຫຼາຍສາມາດຄຸ້ມຄອງວຽກງານແຫ່ງລັດ ແລະ ວຽກງານທາງສັງຄົມຄຸ້ມຄອງວຽກງານເສດຖະກິດ ແລະ ວັດທະນະທຳຢ່າງຖືກຕ້ອງຕາມກົດໝາຍແທ້ຫຼືບໍ່,ປະຊາຊົນສາມາດມີຂໍ້ສະເໜີເພື່ອຮຽກຮ້ອງຜົນປະໂຫຍດໄດ້ຢ່າງສະດວກແທ້້ຫຼືບໍ່,ຝ່າຍຕ່າງໆທາງສັງຄົມສາມາດເຂົ້າຮ່ວມການເຄື່ອນໄຫວທາງການເມືອງຂອງລັດແທ້ຫຼືບໍ່,ການຕັດສິນນະໂຍບາຍຂອງລັດເປັນລັກສະນະວິທະຍາສາດ ແລະປະຊາທິປະໄຕແທ້ຫຼືບໍ່, ຜູ້ມີຄວາມຮູ້
ຄວາມສາມາດໄດ້ເຂົ້າຮ່ວມໃນລະບົບການນຳ ແລະ ການຄຸ້ມຄອງລະດັບຊາດ
ໂດຍຜ່ານການແຂ່ງຂັນທີ່ຍຸດຕິທຳແທ້ຫຼືບໍ່,ພັກກຳອຳນາດສາມາດບັນລຸການນຳພາວຽກງານແຫ່ງລັດໂດຍອີງຕາມຂໍ້ກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍ
ແທ້້ຫຼືບໍ່, ການໃຊ້ສິດອຳນາດສາມາດສາມາດຖືກຜູກມັດ ແລະ ການຕິດຕາມ
ກວດກາຢ່າງມີປະສິດທິຜົນແທ້ຫຼືບໍ່.
3, ພວກຂ້າພະເຈົ້າເຫັນວ່າ: ການທີ່ຕີລາຄາປະເທດໃດໜຶ່ງວ່າມີປະຊາທິປະໄຕຫຼືບໍ, ສຳຄັນຕ້ອງສັງເກດເບິ່ງວ່າປະຊາຊົນປະເທດນັ້ນໄດ້ເປັນເຈົ້າຂອງປະເທດແທ້ຫຼືບໍ, ປະຊາຊົນມີສິດລົງຄະແນນສຽງແທ້ຫຼືບໍ, ຍິ່ງຕ້ອງສັງເກດເບິ່ງວ່າປະຊາຊົນມີສິດເຂົ້າຮ່ວມຢ່າງກວ້າງຂວາງແທ້ຫຼືບໍ. ຕ້ອງສັງເກດເບິ່ງວ່າໃນຂະບວນການເລືອກຕັ້ງ, ປະຊາຊົນໄດ້ຮັບຄຳໝັ້ນສັນຍາປາກເປົ່າໃດແດ່, ຍິ່ງຕ້ອງສັງເກດເບິ່ງວ່າຫລັງຈາກການເລືອກຕັ້ງແລ້ວ, ຄຳໝັ້ນສັນຍາປາກເປົ່າດັ່ງກ່າວໄດ້ເຮັດໃຫ້ເປັນຈິງຫລາຍສໍ່າໃດ. ຕ້ອງສັງເກດເບິ່ງວ່າ, ລະບອບ ແລະກົດໝາຍໄດ້ກຳນົດຂັ້ນຕອນທາງການເມືອງ ແລະກະຕິກາທາງການເມືອງແບບໃດ, ຍິ່ງຕ້ອງສັງເກດເບິ່ງວ່າລະບອບ ແລະກົດໝາຍແມ່ນໄດ້ຮັບການຈັດຕັ້ງປະຕິບັດແທ້ຫຼືບໍ. ຕ້ອງສັງເກດເບິ່ງວ່າກະຕິກາການປະຕິບັດສິດອຳນາດແມ່ນມີປະຊາທິປະໄຕແທ້ຫຼືບໍ, ຍິ່ງຕ້ອງສັງເກດເບິ່ງວ່າການໃຊ້ສິດອຳນາດແມ່ນໄດ້ຮັບການຈຳກັດ ແລະຕິດຕາມກວດກາຈາກປະຊາຊົນແທ້ຫຼືບໍ.
4, ພວກຂ້າພະເຈົ້າເຫັນວ່າ: ປະຊາທິປະໄຕເປັນສິດຂອງປະຊາຊົນບັນດາປະເທດ, ຫາກບໍ່ແມ່ນສິດສະເພາະຂອງປະຊາຊົນໃນປະເທດໜ້ອຍເທົ່ານັ້ນ. ປະເທດໃດໜຶ່ງແມ່ນປະເທດປະຊາທິປະໄຕແທ້ຫຼືບໍ, ຄວນຕີລາຄາໂດຍປະຊາຊົນຂອງປະເທດນັ້ນ. ພວກຂ້າພະເຈົ້າຄັດຄ້ານການແຊກແຊງວຽກງານພາຍໃນຂອງປະເທດອື່ນດ້ວຍຂໍ້ອ້າງປະຊາທິປະໄຕ.
5, ພວກຂ້າພະເຈົ້າເຫັນວ່າ: ການພັດທະນາສັງຄົມມະນຸດຄວນຖືເອົາການເພີ່ມຄວາມຜາສຸກໃຫ້ກັບປະຊາຊົນ, ຖືເອົາການບັນລຸການພັດທະນາຂອງມະນຸດຢ່າງຮອບດ້ານເປັນຈຸດເລີ່ມຕົ້ນ ແລະເປົ້າໝາຍສູ້ຊົນ. ການຊຸກຍູ້ການສ້າງປະຊາທິປະໄຕຄວນສຸມໃສ່ການປະຕິບັດຄວາມມຸ່ງຫວັງຂອງປະຊາຊົນທີ່ຢາກມີຊີວິດອັນດີງາມໃຫ້ປາກົດຜົນເປັນຈິງ,ເຮດໃຫ້ປະຊາຊົນມີຄວາມຮູ້ສຶກວ່າໄດ້ຮັບຜົນປະໂຫຍດ, ມີຄວາມສຸກ ແລະມີຄວາມປອດໄພເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ປັດຈຸບັນ, ບັນດາປະເທດຄວນເຈາະຈົງເພີ່ມທະວີການຮ່ວມມືໃນຂົງເຂດການຫລຸດຜ່ອນຄວາມທຸກຍາກ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການຕ້ານກັບພະຍາດໂຄວິດ-19, ວັກຊີນໂຄວິດ-19, ການລະດົມທຶນເພື່ອການພັດທະນາ, ການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາຕາມທິດສີຂຽວ, ການຫັນເປັນອຸດສາຫະກຳ, ເສດຖະກິດດີຈີຕອນ, ການເຊື່ອມໂຍງເຊື່ອມຈອດກັນເປັນຕົ້ນ. ເລັ່ງລັດການຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ, ສຸມໃສ່ການແກ້ໄຂບັນຫາຜົນປະໂຫຍດໂດຍກົງທີ່ສຸດ, ຕິດແທດຕົວຈິງທີ່ສຸດ ແລະປະຊາຊົນໃຫ້ຄວາມສົນໃຈທີ່ສຸດ. ປະເທດທັງຫລາຍ ແລະຊົນເຜົ່າທັງໝົດໃນໂລກຄວນໄດ້ຮັບໂອກາດ ແລະສິດຜົນປະໂຫຍດດ້ານການພັດທະນາທີ່ຍຸຕິທຳ, ຄວນເລັ່ງລັດການພັດທະນາແບບກວມລວມ ແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ບໍ່ປະຖິ້ມປະເທດໃດໆໃຫ້ຕົກຂະບວນ.
6,ພວກຂ້າພະເຈົ້າເຫັນວ່າ:ການສ້າງສາຍພົວພັນສາກົນຢ່າງມີປະຊາທິປະໄຕເປັນກະແສຂອງຍຸກສະໄໝ,ການປະຕິບັດຕາມລັດທິຫຼາຍຝ່າຍຢ່າງແທ້ຈິງແມ່ນເສັ້ນທາງທີ່ຈຳເປັນໃນການບັນລຸເປົ້າໝາຍການສ້າງສາຍພົວພັນສາກົນຢ່າງມີປະຊາທິປະໄຕ.ມວນມະນຸດພວມຜະເຊີນໜ້າກັບສິ່ງທ້າທາຍຕ່າງໆແລະບັນຫາທີ່ມີຢູ່ໃນທົ່ວໂລກ,ຄວນສ້າງຮູບແບບການປົກຄອງທົ່ວໂລກທີ່ກວ້າງຂວາງກວ່າເກົ່າໃຫ້ປະກົດເປັນຮູບເປັນຮ່າງຂຶ້ນ, ມີກົນໄກຫຼາຍຝ່າຍທີ່ມີປະສິດທິຜົນຫຼາຍກວ່າເກົ່າ,ມີການຮ່ວມມືພາກພື້ນທີ່ຕັ້ງໜ້າກວ່າເກົ່າ,ຈຶ່ງຈະສາມາດຮັບມືກັບຜົນກະທົບໄດ້ຢ່າງມີປະສິດທິຜົນສູງ. ເມື່ອປະຕິບັດຕາມລັດທິຫຼາຍຝ່າຍໄດ້ເປັນຢ່າງດີແລ້ວ,ບັນຫາຕ່າງໆທີ່ມວນມະນຸດພວມຜະເຊີນຮ່ວມກັນນັ້ນກໍຈະໄດ້ຮັບການແກ້ໄຂໄດ້ເປັນຢ່າງດີຫຼາຍກວ່າເກົ່າ.
7,ພວກຂ້າພະເຈົ້າເຫັນວ່າ:ການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ເປັນທິດທາງທີ່ຖືກຕ້ອງໃນການພັດທະນາຄວາມສິວິໄລຂອງມວນມະນຸດໃຫ້ກ້າວໄປໜ້າ. ຕ້ອງຖືເອົາຄ່ານິຍົມຮ່ວມຂອງມວນມະນຸດ ຄື: ສັນຕິພາບ, ການພັດທະນາ, ຄວາມຍຸຕິທຳ, ຄວາມເປັນທຳ, ປະຊາທິປະໄຕ ແລະເສລີພາບເປັນທິດຊີ້ນຳ,ໂດຍອີງຕາມໜ້າທີ່ຮັບຜິດຊອບລະດັບສູງທີ່ມີຕໍ່ອະນາຄົດແລະຊາຕາກຳຂອງມວນມະນຸດ,ພະຍາຍາມຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ,ເຮັດໃຫ້ປະເທດທີ່ມີລະບອບສັງຄົມຕ່າງກັນ,ມີຮູບຖານຈິດສຳນຶກທີ່ຕ່າງກັນ,ມີປະຫວັດສາດແລະວັດທະນະທຳຕ່າງກັນ ແລະມີລະດັບການພັດທະນາທີ່ຕ່າງກັນ ສາມາດໄດ້ຮັບຜົນປະໂຫຍດຮ່ວມກັນ, ສາມາດຊົມໃຊ້ສິດຮ່ວມກັນແລະຮ່ວມກັນແບກຫາບໜ້າທີ່ຮັບຜິດຊອບໃນວຽກງານສາກົນ,ເພື່ອເກາະແຂນກັນສ້າງໂລກທີ່ສວຍງາມກວ່າເກົ່າ.
ພວກຂ້າພະເຈົ້າຮັບຮູ້ຢ່າງເລິກເຊິ່ງວ່າ ໄດ້ແບກຫາບພາລະໜ້າທີ່ຮ່ວມໃນດ້ານການຊຸກຍູ້ປະຊາທິປະໄຕແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນ,ຍິນດີເກາະແຂນກັນບົນຄວາມແຕກຕ່າງກັນ,ເພີ່ມທະວີການແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນ,ເພີ່ມທະວີຄວາມເຂົ້າອົກເຂົ້າໃຈກັນ,ເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນຂອງບັນດາຝ່າຍ,ປະກອບສ່ວນເທົ່າທີ່ຄວນເຂົ້າໃນການເພີ່ມຄວາມຜາສຸກໃຫ້ກັບປະຊາຊົນ,ຊຸກຍູ້ການພັດທະນາປະເທດຊາດ, ປົກປັກຮັກສາສັນຕິພາບຂອງໂລກ,ແລະຊຸກຍູ້ມວນມະນຸດໃຫ້ກ້າວໄປໜ້າຢ່າງບໍ່ຢຸດຢັ້ງ.