ວັນທີ 5 ກໍລະກົດ​ 2022,​ ໄດ້ມີກອງປະຊຸມເຊື່ອມໂຍງການຄ້າ​ ລະຫວ່າງ ບັນດາຫົວໜ່ວຍທຸລະກິດ ແຂວງພາກໃຕ້​ -​ ພາກກາງ ສປປ ລາວ ກັບ ບັນດາຫົວໜ່ວຍທຸລະກິດ ນະຄອນດານັາງ ສສ ຫວຽດນາມ.​
ກອງປະຊຸມຈັດຂຶ້ນຢູ່ສະໂມສອນ​ແຂວງຈໍາປາສັກ​ ຫຼັກ​ 4 ນະຄອນປາກເຊ​ ໂດຍການເຂົ້າຮ່ວມຂອງ​ ທ່ານ​ ສົມບູນ​ ເຮືອງວົງສາ ຄະນະປະຈໍາພັກແຂວງ​ ຮອງເຈົ້າແຂວງຈໍາປາສັກ,​ ທ່ານ ໂຮ່ ກີ ມິງ ຄະນະປະຈໍາພັກນະຄອນ ຮອງປະທານ ຜູ້ປະຈໍາການຄະນະກໍາມະການປະຊາຊົນນະຄອນດານັງ,​ ທ່ານ​ ປອ.​ບຸນຍະເດດ​ ທອງສະຫວັນ ຫົວໜ້າ​ພະແນກອຸດສາຫະກໍາ​ ແລະ​ ການຄ້າ​ແຂວງຈໍາປາສັກ, ທ່ານ ນາງ ເລ ຖິ ກີມ ເຟືອງ ຫົວ​ໜ້າ​ພະ​ແນກ​ອຸດ​ສາ​ຫະ​ກໍາ ແລະ ການ​ຄ້າ​ນະ​ຄອນ​ດາ​ນັງ.​ ມີຫົວ​ໜ້າ​ພະ​ແນກ​ອຸດ​ສາ​ຫະ​ກໍາ ແລະ ການ​ຄ້າ​ແຂວງ​ສາ​ລະ​ວັນ, ອັດ​ຕະ​ປື, ເຊກອງ ແລະ ສະ​ຫວັນ​ນະ​ເຂດ,​ ບັນ​ດາ​ທ່ານ​ຕາງ​ໜ້າ​ໃຫ້​ສະ​ຖານ​ກົງ​ສຸນ​ໃຫຍ່ ສ​ສ ຫວຽດ​ນາມ ປະ​ຈໍາ​ 4 ແຂວງ​ພາກ​ໃຕ້​ ທີ່ປາກ​ເຊ ແຂວງ​ຈໍາປາ​ສັກ; ສະ​ຖານ​ກົງ​ສຸນ​ໃຫຍ່ ສ​ສ ຫວຽດ​ນາມ ປະ​ຈຳ​ແຂວງ​ສະ​ຫວັນ​ນະ​ເຂດ; ຕາງ​ໜ້າ​ໃຫ້​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ໝຸ່ມ; ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ຍິງ; ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກໍາ; ສະ​ມາ​ຄົມ​ທຸ​ລະ​ກິດ​ຫວຽດ​ນາມ ປະ​ຈໍາພາກກາງ -​ ພາກ​ໃຕ້ ລາວ ແລະ ຕາງ​ໜ້າ​ໃຫ້​ຂະ​ແໜງ​ການ, ຫ້ອງ​ການ ແລະ ຫົວ​ໜ່ວຍ​ທຸ​ລະ​ກິດພາກກາງ -​ ພາກໃຕ້ລາວເຂົ້າ​ຮ່ວມ.​
ໃນ​ກອງປະຊຸມ​ ທ່ານ ຫົວໜ້າ ແລະ ຄະນະພະແນກການຄ້າແຕ່ລະແຂວງຂອງລາວ ແລະ ນະຄອນດານັງ​ ໄດ້ມີຄຳເຫັນລາຍງານຈຸດພິເສດ,​ ທີ່ຕັ້ງ, ທ່າແຮງ, ກາລະໂອກາດດ້ານການຄ້າ,ການລົງທຶນຮ່ວມມື ຂອງນະຄອນດານັງ.​ ພ້ອມນີ້ ທ່ານ ໂຮ ກີ ມິງ ຄະນະປະຈໍາພັກນະຄອນ ຮອງປະທານ ຜູ້ປະຈໍາການຄະນະກໍາມະການປະຊາຊົນນະຄອນດານັງ​ ແລະ​ ທ່ານ​ ສົມບູນ​ ເຮືອງວົງສາ ຄະນະປະຈໍາພັກແຂວງ​ ຮອງເຈົ້າແຂວງຈໍາປາສັກ​ ກໍໄດ້​ໃຫ້ກຽດມີຄໍາເຫັນ.​ ຊຶ່ງບາງຕອນທ່ານ ສົມບູນ ເຮືອງວົງສາ ໄດ້ກ່າວວ່າ:
ໃນການຈັດກອງ ປະຊຸມໃນຄັ້ງນີ້ເພື່ອສ້າງເງື່ອນໄຂໃຫ້ແກ່ການເຊື່ອມໂຍງ ແລະ ຮ່ວມມືດ້ານການຄ້າລະຫວ່າງ ບັນດາ ຫົວໜ່ວຍທຸລະກິດ ແຂວງພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ກັບ ບັນດາຫົວໜ່ວຍ ທຸລະ ກິດນະຄອນດານັ່ງ ສສ ຫວຽດນາມ ໃນນາມຕາງໜ້າຄະນະພັກ, ອົງການປົກຄອງແຂວງຈຳປາສັກ ຂໍ ຖືໂອກາດນີ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດອົກສຸດໃຈ
ແຂວງຈຳປາສັກ ເປັນແຂວງໜຶ່ງທີ່ມີການພົວພັນກັບບັນດາແຂວງພາກກາງ ແລະ ພາກໃຕ້ ສສ ຫວຽດນາມ ລວມທັງໝົດ 16 ແຂວງ, 3 ນະຄອນ ແລະ 1 ສະຖາບັນ ຊຶ່ງໄດ້ມີການເຄື່ອນໄຫວ ຢ້ຽມຢາມ, ເຮັດວຽກ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ວິຊາການຂອງຂະແໜງການຕ່າງໆຢ່າງ ເປັນປົກກະຕິ ແລະ ມີບາດກ້າວໃໝ່ທີ່ຕັ້ງໜ້າ ບົນພື້ນຖານການພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອກພັກ-ສອງລັດ ກໍຄືປະຊາຊົນສອງຊາດ ຫວຽດນາມ-ລາວ ເວົ້າ ລວມ, ເວົ້າສະເພາະ ແມ່ນແຂວງຈໍາປາສັກ ແລະ ນະຄອນດານັ້ງ ທີ່ຮັກສາໄດ້ສາຍພົວພັນມິດຕະ ພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ວຍດີຕະ ຫຼອດມາ.
ກອງປະຊຸມໃນຄັ້ງນີ້ສຸດທີ່ມີຄວາມໝາຍຄວາມສໍາຄັນ ເພາະເປັນກອງປະຊຸມຍົກບົດບາດ ຄວາມສໍາຄັນໃນການເຮັດໜ້າທີ່ຊຸກຍູ້ສົ່ງເສີມ ບັນດາຫົວໜ່ວຍທຸລະກິດຂອງລາວໄດ້ພົບປະເຈລະ ຈາ ແລກປ່ຽນການຊື້-ຂາຍ ສິນຄ້າຮ່ວມກັນ ລະຫວ່າງທຸລະກິດ ລາວ-ຫວຽດນາມ, ພ້ອມນັ້ນ ຫາກ ມີເງື່ອນໄຂ ຈະໄດ້ເຊັນບົດບັນທຶກຊ່ວຍຈໍາ ໃນການຮ່ວມມື ລະຫວ່າງ ບັນດາຫົວໜ່ວຍທຸລະກິດ ດ້ວຍກັນ ເພື່ອຮ່ວມກັນສ້າງຄວາມເຂັ້ມແຂງ, ພັດທະນາພື້ນຖານການຜະລິດ ທີ່ຮັບປະກັນໄດ້ທັງ ດ້ານປະລິມານ ແລະ ຄຸນນະພາບ ແລະ ມີການແລກປ່ຽນ ຊື້-ຂາຍ ເຊິ່ງກັນແລະກັນລະຫວ່າງສອງ ປະເທດ ເວົ້າລວມ, ເວົ້າສະເພາະ ບັນດາແຂວງພາກກາງພາກໃຕ້ ສ ປປ ລາວ ກັບ ນະຄອນດານັ້ງ ສສ ຫວຽດນາມ ຢ່າງກວ້າງຂວາງ.
ຕ່າງໜ້າອົງການປົກຄອງແຂວງຈຳປາສັກ ກໍຄືໃນນາມສ່ວນຕົວ ຂໍ ຮຽກຮ້ອງ ແລະ ເຊີນຊວນບັນດາຫົວໜ່ວຍທຸລະກິດ ລວມທັງຂະແໜງການຕ່າງໆ ທີ່ໄດ້ເຂົ້າຮ່ວມ ໃນມື້ນີ້ ຈຶ່ງໄດ້ພ້ອມກັນຍາດແຍ່ງການຮ່ວມມືໃນການພັດທະນາ ກໍຄືການຈັບຄູ່ຮ່ວມມືໃນການ ພັດທະນາ ເພື່ອສ້າງເງື່ອນໄຂ ໃນການສ້າງຄວາມເຂັ້ມແຂງໃຫ້ກັບຫົວໜ່ວຍທຸລະກິດ ນັບທັງ ສ ປປ ລາວ ແລະ ສສ ຫວຽດນາມ ໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ສາມາດແຂ່ງຂັນໄດ້ກັບພາກພື້ນ ແລະ ສາກົນ.
ຈາກນັ້ນ​ ການນໍາ, ແຂກທີ່ເຂົ້າຮ່ວມກອງປະຊຸມ​,ພະແນກອຸດສະຫະກຳ ແລະ ການຄ້າ ຕະຫຼອດຮອດຫົວໜ່ວຍທຸລະກິດ ກໍໄດ້ທ່ຽວຊົມການວາງສະແດງ ແລະ​ ຈໍາໜ່າຍສິນຄ້າພາຍໃນງານ ມີການເຊຫນບົດບັນທຶກຊ່ວຍຈຳຮ່ວມມືຊື້ – ຂາຍ ແລກປ່ຽນສິນຄ້ານຳກັນ ຕື່ມອີກ​.​
ເກດສະໜາ ແກ້ວສຸວັນນະແສງ
Loading...