“ບັນທຶກການເດີນທາງຂອງຈີນ” ກິດຈະກໍາແລກປ່ຽນສື່ມວນຊົນຕ່າງປະເທດ ເລີ່ມຕົ້ນທີ່ເມືອງຊິງຕາວ, ແຂວງຊານຕົງ
ສື່ມວນຊົນຕ່າງປະເທດປະມານ 30 ຄົນ ຈາກ 18 ປະເທດ ເຂົ້າຮ່ວມກິດຈະກໍາແລກປ່ຽນສື່ທີ່ມີຊື່ວ່າ: “ບັນ ທຶກການເດີນທາງຂອງຈີນ” ເຊີ່ງເລີ່ມຕົ້ນທີ່ເມືອງຊິງຕາວ (Qingdao), ແຂວງຊານຕົງທີ່ຢູ່ທາງພາກຕາເວັນອອກຂອງຈີນ. ພິທີເປີດກິດຈະກໍາດັ່ງກ່າວຈັດຂຶ້ນໃນວັນທີ 22 ພຶດສະພາ 2023.
ໃນກິດຈະກໍາໃນຄັ້ງນີ້, ສື່ມວນຊົນທີ່ເຂົ້າຮ່ວມກິດຈະກໍາ ໄດ້ຮຽນຮູ້ກ່ຽວກັບມໍລະດົກທາງປະຫວັດ ສາດ, ວັດທະນະທໍາ, ການພັດທະນະເຕັກໂນໂລຊີສະໄໝໃໝ່ ແລະ ຜົນສໍາເລັດໃນການພັດທະນາດ້ວຍຄຸນນະພາບໃໝ່ຢູ່ເມືອງຕ່າງໆ ຂອງຈີນ.
ທ່ານ Zhang Xinzhu, ກຳມະການຄະນະປະຈຳຄະນະພັກກອມມູນິດຈີນ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນທີ່ເມືອງຊິງຕາວ ກ່າວວ່າ: ກິດຈະກຳດັ່ງກ່າວແມ່ນຂົວຕໍ່ທີ່ສໍາຄັນໃນການເຊື່ອມຕໍ່ລະຫວ່າງຈີນກັບໂລກ).
ທ່ານ Wu Hailong ປະທານສະມາຄົມການທູດປະຊາຊົນຈີນ ກ່າວວ່າ: ຜ່ານການເຄື່ອນໄຫວໃນກິດຈະກໍາຄັ້ງນີ້, ສື່ມວນຊົນຕ່າງປະເທດ ສາມາດຄົ້ນພົບຕົວຈິງຂອງຈີນ ແລະ ສະແດງໃຫ້ເຫັນສິ່ງທີ່ຕົນໄດ້ເຫັນ ແລະ ໄດ້ຍິນຜ່ານບົດລາຍງານຂອງຕົນເພື່ອສະແດງໃຫ້ເຫັນພາບພົດຂອງຈີນຢ່າງຮອບດ້ານ ແລະ ມີຄວາມເຂັ້ມແຂງໃນລັກສະນະເປັນກາງທີ່ສຸດ.
ທ່ານ Chen Renze, ຮອງຜູ້ອຳນວຍການໃຫຍ່ສຳນັກງານສື່ສານ Cyber Space Administration ຂອງຈີນໃຫ້ຂໍ້ສັງເກດວ່າ: ສື່ມວນຊົນແມ່ນສາຍພົວພັນທີ່ສຳຄັນເພື່ອເສີ່ມສ້າງການພົວພັນລະຫວ່າງປະຊາຊົນ, ເຊີ່ງທ່ານສະແດງຄວາມຫວັງວ່າ: ຜ່ານການເຄື່ອນໄຫວໃນກິດຈະກໍາຄັ້ງນີ້, ສື່ມວນຊົນສາມາດຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງຈີນກັບໂລກ.
ທ່ານ Shan Chengbiao, ຜູ້ຈັດການທົ່ວໄປຂອງ Global Times Online ໄດ້ກ່າວວ່າສະແດງຄວາມດີໃຈຕໍ່ກິດຈະກໍາທີ່ຈັດຂຶ້ນໃນຄັ້ງນີ້.
ທ່ານ Saud Faisal ຫົວໜ້າເຈົ້າໜ້າທີ່ດິຈິຕອລຂອງ Pakistan Observer ກ່າວວ່າ: “ປີນີ້ເປັນປີຄົບຮອບ 72 ປີຂອງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງປາກິສຖານ ແລະ ຈີນ. ພວກເຮົາມີຄວາມປະທັບໃຈກັບຜົນສໍາເລັດທີ່ຊິງຕາມເຮັດໄດ້ ແລະ ປະສົບຜົນສໍາເລັດໃນໄລຍະຜ່ານມາ”.
ທ່ານ Ruslan Kenjaev, ຮອງຫົວໜ້າບັນນາທິການໃຫຍ່ຂອງ Uzbekistan Narodnoe Slovo, ສະແດງຄວາມປະທັບໃຈເປັນຢ່າງຍິ່ງທີ່ໄດ້ເຫັນວິວັດທະນາການຂອງເມືອງຊິງຕາວ ໂດຍສະເພາະລົດໄຟຄວາມໄວສູງຊ່ວຍຫຼຸດເວລາເດີນທາງລະຫວ່າງຄົນກັບຄົນ, ລະຫວ່າງເມືອງກັບເມືອງ ແລະ ລະຫວ່າງປະເທດກັບປະເທດ.
ນອກຈາກເມືອງຊິງຕາວແລ້ວ, ສື່ມວນຊົນຕ່າງປະເທດ ຍັງໄປຢ້ຽມຢາມເມືອງ Weifang ທີ່ມີຊື່ສຽງດ້ານວັດທະນະທຳວ່າວ ແລະ ນະຄອນ Jining ຊຶ່ງຖືເປັນບ້ານເກີດເມືອງນອນຂອງສາສະໜາຂົງຈື້, ເຊີ່ງກິດຈະກໍາໃນຄັ້ງນີ້ຈະດໍາເນີນໄປຮອດວັນທີ 26 ພຶດສະພາ 2023 ນີ້ ຈຶ່ງຈະສໍາເລັດ.