ໂດຍ:ທ່ານ ຈ່ຽງ ຈ້າຍຕົ່ງ, ເອກອັກຄະລັດຖະທູດແຫ່ງ ສປຈີນ ປະຈໍາ ສປປລາວ
ເນື່ອງໃນໂອກາດການສະເຫລີມສະຫລອງວັນສະຖາປະນາສາທາລະນະລັດປະຊາຊົນຈີນຄົບຮອບ73ປີ, ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຜ່ານສື່ມວນຊົນລາວມາຍັງພັກປະຊາຊົນປະຕິວັດລາວ, ລັດຖະບານລາວແລະປະຊາຊົນລາວອ້າຍນ້ອງທີ່ໄດ້ໃຫ້ການສະຫນັບສະຫນູນພາລະກິດການພັດທະນາຂອງຈີນມາໂດຍຕະຫລອດ, ຂໍຝາກຂອບໃຈອັນຈິງໃຈມາຍັງເພື່ອນມິດລາວທັງຫລາຍ,ຊາວຈີນຕ່າງດ້າວທີ່ອາໄສຢູ່ລາວ ແລະສື່ມວນຊົນລາວທີ່ໄດ້ເສີມສ້າງໄມຕີຈິດມິດຕະພາບລະຫວ່າງ ຈີນ-ລາວຢ່າງບໍ່ຢຸດຢັ້ງແລະຕັ້ງຫນ້າໂຄສະນາແນະນຳສປຈີນ ແລະສະພາບການຮ່ວມມືລະຫວ່າງຈີນ-ລາວມາໂດຍຕະຫລອດ.
ປີນີ້ເປັນປີທີ່ມີຄວາມຫມາຍແລະຂີດຫມາຍອັນໃຫຍ່ຫລວງໃນຂະບວນວິວັດການພັດທະນາຂອງຈີນ. ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນຈະໄຂຂຶ້ນທີ່ນະຄອນຫລວງປັກກິ່ງໃນເວລາທີ່ຈະມາເຖິງນີ້, ກອງປະຊຸມໃຫຍ່ຄັ້ງນີ້ຈະໄຂຂຶ້ນໃນໄລຍະສຳຄັນທີ່ສປຈີນ ຈະກ້າວເຂົ້າເສັ້ນທາງອັນໃຫມ່ແຫ່ງການສ້າງປະເທດສັງຄົມນິຍົມທັນສະໄຫມຢ່າງຮອບດ້ານແລະກຳລັງກ້າວໄປສູ່ເປົ້າຫມາຍບຸກບືນສູ້ຊົນ 100 ປີ ຮອບທີສອງ, ຈະສະຫລຸບຢ່າງຮອບດ້ານຕໍ່ຫມາກຜົນອັນສຳຄັນແລະບົດຮຽນອັນປະເສີດໃນການຍຶດຫມັ້ນແລະພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນທີ່ຍາດມາໄດ້ໂດຍຢູ່ພາຍໃຕ້ສູນກາງພັກກອມມູນິດຈີນທີ່ມີສະຫາຍ ສີຈິ້ນຜິງ ເປັນແກ່ນສານສາມັກຄີນຳພາທົ່ວພັກທົ່ວປວງຊົນ ແລະ ປະຊາຊົນທຸກຊົນເຜົ່າໃນຂອບເຂດທົ່ວປະເທດ, ຈະໄດ້ຈັດວາງເປົ້າຫມາຍສູ້ຊົນແລະທິດທາງຫນ້າທີ່ໃຫຍ່ ແລະສຳຄັນໃຫ້ແກ່ພາລະກິດການພັດທະນາຂອງພັກແລະປະເທດຊາດໃນ 5 ປີ ຕໍ່ຫນ້າ ແລະອະນາຄົດຢ່າງວິທະຍາສາດແລະຈະມີຄວາມຫມາຍສຳຄັນທີ່ມີລັກສະນະສືບທອດອະດີດບຸກເບີກອະນາຄົດ. ປະຈຸບັນປະຊາຊົນຈີນຈະລໍຄອຍ ແລະຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກໃນບັນຍາກາດອົງອາດຫ້າວຫັນ ແລະສະຫລອງວັນສ້າງຊາດຄົບຮອບ 73 ປີ.
ເມື່ອຫວນຄືນ 10 ປີ ທີ່ຜ່ານມາ, ພັກກອມມູນິດຈີນໄດ້ສາມັກຄີນຳພາປະຊາຊົນຈີນທົ່ວປະເທດທຳການຕໍ່ສູ້ຜ່ານຜ່າຂໍ້ຫຍຸ້ງຍາກນາໆປະການ ຢ່າງພິລະອາດຫານດ້ວຍຄວາມຫມັ້ນໃຈອັນເດັດດ່ຽວຫນຽວແຫນ້ນ, ໄດ້ວາງມາດຕະການທີ່ມີລັກສະນະຍຸດທະສາດຢ່າງເປັນລະບົບ, ໄດ້ຊຸກຍູ້ພຶດຕິກຳທີ່ມີລັກສະນະປະຕິຮູບຢ່າງເປັນລະບົບ, ໄດ້ບັນລຸຄວາມຄືບຫນ້າທີ່ມີລັກສະນະບຸກທະລຸຢ່າງເປັນລະບົບ, ໄດ້ຮັບຫມາກຜົນອັນສຳຄັນຢ່າງເປັນລະບົບ,ອາດເວົ້າໄດ້ວ່າການຟຶ້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ ໄດ້ກ້າວເຂົ້າສູ່ວິວັດປະຫວັດສາດທີ່ຈະບໍ່ຫວນຄືນມາທາງເກົ່າ; ໃນໄລຍະປີ 2013 ຫາ ປີ 2021 ຈັງຫວະການເຕີບໃຫຍ່ຂອງລວມຍອດການຜະລິດພາຍໃນ ສປຈີນ ໄດ້ບັນລຸ 6,6 ເປີເຊັນຕໍ່ປີ, ຊຶ່ງໄດ້ສູງກວ່າລະດັບສະເລ່ຍຂອງໂລກ 2,6 ເປີເຊັນ ແລະລະດັບສະເລ່ຍຂອງກຸ່ມເສດຖະກິດກຳລັງພັດທະນາ 3,7 ເປີເຊັນ ແລະອັດຕາການປະກອບສ່ວນຕໍ່ເສດຖະກິດຂອງໂລກໂດຍສະເລ່ຍໄດ້ລື່ນກາຍ 30 ເປີເຊັນ, ຊຶ່ງຈັດຢູ່ໃນອັນດັບທີ 1 ຂອງໂລກ. ພວກເຮົາໄດ້ບັນລຸໄຊຊະນະຕໍ່ບັ້ນຮົບການແກ້ໄຂຄວາມທຸກຍາກ, ໄດ້ສ້າງສັງຄົມຢູ່ເຢັນເປັນສຸກຢ່າງຮອບດ້ານ, GDP ສະເລ່ຍຕາມຫົວຄົນໄດ້ລື່ນກາຍ 10ພັນໂດລາສະຫະລັດ, ຊຶ່ງໄດ້ຈັດຢູ່ລະດັບປານກາງຂອງກຸ່ມປະເທດທີ່ມີລາຍໄດ້ປານກາງຂຶ້ນໄປ. ວຽກງານຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ; ໃນໄລຍະປີ 2012 ຫາປີ2021, ສປຈີນ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ 130 ລ້ານຄົນ, ໄດ້ສ້າງລະບົບປະກັນສັງຄົມທີ່ມີຂະຫນາດໃຫຍ່ກວ່າຫມູ່ ແລະ ພາລະບົດບາດຄົບຖ້ວນກວ່າຫມູ່ໃນໂລກ, ຊຶ່ງລະດັບໄດ້ຮັບການປະກັນສັງຄົມໃນຕົວເມືອງແລະຊົນນະບົດໂດຍສະເລ່ຍໄດ້ເພິ່ມຂຶ້ນ 1,2 ເທົ່າຕົວ ແລະ 2,1 ເທົ່າຕົວຕາມລຳດັບ, ຂົງເຂດເຕັກນິກໃຫມ່ສູງທີ່ມີລັກສະນະຍຸດທະສາດຄືການສ້າງຄວາມປະດິດສ້າງໃຫມ່ໄດ້ຊຸກຍູ້ໄປຫນ້າຢ່າງຫນັກແຫນ້ນ, ການບິນອາວະກາດບັນຈຸຄົນການບິນອາວະກາດເຈາະຄົ້ນດວງຈັນການຜະລິດເຮືອບິນໃຫຍ່ ແລະອື່ນໆໄດ້ຮັບການບຸກທະລຸອັນຍິ່ງໃຫຍ່, ດັດສະນີການປະດິດສ້າງໃຫມ່ທົ່ວໂລກຂອງຈີນໄດ້ຖີບຕົວຂຶ້ນສູງຮອດລະດັບທີ 12 ໃນປີ 2021 ຈາກລະດັບທີ 34 ໃນປີ 2012 ເມື່ອຫວນຄືນການປ່ຽນແປງອັນໃຫຍ່ຫລວງຂອງປະເທດຈີນໃນ 10 ປີທີ່ຜ່ານມາ, ພວກເຮົາມີຄວາມເຊື່ອຫມັ້ນວ່າໂດຍຢູ່ພາຍໃຕ້ການນຳພາຂັບເຄື່ອນຂອງສູນກາງພັກທີ່ມີສະຫາຍ ສີຈິ້ນຜີງ ເປັນແກ່ນສານ, ໂດຍຢູ່ພາຍໃຕ້ການຊີ້ນຳແບບວິທະຍາສາດຂອງແນວຄິດ ສີຈິ້ນຜີງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄຫມໃຫມ່, ພັກກອມມູນິດຈີນແນ່ນອນຈະເພິ່ງພາອາໄສຄວາມສາມັກຄີອັນເປັນປຶກແຜ່ນຫນັກແຫນ້ນເຂັ້ມແຂງ ແລະ ກ້ອນກຳລັງອັນມະຫາສານເພື່ອບາກບັ່ນສູ້ຊົນຂອງປະຊາຊົນທົ່ວປະເທດຈີນ, ສາມາດນຳພາປະຊາຊົນທົ່ວປະເທດຈີນ ກ້າວໄປສູ່ໄຊຊະນະອັນໃຫມ່ເລື້ອຍໆ, ສືບຕໍ່ເປີດສັງກາດອັນໃຫມ່ໃຫ້ແກ່ການຍຶດຫມັ້ນ ແລະ ພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄຫມໃຫມ່.
ທີ່ນີ້,ຂ້າພະເຈົ້າຍັງຂໍສະເໜີເປັນພິເສດກ່ຽວກັບສະພາບການພັດທະນາພາຍໃນຂອງຈີນ. ປີນີ້ເປັນປີທີ່ບໍ່ທໍາມະດາປີໜຶ່ງສໍາລັບປະເທດຈີນໂດຍສະເພາະແມ່ນການປະເຊີນໜ້າກັບສະພາບແວດລ້ອມອັນສັບສົນຂອງພາຍນອກ, ຜົນກະທົບທີ່ຕໍ່ເນື່ອງຈາກການລະບາດຂອງພະຍາດໂຄວິດ-19, ສະພາບດິນຟ້າອາກາດທີ່ຮ້າຍແຮງ ແລະໄພພິບັດທາງທໍາມະຊາດ,ສູນກາງພັກໂດຍແມ່ນສະຫາຍ ສີຈິ້ນຜິງ ເປັນແກນນໍາໄດ້ໄຈ້ແຍກຢ່າງຖືກຕ້ອງ, ຮັບມືກັບການປ່ຽນແປງດ້ວຍວິທະຍາສາດ ແລະເປັນເຈົ້າການໃນການປ່ຽນແປງ,ນໍາພາປະຊາຊົນຈີນ ຍາດໄດ້ຜົນສໍາເລັດຢ່າງໜ້າພໍໃຈໃນໄລຍະທີ່ກ້າວເຂົ້າສູ່ເປົ້າໝາຍຮ້ອຍປີທີສອງ, ບັນລຸການເລີ່ມຕົ້ນທີ່ດີໃນການສ້າງປະເທດເປັນສັງຄົມນິຍົມແບບທັນສະໄໝຮອບດ້ານ. ເສດຖະກິດມີການພັດທະນາຢ່າງຕໍ່ເນື່ອງ, ໃນຊ່ວງເວລາຫົກເດືອນຂອງຕົ້ນປີ, GDP ເພີ່ມຂຶ້ນ 2,5%, ໃນນັ້ນ, ໃນໄຕມາດທີສອງໄດ້ບັນລຸການເພີ່ມຂຶ້ນໃນທາງບວກໂດຍຜ່ານຜ່າຜົນກະທົບຈາກປັດໄຈທີ່ຄາດຄະເນໄວ້. ນະວັດຕະກໍາ ແລະການຫັນປ່ຽນໄດ້ຮັບຜົນຢ່າງເດັ່ນຊັດ, ໃນຊ່ວງໄລຍະເວລາ 8ເດືອນຂອງຕົ້ນປີນີ້ມູນຄ່າເພີ່ມຂອງອຸດສາຫະກໍາການຜະລິດທີ່ໃຊ້ເຕັກນິກສູງທີ່ເປັນຂະໜາດໃຫຍ່ມີການເພີ່ມຂຶ້ນ 8,4 %, ການລົງທຶນເພີ່ມຂຶ້ນ 20,2 %, ຜົນການຜະລິດລົດທີ່ໃຊ້ພະລັງງານໃໝ່ມີການເພີ່ມຂຶ້ນຫຼາຍກວ່າໜຶ່ງເທົ່າ.ຊີວິດການເປັນຢູ່ຂອງປະຊາຊົນມີການປັບປຸງດີຂຶ້ນເລື້ອຍໆ,ຄົນມີອາຍຸຍືນສະເລ່ຍຄາດວ່າສູງເຖິງ78,2ປີ,ປະກັນໄພການແພດຂັ້ນພື້ນຖານກວມເອົາ1,36ຕື້ຄົນ,ອາຫານຕໍ່ຫົວຄົນແມ່ນ483ກິໂລ,ຖົງເຂົ້າ,ກະຕ່າຜັກຂອງປະຊາຊົນໄດ້ມີການຮັບປະກັນຢ່າງໝັ້ນທ່ຽງ.ຜົນຄະແນນທີ່ໄດ້ຮັບມານີ້ບໍ່ແມ່ນເລື່ອງງ່າຍ, ຊຶ່ງໄດ້ສະແດງເຖິງຄວາມແຂງແຮງ ແລະມີກໍາລັງອັນແຮງກ້າຂອງເສດຖະກິດຈີນ.
ໃນສິບປີນີ້,ປະເທດຈີນເປັນຜູ້ສ້າງສັນຕິພາບໂລກ,ຜູ້ປະກອບສ່ວນໃນການພັດທະນາໂລກ ແລະ ຜູ້ຮັກສາລະບຽບການຂອງໂລກຢ່າງເດັດດ່ຽວໜຽວແໜ້ນ ແລະ ສະເຫມີຕົ້ນສະເໝີປາຍ,ອຸທິດເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາຂອງມວນມະນຸດ, ສົ່ງເສີມຄຸນຄ່າຮ່ວມຂອງມວນມະນຸດ ແລະ ສ້າງສາຍພົວພັນແບບໃໝ່ໂດຍບັນດາປະເທດຮ່ວມມືກັນສ້າງຂຶ້ນບົນພື້ນຖານການນັບຖືເຊິ່ງກັນ ແລະກັນ,ຍຸດຕິທໍາ ແລະຄວາມເປັນທໍາ ແລະໄດ້ຮັບໄຊຊະນະຮ່ວມກັນ.ປະຈຸບັນ,ສະພາບການປ່ຽນແປງຮ້ອຍປີຂອງໂລກ ແລະການລະບາດຂອງພະຍາດໂຄວິດ-19ໄດ້ສັບຊ້ອນເຂົ້າກັນ,ມວນມະນຸດພວມຢູ່ສະພາບທາງສີ່ແຍກໃໝ່,ຕ້ອງການຢ່າງເລັ່ງດ່ວນໃນການຄົ້ນຫາເສັ້ນທາງອັນຖືກຕ້ອງເພື່ອສາມາດບັນລຸການພັດທະນາຢ່າງຍືນຍົງ.ເລຂາທິການໃຫຍ່ສີຈິ້ນຜິງໂດຍມີປັນຍາການເມືອງອັນດີເລີດ ແລະໃຈກວ້າງໃຈໃຫຍ່ ໄດ້ສະເໜີຂໍ້ລິເລີ່ມດ້ານການພັດທະນາໂລກ ແລະຂໍ້ລິເລີ່ມດ້ານຄວາມປອດໄພໂລກ,ເປັນການປະກອບສ່ວນດ້ານປັນຍາ ແລະແຜນການຂອງປະເທດຈີນເພື່ອປະຕິຮູບການບໍລິຫານລະບົບທົ່ວໂລກ.ຂໍ້ລິເລີ່ມດ້ານການພັດທະນາໂລກສຸມໃສ່ຂົງເຂດການຮ່ວມມືທີ່ສໍາຄັນຄື:ການລົບລ້າງຄວາມທຸກຍາກ,ຕ້ານການລະບາດຂອງພະຍາດ,ການຝຶກອົບຮົມຊັບພະຍາກອນມະນຸດ,ຄວາມປອດໄພດ້ານອາຫານແລະພະລັງງານ,ແບບອຸດສາຫະກໍາ,ເສດຖະກິດດິຈິຕອນ,ການພັດທະນາສີຂຽວ,ເພື່ອສ້າງເວທີອັນເປັນປະໂຫຍດໃຫ້ແກ່ບັນດາພາກສ່ວນໃນການສານຕໍ່ຄວາມຕ້ອງການໃນການພັດທະນາ ແລະດໍາເນີນການຮ່ວມມືຂອງໂຄງການ,ເພື່ອຕອບສະໜອງເສັ້ນທາງຖືກຕ້ອງໃນການເລັ່ງລັດການປະຕິບັດວາລະການພັດທະນາແບບຍືນຍົງປີ2030ຂອງອົງການສະຫະປະຊາຊາດ.ຂໍ້ລິເລີ່ມດ້ານຄວາມປອດໄພໂລກມີຈຸດປະສົງເພື່ອຮັບມືກັບສິ່ງທ້າທາຍດ້ານຄວາມປອດໄພແບບເກົ່າ ແລະແບບໃຫມ່ທີ່ບໍ່ມີການສິ້ນສຸດ,ເພື່ອເປັນການຊີ້ເສັ້ນທາງ ແລະວິທີການໃຫ້ແກ່ການຊົດເຊີຍການຂາດດຸນສັນຕິພາບ ແລະແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານຄວາມປອດໄພໂລກ.ຝ່າຍຈີນຂໍສະແດງຄວາມຂອບໃຈຕໍ່ຝ່າຍລາວທີ່ໄດ້ໃຫ້ການສະໜັບສະໜູນ ແລະການເຂົ້າຮ່ວມຂໍ້ລິເລີ່ມດ້ານການພັດທະນາໂລກ ແລະຂໍ້ລິເລີ່ມດ້ານຄວາມປອດໄພໂລກ,ຍິນດີກັບບັນດາປະເທດເພື່ອນມິດລວມມີປະເທດລາວທີ່ສົ່ງເສີມຢ່າງແຂງແຮງດ້ານມູນຄ່າຮ່ວມຂອງມວນມະນຸດທີ່ມີສັນຕິພາບ,ການພັດທະນາ,ຍຸດຕິທໍາ,ຄວາມເປັນທໍາ,ປະຊາທິປະໄຕ ແລະ ເສລີພາບ,ຍຶດໝັ້ນຫຼັກການປຶກສາຫາລືຮ່ວມກັນ,ການສ້າງສາຮ່ວມກັນ ແລະການຊົມໃຊ້ຮ່ວມກັນ,ຍຶດໝັ້ນລັດທິຫຼາຍຝ່າຍ,ການເປີດປະຕູສູ່ພາຍນອກ ແລະໃຫ້ອະໄພເຊິ່ງກັນແລະກັນ,ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ,ທັນກັບຍຸກສະໄຫມ, ເພື່ອເພີ່ມພະລັງງານໃນການສົ່ງເສີມການຟື້ນຟູເສດຖະກິດ,ຮັກສາຄວາມສະຫງົບແລະ ຄວາມຫມັ້ນຄົງຂອງໂລກ.
ພວກຂ້າພະເຈົ້າດີໃຈທີ່ເຫັນວ່າ:ນັບຕັ້ງແຕ່ປີນີ້ມາຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວທີ່ມີສະຫາຍທອງລຸນສີສຸລິດ, ເລຂາທິການໃຫຍ່ເປັນແກນກາງໄດ້ນໍາພາປະຊາຊົນລາວບັນດາເຜົ່າສືບຕໍ່ລົງເລິກປະຕິບັດແຜນການພັດທະນາເສດຖະກິດແລະສັງຄົມ 5 ປີຄັ້ງທີ 9,ຊຸກຍູ້ສົ່ງເສີມວາລະບູລິມະສິດແຫ່ງຊາດໃຫ້ມີຄວາມຄືບໜ້າອັນສໍາຄັນ,ແກ້ໄຂສິ່ງທ້າທາຍແລະຄວາມສ່ຽງຕ່າງໆຢ່າງມີປະສິດທິຜົນ,ສຸມໃສ່ການປົກປັກຮັກສາແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢ່າງຕໍ່ເນື່ອງແລະຮັກສາສະຖຽນລະພາບທາງດ້ານການເມືອງແລະສັງຄົມ.ໃນ 6 ເດືອນຕົ້ນປີນີ້ອັດຕາການເຕີບໃຫຍ່ທາງດ້ານເສດຖະກິດໄດ້ບັນລຸ4,3%,ເຊິ່ງຂະແໜງກະສິກໍາເພີ່ມຂຶ້ນ2,9%,ຂະແໜງອຸດສາຫະກໍາເພີ່ມຂຶ້ນ4,4%ແລະຂະແໜງບໍລິການເພີ່ມຂຶ້ນ4,9%;ຍອດມູນຄ່າການຄ້າຕ່າງປະເທດໄດ້ບັນລຸ 7,28 ຕື້ໂດລາສະຫະລັດ. ໃນນັ້ນ,ສິນຄ້າສົ່ງອອກໄດ້ເພີ່ມຂຶ້ນ 7,6%ເມື່ອທຽບໃສ່ໄລຍະດຽວກັນ;ໃນ 5 ເດືອນຕົ້ນປີນີ້ ລາຍຮັບການເງິນແຫ່ງຊາດ ແລະລາຍໄດ້ຈາກການທ່ອງທ່ຽວລື່ນກາຍຄາດໝາຍລ່ວງໜ້າ; ຄາດຄະເນວ່າຮອດທ້າຍປີນີ້ ນະຄອນຫຼວງວຽງຈັນຈະຫລຸດພົ້ນອອກຈາກຄວາມທຸກຍາກຢ່າງຮອບດ້ານ.
ໂດຍສະເພາະໃນເມື່ອປະເຊີນໜ້າກັບແຮງກະທົບອັນກະທັນຫັນຈາກພາຍນອກ, ພັກ ແລະລັດຖະບານລາວໄດ້ວາງ ແລະປະຕິບັດມາດຕະການຕ່າງໆ, ລະດົມວັດຖຸປັດໃຈທັງປວງຢ່າງມີປະສິດທິຜົນ,ຮັບປະກັນຄວາມໝັ້ນທ່ຽງຂອງການສະໜອງໃນຕະຫຼາດພາຍໃນ ແລະແກ້ໄຂບັນຫາຕ່າງໆ ເຊັ່ນ: ການຂາດເຂີນນໍ້າມັນເຊື້ອໄຟ, ເຊິ່ງໄດ້ຮັກສາເສດຖະກິດມະຫາພາກ ດໍາເນີນໄປຕາມເສັ້ນທາງໝັ້ນຄົງໂດຍລວມ. ພາຍໃຕ້ສະພາບເສດຖະກິດໂລກທີ່ສັບສົນຫຼາຍ ແລະມີການຫົດຖອຍ, ການໄດ້ຮັບໝາກຜົນຄືດັ່ງກ່າວບໍ່ແມ່ນສິ່ງທີ່ງ່າຍດາຍ.ພວກຂ້າພະເຈົ້າຮູ້ສຶກດີໃຈແລະຊົມເຊີຍຢ່າງສຸດໃຈນໍາຝ່າຍລາວ.ໃນໜຶ່ງປີນີ້, ພາຍໃຕ້ການເອົາໃຈໃສ່ ແລະການຊີ້ນໍາຂອງການນໍາຂັ້ນສູງສອງພັກສອງລັດ, ການສ້າງຄູ່ຮ່ວມຊາຕາກໍາລະຫວ່າງຈີນ-ລາວ, ລາວ-ຈີນໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ການຮ່ວມມືໃນແຕ່ລະດ້ານໄດ້ກ້າວເຂົ້າສູ່ລະດັບໃໝ່.ປີ 2021, ຍອດມູນຄ່າການຄ້າລະຫວ່າງສອງປະເທດໄດ້ບັນລຸ 4,35 ຕື້ໂດລາສະຫະລັດ, ເຊິ່ງໄດ້ເພີ່ມຂຶ້ນ 21,4% ເມື່ອທຽບໃສ່ໄລຍະດຽວກັນ ແລະເປັນຍອດມູນຄ່າຫຼາຍທີ່ສຸດໃນປະຫວັດສາດ.
ການເປີດບໍລິການເສັ້ນທາງລົດໄຟຈີນ-ລາວໄດ້ຊ່ວຍລາວບັນລຸເປົ້າໝາຍຍຸດທະສາດ ການຫັນປະເທດທີ່ບໍ່ຊາຍແດນຕິດທະເລເປັນປະເທດເຊື່ອມໂຍງເຊື່ອມຈອດ,ອໍານວຍໂອກາດກວ້າງຂວາງໃຫ້ແກ່ລາວໃນການເຂົ້າຮ່ວມຂະບວນການເຊື່ອມໂຍງເຊື່ອມຈອດຂອງພາກພື້ນ ແລະພັດທະນາເສດຖະກິດແບບກ້າວກະໂດດຂັ້ນ. ຮອດຕົ້ນເດືອນກັນຍານີ້, ເສັ້ນທາງລົດໄຟໄດ້ຂົນສົ່ງຜູ້ໂດຍສານ6,71ລ້ານເທື່ອຄົນ ແລະຂົົນສົ່ງສິນຄ້າຂ້າມຊາຍແດນປະມານ 1,28 ລ້ານໂຕນ,ໄດ້ນໍາເອົາຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນສອງປະເທດແລະໄດ້ເປັນເສັ້ນທາງແຫ່ງຄວາມເຂົ້າໃຈ ແລະຮັ່ງມີຮ່ວມກັນລະຫວ່າງປະຊາຊົນສອງປະເທດ.
ໂຄງການໃຫຍ່ 8 ໂຄງການທີ່ຈີນຊ່ວຍເຫຼືອລາວໄດ້ຮັບການປະຕິບັດຢ່າງຮອບດ້ານ,ການສ້າງພື້ນຖານໂຄງລ່າງເພື່ອແກ້ໄຂຄວາມທຸກຍາກໃນ 30 ບ້ານໃນນະຄອນຫຼວງວຽງຈັນແລະຫຼວງພະບາງໄດ້ເລີ່ມການກໍ່ສ້າງ, ໂຮງຮຽນ 3 ແຫ່ງ ຄືໂຮງຮຽນອາຊີວະສຶກສາ,ເສັ້ນທາງລົດໄຟໄດ້ລົງມືປະຕິບັດ,ໂຄງການໄລຍະທໍາອິດຂອງໂຄງການ“ສີ່ 100” ລວມມີໂຄງການໄຟຟ້າສ່ອງແສງຊົນນະບົດ100ໂຄງການ,ໂຄງການໂທລະພາບດິຈີຕອນໃນຊົນນະບົດ100ໂຄງການ,ໂຄງການອະນາໄມໃນເຂດທຸກຍາກຊົນນະບົດ100ໂຄງການ ແລະໂຄງການສະໜອງນໍ້າປະປາໃນເຂດທຸກຍາກຊົນນະບົດໄດ້ສໍາເລັດໂດຍພື້ນຖານ.
ຝ່າຍຈີນກັບຝ່າຍລາວສະໜັບສະໜູນເຊິ່ງກັນແລະກັນຢ່າງແໜ້ນແຟ້ນໃນເວທີສາກົນ,ຝ່າຍຈີນຕີລາຄາສູງ ແລະຂໍຂອບໃຈນໍາຝ່າຍລາວທີ່ໄດ້ຍຶດຫຼັກໝັ້ນອັນທ່ຽງທໍາໃນບັນຫາ ກ່ຽວກັບຮົງກົງ, ຊີນຈຽງແລະ ໄຕ້ຫວັນ ແລະຮ່ວມກັນກັບຝ່າຍຈີນຮັກສາຄວາມຍຸດຕິທໍາສາກົນ.ຄວາມຈິງໄດ້ພິສູດໃຫ້ເຫັນວ່າ:ບໍ່ວ່າສະຖານະການສາກົນຈະປ່ຽນແປງແນວໃດ, ຈີນກັບລາວເປັນຄູ່ຮ່ວມຊາຕາກໍາທີ່ຮ່ວມຈິດຮ່ວມໃຈຮ່ວມເປັນຮ່ວມຕາຍແລະຊ່ວຍເຫຼືອເຊິ່ງກັນແລະກັນ ຢ່າງສະເໝີຕົ້ນສະເໝີປາຍ.
ຝ່າຍຈີນຍິນດີຮ່ວມກັນກັບພັກ, ລັດຖະບານແລະປະຊາຊົນລາວທີ່ເປັນຄືອ້າຍນ້ອງດຽວກັນ ສືບຕໍ່ລົງເລິກການເຊື່ອມຕໍ່ຍຸດທະສາດ, ເປີດກວ້າງການຮ່ວມມືໃນຂະແໜງການຕ່າງໆ,ຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາກ້າວເຂົ້າສູ່ລະດັບໃໝ່,ນໍາເອົາຜົນປະໂຫຍດຫຼາຍກວ່າເກົ່າມາໃຫ້ແກ່ປະຊາຊົນສອງຊາດ ແລະປະກອບສ່ວນສໍາຄັນເຂົ້າໃນການພັດທະນາຂອງແຕ່ລະຝ່າຍແລະຮັກສາສັນຕິພາບແລະສະຖຽນລະພາບຂອງໂລກ.
ຂໍອວຍພອນໃຫ້ຈີນແລະລາວຈົ່ງມີຄວາມຈະເລີນຮຸ່ງເຮືອງ ແລະມີຄວາມຜາສຸກ, ມິດຕະພາບລະຫວ່າງຈີນແລະລາວໝັ້ນຄົງທະນົງແກ່ນ!