ບານເຕະທີມຊາດລາວ ອາຍຸບໍ່ເກີນ 17ປີ ອອກເດີນທາງເກັບໂຕທີ່ ກາຕ້າ.

ຕອນບ່າຍຂອງວັນທີ 15 ພຶດສະພາ 2023 ທັບນັກກິລາທີມຊາດລາວ U17 (Under 17 years old) ນໍາໂດຍທ່ານ ຄຳແພງວົງຂັນຕີ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ(ສຕລ) ທັງເປັນຫົວໜ້າຄະນະນໍານັກກິລາU17, ມີຄະນະຄູຝຶກ ແລະ ນັກກິລາທັງໝົດ 38 ຄົນ ໄດ້ອອກເດີນທາງຈາກ ສະໜາມບິນສາກົນວັດໄຕ ມຸ່ງໜ້າສູ່ປະເທດ ກາຕ້າ ເພື່ອເກັບຕົວຝຶກຊ້ອມ ກຽມເຂົ້າຮ່ວມການແຂ່ງຂັນ ຊິງແຊ້ມອາຊີ ລຸ້ນອາຍຸບໍ່ເກີນ17ປີ ຫຼື AFC U17 ຮອບສຸດທ້າຍທີ່ປະເທດໄທ.


ສຳລັບລາຍການດັ່ງກ່າວນີ້ແມ່ນຈະແຂ່ງຂັນ ລະຫວ່າງວັນທີ 15 ມິຖຸນາ ຫາ 2 ກໍລະກົດ 2023 ໂດຍມີທັງຫມົດ 16 ທີມ ແບ່ງອອກເປັນ 4 ກຸ່ມ ຜົນການຈັບສະຫລາກມີດັ່ງນີ້:
– ກຸ່ມ A : ໄທ ( ເຈົ້າພາບ ), ເຢເມນ, ມາເລເຊຍ ແລະ ລາວ
– ກຸ່ມ B : ສ.ເກົາຫລີ, ອີຣານ, ອັຟການິສຖານ ແລະ ກາຕ້າ
– ກຸ່ມ C : ທາຈີກິສຖານ, ອົສຕຣາລີ, ຊາອຸດິ ອາຣັບບີ, ສປ ຈີນ
– ກຸ່ມ D : ຍີ່ປຸ່ນ, ອິນເດຍ, ຫວຽດນາມ ແລະ ອຸເບກິສຖານ
ໂດຍແຂ່ງຂັນ 4 ສະຫນາມຄື: ສະຫນາມກິລາຣາຊະມັງກິລາສະຖານ, ສະຫນາມກິລາທຳມະສາດ, ສະຫນາມກິລາປະທຸມທານີ ແລະ ສະຫນາມກິລາຊົນບູຣີ, ອັນດັບ 1 – 4 ລາຍການນີ້ແມ່ນຈະໄດ້ສິດເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມໂລກ ຮຸ່ນອາຍຸບໍ່ເກີນ 17 ປີ FIFA U-17 WORLD CUP 2023.


ຕາຕະລາງການແຂ່ງຂັນທີມຊາດລາວ
– ວັນທີ 15/06/2023 ເວລາ 19:00 ໄທ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມກິລາປະທຸມທານີ, ປະເທດໄທ
– ວັນທີ 18/06/2023 ເວລາ 17:00 ເຢເມນ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມກິລາທຳມະສາດ, ປະເທດໄທ
– ວັນທີ 21/06/2023 ເວລາ 19:00 ມາເລເຊຍ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມກິລາທຳມະສາດ, ປະເທດໄທ