ບຸນກະລໍ່າປີ ຄັ້ງທໍາອິດ ທີ່ເມືອງວັງວຽງ, ແຂວງວຽງຈັນ ເລີ່ມຂຶ້ນຢ່າງເປັນທາງ ການແລ້ວໃນຕອນເຊົ້າວັນທີ 26 ມີນາ 2022 ທີ່ໂຮງຮຽນເຕັກນິກວິຊາຊີບ ແຂວງວຽງຈັນ ສາຂາເມືອງວັງວຽງ. ໃຫ້ກຽດເຂົົ້າຮ່ວມພິທີເປີດງານຄັ້ງນີ້ ມີ ທ່ານ ກິແກ້ວ ສິນນາວົງ, ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ, ພ້ອມດ້ວຍແຂກຮັບເຊີນຈາກສູນກາງ ແລະ ຕາງໜ້າບັນດາແຂວງແຂວງພາກໃຕ້, ປະຊາຊົນຜູ້ປູກກະລໍ່າ, ມວນຊົນຊາວເມືອງວັງວຽງ ແລະ ນັກທ່ອງທ່ຽວເຂົ້າຮ່ວມ.
ທ່ານ ບຸນຈັນ ກົມບຸນຍະສິດ ຫົວຫນ້າກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ຈຸດປະສົງຂອງການຈັດງານຄັ້ງນີ້ ເພື່ອແນໃສ່ຊຸກຍູ້ສົ່ງເສີມການປູກກະລໍ່າປີທີ່ມີຄຸນນະພາບທີ່ສາມາດສ້າງລາຍຮັບໃຫ້ປະຊາຊົນນັບມື້ຫລາຍຂຶ້ນ, ອໍານວຍຄວາມສະດວກໃຫ້ຜະລິດຕະພັນກະສິກໍາເຂົ້າເຖີງຕະຫຼາດ ພາຍໃນ ແລະ ພາກພື້ນ,ໂຄສະນາເຜີຍ ແຜ່ໃຫ້ຄວາມຮູ້ ກ່ຽວກັບ ກະສິກໍາສະອາດ ແລະ ຄວາມປອດໄພຂອງຜະລິດຕະ ພັນກະສິກໍາ, ປັບປຸງລະບົບການຜະລິດ, ການພັດທະນາລະບົບການຢັ້ງຢືນກະສິກໍາສະອາດ, ປັບປຸງ ແລະ ພັດທະນາການປ້ອງກັນພືດ ແລະ ກັກກັນພືດ, ພັດທະນາເຊື່ອມໂຍງດ້ານເຕັກນິກກະສິກໍາ ແລະ ຊຸກຍູ້ດ້ານນະວັດຕະກໍາໃຫມ່ ແລະ ການຫົວ ຄິດປະດິດສ້າງດ້ານກະສິກໍາ ແລະ ສະຫນອງແຫຼ່ງທຶນ.
ບຸນກະລໍ່າປີຄັ້ງທໍາອິດ ທີ່ເມືອງວັງວຽງຄັ້ງນີ້ ດໍເນີນເປັນເວລາ 2 ວັນ ຄື: ລະ ຫວ່າງວັນທີ 26-27 ມີນາ 2022 ເຊີ່ງມີຫລາຍກິດຈະກໍາ ເປັນຕົ້ນ: ການແຫ່ຂະບວນກະລໍ່າປີໄປຕາມເທດສະບານເມືອງວັງວຽງ, ຮວບ ຮວມບັນ ດາສິນຄ້າກະສິກໍາພາຍ ໃນເມືອງມາວາງສະແດງ, ຈັດການເສວະນາໃຫ້ຄວາມຮູ້ກ່ຽວກັບກະລໍ່າປີຈາກວິຊາ ການທີ່ກ່ຽວຂ້ອງ. ນອກຈາກນີ້ ຍັງເປັນການຮວບຮວມຜະລິດຕະພັນ ແລະ ອາຫານທີ່ຜະລິດຈາກກະລໍ່າປີຫລາຍຊະນິດ, ຈັດ ການແຂ່ງຂັນກະລໍ່າຫົວໃຫຍ່, ການສະແດງພື້ນເມືອງ ແລະ ດົນຕີຈາກໄວໜຸ່ມລາວ, ຈັດການຖາມ-ຕອບ ຄວາມຮູ້ທົ່ວໄປເພື່ອຊີງລາງວັນ ແລະ ສ້າງບັນຍາກາດພາຍໃນງານໃຫ້ມີຄວາມເບີກບານມ່ວນຊື່ນ ແລະ ກິດຈະກໍາອື່ນໆ.
ພາບ: ຈັນທະວອນ ຄໍາພິລາວົງ
ຂ່າວ: ບຸນຕຽງ ຈັນທະວົງ









