ວັນທີ່ 14 ກັນຍາ 2023 ນີ້ ນະຄອນ ຫຼວງພະບາງ ໄດ້ຈັດບຸນຊ່ວງເຮືອປະເພນີປະຈໍາປີ 2023 ໃຫ້ກຽດເຂົ້າຊົມ ມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດິດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນຂວງ, ຂັ້ນນະຄອນ-ເມືອງ, ແຂກຮັບເຊີນ, ມວນຊົນທັງພາຍໃນ ແລະຕ່າງປະເທດ.

ພິທີ ເລີ້ມແຕ່ຕອນເຊົ້າໄດ້ເຕົ້າໂຮມການນໍາພັກ-ລັດ ຊາວພຸດທະສາສະນິກະຊົນ, ແຂກທັງພາຍໃນ ແລະຕ່າງປະເທດ, ຕະຫຼອດຮອດປະຊາຊົນບັນດາເຜົ່າ ພ້ອມກັນໃສ່ບາດຖວາຍສັງຄະທານ ແລະປະກອບພິທີທາງສາສະໜາ, ຈາກນັ້ນ ໄດ້ເຕົ້າໂຮມບັນດາເຮືອຊ່ວງທີ່ເຂົ້າຮ່ວມ ຢູ່ສາຍນ້ຳຄານເຂດທ່າປ່າເຝືອນ ຫາປາກນ້ຳຄານ.

ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ກ່າວເປີດພິທີຢ່າງເປັນທາງການວ່າ: ເປັນປະຈຳທຸກປີ ພໍຮອດມື້ແຮມ 14 ຄໍ່າເດືອນ 9 ທີ່ຊາວຫຼວງພະບາງ ເມືອງມໍລະດົກໂລກ ໄດ້ຈັດໃຫ້ມີການຊ່ວງເຮືອປະເພນີ ໂອກາດບຸນຫໍ່ເຂົ້າປະດັບດິນ, ອັນເປັນປາງບຸນໜື່ງ ທີ່ໄດ້ ສືບທອດກັນມາແຕ່ ສັດຕະວັດທີ່ 19 ໂດຍແມ່ນເຈົ້າມັນທາຕຸລາດ ກະສັດປົກຄອງອານາຈັກລາວລ້ານຊ້າງຫລວງພະບາງ ເປັນຜູ້ລິເລີ່ມ ແລະໄດ້ຮັບການສືບທອດມາເຖີງປັດຈຸບັນ ເປັນການສະແດງເຖີງ ພາລະກຳລັງ ຄວາມສາມັກຄີ ແລະບົດຮຽນ-ປະສົບການ ພ້ອມທັງເປັນການບູຊາພະຍານາກ 15 ຕະກູນ ທີ່ເປັນເຈົ້າປົກປັກຮັກສາຊາວຫຼວງພະບາງ ແລະປົກປັກຮັກສາບ້ານເມືອງ ໃຫ້ມີຄວາມຈະເລີນຮຸ້ງເຮືອງ ແລະຢູ່ເຢັນເປັນສຸກຕະຫລອດໄປ. ທ່ານກ່າວຕື່ມວ່າ: ບຸນຊ່ວງເຮືອທີ່ນະຄອນຫຼວງພະບາງ ເມືອງມໍລະດົກໂລກ ປີນີ້ ມີເຮືອຊ່ວງປະເພນີຈາກບ້ານຕ່າງໆພາຍໃນນະຄອນ ຫຼວງພະບາງ, ຕາງໜ້າຈາກເມືອງອ້ອມຂ້າງ, ເຂົ້າຮ່ວມທັງໝົດ 22 ລໍາ, ໂອກາດນີ້ ທ່ານໄດ້ຮຽກຮ້ອງໃຫ້ຫົວໜ້າສີພາຍເຮືອຊ່ວງ ແລະຄະນະກຳມະການ ພ້ອມກັນປະຕິບັດລະບຽບຂອງການແຂ່ງຂັນໃຫ້ເຂັ້ມງວດ ເພື່ອເຮັດໃຫ້ບຸນຊ່ວງເຮືອປີນີ້ ມີບັນຍາກາດເບີກບານມ່ວນຊື່ນ ແລະຮັກສາໄດ້ຮີດຄອງປະເພນີອັນດີງາມ.


ພາຍຫຼັງເປີດພິທີຢ່າງເປັນທາງການ ໄດ້ເລີ້ມການແຂ່ງຂັນຕາມຕາຕະລາຄາດຄູ່ ໂດຍເລີ້ມຈາກເຮືອຊ່ວງນາງດຳ ນາງດ່ອນ ເປັນການເປີດສາກການແຂ່ງຂັນຕາມຮີດຄອງປະເພນີ, ສ່ວນການແຂ່ງຂັນຈະປະຕິບັດໃນຮູບແບບ ເສຍສອງຄັ້ງແລ້ວຂັດອອກ ພ້ອມທັງຈັດອັນດັບທີ່, ສ່ວນເຮືອທີ່ເສຍຄັ້ງໜື່ງ ແມ່ນສາມາດຊີງຂື້ນໄປເຖີງຮອບຊີງຊະນະເລີດ ໂດຍຈະດຳເນີນເປັນເວາ 1 ວັນຈືງສຳເລັດ.