ໃນໄລຍະຂອງການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2564 ທົ່ວແຂວງອັດຕະປື ມີອຸບັດຕິເຫດເກີດຂື້ນທັງໝົດ 10 ຄັ້ງ,ໃນນັ້ນມີຜູ້ໄດ້ຮັບບາດເຈັບເລັກນ້ອຍ 3 ຄົນ, ບາດເຈັບສົມຄວນ 12 ຄົນ ແລະ ມີຜູ້ເສຍຊີວິດ 1 ຄົນ.
ໂດຍອີງຕາມສະຖິຕິສັງລວມການເກີດອຸບັດຕິເຫດຂອງທ່ານ ພັທ ເພັດສະໄໜ ໄຊຍະກຸນ ຫົວໜ້າພະແນກຕໍາຫຼວດຈະລາຈອນ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງອັດຕະປື ໃຫ້ຮູ້ວ່າ: ໄລຍະຂອງການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2564 ຢູ່ແຂວງອັດຕະປື ນັບແຕ່ວັນ ທີ 11-18 ເມສາ 2021 ທົ່ວແຂວງອັດຕະປື ມີການເກີດອຸບັດຕິເຫດຕາມທ້ອງຖະໜົດທັງໝົດ 10 ຄັ້ງ,ໃນນີ້ ອຸບັດຕິເຫດທີ່ເກີດຂື້ນສ່ວນໃຫຍ່ ປະກອບມີ ລົດຈັກຕໍາລົດຈັກ 3 ລາຍ,ລົດຈັກລົ້ມເອງ ມີ 3 ລາຍ, ລົດຈັກຕໍາລົດໃຫຍ່ ມີ 2 ລາຍ ແລະ ລົດໃຫຍ່ຕໍາລົດຖີບ ມີ 1 ລາຍ,ພາຫະນະເປ້ເພເລັກໜ້ອຍມີ 12 ຄັນ,ເປ້ເພສົມ ຄວນ 3 ຄັນ,ໃນຄະນະດຽວກັບມີຜູ້ໄດ້ຮັບບາດເຈັບຈາກການເກີດອຸບັດຕິເຫດ ມີເຈັບເລັກນ້ອຍ 3 ຄົນ,ເຈັບສົມຄວນ 12 ຄົນ ແລະ ເສຍຊີວິດ 1 ຄົນ,ສ່ວນເມືອງທີ່ມີການເກີດອຸບັດຕິເຫດໃນໄລຍະປີໃໝ່ ມີເມືອງສາມັກຄີໄຊ ເກີດຂື້ນ 6 ລາຍ,ເມືອງ ພູວົງ 3 ລາຍ,ເມືອງໄຊເສດຖາ 1 ລາຍ, ສ່ວນເມືອງສະໜາມໄຊ ແລະ ເມືອງຊານໄຊ ແມ່ນບໍ່ມີອຸບັດຕິເຫດເກີດຂື້ນ,ສໍາລັບສະພາບຂອງການເກີດອຸບັດຕິເຫດສ່ວນໃຫຍ່ທີ່ເກີດຂື້ນແມ່ນຍ້ອນຜູ້ຂັບຂີ່ດື່ມສິ່ງມືນເມົາ,ຂີ່ລົດໄວ ແລະ ການບໍ່ເຄົາລົບລະບຽບການສັນຈອນ,ເມື່ອທຽບໃສ່ປີຜ່ານມາຖືວ່າອຸບັດຕິຫຼຸດລົງຫຼາຍ ຍ້ອນມີການວາງມາດຕະການເຂັ້ມງວດຫຼາຍຢ່າງຂອງຂັ້ນເທິ່ງ ເປັນຕົ້ນມາດຕະການປ້ອງກັນພະຍາດໂຄວິດ 19 ບວດກັບຄວາມເປັນເຈົ້າການຂອງເຈົ້າໜ້າທີ່ຈະລາຈອນໃນເຮັດວຽກງານໂຄສະນາດ້ານຄວາມປອດໄພຕາມທ້ອງທະໜົນຫຼວງ.
ຂ່າວ: ວັດທະນາ

