ຄະນະບໍລິຫານງານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ຂໍສະແດງຄວາມຄໍານັບຮັບຕ້ອນວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 72 ປີ (13.08.1950-13.08.2022) ຊຶ່ງເປັນວັນທີ່ມີຄວາມໝາຍ ແລະ ຂໍສະແດງຄວາມຍ້ອງຍໍ, ຊົມເຊີຍມາຍັງອົງການສື່ທັງໝົດ ກໍ່ຄືນັກຂ່າວ ນັກສື່ມວນຊົນ ທີ່ເປັນສະມາຊິກສະມາຄົມ ທີ່ໄດ້ປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ຕາມກົດໝາຍສື່ມວນຊົນ ແລະ ຈັນຍາບັນຂອງນັກຂ່າວໃນການສື່ສານ ໃຫ້ສັງຄົມພາຍໃນ ແລະ ຕ່າງປະເທດ ໄດ້ຮັບຊາບເຫດການ ກໍ່ຄືການເຄື່ອນໄຫວ ແລະ ຜົນສຳເລັດຫຼາຍດ້ານໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ບັນລຸເປົ້າໝາຍ ສີຂຽວ ຍືນຍົງ ຕາມນະໂຍບາຍ ແລະ ວິໃສທັດ ທີ່ພັກ ແລະ ລັດຖະບານວາງອອກ.
ວຽກງານໜັງສືພິມ ກໍ່ຄືສື່ມວນຊົນ ມີບົດບາດສໍາຄັນຍິ່ງ ເຮັດໃຫ້ສັງຄົມເຄື່ອນໄຫວຖືກຕ້ອງ ທັງຕອບໂຕ້ຖ້ອຍທຳນອງ ມ້າງເພທຳລາຍປະເທດຊາດ ແລະ ທັງຕີຖອຍປະກົດການຂ່າວປອມ ທີ່ປິ່ນປ່ວນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ.
ໃນໜຶ່ງປີຜ່ານມາຮອດປັດຈຸບັນ, ສະມາຄົມນັກຂ່າວ ກໍ່ຍາດໄດ້ຜົນງານຫຼາຍປະການ ເປັນຕົ້ນໄດ້ສໍາເລັດໃນການຮ່າງລັດຖະດຳລັດ ນາມມະຍົດນັກຂ່າວ ແລະ ໄດ້ນໍາສະເໜີໃຫ້ລັດຖະບານ ພິຈາລະນາ ແລະ ຮັບຮອງ; ໄດ້ຈັດສໍາມະນາ ແລະ ຝຶກອົບຮົມໃຫ້ນັກຂ່າວໃນຫຼາຍຫົວຂໍ້ ໂດຍມີພະນັກງານຄຸ້ມຄອງ-ນຳພາສື່ມວນຊົນ ແລະ ນັກຂ່າວຢູ່ນະຄອນຫຼວງ ແລະ ທ້ອງຖິ່ນເຂົ້າຮ່ວມແບບເຊິ່ງໜ້າ ແລະ ທາງໄກ 400 ກ່ວາຄົນ ຊຶ່ງລວມມີການຝຶກອົບຮົມ ແລະ ເວທີປຶກສາຫາກັບວິທະຍຸສາກົນແຫ່ງປະເທດຈີນ ປະຈຳລາວ; ຝຶກອົບຮົມ ກ່ຽວກັບສື່ແບບເກົ່າ ແລະ ສື່ແບບໃໝ່ກັບກົມໃຫຍ່ວິທະຍຸ ແລະ ໂທລະພາບສຸນກາງ ປະເທດຈີນ; ຝຶກອົບຮົມ ແລະ ທັດສະນະສຶກສາຮ່ວມກັບສະມາຄົມນັກຂ່າວຈີນສະມາຄົມນັກຂ່າວ ແຂວງຢຸນນານ; ຝຶກອົບຮົມກັບກະຊວງການຄ້າ ສປ ຈີນ; ຝຶກອົບຮົມຮ່ວມກັບສະມາຄົມນັກຂ່າວນັກໜັງສືພິມແຫ່ງປະເທດໄທ ຢູ່ເມືອງວັງວຽງ ແຂວງວຽງຈັນ; ຕົກລົງຮ່ວມມືໃນສ້າງຄວາມເຂັ້ມແຂງທາງວິຊາການສືດີຈີຕອນໃຫ້ແກ່ນັກຂ່າວ+ສື່ມວນຊົນລາວ ພາຍໃຕ້ໂຄງການສະໜັບສະໜູນຂອງສະຫະພາບເອີຣົບ.
ພ້ອມດຽວກັນນີ້, ໃນຖານະເປັນອົງການຈັດຕັ້ງການເມືອງ-ສັງຄົມໃນວິຊາຊີບສື່, ສະມາຄົມ ຍັງໄດ້ປະສານງານ ການປະຕິບັດໜ້າທີ່ຂອງສື່ມວນຊົນໃນການລາຍງານຂ່າວເຫດການຕ່າງໆ, ໄດ້ຈັດເວທີການຖະແຫຼງຂ່າວ, ສະໜອງຂ່າວອອກທາງອອນລາຍ ແລະ ມີສື່ຂອງຕົນ ໜັງສືພິມລາວພັດທະນາ ເປັນປະເພດອອນລາຍໃຫ້ຂໍ້ມູນ, ຂ່າວສານວ່ອງໄວ ແລະ ມີຄົນຕິດຕາມນັບມື້ຫຼາຍ; ນອກນີ້ ຍັງໄດ້ປະສານງານກັບສະມາຄົມນັກຂ່າວນັກໜັງສືພິມແຫ່ງປະເທດໄທ ກ່ຽວກັບສື່ມວນຊົນບາງສື່ທີ່ສະເໜີຂ່າວລາວໃນທາງທີ່ ບໍ່ສ້າງສັນ ຕໍ່ປະເທດພວກເຮົາ; ໄດ້ປະສານງານກັບອົງການສື່ ໃນການໂຄສະນາຂະ ບວນການປຸກລະດົມຊຸມຊົນ ເປັນເຈົ້າການເຮັດອະນາໄມທຳລາຍແຫຼ່ງເພາະພັນໜອນ ນ້ຳຍຸງລາຍ(ໄຂ້ເລືອດອອກ) ທີ່ຍັງແຜ່ລະບາດຢູ່ນະຄອນຫຼວງວຽງຈັນ ແລະ ຫຼາຍແຂວງຂອງ ສປປ ລາວ; ພ້ອມນັ້ນ, ຍັງຮ່ວມຊຸກຍູ້ ໂຄສະນາໃຫ້ແກ່ ປີສາມັກຄີ ແລະ ມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022; ໃນມໍ່ໆນີ້ ກໍ່ຈະມີການແລກປ່ຽນບົດຮຽນກັບຕາງໜ້າສຳນັກຂ່າວຫວຽດນາມ ແລະ ຈະມີການພົບປະຢ້ຽມຢາມ ລະຫວ່າງສະມາຄົມນັກຂ່າວລາວ ກັບສະມາຄົມນັກຂ່າວຫວຽດນາມ ແລະ ລະຫວ່າງສະມາຄົມນັກຂ່າວລາວກັບສະມາຄົມນັກຂ່າວນັກໜັງສືພິມແຫ່ງປະເທດໄທ ອີກຕື່ມ.
ຊົມເຊີຍ ວັນສື່ມວນຊົນ ຄົບຮອບ 72 ປີ ຢ່າງສຸດໃຈ!
Loading...