ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນໂລກປັດຈຸບັນ, ເຕັກນິກວິທະຍາສາດໄດ້ພັດທະນາໄປຢ່າງວ່ອງໄວ, ສື່ມວນຊົນມີການຫັນປ່ຽນຮູບແບບການພັດທະນາຢ່າງໄວວາເຊັ່ນກັນ, ຄວາມຮຽກຮ້ອງຕ້ອງ ການຂອງເພື່ອນມິດລາຍການໄດ້ປາກົດມີທ່າອ່ຽງທີ່ຫັນເປັນຫຼາຍເຄົ້າ,ເນັ້ນເອກະລັກສ່ວນຕົວ ແລະແບ່ງອອກເປັນກຸ່ມຄົນເປົ້າໝາຍທີ່ແຕກຕ່າງກັນ. ມີຄົນກ່າວດ້ວຍຄວາມຕື່ນເຕັ້ນວ່າ ສື່ດັ້ງເດີມໄດ້ຮັບຜົນກະທົບຈາກສື່ໃໝ່, ສະພາບການຍືນຍົງຄົງຕົວຂອງສຶ່ດັ້ງເດີມໜ້າເປັນຫ່ວງຫຼາຍ.ຍັງມີຄົນອຸທານຂຶ້ນມາວ່າ: ສື່ສັງຄົມອ໋ອນລາຍອາດຈະກາຍເປັນກະແສນິຍົມຫຼັກຂອງສື່ມວນຊົນ. ມັນຈະເປັນແນວນີ້ແທ້ບໍ?ຕໍ່ໄປ, ຂ້າພະເຈົ້າຂໍຍົກເອົາປະສົບການສ່ວນຕົວໃນການເຮັດວຽກສື່ມວນຊົນປະກອບຄຳເຫັນໃນຫຼາຍຂໍ້ດັ່ງນີ້:
ເມື່ອປະເຊີນໜ້າກັບສື່ໃໝ່, ພວກເຮົາຄວນຍຶດໝັ້ນໃນສອງດ້ານເພື່ອພັດທະນາສື່ດັ້ງເດີມຢ່າງມີການປະດິດສ້າງຄື:
– ໜຶ່ງ, ຍຶດໝັ້ນໃນຄວາມໜ້າເຊື່ອຖື
ໃນຍຸກແຫ່ງຂໍ້ມູນຂ່າວສານ, ເຊິ່ງເປັນຍຸກທີ່ມີຂ່າວລືແຜ່ຂະຫຍາຍຢ່າງຫຼວງຫຼາຍ, ສິ່ງທີ່ມວນຊົນຂາດແຄນນັ້ນບໍ່ແມ່ນຊ່ອງທາງເຂົ້າເຖິງຂໍ້ມູນຂ່າວສານ ແຕ່ຫາກແມ່ນ ຂໍ້ມູນຂ່າວສານທີ່ໜ້າເຊື່ອຖື,ທັນເວລາ,ຮອບດ້ານແລະພາວະວິໄສ. ເວົ້າໃນດ້ານນີ້ແລ້ວ, ສື່ດັ້ງເດີມມີທ່າແຮງໃນດ້ານສັດທາຈາກຜູ້ຊົມໃຊ້ຂໍ້ມູນຂ່າວສານແລະມີລະດັບວິຊາການສູງທີ່ໄດ້ສະສົມມາເປັນເວລາຍາວນານ ເຊິ່ງ ຮຽກຮ້ອງໃຫ້ພວກເຮົາຕ້ອງເຄົາລົບແລະປະຕິບັດຈັນຍາບັນແລະຫຼັກການພື້ນຖານຄືທີ່ໄດ້ປະຕິບັດຜ່ານມາ, ຍົກຕົວຢ່າງ: ໃນໄລຍະເກີດມີການແຜ່ລະບາດຂອງພະຍາດໂຄວິດ-19, ຢູ່ເທິງສື່ສັງຄົມອ໋ອນລາຍໄດ້ເຜີຍແຜ່ບົດຄວາມແລະຮູບພາບຢ່າງກວ້າງຂວາງກ່ຽວກັບຜົນຂ້າງຄຽງທີ່ບໍ່ດີໃນການສັກວັກຊີນໂຄວິດ-19, ສິ່ງນີ້ໄດ້ເຮັດໃຫ້ພວກເຮົາຕ້ອງວິເຄາະ,ຈຳແນກແລະຊອກຫາຂໍ້ມູນຂ່າວສານທີ່ຖືກຕ້ອງຢ່າງວ່ອງໄວເພື່ອແກ້ໄຂບັນຫາຂ່າວປອມຂ່າວລືຈາກຂັ້ນພື້ນຖານ.
– ສອງ: ຍຶດໝັ້ນໃນລັກສະນະສາທາລະນະປະໂຫຍດ
ການດຶງດູດຄວາມສົນໃຈແລະສະແຫວງຫາປະລິມານຜູ້ເຂົ້າຊົມ ເພື່ອປະສິດທິຜົນດ້ານເສດຖະກິດ ເປັນເປົ້າໝາຍໂດຍກົງຂອງສື່ໃໝ່ແລະສື່ສັງຄົມອ໋ອນລາຍສ່ວນຫຼາຍທີ່ສຸດ. ສື່ດັ້ງເດີມກໍຕ້ອງການມີຊື່ສຽງອິດທິພົນແລະມີຄວາມສາມາດໃນການດຳເນີນທຸລະກິດເຊັ່ນກັນ, ແຕ່ບໍ່ຄວນປາສະຈາກລັກສະນະສາທາລະນະປະໂຫຍດ. ສຳລັບສິ່ງທີ່ເປັນປະໂຫຍດຕໍ່ມວນຊົນແລະສັງຄົມ,ບໍ່ວ່າຈະຕ້ອງທຸ້ມເທເວລາແລະກຳລັງຊັບຫຼາຍປານໃດກໍຕາມ,ພວກເຮົາກໍຕ້ອງປະຕິບັດແລະຊຸກຍູ້ສົ່ງເສີມ. ແຕ່ບໍ່ຄວນສະແຫວງຫາແຕ່ຜົນປະໂຫຍດໃນສະເພາະໜ້າ,ເອົາແຕ່ປະສິດທິຜົນທາງເສດຖະກິດຢ່າງດຽວ, ບໍ່ຄວນຖືເອົາການລົງທຶນເພື່ອຫາຜົນກຳໄລເປັນມາດຖານ, ບໍ່ຄວນຕີລາຄາຊັ່ງຊາຜົນງານໂດຍເນັ້ນການສ້າງລາຍໄດ້ຫຼາຍໜ້ອຍສ່ຳໃດ.
ເມື່ອປະເຊີນໜ້າກັບສື່ໃໝ່, ພວກເຮົາຄວນມີການຫັນປ່ຽນໃນສອງດ້ານເພື່ອພັດທະນາສື່ດັ້ງເດີມຢ່າງມີການປະດິດສ້າງຄື:
– ໜຶ່ງ: ຫັນປ່ຽນແນວຄິດ
ບໍ່ຄວນອວດອ້າງໂຕວ່າເປັນ “ອ້າຍໃຫຍ່” ຫຼື “ຜູ້ສຳຄັນຕົ້ນຕໍ” ໃນຂະແໜງການສື່ມວນຊົນ, ຄວນມີທ່າທີຖ່ອມຕົວ, ຊອກຮູ້ຮ່ຳຮຽນເຕັກນິກສື່ໃໝ່ຫຼ້າສຸດ, ພາສາສື່ມວນຊົນທີ່ສະໄໝໃໝ່ນິຍົມໃຊ້ກັນທີ່ສຸດ ແລະຊ່ອງທາງສື່ມວນຊົນທີ່ທັນສະໄໝທີ່ສຸດ, ແລ້ວຖືເອົາສິ່ງເຫຼົ່ານີ້ປະສານສົມທົບກັບທ່າແຮງຂອງຕົນຈິ່ງຈະສາມາດກາຍເປັນທ່າແຮງຂອງສື່ມວນຊົນໄດ້ຢ່າງຍືນຍົງແລະເປັນກຳລັງຂັບເຄື່ອນຢ່າງຕໍ່ເນື່ອງ.
– ສອງ: ຫັນປ່ຽນວິທີການ
ບໍ່ຄວນເອົາໃຈໃສ່ແຕ່ສື່ຕ່າງໆທີ່ຕົນມີຄວາມຊຳນິຊຳນານເຊັ່ນໜັງສືພິມ,ວິທະຍຸແລະໂທລະພາບເປັນຕົ້ນ, ແລະກໍບໍ່ຄວນເອົາບົດ,ຮູບພາບ,ສຽງແລະວິດີໂອລົງທາງອິນເຕີເນັດ,ສື່ສັງຄົມອ໋ອນລາຍແລະແອບມືຖືແບບງ່າຍດາຍກໍຖືວ່າເປັນການປະດິດສ້າງດ້ານສື່ໃໝ່ແລ້ວ. ພວກເຮົາຕ້ອງຮຽນຮູ້ວ່າ, ເລີ່ມແຕ່ຫົວທີຂອງການວາງແຜນ, ຄວນພິຈາລະນາຢ່າງຮອບຄອບກ່ຽວກັບລັກສະນະຂອງຜະລິດຕະພັນສື່ມວນຊົນ ກໍຄືຈຸດພິເສດຂອງເວທີທີ່ຈະນຳສະເໜີຜະລິດຕະພັນດັ່ງກ່າວ, ເຖິງຈະເປັນເນື້ອໃນດຽວກັນ ກໍຕ້ອງມີຫົວຂໍ້,ຈຸດສຸມແລະຍຸດທະວິທີການນຳສະເໜີທີ່ແຕກຕ່າງກັນ.
ຄືດັ່ງທີ່ທ່ານປະທານສີຈິ້ນຜິງໄດ້ກ່າວວ່າ: “ການພົວພັນລະຫວ່າງສື່ດັ້ງເດີມແລະສື່ໃໝ່ບໍ່ແມ່ນສື່ໃໝ່ເຂົ້າແທນສື່ດັ້ງເດີມ,ແຕ່ຫາກແມ່ນການພົວພັນແບບໄປຄຽງຄູ່ກັນ, ບໍ່ໄດ້ຈຳແນກວ່າອັນໃດເປັນຫຼັກອັນໃດເປັນສຳຮອງ, ແຕ່ຫາກແມ່ນການພັດທະນາໄປຄຽງຄູ່ກັນ, ບໍ່ແມ່ນອັນໃດເຂັ້ມແຂງອັນໃດອ່ອນແອ,ແຕ່ຫາກແມ່ນການຊ່ວຍຊູຍູ້ໜູນກັນໃນດ້ານທ່າແຮງ.”
ກ່ຽວກັບຫົວຂໍ້ທີ່ວ່າ ຄວນເຮັດແນວໃດເພື່ອບັນລຸເປົ້າໝາຍການພັດທະນາຢ່າງມີການປະດິດສ້າງໃຫ້ດີກວ່າເກົ່າ? ຂ້າພະເຈົ້າຂໍແນະນຳຂໍ້ສະເໜີສອງຂໍ້ໃຫ້ກັບບັນດາສື່ມວນຊົນທີ່ເຂົ້າຮ່ວມກອງປະຊຸມຄື:
– ໜຶ່ງ: ເພີ່ມທະວີການເຄື່ອນໄຫວຮ່ວມກັນ,ສ້າງອິດທິພົນຂອງສື່ມວນຊົນ
ເນື້ອໃນຂ່າວສານເປັນສິ່ງສຳຄັນທີ່ສຸດ. ບໍ່ວ່າຈະເປັນສື່ເກົ່າຫຼືສື່ໃໝ່, ຂໍ້ມູນຂ່າວສານທີ່ວ່ອງໄວ,ຖືກຕ້ອງເປັນຈິງ,ພາວະວິໄສ ແລະມີທັດສະນະອັນພົ້ນເດັ່ນ ລ້ວນແຕ່ຈະໄດ້ຮັບຄວາມນິຍົມຊົມຊອບ ແລະດຶງດູຄວາມສົນໃຈຈາກຄົນທັງຫຼາຍ. ພວກເຮົາຕ່າງກໍມີຂົງເຂດທີ່ຕົນຊຳນິຊຳນານແລະມີທ່າແຮງໃນການນຳສະເໜີຂໍ້ມູນຂ່າວສານຂອງຕົນ, ສະນັ້ນ, ເມື່ອພວກເຮົາຮ່ວມກັນວາງແຜນ, ແບ່ງປັນຂໍ້ມູນຂ່າວສານຢ່າງທັນເວລາ, ແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນແລະກັນ,ກໍຈະສາມາດກາຍເປັນກຳລັງແຮງຕົວຈິງອັນເຂັ້ມແຂງ, ສາມາດຄອບຄອງສິດເປັນເຈົ້າການແລະສິດນຳພາໃນວົງການຫາງສຽງ. ຂໍຍົກຕົວຢ່າງແບບງ່າຍໆ, CRIຮູ້ດີທີ່ສຸດວ່າ ຄົນຈີນຢາກຮັບຮູ້ປະເທດລາວຈາກດ້ານໃດແດ່? ເພື່ອນມິດສື່ມວນຊົນລາວທີ່ເຂົ້າຮ່ວມງານຄັ້ງນີ້ກໍຮູ້ດີທີ່ສຸດວ່າ ຂໍ້ມູນຂ່າວສານຫຍັງແດ່ທີ່ເປັນໜ້ານຳສະເໜີ, ຖ້າວ່າພວກເຮົາວາງແຜນຮ່ວມກັນ,ກໍຈະສາມາດເຮັດລາຍການດີເດັ່ນທີ່ພວກເຮົາຢາກໄດ້ແລະເພື່ອນມິດລາຍການຢາກຟັງ.ເຊັ່ນດຽວກັນ, ພວກເຮົາກໍສາມາດຮ່ວມມືກັນ ສ້າງລາຍການເພື່ອນຳສະເໜີກ່ຽວກັບປະເທດຈີນທີ່ມິດລາຍການນິຍົມຊົມຊອບ.
– ສອງ: ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ສ້າງສື່ມວນຊົນໃນລະດັບແຖວໜ້າ
ຊ່ອງທາງກໍເປັນສິ່ງສຳຄັນເຊັ່ນກັນ. ຫາກເຜີຍແຜ່ຂໍ້ມູນຂ່າວສານລົງໃນສື່ສັງຄົມອ໋ອນລາຍຂອງອາເມຣິກາແລະປະເທດຕາເວັນຕົກກໍອາດຈະຖືກຄວບຄຸມຈາກຜູ້ອື່ນ. ຖ້າວ່າ ພັດທະນາເວທີຫຼືແຟຣັດຟອມຂອງຕົນ, ໜຶ່ງກໍ່ຕ້ອງທຸ້ມເທເງິນຫຼາຍ, ສອງແຕ່ລະສື່ມວນຊົນ ກໍພາກັນເຮັດ ເພື່ອຍາດແຍ່ງຜູ້ຊົມໃຊ້ຂໍ້ມູນຂ່າວສານໃຫ້ກາຍເປັນກຸ່ມຜູ້ຊົມໃຊ້ຂອງໃຜລາວ, ອັນຈະພາໃຫ້ເກີດມີການແຂ່ງຂັນທີ່ບໍ່ດີ ທີ່ສ້າງຜົນເສຍຫາຍໃຫ້ແກ່ແຕ່ລະຝ່າຍ.
ຢູ່ປະເທດຈີນ, CRI ມີ CMG Mobile , CCTV news ເຊິ່ງມີມິດລາຍການເປັນຈຳນວນຫຼວງຫຼາຍ, ທິວທັດທຳມະຊາດທີ່ສວຍງາມ, ຜະລິດຕະພັນທີ່ມີເອກະລັກພິເສດ ແລະເລື່ອງລາວທີ່ດີຂອງປະເທດລາວລ້ວນແຕ່ຈະສາມາດເຜີຍແຜ່ຜ່ານ CRI ທີ່ແປເປັນພາສາຈີນ ແລ້ວເຮັດໃຫ້ຄົນຈີນຮັບຮູ້ປະເທດລາວ,ເຂົ້າໃຈແລະເຂົ້າໃກ້ກັບປະເທດລາວຫຼາຍກວ່າເກົ່າ, ນິຍົມປະເທດລາວແລະປາຖະໜາຢາກໄປປະເທດລາວ ເຊິ່ງຈະເປັນການສ້າງຊ່ອງທາງອັນກວ້າງຂວາງກວ່າເກົ່າໃຫ້ແກ່ການພັດທະນາການທ່ອງທ່ຽວແລະເສດຖະກິດການຄ້າຂອງລາວ. ໃນຂະນະດຽວກັນ, ພວກເຮົາຍັງໄດ້ພັດທະນາແລະເປີດນຳໃຊ້APPມືຖືພາສາຈີນ-ລາວຄື Laos Grip, ບັນດາສື່ມວນຊົນຫາກມີບົດຄວາມ, ຮູບພາບ, ວິດີໂອທີ່ດີກໍສາມາດລົງທະບຽນເຜີຍແຜ່ຂໍ້ມູນຂ່າວສານໃນ APPນີ້ ໄດ້ໂດຍບໍ່ຕ້ອງເສຍຄ່າ, ເພື່ອສ້າງ Laos Grip ໃຫ້ເປັນສື່ມວນຊົນໃນລະດັບແຖວໜ້າຮ່ວມກັນຂອງພວກເຮົາ.ໃນຕໍ່ໜ້າຍັງອາດຈະສ້າງໃຫ້ມີທັງປະສິດທິຜົນທາງສັງຄົມແລະປະສິດທິຜົນທາງເສດຖະກິດກໍ່ໄດ້.
“ໄມ້ລຳດຽວລ້ອມຮົ້ວບໍ່ໄຂວ່ ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ” ເວົ້າລວມເວົ້າສະເພາະໃນຂະບວນການ ສ້າງຄູ່ຮ່ວມຊາຕາກຳຈີນ-ລາວ, ການລົງເລິກແລກປ່ຽນແລະຮ່ວມມືກັນລະຫວ່າງກຳສື່ມວນຊົນຈີນ-ລາວກໍອາດຈະກາຍເປັນພາກສ່ວນທີ່ສຳຄັນທັງສາມາດເສີມຂະຫຍາຍບົດບາດຢ່າງໃຫຍ່ຫຼວງ.