ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຄຳວ່າ: ນັກຮົບເກົ່າ ໝາຍເຖີງຜູ້ທີ່ກໍາເນີດມາຈາກພະນັກ ງານກຳລັງປະກອບອາວຸດທີ່ເຄີຍຜ່ານສະໜາມຮົບສົງຄາມໃນອະດີດ ຫລື ພະນັກງານນັກຮົບຜູ້ທີ່ເຄີຍເຂົ້າ ຮ່ວມໃນຂະບວນການຕໍ່ສູ້ກູ້ຊາດຕ້ານການຮຸກຮານຂອງສັດຕູພາຍນອກໃນເມື່ອກ່ອນ ແລະ ການຕໍ່ສູ້ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ພວກເພີ່ນໄດ້ຜ່ານການສຶກສາອົບຮົມ, ເຝິກຝົນຫລໍ່ຫລອມຈາກພັກປະຊາຊົນ ປະຕິວັດລາວ ໂດຍຊຸບຫລໍ່ຜ່ານແປວໄຟແຫ່ງສົງ ຄາມທີ່ຍືດເຍື້ອຍາວນານ, ກາຍເປັນບຸກຄົນບໍລິສຸດຕໍ່ຊາດ, ຈົງຮັກພັກດີຕໍ່ພັກ ແລະ ຕໍ່ປະຊາຊົນ, ຖັນແຖວນັກຮົບເຫຼົ່ານີ້ ໄດ້ປະກອບສ່ວນອັນໃຫຍ່ຫລວງໃຫ້ແກ່ປະ ເທດຊາດ, ເປັນຜູ້ເສຍສະຫລະເລືອດເນື້ອ, ເຫື່ຶອໄຄ ນັບທັງຊີວິດ ເພື່ອແລກເອົາຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນຄົບ ຖ້ວນມາໃຫ້ປະຊາຊົນລາວບັນດາເຜົ່າຕະຫລອດ 6 ທົດສະ ວັດກວ່າແຫ່ງການຕໍ່ສູ້ຕ້ານການຮຸກ ຮານຂອງພວກຈັກກະ ພັດລ່າເມືອງຂຶ້ນແບບເກົ່າ ແລະ 2 ທົດສະວັດແຫ່ງການຕໍ່ ສູ້ຕ້ານການຮຸກຮານພວກລ່າເມືອງຂຶ້ນແບບໃໝ່ ເຮັດໃຫ້ມີຫລາຍຄົນເສຍຊີວິດໃນສະໜາມຮົບ, ປະພໍ່ແມ່ທີ່ຄອງຄອຍຢູ່ບ້ານ, ປະລູກໃຫ້ເປັນກຳພ້າ-ກຳພອຍ, ປະເມຍໃຫ້ເປັນໝ້າຍ ຍ້ອນຍົກສູງຜົນປະໂຫຍດສ່ວນລວມຫລາຍ
ກ່ວາຜົນປະໂຫຍດສ່ວນຕົວ.
ໃນໄລຍະແຫ່ງການປະຕິວັດຊາດ ປະຊາທິປະໄຕ ກໍຄື ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ, ບັນດາພະນັກງານນັກຮົບປະຕິວັດຈຳນວນໜຶ່ງ ໄດ້ກ້າວຂຶ້ນເປັນຜູ້ນຳສູງສຸດຂອງພັກ-ລັດ, ເປັນຜູ້ນຳພາ-ບັນຊາຢູ່ໃນກອງທັບ ແລະ ກຳລັງປ້ອງກັນຄວາມສະຫງົບ, ຈໍານວນໜຶ່ງໄດ້ກາຍເປັນວີລະຊົນແຫ່ງຊາດ, ນັກຮົບແຂ່ງ ຂັນທົ່ວປະເທດ, ລວມທັງຜູ້ອາວຸໂສຂອງການປະຕິວັດທີ່ຍັງມີຊີວິດຢູ່ ແລະ ຜູ້ທີ່ລ່ວງລັບໄປແລ້ວ, ຈໍານວນຫຼວງ ຫຼາຍເຖິງອາຍຸກະສຽນໄດ້ພັກຜ່ອນຮັບບຳເນັດ-ບໍານານ, ອອກສ້າງເສດຖະກິດຄອບຄົວ ແລະ ດຳລົງຊີວິດຢູ່ຕາມຮາກຖານທ້ອງຖິ່ນທົ່ວປະເທດ, ຈຳນວນໜຶ່ງຕ້ອງສູນເສຍອົງຄະ ແລະ ພັກຟື້ນສຸຂະພາບຢູ່ຕາມສູນຕ່າງໆ ຕາມນະ ໂຍບາຍຂອງພັກ ເຊີ່ງພັກ ແລະ ລັດຖະບານ ຍາມໃດກໍເຫັນໄດ້ຜົນງານ ແລະຄຸນງາມ ຄວາມດີ ແລະເອົາໃຈໃສ່ເບິ່ງ ແຍງພວກເພີ່ນຢ່າງສຸດຄວາມສາມາດ.
ໃນບົດໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນສະຫະພັນນັກຮົບເກົ່າແຫ່ງຊາດລາວ ທົ່ວປະເທດ ຄັ້ງທີ II ຂອງທ່ານ ຈູມມາລີ ໄຊຍະສອນ ທີ່ດໍາລົງຕໍາແໜ່ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໃນເວລານັ້ນ ໄດ້ຢືນຢັນວ່າ: ນັກຮົບເກົ່າປະ ຕິວັດລາວ ລ້ວນແຕ່ແມ່ນຜູ້ທີ່ໄດ້ຜ່ານການປະຕິບັດໜ້າທີ່ອັນມີກຽດສະຫງ່າຂອງຕົນ ຄື: ໄດ້ຜ່ານການເປັນນັກຮົບປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເປັນຜູ້ທີ່ໄດ້ຜ່ານການທົດ ສອບໃນແປວໄຟແຫ່ງສົງຄາມຕໍ່ສູ້ກູ້ຊາດຕີເອົາຊະນະຈັກ ກະພັດຕ່າງດ້າວຜູ້ຮຸກຮານທັງແບບເກົ່າ ແລະ ແບບໃໝ່, ຍາມໃດກໍກຽມພ້ອມເສຍສະຫຼະຊີວິດເລືອດເນື້ອເພື່ອຊາດ ແລະ ເພື່ອປະຊາຊົນ.
ດັ່ງນັ້ນ, ຜູ້ເກີດໃໝ່ໃຫຍ່ລຸນ ກໍຄື ຄົນຮຸ່ນຫລັງທີ່ເປັນຜູ້ສືບທອດພາລະກິດປະຕິວັດ ຕ້ອງຄິດສະເໝີວ່າ: “ມີພວກເພິ່ນໃນວັນນັ້ນ ຈິ່ງມີພວກເຮົາໃນວັນນີ້ ” ຄົນຮຸ່ນຫລັງຕ້ອງມີຄວາມເອກອ້າງທະນົງໃຈ, ກຳແໜ້ນຜົນງານປະຕິວັດ, ຜົນງານແຫ່ງການຕໍ່ສູ້ມີໄຊຂອງນັກຮົບເກົ່າປະ ຕິວັດລາວ, ຮຸ່ນປູ່, ຮຸ່ນຍ່າ ແລະ ລຸງ, ປ້າ, ອາວ, ອາ ທີ່ໄດ້ຕໍ່ສູ້ຢ່າງພິລາດອາດຫານ, ເດັດດ່ຽວໜຽວແໜ້ນ, ທົນທານ ແລະ ມີນໍ້າໃຈຍອມເສຍສະຫຼະອັນສູງສົ່ງໃນພາລະກິດປະ ຕິວັດ. ຄົນຮຸ່ນໃໝ່ ນອກຈາກຕ້ອງໄດ້ເອົາໃຈໃສ່ປົກປັກຮັກ ສາ ແລະ ເສີມຂະຫຍາຍໝາກຜົນຂອງການປະຕິວັດທີ່ນັກ ຮົບຕິວັດລາວຍາດມາໄດ້ ກໍຄື ການສືບຕໍ່ສ້າງສາ ແລະ ພັດ ທະນາປະເທດຊາດໃນໄລຍະໃໝ່ໃຫ້ນັບມື້ຈະເລີນກ້າວໜ້າຂຶ້ນໄປເລື້ອຍຯ, ຕ້ອງບໍ່ຫລົງລືມການເອົາໃຈໃສ່ເບິ່ງແຍງນັກຮົບເກົ່າປະຕິວັດລາວທີ່ຍັງມີຊີວິດຢູ່ໃນທົ່ວປະເທດ ເພື່ອໃຫ້ມີຊີວິດການເປັນຢູ່ທີ່ນັບມື້ດີຂຶ້ນ ແລະ ສົມກັບທີ່ພວກເພີ່ນໄດ້ຜ່ານຜ່າຫ່າລູກກະສຸນ-ຫ່າລູກລະເບີດຂອງພວກສັດຕູມາຈົນນັບບໍ່ຖ້ວນ ເພື່ອຍາດເອົາຄວາມເປັນເອກະລາດຂອງຊາດ ແລະ ນຳເອົາຄວາມສົມບູນພູນສຸກມາໃຫ້ປະຊາຊົນລາວບັນດາເຜົ່າຄືທຸກມື້ນີ້ ແລະ ຮັບປະກັນບໍ່ໃຫ້ມີຄໍາເວົ້າຫຍໍ້ທໍ້ທີ່ວ່າ: “ ນາແລ້ວຂ້າຄວາຍເຖິກ ເສິກແລ້ວປະຄົນຫານ ” ເກີດຂຶ້ນກັບນັກຮົບເກົ່າປະຕິວັດລາວ ເພາະພວກເພີ່ນລ້ວນແຕ່ແມ່ນຜູ້ທີ່ມີຄຸນງາມຄວາມດີໃນພາລະກິດປະຕິວັດຕໍ່ສູ້ປົດປ່ອຍປະເທດຊາດ ແລະ ເຮັດໃຫ້ປະເທດເຮົານັບມື້ໄດ້ຮັບການພັດທະນາຈົນມາຮອດທຸກມື້ນີ້.
Cr: ບຸນຕຽງ ຈັນທະວົງ