ປີ2021ແມ່ນປີມະຫາໄຊແລະເປັນປີທີ່ມີຄວາມໝາຍສຳຄັນໃຫ້ແກ່ທັງສອງປະເທດລາວແລະຈີນ. ເພາະເລີ່ມຕົ້ນປີນີ້, ສະຫາຍສີຈີ້ນຜິງ ເລຂາທິການໃຫຍ່ຄະນະກຳມະ ການສູນກາງພັກກອມມູນິດຈີນ ໄດ້ພົບປະໂອ້ລົມທາງອອນລາຍກັບສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປປລາວ ເພື່ອຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ່XIຂອງພັກປະຊາຊົນປະຕິວັດລາວ ແລະໄດ້ພ້ອມກັນກຳນົດເອົາປີ2021ເປັນປີມິດຕະພາບລາວ-ຈີນແລະສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນຄົບຮອບ60ປີ.
ພ້ອມດຽວກັນນີ້ ທີ່ສປຈີນ ກໍໄດ້ສຳເລັດການສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ100ປີ, ສວ່ນຢູ່ສປປລາວກໍໄດ້ມີການລະນຶກວັນລັດຖະທຳມະນູນຄົບຮອບ30ປີ ແລະວັນສື່ມວນຊົນແລະການພິມຈຳໜ່າຍລາວຄົບຮອບ71ປີເມື່ອບໍ່ດົນມານີ້.
ໃນກາລະໂອກາດອັນສຳຄັນ ທີ່ມີຄວາມໝາຍປະຫວັດສາດນີ້, ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ມີສວ່ນຮວ່ມກັບສະມາຄົມນັກຂ່າວແຫ່ງສປປລາວ ກໍຄືການນຳສື່ມວນຊົນລາວແລະນັກຂ່າວລາວ ຈັດງານເວທີປຶກສາຫາລືການພັດທະນາສື່ແບບໃໝ່ ຂື້ນໃນມື້ນີ້.
ດັ່ງທີ່ພວກເຮົາໄດ້ຮັບຮູ້ນຳກັນແລ້ວວ່າ: ມາຮອດປັດຈຸບັນ ເສດຖະກິດພູມປັນຍາ ໄດ້ມີການຂະຫຍາຍຕົວຢ່າງແຂງແຮງໃນຂອບເຂດທົ່ວໂລກ, ເຮັດໃຫ້ການນໍາໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດ-ເຕັກໂນໂລຊີ ກາຍເປັນສິ່ງຈໍາເປັນຢ່າງພາວະວິໃສ ໃນການຄົງຕົວ ແລະຂະຫຍາຍຕົວຂອງແຕ່ລະປະເທດ, ລວມທັງມີຄວາມຈໍາເປັນໃນຊີວິດປະຈໍາວັນຂອງຄົນເຮົາແຕ່ລະຄົນຢູ່ໃນສັງຄົມ. ຄຽງຄູ່ກັນນັ້ນ, ສື່ມວນຊົນກໍກາຍເປັນພາກສ່ວນໜຶ່ງທີ່ສໍາຄັນ ແລະ ມີບົດບາດອິດທິພົນຢູ່ໃນຊີວິດປະຈໍາວັນຂອງຄົນເຮົາກໍ່ຄືສັງຄົມ. ເພາະສະນັ້ນ,ການຍົກລະດັບຄວາມຮູ້ຄວາມສາມາດໃຫ້ສື່ມວນຊົນລາວແລະຈີນຮວ່ມກັນໃນເງື່ອນໄຂໃໝ່ນີ້ ແມ່ນຄວາມຈຳເປັນຢ່າງພາວະວິໄສ. ເພາະວ່າການພັດທະນາສື່ແບບໃໝ່ ແມ່ນຄວາມຮຽກຮ້ອງຕ້ອງການຂອງຍຸກໂລກາພິວັດໃນປັດຈຸບັນ ທີ່ບໍ່ສາມາດປະຕິເສດໄດ້.
ງານສຳມະນາໃນຄັ້ງນີ້, ສຸດທີ່ມີຄວາມໝາຍສຳຄັນໃຫ້ແກ່ສື່ມວນຊົນລາວ ແລະສື່ຈີນປະຈຳລາວ ໃນຖານະເປັນເຄື່ອງມືອັນແຫຼມຄົມຂອງພັກ, ລັດແລະປະຊາຊົນຂອງທັງສອງປະເທດ. ຄືດັ່ງທ່ານພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງສປປ ລາວ ໄດ້ສະແດງຄວາມເຫັນແລະຕີີລາຄາສູງ ຕໍ່ການຮ່ວມມືທາງດ້ານສື່ມວນຊົນລາວ-ຈີນ ໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະການພິມຈໍາໜ່າຍລາວຄົບຮອບ 71 ປີເມື່ອວັນທີ13ສິງຫານີ້ ທີ່ໃຫ້ສຳພາດຕໍ່ນັກຂ່າວຈີນວ່າ:ສື່ມວນຊົນລາວ-ຈີນຕ້ອງເຮັດໜ້າທີ່ພາລະບົດບາດອັນສໍາຄັນ02ດ້ານໄປພ້ອມໆກັນຄື: ໜຶ່ງ, ຕ້ອງເຮັດໃຫ້ປະຊາຊົນຂອງພວກເຮົາ ກໍຄືປະຊາຊົນລາວ-ຈີນ ເຂົ້າໃຈຄວາມເປັນຈິງທີ່ພວກເຮົາກໍາລັງພັດທະນາຢູ່ນີ້, ລວມທັງການສ້າງຄູ່ຮ່ວມຊາຕາກໍານໍາກັນເປັນແນວໃດ? ຕ້ອງໄດ້ຊີ້ແຈງອະທິບາຍຄວາມດີຄວາມງາມ ແລະຜົນປະໂຫຍດທີ່ພວກເຮົາຈະໄດ້ຮັບໃຫ້ຄຽງຄູ່ກັນໄປ. ອັນທີ່ສອງ ຕ້ອງຊອກວິທີຕອບໂຕ້, ອະທິບາຍຊີ້ແຈງຂໍ້ມູນຂ່າວສານທີ່ບິດເບືອນຄວາມຈິງ ເພາະບາງສື່, ພວກເຮົາເຮັດດີປານໃດ ກໍ່ເວົ້າວ່າພວກເຮົາບໍ່ດີ, ກໍຍ້ອນພວກເຂົາບໍ່ຫວັງດີຢູ່ແລ້ວ. ສະນັ້ນ,ຂໍໃຫ້ສື່ມວນຊົນລາວ-ຈີນຮ່ວມມືຊ່ວຍເຫຼືອກັນ ແລະແລກປ່ຽນກັນໃນການຍົກລະດັບຄວາມຮູ້ທິດສະດີ, ວິຊາສະເພາະ ລວມທັງຍົກລະດັບອຸປະ ກອນເຕັກນິກໃຫ້ທັນສະໄໝ ເຊິ່ງເປັນສິ່ງທີ່ສໍາຄັນ.
ເຊັ່ນດຽວກັບທ່ານເຊີ້ນໄຫສົງ 慎海雄ຜູ້ອຳນວຍການໃຫຍ່ສະຖານີວິທະຍຸໂທລະພາບສູນກາງຈີນຫຼື CMG ໄດ້ກ່າວໄວ້ວ່າ: ໃນຖານະເປັນຜູ້ເຮັດວຽກສື່ມວນຊົນ, ການລາຍງານຂໍ້ມູນຂ່າວສານຕາມຄວາມຈິງ, ການນຳສະເໜີສະພາບຄວາມເປັນຈິງເປັນໜ້າທີ່ຂອງພວກເຮົາ. ໃນຂະນະທີ່ປະຕິບັດໜ້າທີ່ຂອງສື່ມວນຊົນ, ພວກເຮົາໄດ້ສືບຕໍ່ພະຍາຍາມສູ້ຊົນ ເພື່ອບັນລຸເປົ້າໝາຍສ້າງ CMG ໃຫ້ເປັນສື່ມວນຊົນແບບໃໝ່ລະດັບນຳໜ້າຂອງສາກົນ, ຄົ້ນຄວ້າການສ້າງພະຫຸສື່ທີ່ມີຄວາມຫຼາກຫຼາຍສີສັນ, ຫຼາຍຮູບແບບແລະມີຫຼາຍຜະລິດຕະພັນສື່ ພາຍໃຕ້ເງື່ອນໄຂທາງອິນເຕີເນັດ, ຄວາມເປັນຈິງແມ່ນຊີວິດຂອງສື່ມວນຊົນ, ຄືການສະໜອງຂໍ້ມູນຂ່າວສານທີ່ໜ້າເຊື່ອຖືແລະມີອິດທິພົນໄດ້ສ່ອງແສງໃຫ້ເຫັນເຖິງຄວາມຮັບຜິດຊອບ ແລະ ຈັນຍາບັນຂອງສື່ມວນຊົນ. ໃນປີນີ້, ສະຖານີວິທະຍຸໂທລະພາບສູນກາງຈີນຈະສືບຕໍ່ປະຕິບັດຕາມຄວາມຮັບຜິດຊອບຂອງຕົນ ໃນຖານະເປັນສື່ສຳຄັນໃນສາກົນ, ຖືຫຼັກໝັ້ນທີ່ພາວະວິໄສແລະຍຸຕິທຳ, ເຜີຍແຜ່ຄວາມຈິງ, ສົ່ງສຽງຂອງຄວາມເປັນທຳ ແລະເຜີຍແຜ່ຄວາມດີງາມ ຂອງຄວາມສິວິໄລ ຕໍ່ທົ່ວໂລກ. ພວກເຮົາຈະປະຕິບັດຕາມຈັນຍາບັນອາຊີບຂ່າວ ທີ່ສະແຫວງຫາຜົນງານອັນຍອດຍິ່ງເລື້ອຍໆ,ຄືລາຍງານຂ່າວຂອງຈີນແລະໂລກ ຢ່າງຮອບດ້ານແລະພາວະວິໄສ, ນຳເອົາລາຍການທີ່ດີ ມາໃຫ້ແກທ່ານ ຫຼາຍຂື້ນກວ່າເກົ່າ.
ໃນຖານະສອງປະເທດຈີນ-ລາວ ເປັນຄູ່ຮ່ວມຊາຕາກໍາທີ່ຮ່ວມສຸກຮ່ວມທຸກ ແລະຊ່ວຍເຫຼືອເຊິ່ງກັນແລະກັນ, ບວກກັບອຸດົມການຂອງພັກກອມມູນິດຈີນຍຸກ ໃໝ່ໄດ້ກຳນົດໄວ້ວ່າ: ພ້ອມກັນເດີນໄປຂ້າງໜ້າ,ບໍ່ປະໃຫ້ຜູ້ໃດຢູ່ຂ້າງຫຼັງ.ເພາະສະນັ້ນ, ສື່ມວນຊົນທັງສອງປະເທດພວກເຮົາ, ເຊິ່ງແມ່ນພາກສວ່ນໜຶ່ງທີ່ສຳຄັນ ໃນການປະກອບສວ່ນໂຄສະນາຊຸກຍູ້ການເພີ່ມທະວີມະຫາສາມັກຄີຂອງປະຊາຊົນທັງສອງຊາດ ໃຫ້ກວ້າງຂວາງ,ເລິກເຊີ່ງແລະໜັກແໜ້ນນັ້ນ, ຍິ່ງຈະຕ້ອງໄດ້ຮັດແໜ້ນການປະສານງານ,ເຮັດວຽກງານໂຄສະນາ,ປະຊາສໍາພັນກໍຄືການລາຍງານຂ່າວໃຫ້ມີຄຸນນະພາບ, ທັນສະໄໝ, ວ່ອງໄວ, ທັນເຫດການ,ຮັບປະກັນຄວາມປອດໄພ ແລະ ມີສະຖຽນລະພາບດ້ານຂໍ້ມູນຂ່າວສານ, ມີບຸກຄະລາກອນທີ່ມີມາດຕະຖານສົມຄູ່ກັບຍຸກສະໄໝ.
ໃນສະພາບປັດຈຸບັນທີ່ສື່ພວກເຮົາມີທັງກາລະໂອກາດແລະສິ່ງທ້າທາຍຫຼາຍປະການ, ສື່ສອງປະເທດລາວ-ຈີນຄວນຮ່ວມມືກັນຍິ່ງກວ່າເວລາໃດໝົດ, ຍິ່ງຈະຕ້ອງໄດ້ເອກະພາບກັນ, ຊວ່ຍເຫຼືອຊຶ່ງກັນແລະກັນຢ່າງແໜ້ນແຟ້ນ, ດວ້ຍການສະໜອງຂໍ້ມູນຂ່າວສານທີ່ໜ້າເຊື່ອຖືແລະມີອິດທິພົນ, ສ່ອງແສງໃຫ້ເຫັນເຖິງຄວາມຮັບຜິດຊອບແລະຈັນຍາບັນຂອງສື່ມວນຊົນ, ບົນພື້ນຖານສອດຄ່ອງກັບສາຍພົວພັນມິດຕະພາບອັນດີງາມຂອງສອງຊາດລາວ-ຈີນ.
Loading...