ໃນວັນທີ 25 ສິງຫາ 2023 ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ. ໄດ້ຖະແຫຼງຂ່າວ ຜົນສຳເລັດ ຂອງກອງປະຊຸມ ລັດຖະບານ ສະໄໝສາມັນ ປະຈຳເດືອນ ສິງຫາ, ເນື້ອໃນຂອງຖະແຫຼງຂ່າວມີດັ່ງນີ້:
ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2023 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 24 ສິງຫາ ແລະ ອັດລົງໃນວັນທີ 25 ສິງຫາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ, ອົງການທຽບເທົ່າ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນ ສິງຫາ ແລະ ທິດທາງແຜນການ ປະຈຳເດືອນ ກັນຍາ 2023.
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່ 08 ຫົວຂໍ້ ທີ່ສໍາຄັນ ແລະ ຈຳເປັນ ດັ່ງນີ້:
ວາລະທີ 1: ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບົດສະຫຼຸບວຽກງານ ປະຈໍາເດືອນສິງຫາ ແລະ ທິດທາງແຜນການ ເດືອນກັນຍາ 2023 ຂອງລັດຖະບານ ກໍ່ຄື ສະພາບພົ້ນເດັ່ນວຽກງານເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ແລະ ການລາຍງານຄວາມຄືບໜ້າການກະກຽມ ຈັດປີທ່ອງທ່ຽວລາວ 2024 ໂດຍມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ, ພ້ອມທັງ ຊີ້ນຳໃຫ້ບັນດາຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນ ເປັນເຈົ້າການເອົາໃຈໃສ່ຄຸ້ມຄອງ, ແກ້ໄຂ ແລະ ຈັດຕັ້ງປະຕິບັດວຽກງານ ຕາມຂົງເຂດຄວາມຮັບຜິດຊອບຂອງຕົນ ຢ່າງເຂັ້ມງວດ ແລະ ເດັດຂາດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ ໂດຍສະເພາະ ບັນຫາເຄັ່ງຮ້ອນ ທີ່ປະເທດເຮົາກຳລັງປະເຊີນ, ລວມທັງ 16 ວຽກຈຸດສຸມຂອງລັດຖະບານ ທີ່ໄດ້ກໍານົດໄວ້ແຕ່ນີ້ຮອດທ້າຍປີ 2023, ເປັນເຈົ້າການຈັດຕັ້ງຜັນຂະຫຍາຍ ບັນດາມະຕິຕົກລົງ ຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ່ຜ່ານມາ; ຈັດຕັ້ງເຜີຍແຜ່ແນະນຳເນື້ອໃນ ແລະ ແຜນວຽກສະເພາະກິດ ແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຢູ່ບັນດາທ້ອງຖິ່ນ ເພື່ອໃຫ້ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ທັງເປັນເຈົ້າການຕື່ນຕົວ ແລະ ເພີ່ມຄວາມເສຍສະຫຼະ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ມີປະສິດທິຜົນ ແລະ ເປັນຮູບປະທໍາກວ່າເກົ່າ. ສຳລັບການກະກຽມຈັດປີທ່ອງທ່ຽວລາວ 2024 ແມ່ນໃຫ້ຂະແໜງການກ່ຽວຂ້ອງ ສືບຕໍ່ຕິດຕາມ, ກວດກາ ແລະ ຊຸກຍູ້ ການກະກຽມຄວາມພ້ອມທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງການຕົນ ເປັນຕົ້ນ: ການປັບປຸງໂຄງລ່າງພື້ນຖານ, ສະຖານທີ່ແຫຼ່ງທ່ອງທ່ຽວ, ສະຖານທີ່ພັກເຊົາ, ກິດຈະກຳການທ່ອງທ່ຽວ, ຜະລິດຂອງທີ່ລະນຶກ, ມາດຕະການປ້ອງກັນຄວາມສະຫງົບປອດໄພ ລວມທັງ ການກະກຽມບຸກຄະລາກອນຮັບໃຊ້ດ້ານຕ່າງໆ ໃຫ້ມີຄວາມເປັນມືອາຊີບ ແລະ ຮັບປະກັນການບໍລິການ ເພື່ອສ້າງຄວາມປະທັບໃຈ ໃຫ້ແກ່ນັກທ່ອງທ່ຽວ.
ວາລະທີ 2: ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບົດລາຍງານສະພາບຜົນເສຍຫາຍຈາກໄພພິບັດທຳມະຊາດ ຝົນຕົກ, ການແກ້ໄຂຜ່ານມາ ແລະ ສະເໜີມາດຕະການແກ້ໄຂສະເພາະໜ້າ ແລະ ແຜນຮັບມືກັບໄພພິບັດ ແຕ່ນີ້ຮອດທ້າຍປີ 2023 ໂດຍໄດ້ຊີ້ນຳ ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ໃຫ້ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ກວດກາຄືນຄວາມພ້ອມດ້ານຕ່າງໆ ໃຫ້ສາມາດຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ ໂດຍສະເພາະ ແຜນການຮັບມື, ຊ່ວຍເຫຼືອ ແລະ ການຟື້ນຟູຜົນກະທົບ ໃນ 3 ໄລຍະ (ໄລຍະກ່ອນເກີດເຫດ, ໄລຍະເກີດເຫດ ແລະ ຫຼັງເກີດເຫດ) ຢ່າງທັນການ; ນຳໃຊ້ເງິນບໍລິຈາກ ແລະ ເຄື່ອງຊ່ວຍເຫຼືອຕ່າງໆ ເຂົ້າໃນການບັນເທົາທຸກ ແກ່ຜູ້ປະສົບໄພ ແລະ ຟື້ນຟູຜົນກະທົບຈາກໄພພິບັດດັ່ງກ່າວ ດ້ວຍຄວາມໂປ່ງໃສ, ໃຫ້ເຖິງ ແລະ ຖືກເປົ້າໝາຍ ຢ່າງແທ້ຈິງ; ເອົາໃຈໃສ່ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບການຮັບ ແລະ ການນຳໃຊ້ການຊ່ວຍເຫຼືອຕ່າງໆ ເພື່ອໃຫ້ສັງຄົມຮັບຊາບ ລວມທັງ ຄວາມເປັນຫ່ວງເປັນໄຍ, ຄວາມເອົາໃຈໃສ່ ຂອງການນໍາພັກ-ລັດຢູ່ສູນກາງ ແລະ ທ້ອງຖິ່ນຕ່າງໆ ທີ່ໄດ້ເຄື່ອນໄຫວຊີ້ນໍາວຽກງານແກ້ໄຂ ແລະ ຟື້ນຟູຜົນກະທົບຈາກໄພພິບັດທໍາມະຊາດ ຢູ່ພື້ນທີ່ຕົວຈິງ.
ວາລະທີ 3. ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບົດລາຍງານຄວາມຄືບໜ້າການຈັດຕັ້ງຜັນຂະຫຍາຍ ຄຳສັ່ງ ວ່າດ້ວຍການຈັດຕັ້ງປະຕິບັດ ການຄຸ້ມຄອງເງິນຕາຕ່າງປະເທດ ເລກທີ 10/ນຍ, ລົງວັນທີ 14 ກໍລະກົດ 2023 ແລະ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນຢູ່ທ້ອງຖິ່ນ ເລກທີ 93/ນຍ, ລົງວັນທີ 14 ກໍລະກົດ 2023, ລວມທັງ ການສະເໜີບັນຊີໂຄງການຕົວຈິງ ທີ່ຈະປະຕິບັດຮັບນະໂຍບາຍ ຕາມໂຄງການບູລິມະສິດຂອງຂະແໜງການ. ກອງປະຊຸມ ໄດ້ຊີ້ນຳທະນາຄານແຫ່ງ ສປປ ລາວ, ບັນດາຂະແໜງການ ແລະ ທ້ອງຖິ່ນ ສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການ ທີ່ລັດຖະບານວາງອອກຢ່າງເຂັ້ມງວດ ໂດຍສະເພາະ ການຊໍາລະສະສາງຕ່າງໆ ໃຫ້ຜ່ານລະບົບທະນາຄານ ເປັນຕົ້ນ ການນຳເຂົ້າ-ສົ່ງອອກສິນຄ້າ, ການຊື້-ຂາຍພາຫະນະ, ການໂອນກຳມະສິດທີ່ດິນ ແລະ ອື່ນໆ; ພ້ອມທັງ ສ້າງເງື່ອນໄຂ ໃຫ້ພາກທຸລະກິດ ທີ່ລັດສົ່ງເສີມ ສາມາດເຂົ້າເຖິງແຫຼ່ງທຶນໄດ້ຫຼາຍຂຶ້ນ, ທັງເຂັ້ມງວດການສະໜອງທຶນ ໃຫ້ຖືກເປົ້າໝາຍ ຕາມນະໂຍບາຍທີ່ກຳນົດໄວ້.
ວາລະທີ 4. ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບົດລາຍງານກ່ຽວກັບ ຜົນການປະເມີນຄວາມຄືບໜ້າ ການຈັດຕັ້ງປະຕິບັດໂຄງການລົງທຶນບໍ່ແຮ່ ທີ່ລັດຖະບານໄດ້ອະນຸມັດຜ່ານມາ ແລະ ໄດ້ຊີ້ນຳ ໃຫ້ພາກສ່ວນກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າກ່ຽວກັບການນຳໃຊ້ທ່າແຮງຊັບພະຍາກອນແຮ່ທາດ ແລະ ການຄຸ້ມຄອງການຈັດຕັ້ງປະຕິບັດໂຄງການແຮ່ທາດ ໃຫ້ຮັດກຸມກວ່າເກົ່າ; ກວດກາຄືນຄຸນນະພາບຂອງບັນດາບໍລິສັດ ທີ່ໄດ້ຮັບອະນຸຍາດສຳປະທານ ໄດ້ຈັດຕັ້ງປະຕິບັດໂຄງການມີຄວາມຄືບໜ້າ ແນວໃດ, ຖ້າເຮັດບໍ່ໄດ້ ກໍ່ໃຫ້ຍົກເລີກໂຄງການ, ເດັດຂາດບໍ່ໃຫ້ມີການຈັບຈອງໂຄງການໄວ້ ເພາະເປັນການກົດໜ່ວງທ່ວງດຶງການພັດທະນາ; ເຂັ້ມງວດ ຄຸ້ມຄອງ ແລະ ກວດກາ ການຢັ້ງຢືນຄຸນນະພາບ ແລະ ປະລິມານຂອງແຮ່, ເອົາໃຈໃສ່ການຄຸ້ມຄອງຕາຊັ່ງ, ການສົ່ງອອກແຮ່ທາດ ແລະ ຂອດອື່ນໆ ທີ່ຍັງເຫັນວ່າເປັນຊ່ອງຫວ່າງ ທີ່ເຮັດໃຫ້ລັດເສຍຜົນປະໂຫຍດ. ພ້ອມນີ້, ໃຫ້ສົມທົບກັບ ທ້ອງຖິ່ນ ແລະ ຜູ້ສຳປະທານໂຄງການ ເອົາໃຈໃສ່ຕິດຕາມຄຸ້ມຄອງດ້ານສິ່ງແວດລ້ອມ ໃຫ້ດີ.
ວາລະທີ 5: ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບົດລາຍງານຜົນການເຂົ້າຮ່ວມກອງປະຊຸມປະຈຳປີ ຂອງກຸ່ມອາຊີປາຊີຟິກ ເພື່ອຕ້ານການຟອກເງິນ (APG Annual Meeting) ກ່ຽວກັບການປະເມີນຜົນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ. ພ້ອມກັນນີ້ ໄດ້ຊີ້ນຳຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ສືບຕໍ່ຄົ້ນຄວ້າກຳນົດວິທີການ, ມາດຕະການໃນການແກ້ໄຂຂໍ້ຄົງຄ້າງຕ່າງ ທີ່ອົງການກ່ຽວຂ້ອງໄດ້ປະເມີນໄວ້; ສ້າງແຜນດຳເນີນງານ ທີ່ປະກອບດ້ວຍໜ້າວຽກ, ຄວາມຮັບຜິດຊອບຂອງຂະແໜງການຕ່າງໆ, ຄາດໝາຍດ້ານເວລາ ໃນການຈັດຕັ້ງປະຕິບັດຢ່າງລະອຽດ, ຈະແຈ້ງ ລວມທັງ ສ້າງແຜນການຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດຂອງຂະແໜງການກ່ຽວຂ້ອງ ເພື່ອຮັບປະກັນໃຫ້ສຳເລັດຕາມກຳນົດເວລາ. ນອກນີ້, ໃຫ້ກວດກາ ແລະ ປັບປຸງນິຕິກຳທີ່ກ່ຽວຂ້ອງ ໃຫ້ສອດຄ່ອງກັບສົນທິສັນຍາ, ລະບຽບການທີ່ກ່ຽວຂ້ອງຂອງສາກົນ ແລະ ສະພາບຄວາມເປັນຈິງຂອງປະເທດເຮົາ. ນອກນັ້ນ, ກໍ່ໃຫ້ເອົາໃຈໃສ່ໂຄສະນາເຜີຍແຜ່, ແນະນຳວຽກງານດັ່ງກ່າວ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ກໍ່ຄື ສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງ.
ວາລະທີ 6. ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍການປິ່ນປົວ (ສະບັບສ້າງໃໝ່) ແລະ ໄດ້ຊີ້ນຳໃຫ້ປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນລະອຽດ, ຈະແຈ້ງ, ຄົບຖ້ວນສົມບູນ, ຮັດກຸມ, ເຂົ້າໃຈງ່າຍ ແລະ ສອດຄ່ອງກັບກົດໝາຍກ່ຽວຂ້ອງທີ່ໄດ້ປະກາດໃຊ້ແລ້ວ, ເປັນຕົ້ນ: ໂຄງປະກອບທາງດ້ານໂຄງສ້າງຂອງກົດໝາຍ ໃຫ້ປະກອບມີ ພາກເຂົ້າຕື່ມ, ອະທິບາຍເພີ່ມ ບາງຄໍາສັບເຕັກນິກວິຊາສະເພາະທາງການແພດ, ກຳນົດຄວາມຮັບຜິດຊອບຂອງພາກສ່ວນຕ່າງໆ ແລະ ຈັນຍາບັນຂອງຜູ້ປະກອບວິຊາຊີບ ໃຫ້ຈະແຈ້ງ. ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງ ແລະ ຮຽບຮຽງສຸດທ້າຍ ເພື່ອນໍາສະເໜີທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງ ແລະ ວັດທະນະທຳ-ສັງຄົມ ມີຄໍາເຫັນ ແລ້ວນໍາສະເໜີຕໍ່ສະພາແຫ່ງຊາດ ໃຫ້ທັນຕາມກຳນົດເວລາ.
ວາລະທີ 7. ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍການທ່ອງທ່ຽວ (ສະບັບປັບປຸງ) ແລະ ຊີ້ນຳໃຫ້ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນລະອຽດ, ຈະແຈ້ງ, ຄົບຖ້ວນສົມບູນ, ຮັດກຸມ ແລະ ສອດຄ່ອງກັບນິຕິກຳ ທີ່ໄດ້ປະກາດໃຊ້ແລ້ວ ເປັນຕົ້ນ: ຄໍາສັບ, ໂຄງຮ່າງ, ຊັບຊ້ອນມາດຕາ ໃຫ້ສອດຄ່ອງພາກ ແລະ ໝວດ, ກຳນົດເນື້ອໃນບາງມາດຕາ ໃຫ້ລະອຽດຈະແຈ້ງ ເຊັ່ນ: ປະເພດ ແລະ ລະດັບຂອງສະຖານທີ່ພັກແຮມ, ການກຳນົດຄວາມຮັບຜິດຊອບຂອງພາກສ່ວນຕ່າງໆ ລວມທັງ ການແບ່ງຂັ້ນການອະນຸຍາດ ແລະ ການຄຸ້ມຄອງທຸລະກິດທ່ອງທ່ຽວ ແລະ ອື່ນໆ. ພ້ອມນີ້, ການກຳນົດນະໂຍບາຍ ແມ່ນໃຫ້ມີລັກສະນະສົ່ງເສີມ ແລະ ພັດທະນາ ແຂງແຮງຂຶ້ນກວ່າເກົ່າ, ຊຸກຍູ້ການມີສ່ວນຮ່ວມຂອງທຸກພາກສ່ວນຂອງສັງຄົມ ໃນການໂຄສະນາເຜີຍແຜ່ການທ່ອງທ່ຽວລາວ. ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງ ແລະ ຮຽບຮຽງສຸດທ້າຍ ເພື່ອນໍາສະເໜີທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງ ແລະ ວັດທະນະທຳ-ສັງຄົມ ມີຄໍາເຫັນ ແລ້ວນໍາສະເໜີຕໍ່ສະພາແຫ່ງຊາດ ໃຫ້ທັນຕາມກຳນົດເວລາ.
ວາລະທີ 8. ກອງປະຊຸມ ໄດ້ຮັບຟັງການລາຍງານຜົນກອງປະຊຸມລັດຖະມົນຕີອາຊຽນດ້ານສິ່ງແວດລ້ອມ ຄັ້ງທີ 17, ກອງປະຊຸມລັດພາຄີວ່າດ້ວຍສັນຍາອາຊຽນ ດ້ານມັນລະພິດໝອກຄວັນຂ້າມຊາຍແດນ ຄັ້ງທີ 18 ແລະ ກອງປະຊຸມປິ່ນອ້ອມ ແລະ ການກະກຽມໃຫ້ແກ່ການພົບປະ ຂອງທ່ານນາຍົກລັດຖະມົນຕີ ກັບສະພາການຄ້າ ແລະ ພາກທຸລະກິດ.
ສຳລັບແຜນວຽກຈຸດສຸມໃນເດືອນກັນຍາ ທີ່ຈະມາເຖິງນີ້, ລັດຖະບານ ຈະໄດ້ສຸມໃສ່ວຽກງານຕົວຈິງຈຳນວນໜຶ່ງ ດັ່ງນີ້:
1. ຂົງເຂດປ້ອງກັນຊາດ: ມອບໃຫ້ກະຊວງປ້ອງກັນປະເທດ ສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍມາດຕະການຕ່າງໆ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຕາມບໍລິເວນຊາຍແດນ, ພ້ອມທັງ ສືບຕໍ່ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານ.
2. ຂົງເຂດປ້ອງກັນຄວາມສະຫງົບ: ສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ເອົາໃຈໃສ່ຈັດຕັ້ງປະຕິບັດ ຄຳສັ່ງ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ນິຕິກຳກ່ຽວຂ້ອງຕ່າງໆ ໃຫ້ແຂງແຮງກວ່າເກົ່າ ໂດຍສະເພາະ ການແກ້ໄຂບັນຫາຢາເສບຕິດ, ຂີ້ລັກ, ງັດແງະ, ປຸ້ນຈີ້ ແລະ ອື່ນໆ.
3. ການແກ້ໄຂວຽກງານເຄັ່ງຮ້ອນ ທາງດ້ານເສດຖະກິດ:
(1) ສຸມໃສ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຕາມມະຕິຕົກລົງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 19/ກມສພ, ລົງວັນທີ 30 ມິຖຸນາ 2023 ໂດຍສະເພາະ ສືບຕໍ່ປະຕິບັດແຜນເຄື່ອນໄຫວວຽກຈຸດສຸມ ຂອງຄະນະສະເພາະກິດ ແລະ ບັນດາເນື້ອໃນນິຕິກຳ ແລະ ແຈ້ງການທິດຊີ້ນຳຂອງກອງປະຊຸມຄະນະສະເພາະກິດໃນແຕ່ລະຄັ້ງ.
(2) ສືບຕໍ່ຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດໂຄງການບໍ່ແຮ່ ທີ່ໄດ້ຮັບອະນຸມັດແລ້ວ ໃຫ້ດຳເນີນຕາມສັນຍາ ເພື່ອໃຫ້ສາມາດສ້າງລາຍຮັບໃຫ້ລັດໃຫ້ໄວຂຶ້ນ, ຄຽງຄູ່ກັນນັ້ນ ກໍເລັ່ງກວດກາ ແລະ ປະເມີນຄືນຢ່າງເປັນລະບົບ ກໍລະນີໂຄງການໃດ ບໍ່ມີຄວາມຄືບໜ້າ ຫຼື ມີຄວາມຄືບໜ້າຊ້າ ຫຼື ລະເມີດສັນຍາ ແລະ ກົດໝາຍກ່ຽວຂ້ອງ ແມ່ນຈະໄດ້ກ້າວໄປສູ່ການຍົກເລີກ ຢ່າງເດັດຂາດ. ສຳລັບໂຄງການທົດລອງ ແມ່ນຈະໄດ້ສືບຕໍ່ໂຈະການອະນຸມັດໃໝ່, ສ່ວນໂຄງການຈະສືບຕໍ່ທີ່ເຫັນວ່າມີປະລິມານແຮ່ພຽງພໍກັບການລົງທຶນຕໍ່ໄປ ແມ່ນຫັນໄປສູ່ການປະຕິບັດຕາມກົດໝາຍ ແລະ ລະບຽບການ, ແຕ່ຕ້ອງຮັບປະກັນຜົນປະໂຫຍດຂອງລັດເປັນທີ່ຕັ້ງສຳຄັນ ແລະ ຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.
(3) ສືບຕໍ່ສຸມໃສ່ເກັບລາຍຮັບງົບປະມານບັນລຸຕາມແຜນ ທີ່ສະພາແຫ່ງຊາດຮັບຮອງ, ໃນນັ້ນ ສຸມໃສ່ ເລັ່ງຂະຫຍາຍຖານຈັດເກັບລາຍຮັບຜ່ານລະບົບ ແລະ ເຄື່ອງມືທັນສະໄໝ ໃຫ້ຫຼາຍກວ່າເກົ່າ ແລະ ເລັ່ງເຊື່ອມຖານຂໍ້ມູນກັບຂະແໜງການເສດຖະກິດ ເພື່ອຄຸ້ມຄອງແຫຼ່ງລາຍຮັບໃຫ້ສຳເລັດ; ການເພິ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານລັດ, ການປະຢັດ ແລະ ຕ້ານການຟຸມເຟືອຍ, ການນໍາໃຊ້ລົດຂອງລັດ
4. ຂົງເຂດ ພະລັງງານ ແລະ ບໍ່ແຮ່: ສືບຕໍ່ຄົ້ນຄວ້າ ປັບປຸງນິຕິກຳ ແລະ ກົດໝາຍທີ່ກ່ຽວຂ້ອງກັບ ການເກັບລາຍຮັບຈາກໂຄງການບໍ່ແຮ່ ໂດຍສະເພາະ ອັດຕາຄ່າຊັບພະຍາກອນແຮ່ທາດ ໃຫ້ສຳເລັດ ພາຍໃນເດືອນຕຸລາ 2023; ສົມທົບກັບອົງການປົກຄອງແຂວງ-ນະຄອນຫຼວງວຽງຈັນ ເພີ່ມທະວີມາດຕະການຄຸ້ມຄອງ ເພື່ອບໍ່ໃຫ້ເກີດມີຊ່ອງຫວ່າງການລັກລອບຂຸດຄົ້ນຄຳຕົກຂ້ອນ ຕາມສາຍນໍ້າຕ່າງໆ ຢ່າງເດັດຂາດ; ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດໂຄງການພະລັງງານ ຢູ່ບັນດາແຂວງພາກໃຕ້ ທີ່ໄດ້ມີແຜນຂາຍໄຟໃຫ້ກຳປູເຈຍ ເພື່ອຮັບປະກັນໃຫ້ມີຄວາມຄືບໜ້າ ແລະ ສຳເລັດຕາມກຳນົດເວລາ ທີ່ໄດ້ເຊັນສັນຍາ ຊື້-ຂາຍ. ນອກຈາກນີ້, ເພີ່ມທະວີ ຕິດຕາມເຝົ້າລະວັງລະດັບນ້ຳໃນອ່າງເກັບນ້ຳ ຂອງບັນດາເຂື່ອນໄຟຟ້າ ຢ່າງໃກ້ຊິດ, ທັງມີການບໍລິຫານຈັດການນ້ຳໃຫ້ດີ, ໃຫ້ມີການແຈ້ງເຕືອນທຸກຄັ້ງກ່ອນ ຈະລະບາຍນໍ້າອອກຈາກເຂື່ອນ ເພື່ອໃຫ້ປະຊາຊົນ ໂດຍສະເພາະ ປະຊາຊົນທີ່ອາໃສຢູ່ເຂດຕິດກັບແຄມແມ່ນ້ຳ ສາມາດກະກຽມຮັບມືໄດ້ທັນການ.
5. ຂົງເຂດ ທະນາຄານ: ເອົາໃຈໃສ່ເຜີຍແຜ່ກ່ຽວກັບການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 10/ນຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ເຂັ້ມງວດ ແລະ ຮີບຮ້ອນອອກຄໍາແນະນໍາລະອຽດ ຕໍ່ບາງເນື້ອໃນ ທີ່ສັງຄົມໃຫ້ຄວາມສົນໃຈ ເຊັ່ນ: ການຄອບຄອງ, ການນຳໃຊ້, ການແລກປ່ຽນເງິນຕາ ແລະ ອື່ນໆ, ພ້ອມທັງ ສືບຕໍ່ເຜີຍແຜ່ ແລະ ໃຫ້ມີການອະທິບາຍຜ່ານສື່ຕ່າງໆ ດ້ວຍຫຼາຍຮູບການ ແລະ ເປັນປົກກະຕິ, ພ້ອມນັ້ນ ກໍຈັດຕັ້ງປະຕິບັດ ຂໍ້ຕົກລົງ 93/ນຍ ວ່າດ້ວຍການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງ ຖິ່ນ ໂດຍສະເພາະ ການຄັດເລືອກເອົາໂຄງການບູລິມະສິດ ທີ່ມີຕະຫຼາດຮອງຮັບ ແລະ ມີໜໍ່ແໜງການຜະລິດທີ່ດີແລ້ວ.
6. ຂົງເຂດ ອຸດສາຫະກຳ ແລະ ການຄ້າ: ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ກໍານົດໂຄງປະກອບລາຄາສິນຄ້າ (ຂາຍຍົກ-ຂາຍຍ່ອຍ) ແລະ ລາຍການສິນຄ້າ ທີ່ຕ້ອງໄດ້ຕິດຕາມການເໜັງຕີງຂອງລາຄາ ໃຫ້ຮູ້ໄດ້ສາເຫດການຂຶ້ນ-ລົງ ເພື່ອມີມາດຕະການແກ້ໄຂໃຫ້ທັນກັບສະພາບການ; ສືບຕໍ່ໂຄງການຊຸກຍູ້ການຜະລິດເປັນສິນຄ້າທົດແທນການນໍາເຂົ້າ ແລະ ຊຸກຍູ້ການສົ່ງອອກ; ສືບຕໍ່ຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດຄັງແຮເຂົ້າແຊກແຊງລາຄາ ແລະ ດັດສົມຕະຫຼາດ ຢູ່ນະຄອນຫຼວງວຽງຈັນ. ພ້ອມທັງ ຄົ້ນຄວ້ານະໂຍບາຍ, ລະບຽບການ, ເງື່ອນໄຂໃນການທົດລອງຈຳໜ່າຍສິນຄ້າ ໃນລາຄາແຊກແຊງ.
– ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດຜົນກອງປະຊຸມ ທຸລະກິດລາວ ປະຈຳປີ 2023 ໃຫ້ເປັນຮູບປະທໍາ ເປັນຕົ້ນ ການແກ້ໄຂຫົວຂໍ້ທີ່ຍັງຄົງຄ້າງ ແລະ ຍັງບໍ່ທັນໄດ້ແກ້ໄຂ ຕໍ່ກັບບັນດາຂໍ້ສະເໜີຂອງກອງປະຊຸມດັ່ງກ່າວ ເພື່ອກະກຽມເຮັດວຽກຮ່ວມ ລະຫວ່າງ ຄະນະລັດຖະບານ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ.
7. ຂົງເຂດ ໂຍທາທິການ ແລະ ຂົນສົ່ງ: ສຸມໃສ່ຄົ້ນຄວ້າ ຮ່າງນິຕິກຳຈຳນວນໜຶ່ງ ທີ່ມີຄວາມຈຳເປັນຮີບດ່ວນ ເຊັ່ນ: ຮ່າງຂໍ້ຕົກລົງ ວ່າດ້ວຍຄ່າທໍານຽມ-ຄ່າບໍລິການ ຂະແໜງລົດໄຟ, ຮ່າງດໍາລັດ ວ່າດ້ວຍການປັບໄໝຂອງຂະແໜງການລົດໄຟ ແລະ ພາລະບົດບາດທ່າບົກຂອງ ສປປ ລາວ ໃຫ້ສຳເລັດໄວ; ພ້ອມກັນນັ້ນ ກໍສືບຕໍ່ແກ້ໄຂບັນຫາຂໍ້ຄົງຄ້າງຕ່າງໆ ກ່ຽວກັບໂຄງການທາງລົດໄຟ ເພື່ອແກ້ໄຂຫາງສຽງ ແລະ ປະກົດການຍໍ້ທໍ້ຕ່າງໆ; ສືບຕໍ່ປັບປຸງໂຄງລ່າງພື້ນຖານ (ເສັ້ນທາງ) ຈຸດທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ເພື່ອໃຫ້ເສັ້ນສາມາດນຳໃຊ້ໄດ້ເປັນປົກກະຕິ.
8. ຂົງເຂດ ກະສິກຳ ແລະ ປ່າໄມ້ ສົມທົບກັບພາກສ່ວນກ່ຽວຂ້ອງ ປະຕິບັດຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດຄຳສັ່ງວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ; ນອກນັ້ນ ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດກະສິກຳ ເພື່ອສົ່ງອອກທົດແທນການນຳເຂົ້າ ໃຫ້ໄດ້ຕາມແຜນທີ່ກຳນົດໄວ້; ສືບຕໍ່ແກ້ໄຂຜົນກະທົບຈາກນ້ຳຖ້ວມ ຕໍ່ການຜະລິດກະສິກໍາ, ປູກຝັງລ້ຽງສັດ ໂດຍສະເພາະ ເລັ່ງໃສ່ຟື້ນຟູເຂດເນື້ອທີ່ຜະລິດເຂົ້ານາ ໃຫ້ສາມາດທັນຜະລິດຕາມຮອບວຽນ ຢູ່ບັນດາແຂວງພາກໃຕ້, ສະໜອງຢາປິ່ນປົວສັດລ້ຽງ ແລະ ອື່ນໆ.
9. ຂົງເຂດວຽກງານວັດທະນະທຳ-ສັງຄົມ:
(1) ມອບໃຫ້ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ: ສືບຕໍ່ສົມທົບກັບຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງໃຫ້ການຊ່ວຍເຫຼືອບັນເທົາທຸກປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ; ສືບຕໍ່ຕິດຕາມ ການຈັດຕັ້ງປະຕິ ບັດນະໂຍບາຍອຸດໜູນແຮງງານຂັ້ນຕ່ຳ ຕາມແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1502/ຫສນຍ, ລົງວັນທີ 16 ສິງຫາ 2023.
(2) ມອບໃຫ້ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ: ກໍສືບຕໍ່ກະກຽມຄວາມພ້ອມການຈັດປີທ່ອງທ່ຽວລາວ ປີ 2024 ຮອບດ້ານ, ພ້ອມນັ້ນ ກໍ່ໃຫ້ສົມທົບພາກສ່ວນກ່ຽວຂ້ອງ ແລະ ຜູ້ປະກອບການທ່ອງທ່ຽວ ໃນການປັບປຸງໂຄງລ່າງພື້ນຖານການທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວ, ລະບົບການຄຸ້ມຄອງການທ່ອງທ່ຽວ, ສືບຕໍ່ຄົ້ນຄວ້າການທ່ອງທ່ຽວຫຼາຍຮູບແບບ ແລະ ອື່ນໆ ໃຫ້ດີ ເພື່ອເຮັດໃຫ້ການພັດທະນາການທ່ອງທ່ຽວຢູ່ ສປປ ລາວ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ.
(3) ມອບໃຫ້ກະຊວງ ສຶກສາທິການ ແລະ ກິລາ: ສົມທົບກັບຂະແໜງການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ສຶບຕໍ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ມະຕິຕົກລົງ ຂອງລັດຖະບານ ວ່າດ້ວຍການກຳນົດນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາການຂາດແຄນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ. ນອກນີ້ ກໍສືບຕໍ່ກະກຽມການໄຂສົກຮຽນໃໝ່ ສົກປີ 2023-2024 ໃນສາຍການສຶກແຕ່ລະຂັ້ນ ໃນຂອບເຂດທົ່ວປະເທດ. ພ້ອມທັງສືບຕໍ່ປັບປຸງບັນດາໂຮງຮຽນ, ລວມທັງ ກະກຽມອຸປະກອນການຮຽນ-ການສອນ ແລະ ອຸປະກອນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ໃຫ້ສາມາດທັນກັບມື້ໄຂສົກຮຽນໃໝ່.
(4) ມອບໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ: ສືບຕໍ່ລົງຕິດຕາມ, ກວດກາ ບັນຫາສິ່ງແວດລ້ອມຂອງບັນດາໂຄງການພັດທະນາແຮ່ທາດ, ໂຮງງານອຸດສາຫະກຳ ແລະ ອື່ນໆ ໃຫ້ມີການຄຸ້ມຄອງທີ່ດີ; ສືບຕໍ່ປະຕິບັດການຊື້-ຂາຍ ກຳມະສິດນຳໃຊ້ທີ່ດິນ ຜ່ານລະບົບທະນາຄານ ຕາມທິດຊີ້ນຳຂອງລັດຖະບານ.
10. ຂົງເຂດວຽກງານການຕ່າງປະເທດ: ມອບໃຫ້ກະຊວງ ການຕ່າງປະເທດ ສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ ໂດຍສະເພາະ ບັນຫາທີ່ຈະສົ່ງຜົນກະທົບຕໍ່ລາວເຮົາ ເພື່ອລາຍງານຂໍທິດຊີ້ນຳໃຫ້ທັນການ; ສືບຕໍ່ກະກຽມຄວາມພ້ອມ ໃຫ້ແກ່ການເຄື່ອນໄຫວວຽກງານຕ່າງປະເທດຂອງການນຳຂັ້ນສູງຂອງພັກ, ຂອງລັດ ເຊັ່ນ: ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຢູ່ອິນໂດເນເຊຍ, ການກະກຽມເດີນທາງໄປຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ. ນອກຈາກນັ້ນ ກໍ່ສືບຕໍ່ສຸມໃສ່ກະກຽມບັນດາໜ້າວຽກ ໃນການເປັນເຈົ້າພາບກອງປະຊຸມອາຊຽນ ປີ 2024 ໃຫ້ສໍາເລັດຕາມກຳນົດເວລາ.
ຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ



