ໂດຍ: ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຂໍອະນຸຍາດລາຍງານ:
I. ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ແລະ ໃນໂລກ
• ປະຈຸບັນ ທົ່ວໂລກມີການລາຍງານການລະບາດຂອງພະຍາດ COVID-19 ທັງໝົດ 219 (ປະເທດ/ເຂດ), ຜູ້ຕິດເຊື້ອສະສົມ 120,399,300 ຄົນ, ເສຍຊິວິດສະສົມ 2,664,622 ຄົນ ແລະ ປີ່ນປົວເຊົາດີ 96,944,571 ຄົນ;
• ປະເທດທີ່ມີລາຍງານການຕິດເຊື້ອ ແລະ ເສຍຊີວິດຫຼາຍກວ່າໝູ່ ແມ່ນ ສະຫະລັດອາເມຣິກາ ມີຜູ້ຕິດເຊື້ອສະສົມ 30,042,814 ຄົນ ແລະ ເສຍຊີວິດສະສົມ 546,556 ຄົນ;
• ອັນດັບ 2 ແມ່ນ ປະເທດ ບຣາຊິວ ມີຜູ້ຕິດເຊື້ອສະສົມ 11,483,370 ຄົນ; ເສຍຊີວິດ 275,276ຄົນ
• ສຳລັບບັນດາກຸ່ມປະເທດອາຊຽນ, ປະເທດ ອິນໂດເນເຊຍ (ອັນດັບທີ 18 ຂອງໂລກ) ແມ່ນມີຜູ້ຕິດເຊື້ອສະສົມ ສູງກວ່າໝູ່ , ຖັດລົງມາແມ່ນປະເທດ ຟີລິບປິນ, ມາເລເຊຍ, ມຽນມ້າ ຕາມລຳດັບ;
• ສຳລັບສະພາບການຕິດເຊື້ອ ພະຍາດໂຄວິດ-19 ຢູ່ປະເທດອ້ອມຂ້າງ ສປປ ລາວ ເຮົາ ເຫັນວ່າປະເທດມຽນມ້າ ມີຈຳນວນ ຜູ້ຕິດເຊຶ້ອພະຍາດເປັນອັນດັບ 4 ໃນອາຊຽນ ກໍລະນີສະສົມທັງໝົດ 142,147 ຄົນ, ເສຍຊີວິດ 3,201 ຄົນ, ໃນມື້ວານນີ້ ມີຈຳນວນຜູ້ ຕິດເຊື້ອໃໝ່ 11 ຄົນ ແລະ ບໍ່ມີເສຍຊີວິດໃໝ່ ;
– ສຳລັບປະເທດໄທ ຍັງສືບຕໍ່ມີລາຍງານກໍລະນີໃໝ່ ກໍລະນີສະສົມທັງໝົດ 26,927 ຄົນ, ເສຍຊີວິດ 85 ຄົນ, ສຳລັບໃນມື້ວານນີ້ມີຜູ້ຕິດເຊື້ອໃໝ່ 170 ຄົນ;
– ສສ ຫວຽດນາມ: ກໍລະນີສະສົມທັງໝົດ 2,554 ຄົນ, ເສຍຊີວິດ 35 ຄົນ, ມີກໍລະນີຕິດເຊື້ອໃໝ່ໃນມື້ວານນີ້ 01 ຄົນ;
– ສປ ຈີນ: ກໍລະນີສະສົມທັງໝົດ 90,044 ຄົນ, ຕິດເຊື້ອໃໝ່ 10 ຄົນ;
– ກຳປູເຈຍ: ຕິດເຊື້ອສະສົມ 1,305 ຕິດເຊື້ອໃໝ່ 41 ຄົນ ເສຍຊີວິດ 0 ຄົນ
II. ການເຝົ້າລະວັງ COVID-19 ຢູ່ ສປປ ລາວ
• ວັນທີ 14 ມີນາ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 2,255 ຄົນ:
– ໃນນັ້ນຈຸດຜ່ານດ່ານ ລາວ – ໄທ ທັງໝົດ 968 ຄົນ;
– ຈຸດຜ່ານດ່ານ ລາວ – ຈີນ ທັງໝົດ 35 ຄົນ;
– ຈຸດຜ່ານດ່ານ ລາວ – ຫວຽດນາມ ທັງໝົດ 1,005 ຄົນ;
– ຈຸດຜ່ານດ່ານສະໜາມບິນສາກົນວັດໄຕ ທັງໝົດ 247 ຄົນ;
• ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນ ໃນມື້ວານນີ້ ແມ່ນ
o ໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້
o ໄດ້ເກັບຕົວຢ່າງທຸກໆຄົນມາກວດຊອກຫາຜູ້ຕິດເຊື້ອ COVID-19;
1. ການຕິດຕາມຜູ້ຖືກຈຳກັດບໍລິເວນ ຢູ່ໃນສະຖານທີ່ ທີ່ກຳນົດໄວ້ ໃນຂອບເຂດທົ່ວປະເທດ.
• ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3,791 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ຊອກຫາຜູ້ຕິດເຊື້ອ COVID-19. ນັບແຕ່ ວັນທີ່ 3 ມີນາ 2021 ເປັນຕົ້ນມາ ສປປ ລາວ ໄດ້ເລີ່ມນຳໃຊ້ເຄື່ອງຕິດຕາມການແພດ (ໂມງ) ໂດຍເລີ່ມຕົ້ນນຳໃຊ້ໃນຜູ້ທີ່ເດີນທາງເຂົ້າມ ສປປລາວທາງສະໜາມບິນວັດໄຕສາກົນ ທຸກຄົນຕ້ອງໄດ້ໃສ່ໂມງຕິດຕາມໃນໄລຍະຈຳກັດບໍລິເວນ 14 ວັນ.
2. ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ
• ໃນວັນທີ 14 ມີນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 539 ຄົນ;
• ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າ ວັນທີ 14 ມີນາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່;
• ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ປະຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 122,849 ຕົວຢ່າງ, ກວດພົບເຊື້ອສະສົມ 49 ຄົນ.
3. ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ
– ຜູ້ຕິດເຊື້ອນ້ຳເບີ 44 ຜົນກວດແມ່ນບໍ່ພົບເຊື້ອຕິດຕໍ່ກັນ 2 ຄັ້ງ, ສະນັ້ນ ມື້ນີ້ ຜູ້ກ່ຽວ ຈະໄດ້ອອກໂຮງໝໍ ແລະ ສືບຕໍ່ຕິດຕາມອາການຕົນເອງຢູ່ເຮືອນ ຈົນຄົບ 14 ວັນ;
– ມາຮອດປະຈຸບັນ ຜູ້ຕິດເຊື້ອພະຍາດ COVID-19 ຍັງນອນຕິດຕາມປິ່ນປົວຢູ່ໂຮງໝໍຈຳນວນ 06 ຄົນ (ນະຄອນຫຼວງ 3 ຄົນ, ຈຳປາສັກ 2 ຄົນ ແລະ ສະຫວັນນະເຂດ 1 ຄົນ), ທັງ 6 ຄົນ ທີ່ຕິດຕາມປິ່ນປົວ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ;
4. ການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
ການສັກວັກຊີນ ແມ່ນເພື່ອແກ້ໄຂພາວະສຸກເສີນ ຈາກການລະບາດຂອງພະຍາດໂຄວິດ-19 ຈຶ່ງໄດ້ສຸມໃສ່ກຸ່ມເປົ້າໝາຍບູລິມະສິດກ່ອນ ເປັນຕົ້ນແມ່ນ ພະນັກງານແພດໝໍ, ພະນັກງານດ່ານໜ້າຜູ້ທີ່ມີຄວາມສ່ຽງສູງ ໃນສູນກາງ ແລະ ທ້ອງຖິ່ນ, ມາຮອດປະຈຸບັນ ໄດ້ສັກເຂັມທີ 1 ໃຫ້ແກ່ກຸ່ມເປົ້າໝາຍບູລິມະສິດ ທັງໝົດ 40,732 ຄົນ ໃນຂອບເຂດທົ່ວປະເທດ ປະກອບມີ ພະນັກງານແພດໝໍກວມເອົາ 13,005 ຄົນ, ພະນັກງານເຮັດວຽກທີ່ມີຄວາມສ່ຽງ 22,791 ຄົນ, ຜູ້ເດີນທາງທີ່ມີຄວາມຈຳເປັນອອກນອກປະເທດ 625 ຄົນ, ຜູ້ສູງອາຍຸກ່ວາ 60 ປີ 220 ຄົນ, ຜູ້ທີ່ມີພະຍາດປະຈຳໂຕ 31 ຄົນ ແລະ ກຸ່ມອື່ນໆ 4,060 ຄົນ;
III. ຂໍ້ແນະນຳ
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ,
• ເພື່ອຫຼຸດຜ່ອນ ແລະ ສະກັດກັ້ນ ບໍ່ໃຫ້ເກີດມີການລະບາດເປັນວົງກວ້າງ ໃນປະເທດຂອງພວກເຮົາ ການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແມ່ນມີຄວາມສຳຄັນທີ່ສຸດ ຈົ່ງພ້ອມໃຈກັນ ສືບຕໍ່ປະຕິບັດໃຫ້ກາຍເປັນຄວາມເຄີຍຊີນ ກໍ່ຄື ການໃສ່ຜ້າປິດປາກ-ດັງ ເມື່ອເດີນທາງອອກຈາກບ້ານ, ໝັ່ນລ້າງມືໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອເລື້ອຍໆ, ຫຼີກລ້ຽງການເດີນທາງໄປຍັງເຂດທີ່ມີຄວາມສ່ຽງ ຫຼື ແອອັດ, ຮັກສາໄລຍະຫ່າງທາງສັງຄົມ ເປັນຕົ້່ນ;
• ສຳລັບ ຄົນຕ່າງປະເທດ ທີ່ເດີນທາງເຂົ້າມາ ສປປ ລາວ ທຸກຄົນຕ້ອງໄດ້ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ກໍ່ຄື ການນຳໃຊ້ເຄື່ອງຕິດຕາມທາງການແພດ ແລະ ປະກັນໄພ COVID-19, ສະບັບເລກທີ 3018/ສພກ, ລົງວັນທີ 02 ມີນາ 2021;
• ອີກເທື່ອໜຶ່ງ, ຂ້າພະເຈົ້າ ຂໍການຮ່ວມມື ມາຍັງພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນ ມີຄວາມສາມັກຄີເປັນຈິດນື່ງໃຈດຽວ ຮ່ວມແຮງຮ່ວມໃຈກັນ ປະຕິບັດມາດຕະການຕາມຄຳແນະນຳ ຂອງຄະນະສະເພາະກິດວາງອອກ ຢ່າງຖືກຕ້ອງ ແລະ ເຂັ້ມງວດ ເພື່ອຮັບປະກັນບໍ່ໃຫ້ມີຄວາມສ່ຽງ ທີ່ຈະມີການນຳພະຍາດ ໂຄວີດ-19 ເຂົ້າມາແຜ່ລະບາດໃນປະເທດເຮົາຮອບໃໝ່, ຖ້າຫາກທ່ານ ພົບເຫັນ ຜູ້ທີ່ຖືກຈຳກັດບໍລິເວນ ລັກລອບອອກຈາກສະຖານທີ່ຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້ນັ້ນ ຂໍຄວາມຮ່ວມມືນຳບັນດາທ່ານ ລາຍງານແກ່ເຈົ້າໜ້າທີ່ກ່ຽວຂ້ອງ ຫຼື ອຳນາດການປົກຄອງທ້ອງຖິ່ນທັນທີ ເພື່ອເຈົ້າໜ້າທີ່ ຈະນຳຜູ້ລັກລອບກັບຄືນມາສືບຕໍ່ຈຳກັດບໍລິເວນ ໃຫ້ຄົບກຳນົດ 14 ວັນ ແລະ ເຝົ້າລະວັງຕິດຕາມອາການຂອງພວກກ່ຽວ ເພື່ອຮັບປະກັນ ບໍ່ໃຫ້ມີການແຜ່ເຊື້ອໄປສູ່ສັງຄົມ ແລະ ຄົນອ້ອມຂ້າງ.