ໃນ​ນາມຕາງ​ໜ້າ​ຫ້ອງວ່າ​ການ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ປະຕິບັດໜ້າທີ່ໂຄສົກລັດຖະບານ ຂໍອະນຸຍາດຖະ​ແຫຼງມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ສຳລັບໄລຍະວັນທີ 20 ມິຖຸນາ ຫາວັນທີ 04 ກໍລະກົດ2021. ມື້ນີ້ວັນທີ 19 ມິຖຸນາ 2021ເປັນມື້ສຸດທ້າຍຂອງການສືບຕໍ່​ຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ໄດ້ກຳນົດໃນ ຄຳສ່ັງເລກທີ 15/ນຍ, ລົງວັນທີ 21 ເມສາ 2021,ແຈ້ງການ ສະບັບເລກ595/ຫສນຍ, ລົງວັນທີ 04ມິຖຸນາ 2021 ແລະ ມາດຕະການຕ່າງໆ ທີ່ບັນດາຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ໄດ້ວາງອອກ, ເຫັນວ່າ ລັດຖະບານ ກໍຄື ອົງການປົກຄອງທ້ອງຖິ່ນ ໄດ້ສືບຕໍ່ຊີ້ນຳການຄວບຄຸມ ແລະ ສະກັດກັ້ນ ການແຜ່ລະບາດ ພ້ອມທັງ ໄດ້ຮັບການຮ່ວມມືຈາກທຸກພາກສ່ວນໃນສັງຄົມແລະ ເພື່ອນມິດຕ່າງປະເທດ ເປັນຢ່າງດີ ເຮັດໃຫ້ການລະບາດພາຍໃນມີທ່າອ່ຽງຫຼຸດລົງ, ການຕິດເຊື້ອຢູ່ບັນດາແຂວງ ສ່ວນຫຼາຍແມ່ນມາຈາກການນຳເຂົ້າ, ຢູ່ນະຄອນຫຼວງວຽງຈັນ ເຖິງວ່າມີການລະບາດໃນຊຸມຊົນແຕ່ສາມາດຄວບຄຸມໄດ້ໃນລະດັບທີ່ແນ່ນອນ.ເຖິງຢ່າງໃດກໍຕາມ,ຍັງມີສິ່ງທ້າທາຍຫຼາຍດ້ານ ເຊັ່ນ: ການປະຕິບັດມາດຕະການ ທີ່ຄະນະສະເພາະກິດວາງອອກ ບໍ່ເຄັ່ງຄັດ, ການຕິດເຊື້ອຢູ່ປະເທດອ້ອມຂ້າງຍັງສູງຢູ່ ສົມທົບກັບມີລາຍງານການພົບເຫັນສາຍພັນໃໝ່ຂອງພະຍາດ COVID-19 ທີ່ສາມາດແຜ່ເຊື້ອໄວ ແລະ ມີຄວາມຮຸນແຮງກວ່າເກົ່າ, ສະນັ້ນ ເພື່ອຫຼຸດຜ່ອນຜົນກະທົບດ້ານເສດຖະກິດ-ສັງຄົມ ແລະ ບັນລຸຄາດໝາຍໃນການເຮັດໃຫ້ມີຜູ້ຕິດເຊື້ອພະຍາດ COVID-19 ໜ້ອຍທີ່ສຸດ, ໃຫ້ມີຜູ້ເສຍຊີວິດໜ້ອຍທີ່ສຸດ ແລະ ໃຫ້ສັງຄົມ ໄດ້ຫັນໄປສູ່ການດຳລົງຊີວິດປົກກະຕິ ພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິໃໝ່(New Normal)ໄດ້ໄວ ແລະ ທົ່ວເຖິງ, ລັດຖະບານ ຈຳເປັນຕ້ອງໄດ້ສືບຕໍ່ປະຕິບັດບັນດາມາດຕະການທີ່ໄດ້ລະບຸໃນຄຳສັ່ງສະບັບເລກທີ15/ນຍ,ລົງວັນທີ 21 ເມສາ 2021, ແຈ້ງການ ສະບັບເລກທີ 595/ຫສນຍ, ລົງວັນທີ 04ມິຖຸນາ 2021 ແລະບັນດາຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ ອອກໄປຕື່ມອີກ15 ວັນ ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 20 ມິຖຸນາ ຫາ ເວລາ 24:00 ໂມງ ຂອງວັນທີ 04 ກໍລະກົດ2021, ພ້ອມທັງຜ່ອນຜັນບາງມາດຕະການດັ່ງນີ້: 

ສຳລັບມາດຕະການສືບຕໍ່ປະຕິບັດ ມີດັ່ງນີ້:

  1. ສືບຕໍ່ເພີ່ມທະວີການຊອກຫາຜູ້ຕິດເຊື້ອ ມາປິ່ນປົວ ໂດຍມີການສົມທົບລະຫວ່າງ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ກັບບຸກຄະລາກອນທາງການແພດ ແລະ ພາກສ່ວນຕ່າງໆຂອງສັງຄົມດ້ວຍຫຼາຍວິທີ; ພ້ອມທັງ ເພີ່ມການສັກວັກຊິນແກ່ກຸ່ມເປົ້າໝາຍຕ່າງໆ ໃຫ້ໄດ້ຕາມຄາດໝາຍ.
  2. ສືບຕໍ່ປິດຮ້ານກິນ-ດື່ມ, ຄາຣາໂອເກະ, ສະຖານບັນເທີງ, ຮ້ານສະໜຸກເກີ, ຮ້ານນວດ, ຮ້ານສະປາ, ອິນເຕີເນັດຄາເຟ ແລະຮ້ານເກມທຸກປະເພດ ໃນທົ່ວປະເທດ.
  3. ສືບຕໍ່ປິດສູນກິລາໃນຮົ່ມທຸກປະເພດ ແລະ ຫ້າມຫຼິ້ນກິລາທີ່ຮ່າງກາຍມີການສຳພັດກັນ ເຊັ່ນ: ບານເຕະ, ຕີມວຍ ແລະ ອື່ນໆ ຢູ່ນະຄອນຫຼວງວຽງຈັນ ຫຼື ແຂວງທີ່ມີການລະບາດໃນຊຸມຊົນ.
  4. ສືບຕໍ່ປິດການຮຽນ-ການສອນ ຢູ່ສະຖານການສຶກສາທຸກຊັ້ນ ທຸກສາຍ ຢູ່ນະຄອນຫຼວງວຽງຈັນ, ຍົກເວັ້ນ ໂຮງຮຽນ ກິນນອນ.
  5. ສືບຕໍ່ປິດບັນດາໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫົວໜ່ວຍຫັດຖະກຳ ຢູ່ ໃນເຂດ ຫຼື ບ້ານທີ່ຖືກກຳນົດເປັນເຂດແດງ, ຍົກເວັ້ນໂຮງງານທີ່ພະນັກງານ, ກໍາມະກອນ ໄດ້ສັກວັກຊີນ ຄົບ 02 ເຂັມແລ້ວ,ໂຮງ​ງານ​ທີ່​ມີ​ຫໍ​ພັກ​ຂອງ​ແຮງ​ງານ​ຢູ່​ໃນ​ບໍ​ລິ​ເວນ​ໂຮງ​ງານ​ຂອງຕົນ, ໂຮງງານຜະລິດສິນຄ້າບໍລິໂພກ,ຢາປົວພະຍາດ, ເຄື່ອງປ້ອງກັນການລະບາດ ແລະ ອຸປະກອນການແພດແຕ່ໃຫ້ມີການຄຸ້ມຄອງຕາມມາດຕະການປ້ອງກັນ ທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງ​ວດ. ໃນໄລຍະພັກວຽກນີ້, ໃຫ້ຜູ້ປະກອບການຂອງບັນດາໂຮງງານ, ຫົວໜ່ວຍການຜະລິດທີ່ປິດມີລະບຽບການໃນການຄຸ້ມຄອງແຮງງານຢູ່ໃຕ້ຄວາມຮັບຜິດຊອບຂອງຕົນ ແລະ ປະສານສົມທົບກັບອົງການກ່ຽວຂ້ອງ ເພື່ອປະຕິບັດນະໂຍບາຍສະຫວັດດີການ ໃຫ້ແກ່ແຮງງານເຫຼົ່ານັ້ນ ຖືກຕ້ອງ, ຄົບຖ້ວນ ຕາມລະບຽບການ.
  6. ສືບຕໍ່ຫ້າມບຸກຄົນເດີນທາງ ເຂົ້າອອກ ເຂດທີ່ມີການຕິດເຊື້ອ (ເຂດແດງ) ຕາມການກໍານົດ ຂອງຄະນະສະເພາະກິດ ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງຂັ້ນທີ່ກ່ຽວຂ້ອງ ດ້ວຍເງື່ອນໄຂ ແລະ ເຫດຜົນຈຳເປັນ.
  7. ສືບຕໍ່ຫ້າມຈັດງານລ້ຽງສັງສັນຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່.
  8. ສືບຕໍ່ໃຫ້ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດບັນດາມາດຕະການປ້ອງກັນການຕິດເຊື້ອ ແລະແຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກດັງ, ລ້າງມືດ້ວຍນໍ້າສະອາດໃສ່ສະບູຫຼືເຈວລ້າງມື.

 

ສຳລັບມາດຕະການຜ່ອນຜັນ ມີດັ່ງນີ້ :

 

  1. ສືບຕໍ່ອະນຸຍາດໃຫ້ເປີດສູນການຄ້າ, ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານມິນິມາດ, ຕະຫຼາດສົດ, ຕະຫຼາດຂາຍອາຫານ ໂດຍໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື.
  2. ສືບຕໍ່ອະນຸຍາດໃຫ້ຍ່າງອອກກຳລັງກາຍຕາມສະຖານທີ່ຕ່າງໆ ແລະ ຫຼິ້ນກິລາກາງແຈ້ງ ທີ່ຮ່າງກາຍບໍ່ໄດ້ສຳພັດກັນ.
  3. ສືບຕໍ່ອະນຸຍາດໃຫ້ເປີດຮ້ານຕັດຜົມ ຢູ່ນອກເຂດແດງ ແຕ່ບໍ່ໃຫ້ລູກຄ້າແອອັດຢູ່ໃນຮ້ານ ແລະ ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ.
  4. ສືບຕໍ່ອະນຸຍາດໃຫ້ນັ່ງກິນ, ດື່ມ ຢູ່ຮ້ານອາຫານ, ຮ້ານກາເຟ ທີ່ຢູ່ນອກເຂດແດງ ໂດຍໃຫ້ຈັດບ່ອນນັ່ງໃຫ້ມີໄລຍະຫ່າງ01 ແມັດຂຶ້ນໄປ ແລະ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ, ແຕ່ບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ຢ່າງເດັດຂາດ.
  5. ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມ, ໂຮມຊຸມນຸມ ທີ່ມີຜູ້ເຂົ້າຮ່ວມບໍ່ເກີນ 50 ຄົນ ຢູ່ສະຖານທີ່ນອກເຂດແດງແຕ່ຕ້ອງສາມາດຮັກສາໄລຍະຫ່າງ 01 ແມັດຂຶ້ນໄປ ໂດຍການຈັດກອງປະຊຸມດັ່ງກ່າວ ຕ້ອງໄດ້ປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມືຄັກແນ່.
  6. ສືບຕໍ່ອະນຸຍາດໃຫ້ນຳໃຊ້ເຮືອຫາປາ ເພື່ອຫາປາຕາມລຳນໍ້າເຂດຊາຍແດນລະຫວ່າງປະເທດໃນໄລຍະເວລາ ແຕ່ 08:00 ໂມງ ຫາ 18:00 ໂມງ ໂດຍໃຫ້ອົງການປົກຄອງທ້ອງຖິ່ນ ສົມທົບກັບ ກໍາລັງປກຊ-ປກສຢູ່ແຕ່ລະພື້ນທີ່ອອກລະບຽບການຄຸ້ມຄອງ, ກຳນົດຈຳນວນເຮືອຫາປາແລ້ວຈຶ່ງອະນຸຍາດ ໂດຍກ່ອນຈະອອກໄປ ກໍຕ້ອງໄດ້ບັນທຶກການປ່ອຍອອກ ແລະ ບັນທຶກການເຂົ້າມາຈອດ, ພ້ອມນັ້ນກໍ່ໃຫ້ຕິດຕາມກວດກາການຈັດຕັ້ງປະຕິບັດຢ່າງໃກ້ຊິດແລະເຂັ້ມງວດ.
  7. ສືບຕໍ່ອະນຸຍາດໃຫ້ເດີນທາງ​​ເຂົ້າ​-ອອກຢູ່ພາຍໃນທ້ອງຖິ່ນທີ່ບໍ່ມີການລະາດໃນຊຸມຊົນໄດ້ປົກກະຕິ.
  8. ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານທາງບົກ, ທາງນໍ້າແລະ ທາງອາກາດ ລະຫວ່າງແຂວງຕໍ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນໄດ້ໂດຍບໍ່ໃຫ້ມີການຈຳກັດບໍລິເວນ; ສຳລັບຜູ້ໂດຍສານ ເຂົ້າ-ອອກ ນະຄອນຫຼວງວຽງຈັນ ຫຼື ແຂວງທີ່ມີການລະບາດໃນຊຸມຊົນ ຕ້ອງສັກວັກຊີນຄົບ 02 ເຂັມ ໂດຍບໍ່ໃຫ້ມີການຈຳກັດບໍລິເວນແລະ ຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມການຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມື ຄັກແນ່.
  9. ສືບຕໍ່ອະນຸຍາດໃຫ້ຜູ້ຂັບຂີ່ລົດແລະພະນັກງານຂົນສົ່ງສິນຄ້າເຂົ້າ​-ອອກລະຫວ່າງແຂວງ ຫາ ແຂວງ ແລະ ນະຄອນຫຼວງວຽງຈັນ ຫາ ແຂວງ ສາມາດສົ່ງສິນຄ້າເຖິງປາຍທາງໄດ້ໂດຍບໍ່ຈຳເປັນຕ້ອງຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່, ບໍ່ຕ້ອງກວດຫາເຊື້ອພະຍາດCOVID-19ແລະບໍ່ຈຳກັດບໍລິເວນຢູ່ແຂວງປາຍທາງແຕ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອແລະແຜ່ເຊື້ອທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.ສຳລັບການຂົນສົ່ງສິນຄ້າລະຫວ່າງປະເທດໃຫ້ສືບຕໍ່ຈັດຕັ້ງປະຕິບັດຕາມທີ່ໄດ້ເຄີຍປະຕິບັດໃນໄລຍະຜ່ານມາ. ໃນພາກປະຕິບັດຕົວຈິງໃຫ້ທຸກພາກສ່ວນກ່ຽວຂ້ອງປະຕິບັດເປັນເອກະພາບຕາມຄຳແນະນຳຂອງຄະນະສະເພາະກິດຂັ້ນສູນກາງແລະຄຳແນະນຳຂອງກະຊວງໂຍທາທິການແລະຂົນສົ່ງສະບັບເລກທີ242/ຍທຂ,ລົງວັນທີ23ເມສາ2021.
  10. ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ນະຄອນຫຼວງວຽງຈັນ, ວິສາຫະກິດ ທົ່ວນະຄອນຫຼວງວຽງຈັນ ພິຈາລະນາໃຫ້ພະນັກງານ, ລັດຖະກອນ, ກຳມະກອນອງຕົນ ມາປະຈຳການປົກກະຕິ ຖ້າເຫັນວ່າ ຫ້ອງເຮັດວຽກຂອງແຕ່ລະການຈັດຕັ້ງ ສາມາດຮັບປະກັນການຮັກສາໄລຍະຫ່າງໄດ້ ຫຼື ຜູ້ທີ່ໄດ້ສັກວັກຊີນ ຄົບ 02 ເຂັມ, ແຕ່ຖ້າການຈັດຕັ້ງໃດ ບໍ່ສາມາດຮັກສາໄລຍະຫ່າງໄດ້ ໃຫ້ຜັດປ່ຽນກັນມາປະຈຳການ.
  11. ອະນຸຍາດໃຫ້ເປີດຮ້ານເສີມສວຍຢູ່ນອກເຂດແດງແຕ່ບໍ່ໃຫ້ລູກຄ້າແອອັດຢູ່ໃນຮ້ານແລະປະຕິບັດມາດຕະການປ້ອງກັນການຕິດເຊື້ອແລະແຜ່ເຊື້ອຢ່າງເຂັ້ມງວດ.
  12. ອະນຸຍາດໃຫ້ເປີດການຮຽນ-ການສອນ ສຳລັບການສຶກສາກ່ອນໄວຮຽນ, ສາມັນສຶກສາ, ອາຊີວະສຶກສາ, ວິທະຍາໄລ ແລະ ການສຶກສາຊັ້ນສູງ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ ໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ.
  13. ອະນຸຍາດໃຫ້ເປີດສະຖານທີ່ທ່ອງທ່ຽວ ແລະ ສວນອາຫານ, ແຕ່ບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ.

ກ່ຽວກັບບັນດາມາດຕະການທີ່ໄດ້ກ່າວມານັ້ນ, ມອບໃຫ້ກະຊວງ,​ ອົງການທຽບເທົ່າ,ອົງການປົກຄອງທ້ອງຖິ່ນ ແລະ ຄະນະສະເພາະກິດທຸກຂັ້ນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢ່າງເດັດຂາດ ແລະ ເຂັ້ມງວດ.

 ພໍ່ແມ່ ພີ່ນ້ອງ ທີ່ຮັກແພງທັງຫຼາຍ,

 ເຖິງແມ່ນວ່າ ປະຈຸບັນສະພາບການລະບາດໄດ້ຫຼຸດລົງ ທຽບໃສ່ການຈັດຕັ້ງປະຕິບັດແຈ້ງການຜ່ານມາ, ແຕ່ກໍຍັງພົບເຫັນຜູ້ຕິດເຊື້ອ, ຍິ່ງໄປກວ່ານັ້ນ ມີກໍລະນີ ການຕິດເຊື້ອສູ່ເດັກນ້ອຍເພີ່ມຂຶ້ນ. ສະນັ້ນ ລັດຖະບານ ກໍຄືຄະນະສະເພາະກິດ ຈຶ່ງຮຽກຮ້ອງມາຍັງ​ທຸກ​ຄົນ, ທຸກ​ພາກ​ສ່ວນ ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ ຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ວາງອອກໃນໄລຍະ 15 ວັນ ຂ້າງໜ້ານີ້ ໃຫ້ເຂັ້ມງວດ ແລະ ເດັດຂາດ ກວ່າເກົ່າ, ເມື່ອຈໍານວນຜູ້ຕິດເຊື້ອຫຼຸດລົງ ລັດຖະບານ ຈຶ່ງຈະສາມາດມີມາດຕະການຜ່ອນຜັນ ໄດ້ຕື່ມອີກ, ສິ່ງສຳຄັນ ແມ່ນຈະເຮັດໃຫ້ພວກເຮົາ ສາມາດບັນລຸຄາດໝາຍລວມສູງສຸດ ກໍ່ຄືການໃຫ້ມີຜູ້ຕິດເຊື້ອ ໜ້ອຍທີ່ສຸດ, ໃຫ້ມີຜູ້ເສຍຊີວິດໜ້ອຍທີ່ສຸດ ແລະ ໃຫ້ສັງຄົມ ໄດ້ຫັນໄປສູ່ການດຳລົງຊີວິດປົກກະຕິ ພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິໃໝ່ໄດ້ໄວ ແລະ ທົ່ວເຖິງ.

ພ້ອມກັນນີ້, ກໍຮຽກຮ້ອງມາຍັງ ທຸກການຈັດຕັ້ງ,ທຸກອົງການຂອງພັກ, ລັດ,ອົງການຈັດຕັ້ງແນວໂຮມ, ອົງການຈັດຕັ້ງມະຫາຊົນ,ການຈັດຕັ້ງທາງສັງຄົມ ຈົ່ງເປັນກຳລັງແຮງ ໃນການຈັດຕັ້ງປະຕິບັດ ບັນດາມາດຕະການທີ່ລັດຖະບານ ວາງອອກ ຢ່າງເປັນເອກະພາບ ແລະ ມີຄວາມຮັບຜິດຊອບສູງ.

 ມາດຕະການທີ່ໄດ້ກ່າວມານັ້ນ ມີຜົນສັກສິດ ນັບແຕ່ວັນທີ 20ມິຖຸນາ ຫາ ວັນທີ 4 ກໍລະກົດ2021. ໃນພາກປະຕິບັດຕົວຈິງ ຈະໄດ້ມີການປະເມີນ, ທົບທວນ ແລະ ດັດປັບ ໃຫ້ເໝາະສົມຕື່ມ, ກໍລະນີມີການປ່ຽນແປງ ລັດຖະບານ ຈະແຈ້ງໃຫ້ຊາບ ເປັນແຕ່ລະໄລຍະ.

 ອີກຄັ້ງໜຶ່ງ, ຂໍຮຽກຮ້ອງໃຫ້ທຸກຄົນເອົາໃຈໃສ່ໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ ໂດຍສະເພາະ ການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກດັງ, ລ້າງມືດ້ວຍນໍ້າສະອາດໃສ່ສະບູຫຼືເຈວລ້າງມື ເປັນປະຈຳ.

ສຸດ​ທ້າຍ​ນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ທຸກໆຄົນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກ ໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຜົນສຳເລັດໃນ ໜ້າທີ່ວຽກງານຂອງຕົນ, ປອດໄພຈາກພະຍາດ COVID-19 ແລະ ພະຍາດອື່ນໆ.

Loading...