ສະຫງວນລິຂະສິດ © ສະຖານີ ວິທະຍຸກະຈາຍສຽງແຫ່ງຊາດລາວ

ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

   ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຕົວຈິງ

ບົດນຳ ແນວຄິດ ໄກສອນ ພົມວິຫານ ໃນການສ້າງລັດຖະທຳມະນູນ ແຫ່ງ ສປປ ລາວ ໃນໂອກາດສະເຫຼີມສະຫຼອງວັນລັດຖະທຳມະນູນ ແຫ່ງຊາດ ຄົບຮອບ 30 ປີ (15 ສິງຫາ 1991-15 ສິງຫາ 2021)

ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການປະຕິວັດປະເທດເຮົາ ແມ່ນແນວຄິດ-ທິດສະດີປະຕິວັດ ແລະ ວິທະຍາສາດທີ່ເປັນລະບົບ ຄົບຊຸດຂອງພັກເຮົາ ສ້າງຂຶ້ນບົນພື້ນຖານການໝູນໃຊ້ຢ່າງປະດິດສ້າງບັນດາຫຼັກມູນທິດສະດີພື້ນຖານຂອງລັດທິມາກ-ເລນິນ ແລະ ບົດຮຽນຕໍ່ສູ້ປະຕິວັດ ຂອງຂະບວນການກອມມູນິດ ແລະ ກຳມະກອນສາກົນ ຊຶ່ງໄດ້ຮັບການທົດສອບ, ຊຸບຫຼໍ່ ແລະ ຢັ້ງຢືນຈາກພຶດຕິກຳຂອງການປະຕິວັດປະເທດເຮົາ. ແນວຄິດ ໄກສອນ ພົມວິຫານ ໃນການສ້າງລັດຖະທຳມະນູນ ແຫ່ງ ສປປ ລາວ ແມ່ນແນວຄິດພື້ນຖານໃນການສ້າງລັດ ແຫ່ງ ສປປ ລາວ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍໃນໄລຍະໃໝ່-ໄລຍະທີ່ພັກເຮົາກຳອຳນາດ.
ໃນໄລຍະຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ພ້ອມທັງລູກແຫຼ້ງຕີນມືຂອງພວກເຂົານັ້ນ ປະທານ ໄກສອນ ພົມວິຫານ ໄດ້ມີແນວຄິດຍຸດທະສາດແຕ່ຫົວທີ່ກ່ຽວກັບການຍາດເອົາອຳນາດການປົກຄອງມາໃຫ້ປະຊາຊົນ ແລະ ນຳໃຊ້ກົດໝາຍຕໍ່ສູ້ກັບຝ່າຍກົງກັນຂ້າມ ໂດຍຖືເອົາບັນຫາອຳນາດການປົກຄອງເປັນບັນຫາພື້ນຖານຂອງການປະຕິວັດປະເທດເຮົາໃນທຸກໆໄລຍະ, ຊຶ່ງປະທານ ໄກສອນ ພົມວິຫານ ໄດ້ຊີ້ນຳວ່າ: “ການປະຕິວັດໄດ້ຮັບໄຊຊະນະຢູ່ບ່ອນໃດ, ເຂດແຄວ້ນໃດຕ້ອງສ້າງຕັ້ງອຳນາດການປົກຄອງຂຶ້ນ ເພື່ອກໍ່ສ້າງຖານທີ່ໝັ້ນຢູ່ບ່ອນນັ້ນ, ກໍ່ສ້າງກຳລັງປະກອບອາວຸດ ແລະ ເຄິ່ງປະກອບອາວຸດປະຕິວັດເພື່ອນຳພາການຕໍ່ສູ້ດ້ວຍອາວຸດ”.
“ອອກແຮງສ້າງເຂດປົດປ່ອຍໃນທຸກດ້ານໃຫ້ມີຂະໜາດເປັນລັດໜຶ່ງຢ່າງແທ້ຈິງ ເພື່ອເປັນບ່ອນອີງຢ່າງໜັກແໜ້ນໃຫ້ແກ່ການຕໍ່ສູ້ໃນທົ່ວປະເທດ”.
“ຢາກຄຸ້ມຄອງສັງຄົມໄດ້ ແມ່ນບໍ່ມີວິທີໃດອື່ນ ນອກຈາກການສ້າງ ແລະ ບູລະນະລະບົບນະໂຍບາຍກ່ຽວກັບດ້ານຕ່າງໆໃນຊີວິດສັງຄົມ. ຄຽງຄູ່ກັນນັ້ນຕ້ອງເຮັດໃຫ້ນະໂຍບາຍເຫຼົ່ານັ້ນເປັນລະບົບກົດໝາຍ, ເປັນກົດບັນຍັດລະອຽດ ເພາະວ່າຖ້າບໍ່ມີກົດໝາຍ, ບໍ່ມີຂໍ້ບັງຄັບໃນສັງຄົມແລ້ວ ກໍຈະຄຸ້ມຄອງສັງຄົມບໍ່ໄດ້”.
ໃນພຶດຕິກຳຕົວຈິງຕະຫຼອດໄລຍະຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບໃໝ່ ແລະ ລູກແຫຼ້ງຕີນມື, ປະທານ ໄກສອນ ພົມວິຫານ ໄດ້ນຳພາ-ຊີ້ນຳການຕໍ່ສູ້ກັບຝ່າຍຂົງກັນຂ້າມ ຢ່າງສະຫຼາດສ່ອງໃສດ້ວຍການສົມທົບຢ່າງກົມກຽວ ແລະ ພິກໄຫວ ລະຫວ່າງການຕໍ່ສູ້ທາງດ້ານການເມືອງ, ການຕ່າງປະເທດກັບການຕໍ່ສູ້ດ້ວຍອາວຸດ, ການຕໍ່ສູ້ຢ່າງເປີດເຜີຍກັບການຕໍ່ສູ້ປິດລັບ, ການຕໍ່ສູ້ຖືກກົດໝາຍ ເຄິ່ງຖືກກົດໝາຍ ກັບການຕໍ່ສູ້ຜິດກົດໝາຍ, ທັງຕໍ່ສູ້ ທັງເຈລະຈາເຖິງ 3 ຄັ້ງ, ຍາດເອົາໄຊຊະນະ ເທື່ອລະກ້າວເທື່ອລະບັ້ນຮົບແຕ່ນ້ອຍຫາໃຫຍ່ ແລະ ກ້າວຂຶ້ນຍາດເອົາໄຊຊະນະຢ່າງສົມບູນ ດ້ວຍການໂຄ່ນລົ້ມອຳນາດການປົກຄອງຂອງລັດທິລ່າເມືອງຂຶ້ນແບບໃໝ່ ແລະ ລະບອບສັກດີນາຢ່າງສິ້ນເຊີງ ດ້ວຍສາມບາດຄ້ອນຍຸດທະສາດ, ສະຖາປານາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975, ພາປະເທດຊາດກ້າວຂຶ້ນຕາມ ຈຸດໝາຍສັງຄົມນິຍົມຢ່າງສະຫງ່າອົງອາດ.
ພາຍຫຼັງສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຕົ້ນມາ, ໂດຍສະເພາະໃນທົດສະວັດທຳອິດ (1975-1985) ໂດຍເລີ່ມຈາກລະດັບການຂະຫຍາຍຕົວທາງດ້ານເສດຖະກິດ- ສັງຄົມ ຂອງປະເທດເຮົາໃນໄລຍະນັ້ນຍັງຕໍ່າ, ສະນັ້ນ ປະທານ ໄກສອນ ພົມວິຫານ ຈຶ່ງໄດ້ຊີ້ນຳວ່າ: “ຕ້ອງກໍ່ສ້າງ ແລະ ປັບປຸງໂຄງຮ່າງການຈັດຕັ້ງອຳນາດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ໃຫ້ກາຍເປັນລະບົບອຳນາດການປົກຄອງທີ່ເປັນ ປະຊາທິປະໄຕທີ່ແທ້ຈິງ ແລະ ເຂັ້ມແຂງ, ມີກຳລັງພຽງພໍໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ”.
“ລັດຕ້ອງຫັນແນວທາງ, ແຜນນະໂຍບາຍຂອງພັກ ເປັນແຜນການ, ນະໂຍບາຍລະອຽດ, ເປັນມາດຕະການ ແລະ ກຳນົດໝາຍທີ່ມີລັກສະນະກົດໝາຍ ທັງເປັນຜູ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ກ່ອນອື່ນຕ້ອງຮັບຮູ້ວ່າປະເທດເຮົາຍັງບໍ່ທັນເປັນສັງຄົມນິຍົມ ແລະ ກໍບໍ່ແມ່ນທຶນນິຍົມ, ພວກເຮົາຍັງຢູ່ໃນລະບອບ ປະຊາທິປະໄຕ ປະຊາຊົນ. ສະນັ້ນ ການສ້າງກົດໝາຍຕ້ອງສອດຄ່ອງກັບໜ້າທີ່ການເມືອງຂອງພັກ ແລະ ສະພາບຈຸດພິເສດຕົວຈິງຂອງການພັດທະນາປະເທດຊາດໃນໄລຍະໃໝ່”.
ພາຍຫຼັງພັກປະຊາຊົນປະຕິວັດລາວ ໄດ້ວາງແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ມີຫຼັກການ (1986) ເປັນຕົ້ນມາ, ປະທານ ໄກສອນ ພົມວິຫານ ໄດ້ຊີ້ນຳວ່າ: “ມີຄວາມຈຳເປັນຕ້ອງມີລັດຖະທຳມະນູນ ແລະ ກົດໝາຍ ເພື່ອເປັນເຄື່ອງມືໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ”, ຍ້ອນແນວນັ້ນ ປະທານ ໄກສອນ ພົມວິຫານ ຈຶ່ງໄດ້ຊີ້ນຳໃຫ້ດຳເນີນການເລືອກຕັ້ງສະພາປະຊາຊົນຂັ້ນເມືອງ, ຂັ້ນແຂວງ ໃນປີ 1988 ແລະ ສະພາປະຊາຊົນສູງສຸດ ຊຸດທີ II ໃນວັນທີ 26 ມີນາ 1989 ຊຶ່ງເປັນສະພາທີ່ປະຕິບັດພາລະບົດບາດຕົ້ນຕໍ ໃນການສ້າງລັດຖະທຳມະນູນ. ພ້ອມກັນນັ້ນ, ເພິ່ນກໍໄດ້ລົງນາມໃສ່ມະຕິກົມການເມືອງສູນກາງພັກ ສະບັບເລກທີ 16/ກມສພ, ລົງວັນທີ 3 ສິງຫາ 1989 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການສ້າງລັດຖະທຳມະນູນ ໂດຍແມ່ນ ທ່ານ ໜູຮັກ ພູມສະຫວັນ ປະທານສະພາປະຊາຊົນສູງສຸດ ຊຸດທີ II ເປັນຫົວໜ້າຄະນະ.
ໃນຕະຫຼອດໄລຍະ 2 ປີກວ່າ ແຫ່ງການກະກຽມ ແລະ ສ້າງຮ່າງລັດຖະທຳມະນູນນັ້ນ ປະທານ ໄກສອນ ພົມວິຫານ ບໍ່ໄດ້ລົດລະໃນການຊີ້ນຳຢ່າງຈົດຈໍ່ ແລະ ແທດເຖິງ ຕໍ່ການສ້າງຮ່າງລັດຖະທຳມະນູນແຫ່ງ ສປປ ລາວ.
ພາຍຫຼັງໄດ້ວິເຄາະ ວິໄຈຢ່າງເລິກເຊິ່ງ ແນວຄິດຂອງ ທ່ານ ກາກມາກ, ທ່ານ ເລນິນ ແລະ ນັກກົດໝາຍຕ່າງປະເທດທີ່ມີຊື່ສຽງຈໍານວນໜຶ່ງ ກ່ຽວກັບລັດຖະທຳມະນູນແລ້ວ ປະທານ ໄກສອນ ພົມວິຫານ ໄດ້ຊີ້ແຈ້ງວ່າ: “ລັດຖະທຳມະນູນ ແມ່ນກົດໝາຍພື້ນຖານຂອງລັດທີ່ນຳມາປະຕິບັດ ເພື່ອປົກປັກຮັກສາ, ປັບປຸງອຳນາດ, ປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ສ້າງສາປະເທດຊາດ ກ້າວຂຶ້ນຕາມຈຸດໝາຍຂອງຊົນຊັ້ນກຳອຳນາດ”.
“ເພື່ອເພີ່ມທະວີການຄຸ້ມຄອງສັງຄົມຕາມກົດໝາຍ, ດັ່ງນັ້ນ, ມີຄວາມຈຳເປັນຕ້ອງມີລັດຖະທຳມະນູນ ແລະ ຈາກລັດຖະທຳມະນູນ, ຈາກກົດໝາຍພື້ນຖານນັ້ນ ຈຶ່ງຫັນຂໍ້ຄວາມຕ່າງໆໃນລັດຖະທຳມະນູນ ເປັນລະບົບກົດໝາຍທີ່ນັບມື້ນັບສົມບູນຂຶ້ນ, ພວກເຮົາຖືວ່າການສ້າງລັດຖະທຳມະນູນ ເປັນວຽກໃຫຍ່ ແລະ ສຳຄັນທີ່ສຸດ ຊຶ່ງບໍ່ອາດຈະເຮັດແບບຟ້າວຟັ່ງໄດ້. ຜ່ານມາມີຄົນເວົ້າວ່າ ປະເທດເຮົາມີຄວາມຊັກຊ້າໃນການປະກາດໃຊ້ລັດຖະທຳມະນູນ, ທັ້ງໆທີ່ປະເທດອື່ນຍັງປະກາດໃຊ້ໂດຍໄວ, ຂ້າພະເຈົ້າຄິດວ່າ ແຕ່ລະປະເທດລ້ວນແຕ່ມີສະພາບແວດລ້ອມ ແລະ ຈຸດພິເສດທີ່ແຕກຕ່າງກັນ ເຊັ່ນ: ມີບາງປະເທດທຶນນິຍົມ ທີ່ຂະຫຍາຍຕົວກ່ອນໝູ່ແຕ່ກໍຍັງບໍ່ທັນມີລັດຖະທຳມະນູນຢ່າງເປັນລາຍລັກອັກສອນ. ສຳລັບຢູ່ປະເທດເຮົາ, ການສ້າງຮ່າງລັດຖະທຳມະນູນຂຶ້ນ ແລະ ປະກາດໃຊ້ລັດຖະທຳມະນູນ ພາຍຫຼັງທີ່ສະພາບການທາງການເມືອງ, ເສດຖະກິດ-ສັງຄົມມີຄວາມສະຫງົບປົກກະຕິ, ເປັນຕົ້ນແມ່ນພາຍຫຼັງທີ່ມີແນວທາງຖືກຕ້ອງ ແລະ ຈະແຈ້ງກ່ຽວກັບການສ້າງລະບອບ ປະຊາທິປະໄຕປະຊາຊົນ, ສ້າງບັນດາປະຖົມປັດໄຈ ໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມແລ້ວນັ້ນ ແມ່ນເໝາະສົມທີ່ສຸດ ແລະ ຖືກກັບກາລະເວລາ, ຂ້າພະເຈົ້າຄິດວ່າ ການສ້າງລັດຖະທຳມະນູນໃຫ້ມີລັກສະນະເປັນຂອງລາວແທ້ໆນັ້ນເປັນເລື່ອງຍາກ, ສ່ວນວ່າການຈົດກ່າຍເອົາລັດຖະທຳມະນູນປະເທດອື່ນມາເປັນຂອງຕົນນັ້ນເປັນເລື່ອງງ່າຍ”.
ສັງລວມແລ້ວແນວຄິດພື້ນຖານຂອງປະທານ ໄກສອນ ພົມວິຫານ ກ່ຽວກັບການສ້າງລັດຖະທຳມະນູນແຫ່ງ ສປປ ລາວ ມີ 5 ເນື້ອໃນສໍາຄັນ ດັ່ງນີ້:
1. ລັດຖະທຳມະນູນ ມີລັກສະນະຊົນຊັ້ນຢ່າງຈະແຈ້ງ, ສະນັ້ນການສ້າງລັດຖະທຳມະນູນ ແຫ່ງ ສປປ ລາວ ຈຶ່ງຕ້ອງຮັບປະກັນລັກສະນະຊົນຊັ້ນ ເຊິ່ງເນື້ອໃນຊົນຊັ້ນຂອງລັດຖະທຳມະນູນຂອງພວກເຮົາ ແມ່ນການຫັນບັນຫາພື້ນຖານຕ່າງໆ ລຸ່ມນີ້ເປັນເນື້ອໃນຂອງລັດຖະທຳມະນູນ ຄື:
– ໝາກຜົນຂອງການປະຕິວັດທີ່ປະຊາຊົນບັນດາເຜົ່າ ຍາດມາໄດ້ດ້ວຍການຕໍ່ສູ້ອັນລຳບາກຍາວນານ
ພາຍໃຕ້ການນຳພາຂອງພັກເຮົາ. ອຳນາດທັງໝົດລ້ວນແຕ່ເປັນຂອງປະຊາຊົນ. ລັດ ແມ່ນຂອງປະຊາຊົນ, ມາຈາກປະຊາຊົນ ແລະ ເພື່ອປະຊາຊົນ. ອຳນາດຂອງປະຊາຊົນຈະໄດ້ຮັບການປະຕິບັດຢ່າງຄົບຖ້ວນ ໂດຍຜ່ານບັນດາອົງການຈັດຕັ້ງ, ຮູບການ ແລະ ລະບຽບການຕ່າງໆ.
– ບົດບາດ ນຳພາຂອງພັກ ໃນລະບົບການເມືອງປະຊາທິປະໄຕປະຊາຊົນ ແລະ ໃນທຸກຂົງເຂດແຫ່ງຊີວິດສັງຄົມ ຕາມກົນໄກ ພັກນໍາພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າ.
– ລັດຄຸ້ມຄອງ ແລະ ອຳນວຍຄວບຄຸມສັງຄົມດ້ວຍກົດໝາຍ.
– ພັນທະພາບກຳມະກອນ, ກະສິກອນ ແລະ ປັນຍາຊົນທີ່ຮັກຊາດ.
– ເສດຖະກິດຫຼາຍພາກສ່ວນ ແລະ ຫຼາຍຮູບການກຳມະສິດທີ່ເຄື່ອນໄຫວຜະລິດ-ທຸລະກິດຢ່າງເສລີຖືກກົດໝາຍ.
2. ລັດຖະທຳມະນູນ ຕ້ອງຕິດພັນຢ່າງແໜ້ນແຟ້ນ ກັບໜ້າທີ່ການເມືອງຂອງພັກ ແລະ ທິດຂະຫຍາຍຕົວຂອງລະບອບປະຊາທິປະໄຕປະຊາຊົນຂອງປະເທດເຮົາ.
“ລັດຖະທຳມະນູນຂອງພວກເຮົາ ຕ້ອງສ່ອງແສງໄດ້ມານະຈິດ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາຊົນລາວບັນດາເຜົ່າ ໃນການສືບຕໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນ, ສ້າງບັນດາປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ”.
3. ລັດຖະທຳມະນູນ ແຫ່ງ ສປປ ລາວ ຕ້ອງສ້າງຂຶ້ນບົນພື້ນຖານຖືເອົາປະຊາຊົນເປັນກົກ, ອຳນາດທັງໝົດລ້ວນແຕ່ເປັນຂອງປະຊາຊົນ.
– ປະຊາຊົນປະຕິບັດສິດເປັນເຈົ້າຢ່າງມີການຈັດຕັ້ງ, ມີການນຳພາ, ອຳນາດຂອງປະຊາຊົນມີເນື້ອໃນ
ກວ້າງຂວາງທີ່ສຸດ, ອຳນາດນີ້ຈະໄດ້ຮັບການປະຕິບັດຢ່າງຄົບຖ້ວນ ໂດຍຜ່ານຫຼາຍການຈັດຕັ້ງ, ຫຼາຍຮູບການ ແລະ ລະບຽບການ.
– ຖືສໍາຄັນເປັນພິເສດ ການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ແລະ ການຮັບປະກັນສິດເສລີພາບຂອງປະຊາຊົນ ເປັນຫຼັກການໜຶ່ງໃນການສ້າງລັດຖະທຳມະນູນ.
– ການຄໍ້າປະກັນ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ຈະຕ້ອງສະແດງອອກຢູ່ບ່ອນວ່າ ອຳນາດການປົກຄອງປະຊາທິປະໄຕປະຊາຊົນ ຕ້ອງໜັກແໜ້ນ, ໝົດຈິດໝົດໃຈຮັບໃຊ້ປະຊາຊົນ, ດັ່ງນັ້ນ, ຈຶ່ງຕ້ອງເອົາໃຈໃສ່ຢູ່ສະເໝີ ໃນການຍົກລະດັບທາງດ້ານການເມືອງ-ແນວຄິດ, ຄວາມຊຳນິຊຳນານທາງດ້ານວິຊາສະເພາະວິຊາການ, ໃກ້ຊິດຕິດແທດປະຊາຊົນ, ຕ້ານລັດທິອາດຍາສິດໃຊ້ສິດໃຊ້ອຳນາດບາດໃຫຍ່, ຫ່າງເຫີນ
ປະຊາຊົນ, ກໍ່ຄວາມລຳບາກລຳຄານໃຫ້ປະຊາຊົນ; ພວກທີ່ສໍ້ລາດບັງຫຼວງຕ້ອງຖືກລົງໂທດຕາມກົດໝາຍຢ່າງເໝາະສົມ, ຫາກເຮັດໄດ້ຄືແນວນັ້ນ ສິດເສລີພາບຕ່າງໆຈຶ່ງຈະຖືກຄ້ຳປະກັນ.
4. ລັດຖະທຳມະນູນຂອງພວກເຮົາ ຕ້ອງອີງໃສ່ຫຼັກການລວມສູນອຳນາດ (ລວມສູນປະຊາທິປະໄຕ). ລັດຖະທຳມະນູນຂອງພວກເຮົາ ແມ່ນສ້າງຂຶ້ນໂດຍອີງໃສ່ຫຼັກການລວມສູນອໍານາດ. ໝາຍຄວາມວ່າລັດຈັດຕັ້ງ ແລະ ເຄື່ອນໄຫວຕາມຫຼັກການລວມສູນປະຊາທິປະໄຕ ແລະ ເຮັດໃຫ້ອຳນາດລັດເປັນເອກະພາບໃນທົ່ວປະເທດ ພາຍໃຕ້ການນຳພາຂອງພັກ, ບໍ່ໄປຕາມຫຼັກການແບ່ງອຳນາດ, ມີແຕ່ແບ່ງງານຢ່າງຈະແຈ້ງ ແລະ ມີການປະສານງານຢ່າງກົມກຽວ ລະຫວ່າງອົງການນິຕິບັນຍັດ, ອົງການບໍລິຫານ ແລະ ອົງການຕຸລາການເທົ່ານັ້ນ.
ອົງການຕ່າງໆເຫຼົ່ານັ້ນ ປະກອບເປັນລະບົບອົງການແຫ່ງອຳນາດລັດ, ເປັນຮາກຖານການເມືອງຂອງລັດ ແລະ ລວມສູນເຂົ້າໃນມືຂອງປະຊາຊົນ ແລະ ໃຫ້ປະຊາຊົນສາມາດນຳໃຊ້ອຳນາດດັ່ງກ່າວໄດ້ ໂດຍຜ່ານບັນດາ ອົງການຕົວແທນຂອງຕົນ.
ປະຊາຊົນເປັນຜູ້ເລືອກຕັ້ງບັນດາອົງການຕົວແທນຂອງຕົນຂຶ້ນ ແລະ ອົງການຕົວແທນເຫຼົ່ານັ້ນ ກໍຕ້ອງຮັບຜິດຊອບຕໍ່ປະຊາຊົນ. ດັ່ງນັ້ນ, ປະຊາຊົນຈຶ່ງມີສິດບໍ່ໄວ້ວາງໃຈບັນດາຕົວແທນ ທີ່ເຮັດໜ້າທີ່ບໍ່ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ.
5. ລັດຖະທຳມະນູນຂອງພວກເຮົາຕ້ອງສ້າງຂຶ້ນບົນພື້ນຖານຫຼັກການສາມັກຄີລະຫວ່າງເຜົ່າ ແລະ
ຄວາມປອງດອງຊາດ.
– ຄວາມສາມັກຄີລະຫວ່າງປະຊາຊົນບັນດາເຜົ່າ ແລະ ຄວາມສະເໝີພາບ, ຄວາມໂອບເອື້ອອາລີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວໜ້າລະຫວ່າງເຜົ່າຕ່າງໆ ເປັນນະໂຍບາຍກົກຂອງພັກເຮົາທີ່ແນ່ໃສ່ທັບມ້າງທຸກກົນອຸບາຍ ກໍ່ຄວາມອາຄາດບາດໝາງ, ແບ່ງແຍກຄວາມສາມັກຄີເປັນເອກະພາບລະຫວ່າງເຜົ່າ.
– ປະຊາຊົນລາວບັນດາເຜົ່າຂອງພວກເຮົາ ໄດ້ມີມູນເຊື້ອແຫ່ງຄວາມຮັກໄຄ້ໄມຕີ, ສາມັກຄີເປັນຈິດໜື່ງໃຈດຽວບົນປິຕຸພູມອັນແສນຮັກ, ຜ່ານປະຫວັດສາດອັນຍາວນານແຫ່ງການຕໍ່ສູ້ເພື່ອປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ. ຕ້ອງຫ້າມຢ່າງເດັດຂາດການປະພຶດທຸກຢ່າງ ທີ່ເປັນການດູຖູກໝິ່ນປະໝາດ, ອະຄະຕິ, ຄັບແຄບ, ກໍ່ຄວາມບາດໝາງແຕກແຍກລະຫວ່າງເຜົ່າ.
ທັງໝົດທີ່ກ່າວມາຂ້າງເທິງນີ້ ແມ່ນແນວຄິດຊີ້ນຳພື້ນຖານຂອງປະທານ ໄກສອນ ພົມວິຫານ ກ່ຽວ
ກັບການສ້າງລັດປະຊາທິປະໄຕປະຊາຊົນລາວ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ ໂດຍສະເພາະແມ່ນການສ້າງລັດຖະທຳມະນູນ ແຫ່ງ ສປປ ລາວ ຂອງພວກເຮົາ. ເມື່ອຫວນຄືນເບິ່ງແລ້ວ ເຫັນວ່າ ການສ້າງ ແລະ ປັບປຸງລັດຖະທຳມະນູນຂອງພວກເຮົາ ໄດ້ປະຕິບັດຢ່າງຖືກຕ້ອງ ແລະ ຄົບຖ້ວນຕາມແນວຄິດຊີ້ນຳຂອງປະທານ ໄກສອນ ພົມວິຫານ, ມີແຕ່ໃຫ້ຄະນະພັກ ແລະ ອົງການປົກຄອງທຸກຂັ້ນ ຈົ່ງພ້ອມກັນສຳຫຼວດຕີລາຄາເບິ່ງວ່າການປະຕິບັດລັດຖະທຳມະນູນ ແລະ ກົດໝາຍທີ່ໄດ້ປະກາດໃຊ້ແລ້ວນັ້ນ ມີຄວາມເຂັ້ມງວດ, ສັກສິດພຽງໃດ? ການນຳພາ ແລະ ການກຳອຳນາດຂອງຄະນະພັກແຕ່ລະຂັ້ນຕາມກົດໝາຍ ມີຄວາມໜັກແໜ້ນ, ເຂັ້ມແຂງຊ່ຳໃດ? ການບໍລິຫານລັດຕາມກົດໝາຍ ຂອງບັນດາອົງການອໍານາດລັດທຸກຂັ້ນ ມີຄວາມເຂັ້ມງວດ, ເດັດຂາດ ແລະ ມີປະສິດທິພາບ, ປະສິດທິຜົນຊ່ຳໃດ? ການແກ້ໄຂບັນດາປາກົດການຫຍໍ້ທໍ້ຕ່າງໆທີ່ມີລັກສະນະແຜ່ຫຼາຍທົ່ວໄປໃນສັງຄົມ ທີ່ເປັນການລະເມີດລັດຖະທຳມະນູນ, ກົດໝາຍ ແລະ ສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່ານັ້ນ ມີຄວາມເຂັ້ມງວດ, ເດັດຂາດ, ທ່ຽງທຳ, ສັກສິດ ແລະ ທັນເວລາ ຊ່ຳໃດ?.
ໃນໂອກາດສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີນີ້, ຮຽກຮ້ອງມາຍັງ
ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຕ້ອງສືບຕໍ່ຍຶດໝັ້ນແນວຄິດ ໄກສອນ ພົມວິຫານ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ຖືສຳຄັນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍລັດຖະທຳມະນູນ ແລະ ກົດໝາຍ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນທຸກຂົງເຂດແຫ່ງຊີວິດສັງຄົມ, ສ້າງລັດ ປະຊາທິປະໄຕປະຊາຊົນຂອງພວກເຮົາ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍເທື່ອລະກ້າວ, ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍທີ່ພັກ ແລະ ລັດເຮົາກຳນົດໄວ້, ພ້ອມກັນສືບຕໍ່ພາລະກິດປົກປັກຮັກສາປະເທດຊາດ ໃຫ້ມີສະຖຽນລະພາບທາງດ້ານການເມືອງຢ່າງໝັ້ນຄົງ, ສັງຄົມມີຄວາມສະຫງົບ, ຄວາມປອດໄພ, ເປັນລະບຽບຮຽບ
ຮ້ອຍ ແລະ ສ້າງສາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ ໄປຕາມຈຸດໝາຍສັງຄົມນິຍົມເທື່ອລະກ້າວຢ່າງໜັກແໜ້ນ.