ວັນທີ 13 ສິງຫາ ຂອງທຸກໆປີ ແມ່ນວັນສ້າງຕັ້ງໜັງສືພິມລາວອິດສະຫລະ ກໍຄື ໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວໃນປັດຈຸບັນ.ຊຶ່ງກົງກັບວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຊຶ່ງປີນີ້ໄດ້ໝູນວຽນມາບັນຈົບຄົບຮອບ 71 ປີ.ຄື: (ວັນທີ 13 ສິງຫາ 1950-13 ສິງຫາ 2021)
ຕະຫຼອດ 71 ປີຜ່ານມາ,ສື່ມວນຊົນລາວເວົ້າລວມ,ໂດຍສະເພາະໜັງສືພິມລາວອິດສະຫລະກໍຄື ໜັງສືພິມປະຊາຊົນ ຍາມໃດກໍຕິດພັນສະໜິດແໜ້ນກັບປະຫວັດ ສາດຂອງຊາດ,ຂອງພັກ,ຂອງການປະຕິ ວັດ ແລະ ຂອງປະຊາຊົນລາວບັນດາເຜົ່າ.ສະແດງອອກໃນມື້ສ້າງຕັ້ງແນວລາວອິດສະຫຼະ,ພັກເຮົາກໍໄດ້ສ້າງຕັ້ງໜັງສືພິມປະຕິວັດສະບັບທຳອິດຂື້ນ ໃສ່ຊື່ວ່າ ລາວອິດສະຫລະ ແລະ ສ້າງຕັ້ງໂຮງພິມປະ ຕິວັດແຫ່ງທໍາອິດໃນວັນດຽວກັນ ຄືວັນທີ 13 ສິງຫາ 1950, ຊຶ່ງແມ່ນທີ່ມາຂອງ ວັນສື່ມວນຊົນ ແລະ ການພິມຈຳໜ່າຍໃນປັດຈຸບັນ.
ຕະຫຼອດໄລຍະແຫ່ງການນຳພາຂະບວນ ການຕໍ່ສູ້ປົດປ່ອຍຊາດ,ຍາດເອົາເອກະ ລາດແຫ່ງຊາດ ແລະ ອິດສະລະພາບມາສູ່ປະຊາຊົນກໍ່ຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາລະບອບ ປະຊາທິປະໄຕ ປະຊາຊົນ,ພັກປະຊາຊົນ ປະຕິວັດລາວ ໄດ້ຖືວຽກງານໂຄສະນາສຶກສາອົບຮົມ, ຂົນຂວາຍ ແລະ ຈັດຕັ້ງປະຊາຊົນເປັນວິທີປະຕິວັດອັນໜຶ່ງ,ໃນນັ້ນວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍເວົ້າລວມ, ເວົ້າສະເພາະແມ່ນໜັງສືພິມຂອງພັກ,ໄດ້ກາຍເປັນອາວຸດອັນຄົມແຫຼມ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນໄຊຊະນະລວມຂອງການປະຕິວັດ.ຊຶ່ງມີບົດບາດສຳຄັນໃນການເສີມສ້າງຄວາມສາມັກຄີປອງດອງປວງຊົນທັງຊາດ,ໃນການໂຄສະນາ,ປຸກລະດົມ,ຊຸກຍູ້ການພັດທະນາສ້າງສາເສດຖະກິດ-ສັງຄົມ ຂອງປະເທດເຮົາ, ເຮັດໃຫ້ມີການຫັນປ່ຽນເສດຖະກິດທຳມະຊາດຂອງປະຊາຊົນກາຍເປັນເສດຖະກິດສິນ ຄ້າ,ສຶກສາອົບຮົມການເມືອງ-ແນວຄິດ, ສ້າງທັດສະນະຫຼັກໝັ້ນ ແລະ ຄວາມເຊື່ອໝັ້ນຕໍ່ອຸດົມຄະຕິ ແລະ ການນຳພາຂອງພັກ,ປະກອບສ່ວນຊຸກຍູ້,ປຸກລະດົມທົ່ວປວງຊົນເຮັດໜ້າທີ່ປ້ອງກັນຊາດປ້ອງກັນຄວາມສະຫງົບ,ໂຄສະນາດຶງດູດເອົາການຮ່ວມມື,ການຊ່ວຍເຫຼືອ ແລະ ການລົງທຶນຈາກຕ່າງປະເທດ ຕະຫຼອດເຖິງການເສີມຂະຫຍາຍປະຊາທິປະໄຕ ແລະ ຕໍ່ສູ້ຕ້ານກັບປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ.ທັງຕອບໂຕ້ຫາງສຽງຂອງພວກຄົນບໍ່ດີ ຈໍານວນໜຶ່ງຕໍ່ປະເທດພວກເຮົາ.
ຕະຫຼອດໄລຍະທີ່ຜ່ານມາ,ໜັງສື່ພິມປະຊາຊົນ ໄດ້ມີການພັດທະນາໃຫ້ເຕີບໃຫຍ່ຂະຫຍາຍຕົວຄຽງຄູ່ກັບສື່ອື່ນໆໄປຕາມຈັງຫວະການພັດທະນາເສດຖະກິດ ແລະ ສັງຄົມຂອງປະເທດໃນແຕ່ລະໄລຍະ.ມີຜົນງານໃນການຮັບໃຊ້ໜ້າທີ່ການເມືອງ ເປັນກະບອກສຽງຂອງພັກ-ລັດໄດ້ເປັນຢ່າງດີ ແລະ ຍັງສາມາດຮັກສາມູນເຊື້ອປະຕິວັດຂອງຕົນໃນການເປັນຜູ້ແນະນໍາ,ນໍາພາຫາງສຽງ ແລະ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງໂດຍໄດ້ຮັບຄວາມເຊື່ອຖື ໃນການສະໜອງຂໍ້ມູນຂ່າວສານຄວາມເປັນຈິງທີ່ເກີດຂື້ນໃນສັງຄົມ,ສາລະຄວາມຮູ້,ຄວາມບັນເທີງໃຫ້ແກ່ເປົ້າໝາຍຂອງຕົນ ພ້ອມທັງສາມາດເຊື່ອມຕໍ່ຂໍ້ມູນຂ່າວສານໃນພາກພື້ນ ແລະ ສາກົນ.ໃນມໍ່ໆມານີ້,ໜັງສືພິມຂອງພັກ ຍັງມີຜະລິດຕະພັນໃໝ່ທີ່ດຶງດູດຜູ້ອ່ານ ເຮັດໃຫ້ຜູ່ອ່ານສາມາດເຂົ້າເຖິງຂໍ້ມູນຂ່າວສານ ເຫດການຕ່າງໆໄດ້ດີ,ວ່ອງໄວ,ໄດ້ຮັບຄວາມເຊື່ອຖື ແລະ ຄວາມໄວ້ເນື້ອເຊື່ອໃຈຈາກພັກ-ລັດ ແລະ ປະຊາຊົນ.
ຈາກຜົນງານທີ່ສ້າງມາໄດ້ທັງໜົດນີ້,ແມ່ນຍ້ອນໄດ້ຮັບການຊີ້ນໍາ-ນໍາພາຈາກພັກ ແລະ ລັດ ເວົ້າລວມ,ເວົ້າສະເພາະ ແມ່ນການນໍາພາຂອງ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.ຍ້ອນຄວາມຕັ້ງໜ້າຄວາມຮັບຜິດຊອບ,ຄວາມບຸກບືນຫ້າວຫັນຂອງຄະນະບັນນາທິ ການ,ນັກຂ່າວ ແລະ ພະນັກງານໜັງສືພິມທຸກທົ່ວໜ້າໃນແຕ່ລະຍຸກແຕ່ລະສະໄໝ. ແລະ ຍ້ອນໄດ້ຮັບການຮ່ວມມື ສະໜັບສະ ໜູນຊ່ວຍເຫຼືອ ຈາກເພື່ອນຮ່ວມງານຢູ່ຕາມກະຊວງສໍານັກງານ,ອົງການ, ສະຖາບັນ,ທະນາຄານ,ບໍລິສັດ,ຫ້າງຮ້ານຕ່າງໆໃນທົ່ວສັງຄົມ,ບັນດານັກຂ່າວແຂວງ,ນັກຂ່າວເມືອງໃນຂອບເຂດທົ່ວປະເທດ ທີ່ໄດ້ສົ່ງຂ່າວ,ພາບ,ກາບກອນ ບົດປະເພດຕ່າງໆມາປະກອບສ່ວນ ເຮັດໃຫ້ໜັງສືພິມປະຊາຊົນມີເນື້ອໃນທີ່ອຸດົມສົມບູນ ທັງດ້ານຄຸນນະພາບ ແລະ ປະລິມານ ເພີ່ມຂື້ນເລື້ອຍໆ.
ເຖິງວ່າໜັງສືພິມປະຊາຊົນພວກເຮົາ ໄດ້ມີຜົນງານອັນພົ້ນເດັ່ນກໍຕາມ,ຄ່ຽງຄູ່ກັນນີ້, ຍັງມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ.ເຊັ່ນ:ການຕອບສະໜອງງົບປະມານຂອງລັດໃນການ ສົ່ງເສີມວິຊາ ການຍັງຈໍາກັດ,ການສ້າງລາຍຮັບວິຊາ ການມີທ່າອ່ຽງຫຼຸດລົງເລື້ອຍໆ ເນື່ອງຈາກສັງຄົມຫັນໄປໃຊ້ການບໍລິການຢູ່ສື່ອອນລາຍ;ບຸກຄະລາກອນຜູ້ມີຄວາມຮູ້ຄວາມສາມາດ ແລະ ຄວາມເປັນມືອາຊີບມີຈໍານວນໜ້ອຍ;ໂຄ່ງລ່າພື້ນຖານ, ວັດຖຸ- ເຕັກນິກຍັງບໍ່ທັນເປັນລະບົບຄົບຊຸດ, ອຸປະກອນເຕັກນິກບາງດ້ານຍັງເກົ່າບໍ່ທັນຍຸກທັນສະໄໝ,ເນື້ອໃນຂ່າວ ແລະ ບົດປະເພດຕ່າງໆ ໂດຍສະເພາະບົດວຽກດີຄົນເດັ່ນ ບໍ່ທັນຫຼາຍ,ບາງຄັ້ງຄາວເນື້ອໃນຍັງບໍ່ທັນເລິກຊຶ່ງ,ແຫຼມຄົມ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້ເທົ່າທີ່ຄວນ.ບຍັງມີຂໍ້ຜິດພາດໃນການນໍາໃຊ້ຄໍາສັບບໍ່ຖືກຕ້ອງຕາມຫຼັກໄວຍາກອນພາສາລາວໃນປັດຈຸບັນ.ດ້ານຮູບການກໍບໍ່ທັນຫຼາຍສີສັນ.ການຕອບໂຕ້ຖ້ອຍທໍານອງໂຈມຕີຂອງພວກຄົນບໍ່ດີ ບາງຄັ້ງຄາວຍັງບໍ່ທັນສະພາບການ;ການນໍາພາຫາງສຽງສັງຄົມ ແລະ ຕອບຂໍ້ຂ້ອງໃຈຂອງປະຊາຊົນ ບາງຄັ້ງຍັງບໍ່ທັນສະພາບການ ເນື່ອງຈາກບາງຂະແໜງການກ່ຽວຂ້ອງ ບໍ່ໃຫ້ການຮ່ວມມືໃນການຊີ້ແຈງບັນຫາທີ່ເກີດຂຶ້ນ;ໃນໄລຍະການລະບາດຂອງພະຍາດໂຄວິດ-19 ຍິ່ງເຮັດໃຫ້ໜັງສືພິມປະຊາຊົນພົບຄວາມຫຍຸ້ງຍາກຢ່າງຫຼວງຫຼາຍ.
ເພື່ອຍົກສູງຄຸນນະພາບຂອງສື່ມວນຊົນເວົ້າລວມ,ເວົ້າສະເພາະ ໜັງສືພິມປະ ຊາຊົນໄປຕາມວິໄສທັດ 2030,ຍຸດທະສາດຮອດປີ 2025 ແລະ ແຜນພັດທະນາວຽກງານຖະແຫຼງຂ່າວ ແລະ ສື່ມວນຊົນ 2020 2025 ພາຍໃຕ້ຈຸດໝາຍທີ່ວ່າ:ສ້າງໃຫ້ວຽກງານຖະແຫຼງຂ່າວ-ສື່ມວນຊົນ ແລະ ການພິມຈໍາໜ່າຍ ມີຄຸນນະ ພາບ, ທັນສະໄໝ,ວ່ອງໄວ,ທັນເຫດການ,ເປັນອາວຸດອັນແຫຼມຄົມຂອງພັກ-ລັດ ທັງລວງເລິກ ແລະລວງກວ້າງ,ເຂັ້ມແຂງ,ກຸ້ມຕົນເອງເທື່ອລະກ້າວ,ເຊື່ອມໂຍງກັບສາກົນ,ຮັບປະກັນຄວາມປອດໄພ ແລະ ມີສະຖຽນລະພາບດ້ານຂໍ້ມູນຂ່າວສານ,ມີບຸກຄະລາກອນທີ່ມີມາດຕະຖານສົມຄູ່ກັບຍຸກສະໄໝ.
ໜັງສືພິມປະຊາຊົນ ຈະພັດທະນາເນື້ອໃນ ແລະ ຮູບການໃຫ້ຮັບປະກັນ 4 ລັກສະນະ,ມີຫຼາຍຮູບຫຼາຍສີ ສາມາດດຶງດູດຄວາມສົນໃຈຂອງຜູ້ອ່ານໃຫ້ດີຂື້ນກວ່າເກົ່າ.ພັດທະນາບຸກຄະລາກອນໃຫ້ມີຄວາມຮູ້ດ້ານການເມືອງ,ຄຸ້ມຄອງ,ດ້ານວິຊາການ,ນຳໃຊ້ເຕັກໂລຊີຂໍ້ມູນຂ່າວສານການສື່ສານສູ່ລະບົບດີຈີຕອນ,ນໍາເອົາຂໍ້ມູນຂ່າວສານ ລົງເຖິງຮາກຖານ ຢູ່ເຂດຫ່າງໄກສອກຫຼີກ.
ດ້ວຍມູນເຊື້ອ ແລະ ບົດຮຽນ ພາຍໃຕ້ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ,ໜັງສືພິມປະຊາຊົນຈະຮັກສາເສີມຂະຫຍາຍ ສືບຕໍ່ບຸກບືນ ແລະ ສ້າງຕົນເອງໃຫ້ສືບຕໍ່ເປັນເວທີແຫ່ງການໂຄສະນາ, ຖະແຫຼງຂ່າວ,ເປັນກະບອກສຽງຂອງອົງການຈັດຕັ້ງຂອງພັກ-ລັດ ແລະ ສັງຄົມໃນການໂຄສະນາ, ສຶກສາອົບຮົມແນວທາງຂອງພັກ,ລະບຽບກົດໝາຍຂອງລັດ,ປຸກລະດົມນ້ຳໃຈຮັກຊາດ,ສະໜອງຂໍ້ມູນຂ່າວສານທາງ
ດ້ານການເມືອງ,ເສດຖະກິດ,ສັງຄົມ,ວິທະຍາສາດ,ເຕັກໂນໂລຊີ,ສາລະຄວາມຮູ້,ຄວາມບັນເທີງ, ປະກອບສ່ວນຕ້ານປະກົດການຫຍໍ້ທໍ້ໃນສັງຄົມ,ຖ້ອຍທຳນອງທີ່ບິດເບືອນຄວາມເປັນຈິງຂອງພວກຄົນບໍ່ດີ; ເປັນຂົວຕໍ່ລະຫວ່າງພັກ ກັບປະ ຊາຊົນ ແລະ ເປັນເວທີເສີມຂະຫຍາຍປະຊາ ທິປະໄຕປະຊາຊົນ ແລະ ສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ.
ເນື່ອງໃນໂອກາດວັນ ສ້າງຕັ້ງໜັງສື່ພິມປະຊາຊົນ,ກໍ່ຄື ວັນສື່ມວນຊົນແຫ່ງຊາດແລະການພິມຈຳໜ່າຍຄົບຮອບ 71 ປີ, ໃນນາມ ຫົວໜ້າບັນນາທິການໃຫ່ຍ ໜັງສືພິມປະຊາຊົນ ຂໍສະແດງຄວາມຂອບໃຈ ມາຍັງ ທຸກພາກສ່ວນໃນທົ່ງສັງຄົມ ທີ່ໄດ້ໃຫ້ການສະໜັບສະໜູນ ອູ້ມຊູ່ ຊ່ວຍເຫຼືອຕະຫຼອດມາ,ແລະ ຫວັງວ່າ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ເພື່ອເຮັດໃຫ້ ໜັງສືພິມປະຊາຊົນ ໄດ້ເຮັດຫລ້ອນໜ້າທີ່ອັນມີກຍດຂອງຕົນ.
ຂໍຂອບໃຈມາຍັງເພື່ອນຮ່ວມງານ,ນັກຂ່າວ,ຈາກກະຊວງ,ແຂວງ,ເມືອງໃນຂອບເຂດທົ່ວປະເທດທີ່ໄດ້ໃຫ້
ການຮ່ວມມືປະກອບສ່ວນໃນການສົ່ງຂ່າວ,ຮູບພາບ,ບົດປະເພດຕ່າງໆໃນຂອບເຂດທົ່ວປະເທດ ມາລົງໜັງສືພິມປະຊາຊົນ ໂດຍບໍ່ມີຄ່າຕອບແທນໃດໆ.ຫວັງວ່າ ໃນຕໍ່ໜ້າ,ການຮ່ວມມື ແລະ ການປະກອບສ່ວນຂອງບັນດາທ່ານຈະນັບມື້ນັບເພີ່ມຂື້ນ.ເພື່ອເຮັດໃຫ້ໜັງສືພິມມີເນື້ອໃນທີ່ອຸດົມສົມບູນສາມາດສ່ອງແສງໄດ້ຂະ
ບວນການສ້າງສາພັດທະນາປະເທດຊາດໃນທຸກທ້ອງຖິ່ນ.ກໍ່ຄືການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ໃຫ້ອອກສູ່ສາຍຕາຜູ້ອ່ານນັບມື້ນັບຫຼາຍຂື້ນ.
ນະໂອກາດນີ້,ຕາງໜ້າໃຫ້ຄະນະບັນນາທິການ,ນັກຂ່າວ,ພະນັກງານຂອງໜັງສືພິມປະຊາຊົນທຸກຖ້ວນໜ້າ ຂໍອວຍພອນໃຫ້ທຸກທ່ານ ຈົ່ງມີແຕ່ສຸຂະພາບເຂັ້ມແຂງ,ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານຂອງຕົນ,ມີຄວາມອີ່ມໜໍ່າສໍາລານ ມີຄວາມຜາສຸກໃນຊີວິດ ແລະ ພ້ອມກັນກ້າວຂື້ນ ມີຜົນງານອັນໃໝ່ດີຂື້ນເລື້ອຍ.
ຂອບໃຈ

