ໂອກາດໃຫ້ສໍາພາດ ຕໍ່ສື່ມວນຊົນ ທີ່ຈັດຂຶ້ນຕອນເຊົ້າວັນທີ 7 ຕຸລາ 2021 ທີ່ສະຖານີໂທລະພາບ ແຫ່ງຊາດ ທ່ານ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວໃຫ້ຮູ້ເຖິງ ພາລະ ບົດບາດ ຂອງອົງການກາແດງລາວ ໃນວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພະຍາດ ໂຄວິດ-19ວ່າ: ອົງການກາແດງລາວ ແມ່ນການຈັດຕັ້ງທາງສັງຄົມ ຂອງ ສປປ ລາວ ທີ່ເຄື່ອນໄຫວວຽກງານ ມະນຸດສະທຳ ຢ່າງເປັນເອກະລາດ ຢູ່ພາຍໃຕ້ລັດຖະທຳມະນູນ, ກົດໝາຍ ແລະ ເຈັດຫຼັກການພື້ນຖານ ຂອງຂະບວນການກາແດງ ແລະ ຊິກວົງເດືອນສາກົນ.
– ວຽກງານກາແດງ ແມ່ນການຊ່ວຍເຫຼືອດ້ານມະນຸດສະທຳ, ເປັນເຄື່ອງມື ແລະ ກົນໄກໜື່ງ ໃນການປະຕິບັດຫຼັກການຊ່ວຍເຫຼືອເຊິ່ງກັນແລະກັນ, ສ້າງສະພາບແວດລ້ອມ ທີ່ມີຄວາມສົມດູນ, ກົມກຽວ ແລະ ປອງດອງກັນໃນສັງຄົມ, ມີ 9 ວຽກງານຕົົ້ນຕໍ:
1) ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ
2) ການປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ
3) ການສົ່ງເສີມສຸຂະພາບພື້ນຖານ
4) ການປະຖົມພະຍາບານ
5) ການກູ້ໄພສຸກເສີນ
6) ການໂຄສະນາຂົມຂວາຍແຫຼ່ງທຶນ
7) ການສ້າງສະມາຊິກ ແລະ ອາສາສະໝັກກາແດງ

9) ການພົວພັນຮ່ວມມືສາກົນ
ບົດບາດທີ່ຕິດພັນກັບການປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19:
– ມີ 6 ວຽກງານ ທີ່ຕິດພັນກັບວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ເປັນຕົ້ນແມ່ນ:
– ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ: ການແຈກຢາຍເຄື່ອງປ້ອງກັນໂຄວິດ-19 ແລະ ການແຈກຢາຍອາຫານ ແລະ ນ້ຳດື່ມໃຫ້ຜູ້ຈຳກັດບໍລິເວນ ຢູ່ສູນຈຳກັດບໍລິເວນ ແລະ ຢູ່ໂຮງໝໍສະໜາມປິ່ນປົວຜູ້ຕິດເຊື້ອໂຄວິດ-19.
– ການປຸກລະດົມຂົນຂວາຍເລືອດປອດໄພຈາກພະຍາດໂຄວິດ ແລະ ພະຍາດອື່ນໆ ເພື່ອສະໜອງ ໃຫ້ຄົນເຈັບທີ່ຕ້ອງການເລືອດ;
– ການໂຄສະນາມາດຕະການປ້ອງກັນການຕິດເຊື້ອ ການແຜ່ເຊື້ອພະຍາດໂຄວິດ-19, ສົ່ງເສີມ ສຸຂະພາບຈິດຕໍ່ຜູ້ຈຳກັດບໍລິເວນຜູ້ຕິດເຊື້ອ;
– ຊ່ວຍປະຖົມພະຍາບານຄົນເຈັບທົ່ວໄປຢູ່ສູນຈຳກັດບໍລິເວນ;
– ການຊ່ວຍປີ່ນປົວສຸກເສີນ ແລະ ນຳສົ່ງໄປໂຮງໝໍ;
– ການພົວພັນຮ່ວມກັບກາແດງເພື່ອນມິດ, ການຈັດຕັ້ງສາກົນ, ການຈັດຕັ້ງສັງຄົມ ເພື່ອລະດົມທຶນ ປະກອບສ່ວນຊ່ວຍການປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19.
ກ່ຽວການປະກອບສ່ວນ ຂອງອົງການກາແດງລາວ ຕໍ່ການຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພະຍາດໂຄວິດ-19 ທ່ານ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ ໃຫ້ຮູ້ ວຽກທີ່ໄດ້ເຮັດໂດຍກົງ ປະກອບມີ:
– ໄດ້ແຕ່ງຕັ້ງຄະນະສະເພາະກິດ ຂອງອົງການກາແດງລາວ ແລະ ສົ່ງຕົວແທນຂອງອົງການ ເຂົ້າຮ່ວມໃນຄະນະສະເພາະກິດ ຂອງອົງການຈັດຕັ້ງມະຫາຊົນ ຊື່ງນຳພາໂດຍແນວລາວ ສ້າງຊາດ;
– ແຕ່ງຕັ້ງພະນັກງານ ແລະ ອາສາສະໝັກກາແດງ ປະສານງານ ແລະ ເຮັດວຽກຮ່ວມກັບຄະນະ ສະເພາະກິດ ແຕ່ລະແຂວງ; ປະກອບສ່ວນໃນວຽກງານ ໂຄສະນາເຜີຍແຜ່ມາດຕະການ ປ້ອງກັນການ ຕິດເຊື້ອ ການແຜ່ເຊື້ອ ຢູ່ໃນຊຸມຊົນ ແລະ ສູນຈຳກັດບໍລິເວນ, ນຳພາເຮັດ ກິດຈະກຳອອກກຳລັງກາຍ ອະນາໄມ ບຳບັດສຸຂະພາບຈິດ ຜູ້ຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນ
– ພົ່ນຢາຂ້າເຊື້ອຢູ່ໃນຊຸມຊົນ; ສູນຈຳກັດບໍລິເວນ ແລະດ່ານກວດຄົນເຂົ້າເມືອງ,
– ຈັດໄລຍະຫ່າງ ຢູ່ສະຖານທີ່ບ່ອນສັກຢາວັກຊີນກັນໂຄວິດ-19,
– ແຈກຢາຍອາຫານຢູ່ສູນຈຳກັດບໍລິເວນ ແລະ ໂຮງໝໍພາກສະໜາມບາງແຫ່ງ ທີ່ມີການຊ່ວຍ ເຫຼືອຈາກກາແດງ,
– ຈັດຕັ້ງໃຫ້ມີລົດກູ້ໄພປະຈຳຢູ່ສູນຈຳກັດບໍລິເວນເພື່ອແກ້ໄຂສຸກເສີນ ແລະ ສົ່ງຄົນເຈັບທີ່ຢູ່ສູນ ຈໍາກັດບໍລິເວນໄປໂຮງໝໍ,
– ບາງແຂວງ ແມ່ນໄດ້ຮັບພິທີມ້ຽນຄາບສົ່ງສະການຜູ້ເສຍຊີວິດຈາກພະຍາດໂຄວິດ-19 ນຳອີກ.
ນອກຈາກນັ້ນ ກາແດງລາວຍັງເຮັດວຽກມະນຸດສະທໍາ ມີຫຼາຍເປົ້າໝາຍທີ່ຈະຕ້ອງຊ່ວຍເຫຼືອ ເພາະວ່າ ວຽກງານມະນຸດສະທໍາ ແມ່ນກວ້າງຂວາງ ເປັນການຊ່ວຍເຫຼືອບັນເທົາທຸກ ທາງດ້ານວັດຖຸ ແລະ ຈິດໃຈ ເພື່ອປົກປ້ອງຊີວິດ, ສຸຂະພາບ ແລະ ເຄົາລົບສິດຂອງຄວາມເປັນມະນຸດ ລວມທັງການສົ່ງເສີມ, ພັດທະນາຄວາມຍືນຍົງຂອງມະນຸດ
– ແຕ່ກາແດງ ຫຼື ເຄື່ອງໝາຍກາແດງ ແມ່ນຕົວແທນຂອງການມີນໍ້າໃຈມະນຸດສະທຳ ເພື່ອເຮັດໜ້າທີ່ໃນການຊ່ວຍເຫຼືອສຸກເສີນເບື້ອງຕົ້ນ ແກ່ປະຊາຊົນຜູ້ປະສົບໄພພິບັດ, ຜູ້ທຸກຍາກ ແລະ ສົ່ງເສີມສຸຂະພາບປະຊາຊົນ.
– ໃຫ້ເຂົ້າໃຈວ່າ ຊ່ວຍເຫຼືອສຸກເສີນເບື້ອງຕົ້ນ ແກ່ປະຊາຊົນຜູ້ປະສົບໄພພິບັດ, ຜູ້ທຸກຍາກ ບໍ່ແມ່ນຊ່ວຍເຫຼືອຕະຫຼອດໄປ ແລະ ຊ່ວຍສະເພາະຜູ້ປະສົບໄພພິບັດ, ຜູ້ທຸກຍາກ ຕົວຢ່າງ ໄພພິບັດທາງທຳມະຊາດ, ຈາກສີມືຂອງມະນຸດສ້າງຂື້ນ ຫຼື ປະຊາຊົນຜູ້ທຸກຍາກດ້ອຍໂອກາດ, ປະຊາກອນເຄື່ອນຍ້າຍຖິ່ນຖານ ຍ້ອນສາເຫດໃດກໍ່ຕາມ ທີ່ທຸກຍາກຂາດເຂີນ. ນີ້ແມ່ນມາດຖານເງື່ອນໄຂການຄັດເລືອກບູລິມະສິດ.
– ໄປຄຽງຄູ່ກັນນັ້ນ ອົງການກາແດງລາວ ຍັງໄດ້ ຊ່ວຍເຫຼືອແຮງງານລາວກັບປະເທດ.
ຍ້ອນແມ່ນກຸ່ມເປົ້າໝາຍປະຊາກອນເຄື່ອນຍ້າຍຖິ່ນຖານ ທີ່ທຸກຍາກຂາດເຂີນ ຊື່ງແມ່ນຖືກຕ້ອງກັບ ພາລະບົດບາດຂອງກາແດງລາວ ກໍ່ຄືກາແດງສາກົນ ແລະ ເຮົາກຳລັງຂະຫຍາຍໄປຊ່ວຍເຫຼືອປະຊາຊົນ ຜູ້ທຸກຍາກ ທີ່ຖືກຜົນກະທົບ ຈາກພະຍາດໂຄວິດ-19 ທີ່ໄດ້ຈຳກັດ ຢູ່ສູນຈຳກັດບໍລິເວນ ແລະ ປະຊາຊົນຜູ້ຕິດເຊື້ອໂຄວິດ-19 ແລ້ວໄປປິ່ນປົວຢູ່ໂຮງໝໍພາກສະໜາມ.
ດ້ານການລະດົມທຶນ: ທ່ານ ດຣ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ເຫັນໄດ້ຄວາມຈຳເປັນຂອງການຊ່ວຍເຫຼືອ ດ້ານມະນຸດສະທຳ ຕໍ່ຜູ້ຖືກຜົນກະທົບ ຈາກພະຍາດໂຄວິດ-19 ລວມທັງເຄື່ອງໃຊ້ສອຍອັນຈໍາເປັນ ເພື່ອປ້ອງກັນການຕິດເຊື້ອ ການແຜ່ເຊື້ອ, ອາຫານ, ເຄື່ອງດື່ມ ໃນໄລຍະຈໍາກັດບໍລິເວນ ຢູ່ສູນ ຫຼື ໂຮງໝໍພາກສະໜາມ. ກາແດງລາວ ຈຶ່ງໄດ້ສ້າງກົນໄກການລະດົມທຶນຂຶ້ນມາ ໂດຍໄດ້ຮັບການເຫັນດີ ຈາກຄະນະສະເພາະກິດ, ຄະນະນໍາຂອງກະຊວງການເງິນ, ທະນາຄານ ແຫ່ງ ສປປ ລາວ ແລະ ຕາມກົດໝາຍວ່າດ້ວຍວຽກງານກາແດງລາວ ໄດ້ກໍານົດໄວ້ ໂດຍໄດ້ເປີດບັນຊີເງິນຝາກລະດົມທຶນ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດພະຍາດໂຄວິດ-19 ຢູ່ທະນາຄານພັດທະນາລາວ ຊຶ່ງມີ ບັນຊີສະກູນເງິນກີບ, ເງິນບາດ ແລະ ເງິນໂດລາ ຊຶ່ງຜູ້ໃຈບຸນທັງຫຼາຍທີ່ມີບັນຊີເງິນຝາກ ຢູ່ທະນາຄານ ພັດທະນາລາວ ສາມາດບໍລິຈາກເງິນໂດຍໂອນຈໍານວນເງິນເຂົ້າບັນຊີນີ້ ຕາມຄວາມສະມັກໃຈ ໂດຍບໍ່ໄດ້ເສຍຄ່າບໍລິການ.
– ພວກເຮົາຍັງມີບັນຊີກອງທຶນຊ່ວຍເຫຼືອສຸກເສີນ ເປີດເປັນສະກຸນເງິນກີບ ແລະ ເງິນໂດລາ ເພື່ອຮອງຮັບຜູ້ໃຈບຸນ ທີ່ມີບັນຊີເງິນຝາກ ຢູ່ທະນາຄານການຄ້າຕ່າງປະເທດລາວ ຊຶ່ງລວມຜູ້ໃຈບຸນຢູ່ລາວ ຫຼື ຕ່າງປະເທດ ສາມາດໂອນຈໍານວນເງິນ ຕາມຄວາມສະມັກໃຈ ບໍລິຈາກເຂົ້າບັນຊີນີ້.
– ນອກຈາກນີ້, ພວກເຮົາຍັງຮ່ວມໃນ Application BCEL one. One heart ຫຼືວ່າ ຄົນລາວຫົວໃຈດຽວກັນ ຊື່ງແມ່ນທະນາຄານການຄ້າຕ່າງປະເທດລາວຈັດຕັ້ງຂື້ນ, ກາແດງລາວ ກໍ່ໄດ້ເປີດບັນຊີໃນ Application ນີ້ເອີ້ນວ່າໂຄງການປະກອບສ່ວນ ຈັດຊື້ອາຫານ ຊ່ວຍຜູ້ປະສົບໄພ ຈາກພະຍາດໂຄວິດ-19 ຊື່ງເປັນວິທີການທີ່ງ່າຍສໍາລັບຜູ້ໃຈບຸນ ທີ່ນໍາໃຊ້ບໍລິການຂອງທະນາຄານ ການຄ້າຕ່າງປະເທດ. ທ່ານສາມາດນໍາໃຊ້ Application ນີ້ ບໍລິຈາກເງີນສົມທົບຊື້ອາຫານ ຊ່ວຍຜູ້ປະສົບໄພ ຕາມຄວາມສະມັກໃຈ 10-20 ພັນກີບ ກໍ່ແມ່ນນໍ້າໃຈຂອງບັນດາທ່ານໂຮມເຂົ້າເປັນຫົວໃຈດຽວກັນ.
ອົງການກາແດງລາວ ເຂົ້າໃຈວ່າ ການລະບາດຂອງພະຍາດໂຄວິດ-19 ນີ້ ໄດ້ມີຜົນກະທົບອັນໃຫຍ່ຫຼວງ ຕໍ່ທຸກຄອບຄົວ, ທຸກສາຂາອາຊີບ ແລະ ທຸລະກິດການງານຂອງບັນດາທ່ານ. ຖ້າຫາກທ່ານຜູ້ໃຈບຸນທັງຫຼາຍ ຍັງມີເງື່ອນໄຂ, ມີຄວາມສະມັກໃຈ ທ່ານກໍ່ສາມາດສົມທົບທຶນ, ບໍລິຈາກວັດຖຸປັດໃຈ, ເຄື່ອງໃຊ້ຈຳເປັນຕ່າງໆໄດ້ ທີ່ອົງການກາແດງລາວ ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຫຼື ອົງການ ກາແດງແຂວງ -ນະຄອນຫຼວງ ໃນທົ່ວປະເທດ ຫຼື ວິທີງ່າຍກໍ່ແມ່ນ ໂອນເງິນເຂົ້າບັນຊີ ທີ່ເປີດໄວ້ຢູ່ທະນາຄານພັດທະນາລາວ ຫຼື ທະນາຄານການຄ້າຕ່າງປະເທດລາວ, ເງິນທີ່ໂອນເຂົ້າບັນຊີນີ້ ຈະຖືກຄຸ້ມຄອງຢ່າງໂປ່ງໃສ ໂດຍທະນາຄານ, ອົງການກາແດງລາວ ຕ້ອງໄດ້ຂຽນໃບສະເໜີດ້ວຍເຫດຜົນ ຖືກຕ້ອງຕາມເປົ້າໝາຍ ຂອງໂຄງການ ຈຶ່ງຈະຖືກອະນຸມັດ ຈາກທະນາຄານ ໃຫ້ຖອນນໍາອອກມາໃຊ້ຈ່າຍ ຊື້ອາຫານ, ນໍ້າດື່ມ, ເຄື່ອງສຸຂະອະນາໄມ ໄປແຈກຢາຍ ໃຫ້ກຸ່ມເປົ້າໝາຍ ຜູ້ຖືກກະທົບຈາກພະຍາດໂຄວິດ-19 ໄດ້ຕາມຈຸດປະສົງຂອງຜູ້ບໍລິຈາກເງີນ.