ກອງທຶນສິ່ງແວດລ້ອມໂລກ (GEF) ແຜນງານຂະໜາດນ້ອຍ (SGP) ເຊິ່ງເປັນໜ່ວຍງານໜຶ່ງທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ອົງການ ສະຫະປະຊາຊາດ ເພື່ອການພັດທະນາ (UNDP) ໄດ້ສືບຕໍ່ໃນການສ້າງຄວາມເຂັ້ມແຂງແກ່ ຊຸມຊົນທົ່ວປະເທດ ໃນການຄຸ້ມຄອງ ຊັບພະຍາກອນທຳມະຊາດຂອງເຂົາເຈົ້າ ແລະ ຍັງຊ່ວຍການປັບປຸງ ຊີວິດການເປັນຢູ່ໃຫ້ ດີີຂຶ້ື້ນ ຮັບປະກັນທາງດ້ານສະບຽງອາຫານ ແລະ ການພັດທະນາທີ່ຍືນຍົງ.
ໂຄງການຂະໜາດນ້ອຍ ນີ້ແມ່ນມີຄວາມເໝາະສົມ ໃນການພັດທະນາຊຸມຊົນ ຕາມທິດທາງ ສີຂຽວ ຍືນຍົງ ແລະ ສອດຄ່ອງກັບວິທີການ ທີ່ວ່າ “ຄິດກວ້າງລະດັບໂລກ ຈັດຕັ້ງໃນຂັ້ນທ້ອງຖິ່ນ” ບວກໃສ່ກັບ ແຜນງານຍຸດມະສາດ ໃນ ສປປລາວ ທີ່ມີຄຳຂັວນທີ່ວ່າ “ການຈັດຕັ້ງປະຕິບັດຂັ້ນທ້ອງຖິ່ນ ສົ່ງຜົນໄດ້ຮັບທີ່ດີໃນລະດັບໂລກ”.
ໃນລະຫວ່າງການດຳເນີນກອງປະຊຸມ ທົບທວນປະຈຳປີ ໃນລະຫວ່າງວັນທີ 24-25 ກຸມພາ 2021 ອົງການຈັດຕັ້ງທີ່ໄດ້ຮັບທຶນຈາກແຜນງານດັ່ງກ່າວນັ້ນ ໄດ້ມາຮ່ວມປະຊຸມ ເພື່ອ ຊົມເຊີຍຜົນສຳເລັດ, ແລກປ່ຽນແລະ ປຶກສາຫາລືກັນ ໃນການຮ່ວມກັນແກ້ໄຂບັນດາສິ່ງທ້າທາຍ ໃນ ປີ 2020 ເພື່ອຮັບປະກັນ ການປັບປຸງ ປະສິດທິຜົນ ແລະປະສິດທິພາບ ໃນການຈັດຕັ້ງປະຕິບັດ ຂອງ ສົກ ຕໍ່ໄປຕື່ມອີກ.
ກອງປະຊຸມຄັ້ງນີ້ໄດ້ຈັດຂຶ້ນ ທີ່ ມະຫາວິທະຍາໄລ ສະຫວັນນະເຂດ ໂດຍການເປັນປະທານຂອງ ທ່ານ ສຸລິຍົງ ໄຊໂກສີ ຮັກສາການ ອະທິການບໍດີ ມະຫາວິທະຍາໄລ ສະຫວັນນະເຂດ, ເປັນປະທ່ານ ຮ່ວມໂດຍ ທ່ານ ວິຣະນະ ສອນນະສິນ ຮອງຫົມໜ້າກົມ ແຜນການ ແລະການເງິນ ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ທັງແມ່ນ ຜູ້ຮັບຜິດຊອບ ກອງທຶນສິ່ງແວດລ້ອມໂລກ (GEF) ແລະກອງທຶນສີຂຽວວ່າດ້ວຍການປ່ຽນແປງດິນຟ້າອາກາດ (GCF) ປະຈຳ ສປປລາວ ແລະ ທ່ານ ຕ້ອມ ໄຊສົງຄາມ ຜູ້ຮັບຜິດຊອບແຜນງານສິ່ງແວດລ້ອມ ຂອງອົງການ ສະຫະຊາຊາດ ເພື່ອການພັດທະນາ (UNDP).
ແຜນງານກອງທຶນຂະໜາດນ້ອຍນີ້ ໄດ້ສະໜອງທຶນ ແລະວິຊາການທີ່ມີຄວາມຈຳເປັນ ໃນການສ້າງຄວາມເຂັ້ມແຂງແກ່ຊຸມຊົນ ເພື່ອຄຸ້ມຄອງຊັບພະຍາກອນທຳມະຊາດ ເພື່ອຮັບປະກັນໄດ້ວ່າ ຊັບພະຍາກອນດັ່ງກ່າວນັ້ນ ໄດ້ຮັບການນຳໃຊ້ຢ່າງລະມັດລະວັງ ແລະມີຄວາມຍືນຍົງ. ແຜນງານດັ່ງກ່າວ ແມ່ນໄດ້ປະກອບສ່ວນ ໃນການຫຼຸດຜ່ອນຄວາມທຸກຍາກ ເຊິ່ງທ່ານ ສຸລິຍົງ ກໍ ໄດ້ກ່າວວ່າ ແຜນງານນີ້ ແມ່ນ ສອດຄ່ອງກັບ ບູລິມະສິດ ການພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ.
ທ່ານ ວິຣະນະ ກໍກ່າວວ່າ “ແຜນງານຂະໜາດນ້ອຍມີຄວາມສອດຄ່ອງກັບບູລິມະສິດຂອງ ແຜນງານຂອງກອງທຶນສິ່ງແວດລ້ອມໂລກ ຂອງ ສປປລາວ ແລະ ທັງສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 (2021-2026) ໃນສາມຂົງເຂດທີ່ເປັນບູລິມະສິດ ຄື ການປົກປັກຮັກສາຊີວະນາໆພັນ, ການປ່ຽນແປງດິນຟ້າອາກາດ ແລະ ການເສື່ອມໂຊມຂອງດິນ”.
ພ້ອມນັ້ນ ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ມີໂອກາດລົງ ຢ້ຽມຢາມ ໂຄງການທີ່ໄດ້ຮັບທຶນ ຈາກແຜນງານຂະໜາດນ້ອຍນີ້ ຢູ່ ບ້ານ ໂນນດູ່ ເມືອງ ໄຊພູທອງ ແຂວງສະຫວັນນະເຂດ. ໂຄງການດັ່ງກ່າວ ມີຈຸດປະສົງ ໃນການສ້າງຟາຍ, ປົກປັກຮັກສາຊີວະນາໆພັນ ຕາມແຄມຫ້ວຍ ເພື່ອປັບຕົວເຂົ້າກັບ ການປ່ຽນແປງດິນຟ້າອາກາດ ທັງສະໜອງນໍ້າ ໃຫ້ແກ່ປະຊາຊົນ ສາມາດ ທຳການຜະລິດໃນລະດູແລ້ງຕື່ມອີກ.
Loading...