ຄໍາວ່າກອງປະຊຸມສອງສະພາແມ່ນຫຍໍ້ມາຈາກກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະກອງປະຊຸມສະພາປືກສາການເມືອງປະຊາຊົນແຫ່ງຊາດຈີນ ເຊິ່ງຈັດຂຶ້ນທຸກໆປີນັບແຕ່ປີ1959 ເປັນຕົ້ນມາ. ເນື່ອງຈາກວ່າທັງ ສອງກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນເວລາມໍ່ໆກັນແລະມີຄວາມໝາຍສໍາຄັນຫລາຍຕໍ່ປະເທດ ຊາດ. ໂດຍຈະຈັດກອງປະຊຸມສະພາປຶກສາການ ເມືອງປະຊາ ຊົນແຫ່ງຊາດຈີນກ່ອນ.ຍ້ອນວ່າ, ທິດທາງນະໂຍບາຍແລະແຜນພັດທະນາຕ່າງໆ ທີ່ສໍາຄັນຂອງລັດແລະຂອງທ້ອງຖີ່ນ ລວມທັງບັນຫາສໍາຄັນໃນຊີວິດການເມືອງ, ເສດຖະກິດ,ວັດທະນະທໍາແລະສັງຄົມ ທີ່ຈະຮັບຮອງເອົາຢູ່ໃນກອງປະຊຸມສະພາປະຊາຊົນແຫ່ງຊາດຈີນນັ້ນ ຕ້ອງໄດ້ນໍາເຂົ້າຜ່ານຢູ່ໃນກອງປະຊຸມສະພາປຶກ ສາການເມືອງເພື່ອໃຫ້ຜູ້ແທນປະຊາຊົນແລະວົງການຕ່າງໆໄດ້ຄົ້ນຄວ້າພິຈາລະນາ,ປືກສາຫາລື ພ້ອມທັງປະກອບຄໍາຄິດຄໍາເຫັນແລະເປັນເອກະພາບກັນກ່ອນຈື່ງນໍາໄປສະເຫນີຕໍ່ກອງປະຊຸມສະ ພາປະຊາຊົນແຫ່ງຊາດຈີນຮັບ ຮອງເອົາ. ສະນັ້ນ,ຈຶ່ງເອີ້ນຊື່ຫຍໍ້ວ່າ “ກອງປະຊຸມສອງສະພາ”.
ລັດຖະທໍາມະນູນຂອງສປຈີນໄດ້ລະບຸໄວ້ຢ່າງຈະແຈ້ງວ່າ:ສະພາປະຊາຊົນແຫ່ງຊາດຈີນເປັນອົງການອໍານາດສູງສຸດແຫ່ງລັດ ເຊິ່ງປະກອບດ້ວຍຜູ້ແທນທີ່ໄດ້ຮັບການເລືອກຕັ້ງມາຈາກແຂວງ, ເຂດປົກຄອງຕົນເອງ,ກໍາແພງນະຄອນ,ເຂດບໍລິຫານພິເສດແລະກອງທັບ ໂດຍມີສິດປະຕິບັດອໍານາດນິຕິບັນຍັດແຫ່ງລັດ ແລະຕົກລົງບັນຫາສໍາຄັນທີ່ເປັນພື້ນ ຖານໃນຊີວິດການ ເມືອງແຫ່ງລັດ.ສ່ວນສະພາປືກສາການເມືອງປະຊາຊົນແຫ່ງຊາດຈີນເປັນອົງ ການແນວໂຮມເອກະພາບຮັກ ຊາດປະຊາຊົນຈີນ,ແມ່ນກົງຈັກສໍາຄັນທີ່ຫລາຍພັກຮ່ວມມືກັນແລະປືກສາການ ເມືອງຢູ່ພາຍໃຕ້ການນໍາພາຂອງພັກກອມມູນິດຈີນ, ເປັນຮູບການສໍາຄັນທີ່ເສີມຂະຫຍາຍປະ ຊາທິປະໄຕສັງຄົມ ນິຍົມໃນຊີວິດການເມືອງຂອງຈີນ. “ຄວາມສາມັກຄີແລະປະຊາ ທິປະໄຕ”ແມ່ນສອງຫົວຂໍ້ທີ່ສໍາຄັນຂອງສະພາປືກສາການເມືອງປະຊາຊົນແຫ່ງຊາດຈີນ.ຄະນະກຳມະ ການທົ່ວປະເທດຂອງສະພາປືກສາການເມືອງ ປະກອບດ້ວຍຜູ້ຕາງໜ້າຂອງພັກກອມມູ ນິດ,ບັນດາພັກຝ່າຍປະຊາທິ ປະ ໄຕ,ບຸກຄົນທີ່ບໍ່ສັງກັດພັກຝ່າຍໃດ,ອົງການຈັດຕັ້ງມະຫາຊົນ, ບັນ ດາຊົນເຜົ່າສ່ວນໜ້ອຍແລະວົງການຕ່າງໆ, ຜູ້ຕາງໜ້າພີ່ນ້ອງຮ່ວມຊາດເຂດບໍລິຫານພິເສດ ຮົງກົງ,ເຂດບໍລິຫານພິເສດມາກາວແລະໄຕ້ຫວັນ ລວມທັງຜູ້ຕາງໜ້າຊາວຈີນຕາງດ້າວທີ່ກັບຄືນປະ ເທດກໍ່ຄືບຸກຄົນທີ່ໄດ້ຮັບເຊີນເປັນພິເສດ.
ຕາມປົກກະຕິແລ້ວ,ກອງປະ ຊຸມສອງສະພາແຫ່ງຊາດຈີນ ມີກຳນົດຈັດຂຶ້ນໃນເດືອນມິນາ ຂອງທຸກໆປີ ແລະຢູ່ຂັ້ນທ້ອງຖີ່ນກໍ່ໄດ້ຈັດກອງປະຊຸມສອງສະພາຂຶ້ນໃນທຸກໆປີເຊັ່ນດຽວກັນແຕ່ຈະຈັດຂຶ້ນໄວກວ່າກອງປະຊຸມສອງສະ ພາແຫ່ງຊາດ.ຈຸດປະສົງການຈັດກອງປະຊຸມສອງສະພາຂຶ້ນແມ່ນເພື່ອເກັບກໍາແລະຮຽບຮຽງຂໍ້ມູນຂ່າວສານກໍ່ຄືຄວາມຮຽກຮ້ອງຕ້ອງການແລະຄໍາຄິດຄໍາເຫັນຂອງປະຊາຊົນໂດຍຜ່ານຜູ້ແທນຂອງສອງສະພາທີ່ເປັນຕົວແທນແຫ່ງສິດຜົນ ປະໂຫຍດອັນຊອບທໍາຂອງປະຊາຊົນຈີນບັນດາເຜົ່າຈໍານວນມະຫາສານ ແລ້ວສົ່ງຕໍ່ໃຫ້ສູນກາງພັກແລະສະເໜີຕໍ່ພາກ ສ່ວນກ່ຽວຂ້ອງຂອງລັດ.
ມີຄໍາຖາມວ່າເປັນຫຍັງກອງປະ ຊຸມສອງສະພາຈຶ່ງຈັດຂຶ້ນໃນເດືອນມີນາ?ເຫດຜົນກໍ່ຍ້ອນວ່າ:ກອງປະຊຸມສະພາປະຊາຊົນແຫ່ງຊາດຈີນຕ້ອງພິຈາລະນາແລະຮັບຮອງເອົາແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດກໍ່ຄືບົດລາຍງານສະພາບການຈັດຕັ້ງປະຕິບັດແຜນດັ່ງກ່າວ.ສະ ນັ້ນ, ຖ້າຈັດກອງປະຊຸມຂຶ້ນໄວກ່ອນເດືອນມິນາອາດຈະຮ່າງແຜນງົບປະມານບໍ່ທັນ. ແຕ່ຖ້າຈັດຂຶ້ນຊ້າເກີນໄປຈະເຮັດໃຫ້ການຜ່ານຮ່າງງົບປະມານຊັກຊ້າ ບວກກັບໄລ ຍະບຸນປີໃໝ່ກຸດ ຈີນທຸກໆປີ ແມ່ນຈັດຂຶ້ນລະຫວ່າງເດືອນມັງກອນຫາເດືອນກຸມພາຕາມປະຕິທິນຈັນທະຄະຕິຂອງຈີນ. ສະນັ້ນ,ການຈັດກອງປະຊຸມສອງສະພາຂອງຈີນຂຶ້ນໃນເດືອນມິນາແມ່ນເປັນເວລາພໍດີງາມແລະເໝາະສົມທີ່ສຸດ ເພື່ອໃຫ້ບັນດາຜູ້ແທນທີ່ຈະເຂົ້າຮ່ວມກອງປະ ຊຸມໄດ້ກະກຽມເອກະສານຕ່າງໆ.
ສະພາປະຊາຊົນແຫ່ງຊາດຈີນແຕ່ ລະຊຸດມີອາຍຸການ 5 ປີ. ມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້:ປັບປຸງລັດ ຖະທໍາມະນູນ, ຕິດຕາມກວດກາການປະຕິບັດລັດຖະທໍາມະນູນ, ສ້າງແລະປັບປຸງກົດໝາຍຕ່າງໆ ເປັນຕົ້ນ:ກົດໝາຍອາຍາ,ກົດ ໝາຍແພ່ງ,ກົດໝາຍພື້ນຖານຂອງອົງການລັດແລະອື່ນໆ.
ພິຈາລະນາຮັບຮອງເອົາແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງ ຊາດແລະບົດລາຍງານສະພາບ ການຈັດຕັ້ງປະຕິບັດແຜນດັ່ງກ່າວ, ພິຈາລະນາຮັບຮອງເອົາແຜນງົບປະ ມານແຫ່ງລັດແລະບົດລາຍງານສະພາບການຈັດຕັ້ງປະຕິບັດແຜນດັ່ງກ່າວ,ຮັບຮອງເອົາການສ້າງຕັ້ງແຂວງ,ເຂດປົກ ຄອງຕົນເອງແລະກຳແພງນະ ຄອນ,ຕົກລົງຮັບຮອງເອົາການສ້າງຕັ້ງ ເຂດບໍລິຫານພິເສດແລະລະບອບຂອງມັນ,ຕົກລົງບັນຫາສົງຄາມແລະສັນຕິພາບ,ປັບປຸງຫລືຍົກເລີກຂໍ້ຕົກລົງທີ່ບໍ່ເຫມາະສົມຂອງຄະນະປະຈໍາສະພາປະ ຊາຊົນແຫ່ງຊາດຈີນ, ຮັບຮອງເອົາການເລືອກຕັ້ງການນໍາຂອງອົງ ການອຳນາດແຫ່ງລັດສູງສຸດ ຄື: ເລືອກຕັ້ງສະມາຊິກຄະ ນະປະຈໍາສະພາປະຊາຊົນແຫ່ງຊາດຈີນ, ເລືອກຕັ້ງປະທານປະເທດ, ຮອງປະທານປະເທດ,ຕົກລົງແຕ່ງຕັ້ງນາຍົກລັດຖະມົນຕີຕາມການສະເໜີຂອງປະທານປະເທດ, ຕົກ ລົງແຕ່ງຕັ້ງບັນດາຮອງນາຍົກ,ທີ່ປືກສາແຫ່ງລັດແລະສະມາຊິກອື່ນໆຂອງຄະນະລັດຖະບານ ຕາມການສະເໜີຂອງນາຍົກລັດ ຖະມົນຕີ, ເລືອກຕັ້ງປະທານຄະ ນະກໍາມະການທະຫານສູນກາງແລະຕົກລົງແຕ່ງຕັ້ງສະມາຊິກອື່ນໆຂອງຄະນະກຳມະການດັ່ງກ່າວ, ເລືອກຕັ້ງປະທານຄະນະກໍາມະການກວດກາແຫ່ງຊາດ,ເລືອກຕັ້ງປະທານສານປະຊາຊົນສູງສຸດ ແລະເລືອກຕັ້ງປະທານອົງການໄອຍະການປະຊາຊົນສູງສຸດ ເຊິ່ງສະພາປະຊາຊົນແຫ່ງຊາດຈີນມີສິດປົດຕໍາແໜ່ງຂອງບຸກຄົນດັ່ງກ່າວນີ້.
ສ່ວນສະພາປືກສາການເມືອງປະ ຊາຊົນແຫ່ງຊາດຈີນແຕ່ລະຊຸດມີອາຍຸການ 5 ປີເຊັ່ນດຽວກັນ.ມີສິດໜ້າທີ່ແລະພາລະບົດບາດຕົ້ນຕໍ ຄື:ດໍາເນີນການປືກສາການເມືອງ ແລະຕິດຕາມກວດກາແບບປະຊາທິປະໄຕ,ຈັດຕັ້ງບັນດາພັກຝ່າຍ,ອົງການຈັດຕັ້ງ,ຊົນເຜົ່າແລະບຸກຄົນໃນ ວົງການຕ່າງໆເຂົ້າຮ່ວມປຶກສາຫາລືວຽກງານການເມືອງ.
ສໍາຫຼັບກອງປະຊຸມສອງສະພາຂອງຈີນທີ່ຈະຈັດຂຶ້ນໃນເດືອນມິນາ 2022 ນີ້, ປະກອບມີ ກອງປະຊຸມຄັ້ງທີ 5 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 13 ຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 4 ມິນາ 2022 ແລະກອງປະຊຸມຄັ້ງທີ 5 ຂອງສະພາປະ ຊາຊົນແຫ່ງຊາດຈີນຊຸດທີ 13 ຈະໄຂຂຶ້ນຢ່າງເປັນທາງ ການໃນວັນທີ 5 ມິນາ 2022.
ສັງລວມແລ້ວ,ສະພາປະຊາຊົນແຫ່ງຊາດຈີນເປັນອົງການອໍານາດສູງສຸດແຫ່ງລັດມີບົດບາດ ຄ້າຍຄືກັບສະພາແຫ່ງຊາດລາວ. ສ່ວນສາພາປືກສາການເມືອງປະຊາຊົນແຫ່ງຊາດຈີນເປັນອົງການແນວໂຮມເອກະພາບ ມີບົດບາດຄ້າຍຄືກັບແນວລາວສ້າງຊາດຂອງລາວ.
ຂຽນບົດ: ປອງໄຕ ຈະເລີນສຸກ
