ໃນວັນທີ 6 ພຶດສະພາ 2022, ຄະນະຮັບຜິດຊອບໂຄງການເສີມສ້າງຄວາມເຂັ້ມແຂງໃນການຈັດ ຕັ້ງປະຕິບັດວຽກງານໂພສະນາການຕາມແຜນຍຸດທະສາດແຫ່ງ ຊາດ ໄດ້ລົງໄປຕິດຕາມການລໍາລຽງຂົນ ສົ່ງວັດສະດຸ-ອຸປະກອນໂຄງການກໍ່ສ້າງລະບົບນໍ້າລິນ ນ້ຳສະອາດ ຢູ່ບ້ານພູເກົ້ານາງ ເມືອງທຸລະຄົມ ແຂວງວຽງຈັນ; ໂຄງ ການນີ້ໄດ້ຮັບທຶນຂອງສະຫະ ພາບເອີລົບ ແລະ ລັດຖະບານປະເທດລຸກຊໍາບວກ ໂດຍໄດ້ເຊັນບົດບັນທຶກຄວາມເຂົ້າໃຈໂຄງການ ໃນວັນທີ 28 ທັນວາ 2021, ມີມູນຄ່າການກໍ່ສ້າງທັງໝົດ 428,544,840 ກີບ ເຊິ່ງມີຄູ່ຮ່ວມຈັດຕັ້ງປະຕິບັດກິດຈະກໍາກໍ່ສ້າງ ລະຫວ່າງພະແນກສາທາລະນະສຸກແຂວງວຽງຈັນ, ຫ້ອງການສາທາລະນະສຸກເມືອງທຸລະຄົມ ແລະ ອົງການແຄຣິຕັດສ໌ ລຸກ ຊຳບວກປະຈຳ ສປປລ ລາວ, ຈະໄດ້ລົງມືປະຕິບັດການກໍ່ສ້າງໃນວັນທີ 13 ພຶດສະພາ 2022 ທີ່ຈະມາ ເຖິງນີ້;


ໂອກາດທີ່ ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງໆທຸລະຄົມ ໄດ້ລົງໄປຕິດຕາມກວດກາເບິ່ງໂຄງການເທື່ອນີ້ ທ່ານໄດ້ມີຄໍາເຫັນໂອ້ລົມ ຕໍ່ກັນຈັດຕັ້ງ ແລະ ປະຊາຊົນບ້ານພູເກົ້ານາງ ໂດຍນັ້ນຫນັກ ໃຫ້ທຸກຄົນເປັນເຈົ້າການພ້ອມພຽງກັນເຂົ້າ ຮ່ວມ, ອໍານວຍຄວາມສະ ດວກໃຫ້ການກໍ່ສ້າງ, ປະກອບສ່ວນແຮງານ, ເອົາໃຈໃສ່ວຽກງານປ້ອງກັນຄວາມສະຫງົບ, ປົກປັກຮັກສາເຄື່ອງຂອງ ແລະ ອຸປະ ກອນຕ່າງໆບໍ່ໃຫ້ຕົກເຮ່ຍເສຍ ຫາຍ, ພ້ອມທັງຮຽກຮ້ອງ ແລະ ເນັ້ນໜັກໃຫ້ຄະນະປະສານງານໂຄງການ ຈົ່ງເອົາໃຈໃສ່ກວດກາວັດສະດຸ-ອຸ ປະກອນ ຕາມລາຍ ການຈັດຊື້ ໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກລະບຸໄວ້, ສຸມໃສ່ຈັດຕັ້ງປະຕິບັດການກໍ່ສ້າງໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້.

