ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າວັນທີ 3 ສິງຫາ 2021 ທີ່ວັດພຣະທອງສາມສີບ້ານຫລິ່ງຊັນ ໄດ້ຈັດກອງປະຊຸມຄົ້ນຄວ້າປຶກສາຫາລືສ້າງຄວາມເອກະພາບການຈັດຕັ້ງປະຕິບັດມາດຕະຖານຫ້ອງນໍ້າສາທາລະນະອາຊຽນ ເຊິ່ງມີ ທ່ານ ນາງ ອິ່ນຄໍາ ພັນດາລາ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງວຽງຈັນ, ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງໆທຸລະຄົມ ຄະນະນໍາ ແລະ ວິຊາການຂອງຂະແໜງທ່ອງທ່ຽວ ພະແນກ ຖວທ ແຂວງ, ເຂົ້າຮ່ວມເພື່ອປະຕິບັດຕາມແຜນການດໍາເນີນໂຄງການພັດທະນາໂຄງລ່າງພື້ນຖານສົ່ງເສີມການທ່ອງທ່ຽວໄລຍະ 2 ຂອງກົມພັດທະນະການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ວາງອອກ,
ການຄົ້ນຄວ້າປຶກສາຫາລືດໍາເນີນໄປດ້ວຍບັນຍາກາດທີ່ລຽບງ່າຍ ແຕ່ມີຄວາມຮັບຜິດຊອບສູງ ຜູ້ເຂົ້າຮ່ວມໄດ້ຕັ້ງໃຈສຶກສາ ຂັ້ນຕອນ ແລະ ລະບຽບການຕ່າງໆເອກະສານຂອງໂຄງການ, ໃນນັ້ນ ທ່ານ ໂອເງິນ ປັນຍານຸວົງ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຍົກໃຫ້ເຫັນນະໂຍບາຍໂຄງການໄລຍະ 2 ພ້ອມກັບການອະທິບາຍເງື່ອນໄຂ ແລະ ມາດຕະຖານຂອງຫ້ອງນໍ້າສາທາລະນະອາຊຽນ ແລະ ແລກປ່ຽນຄໍາເຫັນເຊິ່ງກັນ ແລະ ກັນ, ສະນັ້ນ ການລົງສໍາຫລວດເກັບກໍາຂໍ້ມູນໃນເທື່ອນີ້ຈຶ່ງມີຄວາມສໍາຄັນເປັນຢ່າງຍິ່ງ, ບັນດາຜູ້ເຂົ້າຮ່ວມລ້ວນແລ້ວແຕ່ສະໜັບສະໜູນເຫັນດີເຫັນພ້ອມກັບອົງການປົກຄອງບ້ານ ເຊິ່ງຕົກລົງນໍາໃຊ້ດິນລວມບ້ານໃກ້ກັບວັດພະທອງສາມສີ່ໃນເນື້ອທີ່ຂະໜາດ 8 ແມັດ x 10 ແມັດ ເປັນບ່ອນສ້າງຕັ້ງຫ້ອງນໍ້າສາທາລະນະອາ ຊຽນ, ເນື່ອງຈາກທຽບໃສ່ມາດຕະຖານຂອງໂຄງການແລ້ວເຫັນວ່າ ບ້ານຫລິ່ງຊັນ ໂດຍສະເພາະພື້ນທີ່ດັ່ງກ່າວມີຄວາມເໝາະສົມ ມີເງື່ອນໄຂ ແລະ ທ່າແຮງເປັນແຫລ່ງທ່ອງທ່ຽວວັດທະນະທໍາ ຕິດພັນກັບທໍາມະຊາດ ແລະ ມີຕໍານານເມືອງເກົ່າແກ່, ມີຮ່ອງຮອຍຫລັກຖານທາງດ້ານວັດທະນະທໍາຂອງຊາດ ແລະ ຫລັກຖານຫລາຍຢ່າງເປັນສິ່ງຢັ້ງຢືນ ເຊັ່ນ: ພຣະທອງສາມສີ, ພະພູດທະຮູບນ້ອຍ-ໃຫຍ່ເກົ່າແກ່ຈໍານວນຫລວງຫລາຍ, ສິມເກົ່າວັດກາງຮູບຊົງລາວລ້ານຊ້າງ ແລະ ອື່ນໆ ປະສົມປະສານກັບສາຍນໍ້າງື່ມໄຫລຜ່ານບ້ານທີ່ທໍາມະຊາດສ້າງຂຶ້ນ, ໂອກາດທີ່ໄດ້ເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສໍາຄັນນີ້ ທ່ານ ຫົວໜ້າພະແນກ ແລະ ທ່ານ ເຈົ້າເມືອງ ໄດ້ມີຄວາມເອກະພາບສູງຊຸກຍູ້ສົ່ງເສີມ ໂຄງການໃຫ້ໄດ້ຈັດຕັ້ງປະຕິບັດ ເຊິ່ງຄະນະນໍາຂອງພະແນກ, ການນໍາຂອງເມືອງ ແລະ ຂະແໜງການກ່ຽວຂ້ອງ ພ້ອມຈະໃຫ້ຄວາມຮ່ວມມື ແລະ ອໍານວຍຄວາມສະດວກໃຫ້ ພ້ອມມອບໃຫ້ຄະນະຮັບຜິດຊອບໂຄງການສົມທົບກັບອົງການປົກຄອງເມືອງ ແລະ ຂະແໜງການກ່ຽວຂ້ອງຊຸກຍູ້ດ້ານການປະກອບເອກະສານໃຫ້ຖືກຕ້ອງ.
ຂ່າວ: ຫ້ອງການ ຖວທ ເມືອງ.
May be an image of sculpture
May be an image of food and indoor