ວັນທີ່ 6 ມັງກອນ 2022 ນີ້ ທ່ານ ຄໍາຈັນ ໂສຕາປະເສີດ ປະທານກໍາມະທິການບັນດາເຜົ່າ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານ ຕິດຕາມກວດກາການ ຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກ ການສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍ ຕາມດໍາລັດ 348 ຂອງລັດຖະ ບານ ຢູ່ບ້ານຫາດປາງ ເມືອງປາກອູ, ມີ ທ່ານ ສີມອນ ສະເຫລີມສັກ ຮອງເຈົ້າເມືອງປາກອູ ພ້ອມດ້ວຍຄະນະນຳຂອງເມືອງ ແລະອົງ ການຈັດຕັ້ງບ້ານ ເຂົ້າຮ່ວມ, ໂອກາດນີ້ ໄດ້ມີການລາຍງານສະພາບຂອງບ້ານຫາດປາງ ວ່າ: ບ້ານຫາດປາງ ມີ 360 ຄອບຄົວ, ພົນລະເມືອງ 1,832 ຄົນ, ຍິງ 904 ຄົນ, ເປັນເຜົ່າລື້ ແລະເຜົ່າມົ້ງ, ປັດຈຸບັນມີຄອບຄົວ ທີ່ບໍ່ບັນລຸມາດຖານພົ້ນທຸກຕາມລໍາດັບ 348 ຂອງລັດຖະບານຈຳນວນ 6ຄອບຄົວກວມ 1,6% ຂອງຄອບຄົວທັງໝົດ. ປະຊາຊົນສ່ວນໃຫຍ່ ຍຶດຖືອາຊີບປູກຝັງລ້ຽງສັດ ແລະເຮັດການບໍລິການຄ້າ-ຂາຍ, ໃນໜຶ່ງປີຜ່ານມາ ພາຍ ໃນບ້ານສາມາດສ້າງລາຍຮັບໄດ້ທັງໝົດ ສາມສິບສອງຕື້ ຫົກຮ້ອຍ ຫົກສິບເອັດລ້ານກີບ, ບາດກ້າວການສ້າງບ້ານ, ກຸ່ມບ້ານພັດທະ ນາ, ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍຕາມ 5 ບາດກ້າວ ແລະເລັ່ງໃສ່ 4 ເນື້ອໃນ 4 ຄາດໝາຍ ໄດ້ເຮັດໃຫ້ປະຊາຊົນ ມີຄວາມຕື່ນຕົວ ລະບົບການເມືອງຢູ່ຂັ້ນຮາກ ຖານ ໄດ້ຮັບການປັບປຸງຢ່າງໜັກແໜ້ນ ເສດຖະກິດ ແລະວຽກງານວັດທະນະທໍາສັງ-ຄົມ ໄດ້ຮັບການພັດທະນາ, ປະກົດການຫຍໍ້ທໍ້ໄດ້ຮັບການແກ້ໄຂ ທັງມີການຊຸກຍູ້ໃຫ້ປະຊາຊົນ ເຮັດນາປີ, ນາແຊງ, ນາຕ່າວ, ເຮັດສວນ, ລ້ຽງສັດ, ເຮັດຫັດຖະກໍາ, ເຮັດການບໍລິ ການ, ເຮັດວຽກໃນໂຮງງານອຸດສາຫະກໍາປຸງແຕ່ງ ແລະເປັນພະນັກງານຕາມສັນຍາ, ຜ່ານການເກັບກໍາຂໍ້ມູນ ມີ 16 ເງື່ອນໄຂ ທີ່ຈະສ້າງບ້ານໃຫຍ່ ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ເພາະເຫັນວ່າບ້ານຫາດປາງສາມາດບັນລຸໄດ້ 14 ເງື່ອນໄຂ, ແຜນການຕໍ່ໜ້າ ອົງການປົກຄອງເມືອງ ຈະປັບປຸງໃຫ້ມີໜ່ວຍ ຫລື ສູນບໍລິການເຕັກນິກກະສິກໍາ ແລະ ປ່າໄມ້, ປັບປຸງໃຫ້ມີລະບົບນໍ້າປະປາຊຸມຊົນ, ຊຸກຍູ້ໃຫ້ມີໂຮງຮຽນມັດທະຍົມຕອນປາຍ ທັງຂະຫຍາຍອາຄານຮຽນຊັ້ນປະຖົມຕື່ມໜຶ່ງຫລັງ, ເພື່ອໃຫ້ບ້ານຫາດປາງ ໄດ້ຮັບການປະກາດເປັນຕົວເມືອງນ້ອຍໃນທ້າຍປີ 2022, ໂອກາດນີ້ ທ່ານ ຄໍາຈັນ ໂສຕາປະເສີດ ໄດ້ມີຄຳເຫັນສັງລວມບັນຫາຄົງຄ້າງ ເພື່ອພິຈາລະນາຄົ້ນຄວ້າ ແລະຊອກຊ່ອງທາງແກ້ໄຂໃນຕໍ່ໜ້າ.
ຂ່າວ: ຄຳອ້ວນ
Loading...