ໃນວັນທີ 2 ເມສາ 2023, ບ້ານແຈຼະໃໝ່ເມືອງກະລຶມ ແຂວງເຊກອງ ໄດ້ຈັດງານບຸນປະເພນີ (ບຸນຈາຮາປາຍ) ປະຈໍາປີ 2023 ໂດຍມີທ່ານ ສີດາ ສຸວັນນະສາຍ ອະດີດຮອງເລຂາພັກແຂວງເຊກອງ, ທ່ານ ອໍບົວລາ ອ່ອນມະໄລວົງ ເຈົ້າເມືອງກະລຶມ, ທ່ານ ບູ່ໄຊ ໄຊຍະເສນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ແຂກຖືກເຊີນເຂົ້າ ຮ່ວມຢ່າຫຼວງຫຼາຍ.
ໃນໂອກາດນີ້, ທ່ານ ລາຕີ ເຮີນດາສອນ ຮອງເລຂາໜ່ວຍພັກບ້ານແຈຼະໃໝ່ ໄດ້ລາຍງານໃຫ້ຮູ້ວ່າ: ບ້ານແຈຼະໃໝ່ ສ້າງຕັ້ງຂຶ້ນໃນປີ 1976 ຫ່າງຈາກເທສະບານເມືອງກະລຶມປະມານ 17 ກິໂລແມັດ, ມີເນື້ອທີ່ການປົກຄອງທັງໝົດ 50 ກິໂລຕາແມັດ, ມີ 58 ຫຼັງຄາເຮືອນ 99 ຄອບຄົວ, ມີພົນລະເມືອງ 510 ຄົນ, ຍິງ 222 ຄົນ, ປະກອບດ້ວຍ 4 ຊົນເຜົ່າ ໃນນັ້ນເຜົ່າກຣຽງກວມເອົາ 97%, ປະຊາຊົນຍຶດຖືອາຊີບການເຮັດໄຮ່-ເຮັດນາເປັນຫຼັກ, ປູກຝັງ-ລ້ຽງສັດ, ຄ້າຂາຍ ແລະ ຫັດຖະກຳເປັນອາຊີບສໍາຮອງ. ເມື່ອຮອດວັນທີ 2 ເມສາຂອງທຸກໆປີ ກໍ່ຈະໄດ້ຈັດງານບຸນປະເພນີ (ບຸນຈາຮາປາຍ) ຊຶ່ງຖືໄດ້ວ່າ ເປັນປະເພນີໜຶ່ງຂອງເຜົ່າກຣຽງ ທີ່ເຄີຍສືບທອດກັນມາແຕ່ປູ່ຍ່າຕາຍາຍ ແລະ ຈຸດປະສົງຂອງການຈັດງານບຸນນີ້ ເພື່ອສະຫຼຸບຜົນສໍາເລັດການເກັບກ່ຽວຜົນຜະລິດ, ທັງເປັນການເອີ້ນຂວັນ ແລະ ຂໍພອນຈາກສິ່ງສັກສິດໃຫ້ປົກປ້ອງຄຸ້ມຄອງ ແລະ ປົກປັກຮັກສາພໍ່ແມ່ປະຊາຊົນພາຍ ໃນບ້ານໃຫ້ພົ້ນຈາກໄພອັນຕະລາຍຕ່າງໆ. ພ້ອມນີ້, ຍັງເປັນການເຕົ້າໂຮມຄວາມສາ ມັກຄີ, ເປີດໂອກາດໃຫ້ປະຊາຊົນພາຍໃນບ້ານໄດ້ມີການສົນທະນາ, ປຶກສາຫາລືແລກປ່ຽນຖອດຖອນບົດຮຽນ ແລະ ປະສົບການຕົວຈິງໃນການເຮັດການຜະລິດ.
ທ່ານ ລາຕີ ເຮີນດາສອນ ກ່າວຕື່ມວ່າ: ນອກຈາກຈຸດປະສົງທີ່ກ່າວມາແລ້ວນັ້ນ ອີກອັນໜຶ່ງ ກໍ່ເພື່ອເປັນການເສີມຂະ ຫຍາຍ, ອະນຸລັກປົກປັກຮັກສາສິລະປະ, ຮີດຄອງປະເພນີ ແລະ ວັດທະນະທໍາທີ່ເປັນເອກະລັກສະເພາະຂອງເຜົ່າໃຫ້ມີຄວາມຍືນຍົງ, ຢູ່ຄູ່ກັບປະຊາຊົນຊາວເມືອງກະລຶມສືບຕໍ່ໄປຮອດເຊັ່ນລູກເຊັ່ນຫຼານ.
ຂ່າວ-ພາບ: ຄຳເພົ້າ


