ບ້ານໂຊກອຳນວຍ ນະຄອນປາກເຊ ແຂວງຈຳປາສັກໄດ້ປະຕິບັດມາດຕະການຢ່າງເຂັ້ມງວດໃນການປ້ອງກັນພະຍາດໂຄວິດ- 19. ທ່ານພັນໂທ ແສງເພັດ ສີສົມພອນ ຫົວໜ້າກໍ່ສ້າງຮາກຖານປະຈຳກ່ມບ້ານໂຊກອຳນວຍ ນະຄອນປາກເຊໃຫ້ສໍາພາດວ່າ: ການຕັ້ງຈຸດກວດກາປ້ອງກັນໂຄວິດ19ຂອງບ້ານໂຊກອຳນວຍແບ່ງເປັນ 3ຈຸດ.ແຕ່ລະຈຸດໄດ້ມີເຈົ້າໜ້າທີ່ ປກສ ແຂວງ,ນະຄອນສົມທົບກັບອຳນາດການປົກຄອງບ້ານໃນການກວດກາຄົນເຂົ້າ-ອອກ ເຊີ່ງເລີມແຕ່ວັນເສົາທີ 24 ເມສາເປັນຕົ້ນມາເຫັນວ່າການເຂົ້າອອກມີຄວາມເປັນລະບຽບຮຽບຮ້ອຍ.ເຊີ່ງໄດ້ກວດກາສະພາບຄວາມຈຳເປັນຂອງປະຊາຊົນໃນການເຂົ້າອອກບ້ານ,ຖ້າປະຊາຊົນເຂດອື່ນບໍ່ມີຄວາມຈໍາເປັນຫ້າມເຂົ້າມາບ້ານຢ່າງເດັດຂາດ,ພ້ອມນັ້ນກໍເຮັດໜັງສືຢັ້ງຢືນແກ່ປະຊາຊົນທີ່ມີກໍລະນີຈຳເປັນເຂົ້າອອກ.ພ້ອມແນະນໍາໃຫ້ປະຊາຊົນໃສ່ຜ້າອັດປາກ-ອັດດັງ ໃນເວລາອອກຈາກເຮືອນ,ໝັ່ນລ້າງມື້ດ້ວຍທາດເຫຼົ້າ, ເດັດຂາດບໍ່ໄປໃນເຂດສ່ຽງຊຸມຊົນແອອັດທີ່ມີການຕິດເຊື້ອ.
ການຕັ້ງຈຸດກວດກາເຂົ້າ-ອອກບ້ານຢູ່ບ້ານໂຊກອຳນວຍໃນຄັ້ງນີ້ ແມ່ນປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ,ຄໍາສັ່ງຂອງເຈົ້າແຂວງໆຈຳປາສັກ ແລະນິຕິກຳຕ່າງໆຂອງຄະນະສະເພາະກິດສະກັດກັ້ນ,ປ້ອງກັນພະຍາດໂຄວິດ19. ເຊີ່ງຕະຫຼອດໄລຍະ 3 -4ວັນຜ່ານມາເຫັນວ່າປະຊາຊົນແລະສັງຄົມສ່ວນຫຼວງຫຼາຍກໍມີຄວາມຮັບຮູ້ເຂົ້າໃຈ ແລະໃຫ້ການຮ່ວມມືສະໜັບສະໜູນແກ່ເຈົ້າໜ້າທີ່ໃນການປ້ອງກັນພະຍາດໂຄວິດ19ເປັນຢ່າງດີ.
ນອກຈາກບ້ານໂຊກອຳນວຍແລ້ວຍັງມີການຕັ້ງດ່ານຢູ່ຈຸດບ້ານອື່ນໆອີກຢ່າງເຂັ້ມງວດ ທັງນີ້ກໍເພື່ອບໍ່ໃຫ້ພະຍາດໂຄວິດ19 ພາຍໃນແຂວງຈໍາປາສັກແຜ່ລະບາດໄປສູ່ວງກວ້າງ.
ເກດສະໜາ ແກ້ວສູວັນນະແສງ



