ເນື່ອງຈາກບ້ານໂຊກອຳນວຍ ນະຄອນປາກເຊ ມີຜູ້ຕິດເຊື້ອໂຄວິດ 19 ຮອບໃໝ່ 3 ຄົນ ໃນວັນທີ 22 ກັນຍາ 2021 ແລະເຫັນວ່າຈະມີທ່າອຽງເພີ່ມຂື້ນ ແລະປະກາດເປັນບ້ານແດງ ແລ້ວ, ບ້ານໂຊກອຳນວຍ ຈິ່ງໄດ້ເຂັ້ມງວດກວດຂັນໃນການປິດການສັນຈອນພາຍໃນບ້ານ ແລະຕັ້ງຈຸດກວດກາຄົນເຂົ້າອອກບ້ານຢ່າງເຂັ້ມງວດ ເພື່ອກວດກາຄັດກອງບໍ່ໃຫ້ບຸກຄົນພາຍໃນອອກ ແລະ ພາຍນອກເຂົ້າໂດຍບໍ່ຈຳເປັນ ຫຼື ບໍ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດທີ່ກ່ຽວຂ້ອງ.
ທ່ານ ຈິດຕະວັນ ອໍແກ້ວເຕໂຊ ນາຍບ້ານໂຊກອຳນວຍ ນະຄອນປາກເຊ ແຂວງຈຳປາສັກ ໃຫ້ສຳພາດວ່າ: ການປິດບ້ານ ແລະຈຸດກວດກາກັ່ນກອງ ເພື່ອປະຕິບັດຕາມຄຳສັ່ງເລກທີ 14 ຂອງທ່ານເຈົ້າແຂວງຈຳປາສັກ,ຄຳສັ່ງຂອງເຈົ້ານະຄອນປາກເຊ ວ່າດ້ວຍການເພີ່ມທະວີມາດຕະການປ້ອງກັນ,ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ -19 ຢູ່ແຂວງຈຳປາສັກ ຢ່າງເຂັ້ມງວດ.ການປິດບ້ານ ແລະຕັ້ງດ່ານກວດກາ ແມ່ນເນັ້ນບໍ່ໃຫ້ປະຊາຊົນອອກຈາກບ້ານຖ້າບໍ່ມີຄວາມຈຳເປັນ,ຖ້າຈຳເປັນກໍຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດກຳນົດອອກ.ຜ່ານການປິດບ້ານ ໂດຍການຕັ້ງດ່ານກວດກາເຫັນວ່າປະຊາຊົນມີການເຂົ້າ-ອອກບ້ານໜ້ອຍລົງ ແລະມີຄວາມເປັນລະບຽບຫຼາຍຂຶ້ນ.ປະຊາຊົນສ່ວນໃຫຍ່ກໍໃຫ້ການຮ່ວມມືເປັນຢ່າງດີ.
ແລະ ເພື່ອຕິດຕາມຊຸກຍູ້ໃຫ້ກຳລັງໃຈຄະນະສະເພາະກິດຂັ້ນບ້ານ ໃນຕອນເຊົ້າວັນທີ 22 ກັນຍາ 2021 ນີ້ ການນໍານະຄອນປາກເຊ ແຂວງຈຳປາສັກນຳໂດຍ ທ່ານ ເກດສະໜາ ຄຳມິ່ງສະຫວັດ ຮອງເຈົ້ານະຄອນ ກໍໄດ້ລົງໄປຕິດຕາມຊີ້ນໍາ ທີ່ຈຸດກວດກາ ບ້ານໂຊກອຳນວຍ ເພື່ອໃຫ້ກຳລັງໃຈແກ່ເຈົ້າໜ້າທີ່ ແລະອົງການປົກຄອງບ້ານຕໍ່ການປ້ອງກັນຄວບຄຸມ ພະຍາດໂຄວິດ -19 ອີກດ້ວຍ.
ເກດສະໜາ ແກ້ວສຸວັນນະແສງ


