ວັນທີ 13 ກໍລະກົດ 2021 ທົ່ວແຂວງບໍລິຄຳໄຊ ໄດ້ກະກຽມລູກປາເພື່ອຈະນຳໄປປ່ອຍລົງສູ່ແຫຼ່ງນ້ຳທຳມະຊາດຕາມແຜນການວາງໄວ້ຈຳນວນ 2 ແສນໂຕ.
ທ່ານ ໃຈນຶກ ພະຄຸນທອງ ຫົວໜ້າຂະ ແໜງລ້ຽງສັດ-ການປະມົງ ພະແນກກະ ສິກຳ ແລະ ປ່າໄມ້ແຂວງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຂອງແຂວງໃນວັນທີ 5 ກໍລະກົດຜ່ານ​ມານີ້ວ່າ: ມາຮອດປັດຈຸບັນຂະແໜງລ້ຽງສັດ-ການປະມົງ ພະແນກກະສິກຳ ແລະ ປ່າໄມ້ແຂວງ ຮ່ວມກັບ ບໍລິສັດ ເຂື່ອນ ໄຟຟ້ານຳ້ເທີນ 1 ໄດ້ກະກຽມລູກປາໄດ້ແລ້ວ 30 ພັນໂຕ ເພື່ອຈະນຳໄປປ່ອຍລົງສູ່ແຫຼ່ງນ້ຳທຳມະຊາດ ເນື່ອງໃນວັນປ່ອຍປາແຫ່ງຊາດ ວັນທີ 13 ກໍລະກົດທີ່ຈະມາເຖິງນີ້ ຊຶ່ງລວມມີຫຼາຍຊະນິດປາເຊັ່ນ: ປາປາກ, ປາ​ໄນ ແລະ ປາອື່ນໆອີກ. ສຳລັບປີນີ້ທາງແຂວງໄດ້ກຳນົດເອົາອ່າງນຳ້ເທີນ 1 ເປັນຈຸດປ່ອຍປາ ໂດຍຈະມີການນຳຂັ້ນແຂວງ, ຫົວໜ້າພະແນກການ, ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າຮ່ວມ.
ທ່ານ ໃຈນຶກ ພະຄຸນທອງ ຍັງໃຫ້ຮູ້ຕື່ມອິກວ່າ: ນອກຈາກນີ້ບັນດາເມືອງ ກໍຈະໄດ້ຈັດພິທີປ່ອຍປາຕາມຈຸດທີ່ເມືອງກຳນົດເຊັ່ນກັນ.
ຂ່າວ-ພາບ: ສີເວດ
Loading...