ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ແຂວງບໍລິຄໍາໄຊ ກຽມປ່ອຍປາ ຈໍານວນ 382.000 ໂຕ ໃນໂອກາດວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດ ປ່າແຫ່ງຊາດ ວັນທີ 13 ກໍລະກົດ ຄົບຮອບ 26 ປີ. ໃນນີ້ ລວມມີ, ປານິນ, ປາ ໄນ, ປາປາກ, ປາເກັດແລັບ ແລະ ປາກິນຫຍ້າ ໂດຍຈະຈັດພິທີຢ່າງເປັນທາງການຢູ່ວັງສະຫງວນບ້ານດອນໄຊ, ເມືອງປາກກະດິງ ເພື່ອຄືນຄວາມອຸດົມສົມບູນລົງສູ່ແຫຼ່ງນໍ້າທຳມະຊາດ.
ທ່ານ ບຸນເພັງ ຈັນທະວົງສຸກ, ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໃຫ້ສໍາພາດຜ່ານລາຍ ການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດ ເມືອບໍ່ດົນມານີ້ວ່າ: ເພື່ອເຮັດໃຫ້ປາທີ່ປ່ອຍໄປມີອັດຕາລອດເຫລືອສູງ ແລະ ສາມາດຂະຫຍາຍພັນໄດ້ຕໍ່ໄປ. ນອກຈາກອີງໃສກົດໝາຍ ແລະ ລະບຽບການທີ່ຂັ້ນເທີງວາງອອກ, ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ອອກແຈ້ງການສະເພາະຫາແຕ່ງລະເມືອງພາຍໃນແຂວງ ເພື່ອແນະນໍາບໍ່ໃຫ້ປະຊາຊົນຫາປາແບບດັບສູນ, ລວມເຖີງໃນໄລຍະປາຂຶ້ນໄຂ່ເພື່ອຂະຫຍາຍພັນ ເຊີ່ງມີທັງໝົດ 8 ມາດຕະການສໍາຄັນ. ພ້ອມນີ້ ໄດ້ແນະນໍາໃຫ້ຂະແໜງການກ່ຽວຂ້ອງ, ອົງການ ປົກຄອງເມືອງ-ບ້ານ ໃຫ້ມີມາດຕະການປົກປັກຮັກສາ ແລະ ຄຸ້ມຄອງວັງສະຫງວນ, ກໍຄືປົກປັກຮັກສາອະນຸລັກສັດນໍ້າ-ສັດປ່າໃຫ້ເຂັ້ມງວດຂຶ້ນກວ່າເກົ່າ, ເຊີ່ງປັດຈຸບັນທົ່ວແຂວງມີວັງສະຫງວນທັງໝົດ 21 ແຫ່ງ, ມີເນື້ອທີ່ທັງໝົດປະມານ 46.000 ກິໂລຕາແມັດ. ນອກຈາກນີ້ ຍັງມີແຫລ່ງນໍ້າທີ່ຈະສ້າງເປັນວັງສະຫງວນອີກ 106 ກວ່າແຫ່ງໃນ 106 ບ້ານ.
ທ່ານໃຫ້ຮູ້ຕື່ມວ່າ: ໃນໄລຍະຜ່ານມາ ເຖີງວ່າມີກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ ແຕ່ການລັກລອບຫາປາແບບຜິດກົດໝາຍພາຍໃນແຂວງບໍລິຄໍາໄຊ ຍັງປະກົດໃຫ້ເຫັນຈໍານວນໜຶ່ງແຕ່ບໍ່ຖືເປັນພື້ນຖານ ເພາະເປັນຈໍານວນໜຶ່ງດຽວເທົ່ານັ້ນ. ນອກຈາກນີ້ ທ່ານຕີລາວ່າ: ບັນດາວັງສະຫງວນຂອງແຂວງທີ່ໄດ້ປະກາດສ້າງຕັ້ງໄປແລ້ວແມ່ນໄດ້ຮັບຜົນດີເຖີງ 95%, ສ່ວນອີກ 5% ແມ່ນໄດ້ຮັບຜົນກະທົບ, ທັງຈາກໄພທໍາມະຊາດ ແລະ ການກໍ່ສ້າງເຂື່ອນ ເຮັດໃຫ້ວັງສະຫງວນຕື້ນເຂີນ, ສ່ວນວັງສະຫງວນທີ່ເດັ່ນ ກໍຄື ມີປາຫລາຍແມ່ນເຂດແມ່ນໍ້າຂອງຢູ່ບ້ານທ່າບົກ ແລະ ບ້ານເວີນທາດ, ເມືອງທ່າພະບາດເຂດ. ນອກຈາກນີ້ ຍັງມີຢູ່ສາຍນໍ້າຊັນເຂດບ້ານທ່າບໍ່ ແລະ ອື່ນໆ.
ຂ່າວ: ບຸນຕຽງ ຈັນທະວົງ
ພາບປະກອບ