ພິທີເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ເພື່ອຊອກຄົ້ນ, ສໍາຫລວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແຮ່ຄໍາ, ແຮ່ທອງ ແລະ ແຮ່ຕິດພັນ ຢູ່ເຂດບ້ານໜອງພູນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ລະຫວ່າງ ອົງການປົກຄອງແຂວງໄຊສົມບູນ ເຊິ່ງຕາງໂດຍພະແນກແຜນການ ແລະ ການລົງທຶນແຂວງ, ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ເມືອງລ້ອງແຈ້ງ ກັບ ບໍລິສັດກິ່ງແກ້ວອຸດົມ ສໍາຫຼວດອອກແບບ, ກໍ່ສ້າງເຄຫະສະຖານ ແລະ ຂົວທາງຈໍາກັດຜູ້ດຽວ ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 21 ພຶດສະພາ 2021 ນີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ພົນຕີ ຄໍາລຽງ ອຸທະໄກສອນ, ເຈົ້າແຂວງໄຊສົມ ບູນ, ມີຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ບັນດາທ່ານຮອງເຈົ້າແຂວງ, ການນໍາເມືອງລ້ອງແຈ້ງ, ມີທ່ານ ນາງ ສີວຽງໄຊ ມະນີວົງ, ອໍານວຍການບໍລິສັດ ກິ່ງແກ້ວອຸດົມ ສໍາຫຼວດອອກແບບ, ກໍ່ສ້າງເຄຫະສະຖານ ແລະ ກໍ່ສ້າງຂົວທາງຈໍາກັດຜູ້ດຽວ ພ້ອມດ້ວຍຫົວໜ້າພະແນກ-ຮອງພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ ທ່ານ ສົມບູນ ສອນລິິດທິເດດ, ຫົວໜ້າຫ້ອງວ່າການ ແຂວງ ໄດ້ຂຶ້ນລາຍງານກ່ຽວກັບຂໍ້ມູນພຶ້ນຖານຂອງໂຄງການ ແລະ ເນື້ອໃນຂອງບົດບັນທຶກ ທີ່ຈະໄດ້ລົງນາມກັນ ຊຶ່ງໂຄງການດັ່ງກ່າວແມ່ນໂຄງການຊອກຄົ້ນ, ສໍາຫລວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດ ຖະກິດ-ເຕັກນິກແຮ່ຄໍາ, ແຮ່ທອງ ແລະ ແຮ່ຕິດພັນ ຢູ່ເຂດບ້ານໜອງພູນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໃນເນື້ອທີ່ 58,4 ກິໂລຕາແມັດ ເຊິ່ງໄລຍະເວລາຂອງບົດບັນທຶກຄວາມເຂົ້າໃຈສະບັບນີ້ ແມ່ນ 24 ເດືອນ ໃນນັ້ນ ໜ້າວຽກໂຄງການຂອງບໍລິສັດທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດ ຄື: ຊອກຄົ້ນ ແລະ ສຶກສາສໍາຫລວດ, ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະ ກິດ- ເຕັກນິກ ຂອງໂຄງການໃນເນື້ອທີ່ໄດ້ຮັບອະນຸຍາດ, ສ້າງບົດບັນທຶກວິພາກເສດ ຖະກິດ-ເຕັກນິກ ແລະ ບົດສຶກສາຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ ພ້ອມນັ້ນທາງບໍລິສັດຕ້ອງໄດ້ວາງເງິນຄໍ້າປະກັນໂຄງການ 50,000 ໂດລາສະຫະລັດ ນອກນີ້ບໍລິສັດຈະໄດ້ປະກອບສ່ວນເງິນຍຸກຍູ້ແຂວງໄຊສົມບູນ ຈໍານວນ 10,000 ໂດລາສະຫະລັດ, ປະ ກອບທຶນພັດທະນາສັງຄົມໃຫ້ແຂວງ ຈໍານວນ 20,000 ໂດລາສະຫະລັດ, ປະ ກອບທຶນພັດທະນາທ້ອງຖິ່ນ ໃຫ້ເມືອງລ້ອງແຈ້ງ ຈໍານວນ 20,000 ໂດລາສະຫະລັດ, ປະກອບທຶນຝຶກອົບຮົມວິຊາການໃຫ້ແຂວງ, ເມືອງ ແລະ ບ້ານທີ່ໂຄງການຕັ້ງຢູ່ ຈໍານວນ 3000 ໂດລາສະຫະລັດ, ປະກອບທຶນຕິດຕາມກວດກາ ( MOU ) ຈໍານວນ 20,000 ໂດລາສະຫະລັດ ແລະ ທາງບໍລິສັດຕ້ອງໄດ້ປະກອບທຶນຕ່າງໆຕື່ມອີກຕາມບົດບັນທຶກ ( MOU ) ໃນຄັ້ງນີ້. ຈາກນັ້ນທັງສອງຝ່າຍ ກໍໄດ້ລົງນາມເຊັນບົດບັນທຶກຮ່ວມກັນ ລະຫວ່າງອົງການປົກຄອງແຂວງໄຊສົມບູນ ຊຶ່ງຕາງໜ້າໂດຍທ່ານ ໄຊຍະເດດ ວົງສາລະວັນ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ, ທ່ານ ບຸນທຽມ ໄຊສົ່ງຄາມ, ຫົວໜ້າພະລັງງານ ແລະ ບໍ່ແຮ່ ແຂວງ, ທ່ານ ອິນຕອງ ໂຄດປັນຍາ, ເຈົ້າເມືອງລ້ອງແຈ້ງ ແລະ ຕ່າງໜ້າບໍລິສັດ ໂດຍທ່ານ ນາງ ສີວຽງໄຊ ມະນີວົງ, ອໍານວຍການບໍລິສັດ ກິ່ງແກ້ວອຸດົມ ສໍາຫຼວດອອກແບບ, ກໍ່ສ້າງເຄຫະສະຖານ ແລະ ຂົວທາງຈໍາກັດຜູ້ດຽວ ໂດຍຊ້ອງ ໜ້າການນໍາແຂວງ ແລະ ພະແນກການ ເປັນສັກຂີພິຍານ ໃນໂອກາດດັ່ງກ່າວທາງບໍລິສັດຍັງໄດ້ມອບລົດຟໍຈູນເນີ 1 ຄັນ ແລະ ລົດຣີໂວ 1 ຄັນ ໃນມູນຄ່າ 108,200 ໂດລາສະຫະລັດ ໃຫ້ແຂວງໄຊສົມບູນຕື່ມອີກ.
ພາບ-ຂ່າວ: ນາງ ຕູດ ຄໍາພໍໃຈ




