ເພື່ອເປັນການປະກອບສ່ວນ ແລະ ໃຫ້ການຊ່ວຍເຫລືອ ແຂວງຫຼວງນໍ້າທາ, ນໍາໃຊ້ເຂົ້າໃນການພາທີມງານນັກກິລາໄປເຂົ້າ ຮ່ວມກິລາແຫ່ງຊາດຢູ່ແຂວງຊຽງຂວາງ ຄັ້ງທີ 11 ,ມາໃນຕອນເຊົ້າ ວັນທີ 3 ພະ ຈິກ 2022 ຢູ່ທີ່ຫ້ອງວ່າການເເຂວງຫຼວງນໍ້າທາ ທ່ານ ແສງຍົງ ວົງຈັນຄໍາ ທີ່ປືກສາ ບໍລິສັດຈະເລີນຊັບຍີ່ງຈະເລີນ ຈໍາກັດ ພອ້ມດ້ວຍຄະນະ ໄດ້ນໍາເອົາເງິນ ຈໍານວນ 100 ລ້ານກີບ ມາມອບໃຫ້ເເຂວງຫຼວງນໍ້າທາ ກ່າວຮັບໂດຍ ທ່ານ ອ່ອນຈັນ ຄໍາພາວົງ ກຳມະການປະຈໍາພັກແຂວງ ຮອງເຈົ້າແຂວງ ຜູ້ຊີ້ນໍາຂົງເຂດເສດຖະກິດ ພ້ອມທັງໄດ້ສະແດງຄວາມຂອບໃຈທີ່ບໍລິສັດຈະເລີນຊັບຍີ່ງຈະເລີນ ຈໍາກັດ ທີ່ໄດ້ມີນໍ້າໃຈ, ເປັນຫ່ວງເປັນໄຍໃຫ້ກໍາລັງໃຈ ເຫັນໄດ້ຄວາມສໍາຄັນ ແລະ ໃຫ້ການຊ່ວຍເຫຼືອເເຂວງຫຼວງນໍ້າທາໃນການນໍາໃຊ້ເຂົ້າໃນການພາທີມງານນັກກິລາໄປເຂົ້າຮ່ວມກິລາແຫ່ງຊາດຢູ່ແຂວງຊຽງຂວາງ ຄັ້ງທີ 11 ແລະ ທ່ານໄດ້ອວຍພອນໃຫ້ ປະທານ ບໍລິສັດຈະເລີນຊັບຍີ່ງຈະເລີນ ຈໍາກັດ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບແຂງ ແຮງ ມີຜົນສໍາເລັດໃນໜ້າທີ່ວຽກງານ ດໍາເນີນທຸລະກິດຂອງທ່ານໃຫ້ມີຄວາມມັ່ງຄັ່ງເຂັ້ມແຂງ ແລະ ຮຸ່ງເຮືອງຕະຫຼອດໄປ ແລະ ຈະນໍາໃຊ້ເງິນຈໍານວນດັ່ງກ່າວ ໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ໄດ້ຮັບຜົນປະໂຫຍດສູງສຸດ.
ຂ່າວ: ມຸນຕີ
