ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ ມອບເຄື່ອງຊ່ວຍ ເຫລືອໂຮງຮຽນປະຖົມສົມບູນສີວິໄລ
ວັນທີ 14 ມັງກອນ 2023, ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ ຈັດກິດຈະກໍາການກຸສົນ ພາຍໃຕ້ຫົວຂໍ້: “ແສງສະຫວ່າງແຫ່ງຄວາມຫວັງ” ດ້ວຍການມອບເຄື່ອງຊ່ວຍ ເຫລືອໃຫ້ໂຮງຮຽນປະຖົມສົມບູນສີວິໄລ, ເມືອງນາຊາຍທອງ, ນະຄອນຫລງວຽງຈັນ.

ເຄື່ອງທີ່ນໍາໄປມອບ ລວມມີ: ເຄື່ອງໃຊ້ຫ້ອງການ, ໄຟ LED ຫ້ອງຮຽນ, ອຸປະກອນການຮຽນຂອງນັກຮຽນ, ອຸປະ ກອບຕົບແຕ່ງ ແລະ ອື່ນໆ, ລວມມູນຄ່າ 44 ລ້ານກວ່າກີບ ໂດຍການກ່າວມອບຂອງ ທ່ານ Yang Guangyin, ຮອງປະທານບໍລິສັດການລົງທຶນຕ່າງປະເທດ CSG-YNIC ແລະ ກ່າວຮັບໂດຍ ທ່ານ ນາງ ອໍລະໄທ ນາບຸນແພງ, ຜູ້ອໍານວຍການໂຮງຮຽນປະຖົມສົມບູນສີວິໄລ. ມີຕາງຫນ້າອົງການປົກຄອງບ້ານ, ພະນັກງານຂອງບໍລິສັດ, ຄູອາຈານ ແລະ ນັກຮຽນພາຍໃນໂຮງຮຽນດັ່ງກ່າວເຂົ້າຮ່ວມ.


ໃນໄລຍະດຳເນີນໂຄງການຮ່ວມມືຢູ່ລາວ, ບໍລິສັດຕາ ຂ່າຍໄຟຟ້າພາກໃຕ້ຂອງຈີນ ຈໍາກັດ ໄດ້ປະກອບສ່ວນພັດ ທະນາຊຸມຊົນ ແລະ ສັງຄົມ, ຊຸກຍູ້ໃຫ້ເກີດການຈ້າງງານໃນທ້ອງຖິ່ນ ແລະ ດຳເນີນການຝຶກອົບຮົມສີມືແຮງງານຜ່ານການປະຕິບັດຕົວຈິງໃນໂຄງການ. ນອກຈາກນີ້ ຍັງໄດ້ອອກແຮງສະຫນັບສະຫນູນການສຶກສາໃນທ້ອງຖິ່ນ, ບໍລິຈາກສິ່ງຂອງໃຫ້ແກ່ໂຮງຮຽນ ແລະ ດຳເນີນໂຄງການຊ່ວຍ ເຫລືອເພື່ອເປົ້າຫມາຍ “ສ້າງແສງສະຫວ່າງໃຫ້ທຸກຄົວເຮືອນໃນປະເທດລາວ”.


ໃນໂອກາດກ່າວມອບເຄື່ອງຊ່ວຍເຫລືອຄັ້ງນີ້ ທ່ານ Yang Guangyin, ຮອງປະທານບໍລິສັດການລົງທຶນຕ່າງປະເທດ CSG-YNIC ສະແດງຄວາມຫວັງວ່າ ເຄື່ອງຊ່ວຍ ເຫລືອທີ່ນໍາມາມອບຄັ້ງນີ້ ຈະປະກອບສ່ວນສໍາຄັນໃນການປັບປຸງສະພາບແວດລ້ອມ ກໍຄື ການຮຽນ-ການສອນຂອງໂຮງຮຽນປະຖົມສົມບູນສີວິໄລໃຫ້ດີຂຶ້ນໃນລະດັບຫນຶ່ງ, ພ້ອມນີ້ ທ່ານຢືນຢັນວ່າ: ບໍລິສັດການລົງທຶນຕ່າງປະ ເທດ CSG-YNIC ຈະປະຕິບັດຕາມແນວທາງຮ່ວມມືກັບ ສປປ ລາວ ຜ່ານການຮ່ວມມືອັນເລິກເຊີ່ງດັ່ງກ່າວ ຈະເຮັດໃຫ້ສາມາດສະຫນອງໄຟຟ້າສີຂຽວ ແລະ ຍືນຍົງ ແລະ ປະ ກອບສ່ວນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງລາວໃຫ້ນັບມື້ດີຂຶ້ນຢ່າງຕໍ່ເນື່ອງ.
ສໍາລັບໂຮງຮຽນປະຖົມສົມບູນສີວິໄລ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ທີ່ໄດ້ຮັບເຄື່ອງຊ່ວຍເຫລືອຄັ້ງນີ້ ໄດ້ຮັບການສ້າງຕັ້ງຂຶ້ນມາໄດ້ 30 ກວ່າປີແລ້ວ. ປັດຈຸ ບັນ ມີນັກຮຽນທັງຫມົດ 150 ກວ່າຄົນ.