ເວລາ 8:20 ໂມງຂອງວັນທີ 18 ຕຸລາ, ບໍ ລິສັດລົດໄຟລາວ-ຈີນ ຈໍາກັດໄດ້ດຳເນີນການຝຶກສຸກເສີນເພື່ອທົດສອບການເບກ ແລະ ຕ້ານການເລື່ອນຂອງລົດໄຟ EMU ເມື່ອຕ້ອງຈອດກະທັນຫັນຢູ່ທາງຄ້ອຍຊັນ, ພ້ອມທັງຝຶກອົບຮົມຄວາມສາມາດຮັບມືສຸກເສີນໃນການຈັດຕັ້ງການອົບພະ ຍົບຜູ້ໂດຍສານຫາກມີເຫດການໄຟໄໝ້ໃນອຸໂມງທາງຍາວຮັບປະກັນວ່າຂັ້້ນຕອນໃນການອົບພະຍົບໄດ້ຖືກຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ອຸປະກອນຕ່າງໆສາ ມາດໃຊ້ງານໄດ້ຢ່າງມີຄຸນນະພາບ.
ໃນຕອນເຊົ້າເວລາ 10:40, ຂະບວນລົດ ໄຟ EMU ໄດ້ເດີນທາງໄປຍັງຈຸດຝືຶກຊ້ອມເຫດການສຸກເສີນລະຫວ່າງຊ່ວງຂຶ້ນຄ້ອຍເຂດຜາຕັ້ງ ແລະ ກາສີ. ເນື່ອງຈາກປັດໃຈທີ່ບໍ່ສາມາດຄາດເດົາໄດ້, ລົດໄຟຈໍາເປັນຕ້ອງໄດ້ທຳການເບກສຸກເສີນ, ຄົນຂັບລົດ ໄຟຈິ່ງໄດ້ນຳໃຊ້ມາດຕະການເບກສຸກເສີນໝົດຂະບວນ. ສ່ວນພະນັກງານຈຸລົດໄດ້ກວດເບິ່ງສະພາບການຈອດລົດ, ບັນທຶກຂໍ້ມູນເຄື່ອງ, ການຝຶກຊ້ອມຄັ້ງນີ້ໄດ້ກວດສອບວ່າການປະຕິບັດການເບກ ແລະ ການຕ້ານການເລື່ອນຂອງລົດໄຟ EMU ຢູ່ເທິງຄ້ອຍສູງຕອບສະຫນອງມາດຕະຖານຄວາມປອດໄພຂອງການແລ່ນລົດໄຟ.
20 ນາທີຕໍ່ມາ, ລົດໄຟ EMU ໄດ້ສືບຕໍ່ແລ່ນໄປເຖິງອຸໂມງ ນາສັງທອງ, ທາງລົດ ໄຟລາວ-ຈີນ ໄດ້ຈໍາລອງເຫດການໄຟໄໝ້ທີ່ຕູ້ລົດໄຟເບີ 5, ທັນທີທີ່ພະນັກງານຈູລົດໄຟພົບເຫັນເຫດການກໍຮີບແຈ້ງຕໍ່ຫົວໜ້າຈຸລົດໄຟທັນທີ ແລະ ຮີບຫາອຸ ປະກອນມາດັບເພີງ, ຫົວໜ້າຈຸລົດໄຟຈຶ່ງໄດ້ຮີບແຈ້ງຊ່າງກົນຈັກທີ່ປະຈຳຢູ່ເທິງລົດ ໄຟຮີບເຂົ້າໄປຄວບຄຸມສະຖານະການ, ເນື່ອງຈາກໄຟມີຂະໜາດໃຫຍ່, ກັບຕັນລົດຈິ່ງຮີບຈອດລົດທັນທີ, ຊ່າງກົນຈັກລົດຮີບລົງໄປກວດກາ ແລະ ເປີດໄຟພາຍ ໃນອຸໂມງ, ສ່ວນພະນັກງານຈຸລົດໄຟກໍຮີບເປີດໄຟສຸກເສີນ ແລະ ລະບົບລະບາຍອາກາດ,ຫຼັງຈາກນັ້ນຈິ່ງຮິບອົບພະຍົບຜູ້ໂດຍສານໃຫ້ອອກໄປຈາກລົດໄຟ, ໂດຍການນຳທາງຜູ້ໂດຍສານໄປຍັງປະຕູທາງອອກສຸກເສີນຂອງອຸໂມງ ແລະ ອອກໄປຍັງຈຸດປອດໄພ.
ຜ່ານການຊ້ອມຮັບມືເຫດການສຸກເສີນໃນຄັ້ງນີ້, ໄດ້ກວດສອບການສະພາບການສົ່ງຂໍ້ມູນ, ການຮັບມືກັບເຫດການສຸກ ເສີນສະເພາະໜ້າ ແລະ ການປະຕິບັດມາດຕະການຂອງພະນັງານຄວບຄູມການເດີນລົດ, ຄົນຂັບລົດໄຟ, ພະນັກງານຈຸລົດໄຟ, ຊ່າງກົນຈັກເທິງລົດໄຟ ແລະ ເຈົ້າ ໜ້າທີ່ຕຳຫຼວດພາຍຫຼັງເກີດເຫດສຸກເສີນເທິງລົດໄຟ; ທົດສອບວ່າແຜນການເຄື່ອນຍ້າຍຜູ້ໂດຍສານໃນອຸໂມງທາງຍາວແມ່ນຖືກຕ້ອງຕາມຫຼັກວິທະຍາສາດ, ສົມເຫດສົມຜົນ ແລະ ເປັນໄປໄດ້, ບໍ່ວ່າຈະເປັນສັນຍານເຕືອນໄພ, ແສງໄຟສຸກເສີນ, ການສື່ສານ ແລະ ອຸປະກອນອື່ນໆໃນອຸໂມງແມ່ນຢູ່ໃນສະພາບດີ, ພະນັກງານມີຄວາມຄຸ້ນເຄີຍກັບຈຸດເຄື່ອນຍ້າຍສຸກເສີນ ແລະ ມີຄວາມຊໍານິຊໍານານໃນການນໍາໃຊ້ໄຟສຸກເສີນ, ອູປະກອນສື່ສານ, ການລະບາຍອາກາດ ແລະ ອຸປະກອນອື່ນໆທີ່ຖືກ ຕ້ອງ, ຮັບປະກັນຄວາມປອດໄພໃນການແລ່ນລົດ ກໍຄືຊີວິດ ແລະ ຊັບສິນຂອງຜູ້ໂດຍສານຢູ່ເທິງລົດໄຟ.


