ໃນວັນທີ 31 ກໍລະກົດ 2023 ຄູ ແລະ ນັກຮຽນທີ່ໂຮງຮຽນຄົນພິການຫູ “ສູນມືແຫ່ງຄວາມຫວັງ” ໄດ້ຕ້ອນຮັບຄະນະທີມງານບໍລິສັດທາງລົດໄຟລາວ-ຈີນ ຮ່ວມກັນຈັດກິດຈະກຳ “ມືຈັບມື ໃຈເຊື່ອມໃຈ”, ບໍລິສັດທາງລົດໄຟລາວ-ຈີນ ໄດ້ນຳເອົາອຸປະກອນການຮຽນ, ອາຫານ, ກະດານແຕ້ມຮູບ, ຕຸກໃສ່ນ້ຳ, ເຂົ້າ, ໝີ່, ສະບູ, ຖົງຕີນ, ເຂົ້າໜົມ ແລະ ອື່ນໆມາມອບໃຫ້ແກ່ນ້ອງໆ, ພ້ອມກັນນັ້ນ ກໍໄດ້ຈັດກິດຈະກຳຫຼິ້ນເກມມອບຂອງລາງວັນ ແລະ ໃຊ້ເວລາດີໆນຳກັນຢ່າງມີຄວາມສຸກ.

ໂຮງຮຽນຄົນພິການຫູ “ສູນມືແຫ່ງຄວາມຫວັງ” ຕັ້ງຢູ່ບ້ານໜອງບົວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ສ້າງຕັ້ງຂຶ້ນໃນປີ 2016, ປະຈຸບັນມີຄູອາຈານປະມານ 10 ຄົນ, ມີນັກຮຽນ 35 ຄົນ ອາຍຸ4-5ປີ ເຖິງ 13-14ປີ ແລະ 15ປີ ຂຶ້ນໄປບາງຈຳນວນ, ນ້ອງໆຢູ່ນີ້ສ່ວນຫຼາຍເປັນເດັກຫູໜວກ, ປາກກືກ ແລະ ມີຈຳນວນໜຶ່ງເປັນເດັກກຳພ້າ. ໃນໄລຍະເລີ່ມຕົ້ນສ້າງຕັ້ງໃຫມ່ໆ, ອາຄານໂຮງຮຽນແມ່ນເກົ່າແກ່ ແລະ ເປ່ເພ, ການເປັນຢູ່ຂອງຄູອາຈານ ແລະ ນັກຮຽນແມ່ນມີຄວາມຫຍຸ້ງຍາກຫຼາຍຢ່າງເຊັ່ນ: ຂາດແຄນອາຫານ, ຢາປິ່ນປົວພະຍາດ ແລະ ເຄື່ອງໃຊ້ປະຈຳວັນ. ນັບແຕ່ປີ 2018 ເປັນຕົ້ນມາ, ຈິ່ງໄດ້ຮັບການບໍລິຈາກບາງສ່ວນ, ພໍ່ແມ່ປະຊາຊົນທີ່ໃຈດີໄດ້ຊ່ວຍປຸກສ້າງອາຄານຮຽນຄືນໃໝ່, ເງື່ອນໄຂການດຳລົງຊີວິດຕ່າງໆກໍໄດ້ຮັບການປັບປຸງໃຫ້ດີຂຶ້ນ. ໂຮງຮຽນຍັງໄດ້ເລີ່ມຮັບເອົາເດັກນ້ອຍຫູໜວກທີ່ຢູ່ເຂດພູດອຍຫ່າງໄກສອກຫຼີກມາສິດສອນ, ຝຶກພາສາມື, ຊ່ວຍໃຫ້ເຂົາເຈົ້າປັບຕົວເຂົ້າກັບສັງຄົມ, ຮູ້ຈັກຊ່ວຍເຫຼືອຕົນເອງ ແລະ ມີຊີວິດທີ່ດີຂຶ້ນ.

ເມື່ອບໍລິສັດທາງລົດໄຟລາວ-ຈີນໄດ້ຮູ້ຂໍ້ມູນກ່ຽວກັບໂຮງຮຽນແລ້ວ ກໍໄດ້ໃຫ້ຄວາມສຳຄັນ, ຮີບຈັດຕັ້ງໃຫ້ມີກິດຈະກຳໄປຢ້ຽມຢາມ, ພ້ອມທັງວາງແຜນວ່າຈະຈັດກິດຈະກຳຊ່ວຍເຫຼືອສັງຄົມຕາມເງື່ອນໄຂ. ໃນຕອນບ່າຍຂອງວັນທີ 31 ກໍລະກົດ 2023, ໂດຍການນຳພາຂອງຄະນະອຳນວຍການຂອງບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ພ້ອມດ້ວຍພະນັກງານຈາກພະແນກຕ່າງໆໄດ້ໄປຢ້ຽມຢາມ ແລະ ຈັດກິດຈະກຳຢູ່ໂຮງຮຽນແຫ່ງນີ້, ພ້ອມທັງໄດ້ຮັບຟັງການແນະນຳສະພາບການກໍ່ສ້າງໂຮງຮຽນ, ການດຳລົງຊີວິດ, ການຮ່ຳຮຽນສິດສອນຂອງຄູອາຈານ ແລະ ນັກຮຽນ, ເຊິ່ງກໍໄດ້ຊ່ວຍໃຫ້ທີມງານບໍລິສັດທາງລົດໄຟ ເຂົ້າໃຈເຖິງສະພາບຄວາມຍາກລຳບາກຂອງການບໍລິຫານໂຮງຮຽນ, ເຫັນເຖິງຄວາມຮັກ ແລະ ການເສຍສະຫຼະຂອງຄູອາຈານ, ພ້ອມນີ້ຍັງໄດ້ເຫັນການເຕີບໃຫຍ່ຂອງນ້ອງໆໃນໂຮງຮຽນດັ່ງກ່າວອີກດ້ວຍ.

ໃນລະຫວ່າງທີ່ຈັດກິດຈະກຳກໍມີຝົນຕົກໜັກ, ແຕ່ບໍ່ວ່າຝົນຈະຕົກໜັກເທົ່າໃດກໍບໍ່ອາດເຮັດໃຫ້ຄວາມກະຕຶລືລົ້ນຂອງທຸກຄົນໝົດໄປ. ນ້ອງໆທີ່ສູນມືແຫ່ງຄວາມຫວັງ ແລະ ທີມງານທາງລົດໄຟລາວ-ຈີນທຸກຄົນ ໄດ້ຮ່ວມໃຈກັນຈັດກິດຈະກຳຫຼີ້ນເກມຫລາກຫຼາຍແບບເພື່ອສ້າງຄວາມສາມັກຄີ, ເນື່ອງຈາກນ້ອງໆສ່ວນຫລາຍພິການຫູ, ທີມງານທາງບໍລິສັດລົດໄຟຈຶ່ງໄດ້ກະກຽມເກມທີ່ເຫມາະສົມ, ໂດຍການໃຊ້ພາສາມື ແລະ ໃຊ້ທ່າທາງໃນການຫຼິ້ນເກມເຊັ່ນ: ເກມຢຽບປຸມເປົ້າ, ເກມຄາບທໍ່ສົ່ງຢາງອື່ນໆ; ເຊິ່ງກິດຈະກໍາໄດ້ດໍາເນີນໄປດ້ວຍຄວາມມ່ວນຊື່ນ, ນ້ອງໆທຸກຄົນມີຄວາມຕື່ນເຕັ້ນ ແລະ ຕ້ອນຮັບທີມງານດ້ວຍມິດໄມຕີຈິດ, ຈັບມືຮ່ວມໃຈກັນຈັດກິດຈະກຳດ້ວຍຮອຍຍິ້ມທີ່ເບີກບານມ່ວນຊື່ນ. ຫຼັງຈາກຫຼິ້ນເກມແລ້ວບໍລິສັດທາງລົດໄຟລາວ-ຈີນ ກໍໄດ້ມອບລາງວັນນ້ຳໃຈໃຫ້ແກ່ນ້ອງໆທີ່ເຂົ້າຮ່ວມກິດຈະກຳດັ່ງກ່າວ. ນອກນີ້, ຄູອາຈານກໍໄດ້ພາທີມງານບໍລິສັດທາງລົດໄຟລາວ-ຈີນຫຼິ້ນເກມທີ່ໄດ້ກຽມມາໂດຍສະເພາະ ເຮັດໃຫ້ການຢ້ຽມຢາມໃນຄັ້ງນີ້ມີແຕ່ຮອຍຍິ້ມ ແລະ ຄວາມສຸກໃຈ. ກ່ອນຈະກັບ ທາງນ້ອງໆທຸກຄົນໄດ້ໂອບກອດ ແລະ ໂບກມືອຳລາ, ທີມງານທາງລົດໄຟ ແລະ ນ້ອງໆຕ່າງກໍມີນ້ຳຕາຊຶມອອກມາດ້ວຍຄວາມຕື້ນຕັນ. ໃນຂະນະທີ່ໂບກມືລາ, ພະນັກງານທາງລົດໄຟຍັງໄດ້ສັນຍາກັບນ້ອງໆວ່າຈະໄປຢ້ຽມຢາມພວກເຂົາເລື້ອຍໆ.
ປີນີ້ແມ່ນຄົບຮອບ 10 ປີຂອງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” , ໃນຫຼາຍປີຜ່ານມານີ້, ບໍລິສັດທາງລົດໄຟລາວ-ຈີນໄດ້ປະຕິບັດຕາມການຊີ້ນຳຂອງສອງພັກສອງລັດຢ່າງຕັ້ງໜ້າ, ຍຶດໝັ້ນໃນດ້ານວິທະ ຍາສາດ, ວິຊາຊີບ ແລະ ມາດຕະຖານໃນການບຳລຸງຮັກສາ, ດຳເນີນການ, ພັດທະ ນາ ແລະ ກໍ່ສ້າງທາງລົດໄຟລາວ-ຈີນ ເປັນຢ່າງດີ; ຍົກສູງວຽກດ້ານການຂົນສົ່ງສິນຄ້າ ແລະ ຂົນສົ່ງໂດຍສານ, ຄຸນນະ ພາບການບໍລິການ, ຄວາມປອດໄພ ແລະ ການພັດທະນາທີ່ຍືນຍົງ, ທາງລົດໄຟລາວ-ຈີນ ໄດ້ຖືກນໍາໃຊ້ເປັນເວທີໃນການເຊື່ອມໂຍງສາຍພົວພັນລະຫວ່າງປະຊາ ຊົນສອງປະເທດ ແລະ ສືບຕໍ່ສ້າງຄູ່ຮ່ວມສະຕາກຳລາວ-ຈີນໃຫ້ເຂົ້າສູ່ລວງເລິກ ຢ່າງບໍ່ຢຸດຢັ້ງ. ຕັ້ງໜ້າປະຕິບັດໜ້າທີ່ຮັບຜິດຊອບໃນສັງຄົມ, ດໍາເນີນກອງປະຊຸມຜັນຂະຫຍາຍການສ້າງຄູ່ຮ່ວມຊະຕາກຳ, ກຳນົດນະໂຍບາຍໃຫ້ແກ່ພະ ນັກງານທີ່ມີຄວາມຫຍຸ້ງຍາກຢູ່ໃນບໍລິສັດ, ສະໜອງສັດລ້ຽງ ແລະ ເມັດພັນພືດກະສິກໍາຊ່ວຍເຫຼືອລ້າໃຫ້ຄອບຄົວພະນັກງານທີ່ປະສົບກັບຄວາມທຸກຍາກຂາດເຂີນໃຫ້ສາມາດປະກອບອາຊີບເສີມໃຫ້ມີຢູ່ມີກິນຂຶ້ນ. ນອກນີ້, ຍັງໄດ້ຈັດກອງປະຊຸມສຳມະນາກ່ຽວກັບການຮ່ວມມືດ້ານວັດທທະນະທຳ-ກິດຈະກຳກິລາມິດຕະພາບ ຮ່ວມກັບພະນັກງານພາກສ່ວນຕ່າງໆ ເພື່ອໂອ້ລົມແລກປ່ຽນຄວາມຄິດເຫັນ; ໄດ້ສ້າງຕັ້ງກົນໄກຮ່ວມກັນສ້າງສາພັດທະນາໂຮງຮຽນປະຖົມບ້ານໜອງປິງ, ພ້ອມທັງເຊີນຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມໃນພິທີສະເຫຼີມສະຫຼອງວັນເປີດນຳໃຊ້ທາງລົດໄຟ, ວັນຄົບຮອບດຳເນີນການ 1 ປີ, ວັນເປີດດຳເນີນການລົດໄຟຂົນສົ່ງໂດຍສານສາກົນລາວ-ຈີນໃນວັນທີ 13 ເມສາ 2023 ໂດຍພານ້ອງໆນັກຮຽນທົດລອງນັ່ງລົດໄຟ ເພື່ອສົ່ງເສີມໃຫ້ເຂົາເຈົ້າຕັ້ງໃຈສຶກສາຮໍ່າຮຽນ ແລະ ໃນອານາຄົດສາມາດຮ່ວມເຮັດວຽກງານຢູ່ທາງລົດໄຟລາວ-ຈີນໄດ້ ເຊິ່ງເປັນການປູກຝັງສາຍສຳພັນມິດຕະພາບລາວ-ຈີນ ໃຫ້ຢູ່ໃນໃຈຂອງນັກຮຽນຕັ້ງແຕ່ຍັງເຍົາໄວ.

ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໄດ້ເປີດຮັບສະໝັກພະນັກງານຫຼາຍຄັ້ງໃນໄລຍະຜ່ານມາ. ຮອດປະຈຸບັນ, ມີພະນັກງານລາວທັງຫມົດ 830 ກວ່າຄົນ ທີ່ເຮັດວຽກຢູ່ຕາມເສັ້ນທາງລົດໄຟລາວ-ຈີນ ປະກອບສ່ວນຢ່າງຕັ້ງໜ້າເພື່ອຜົນປະໂຫຍດ ແລະ ການພັດທະນາເສດຖະກິດ-ສັງຄົມຂອງລາວ. ພ້ອມນີ້, ຍັງໄດ້ຕ້ອນຮັບນັກສຶກສາທີ່ກຳລັງຈົບໃຫມ່ ໃຫ້ເຂົ້າມາເປັນພະນັກງານບໍລິສັດທາງລົດໄຟລາວ-ຈີນ, ເພື່ອໃນອະນາຄົດພາຍຫນ້າຈະກາຍເປັນເສົາຫຼັກໃນການສ້າງສາພັດທະນາທາງລົດໄຟລາວ-ຈີນ ແລະ ເປັນກະດູກສັນຫຼັງໃນການກໍ່ສ້າງພັດທະນາປະເທດຊາດ.