ໃນວັນທີ 4 ພຶດສະພາ 2021 ບໍລິສັດນະພາໄລພັດທະນາ (ລາວ) ຈໍາກັດ ໄດ້ນຳເອົາອຸປະກອນການແພດ ມູນຄ່າ 500.000.000 ກີບ ມາມອບໃຫ້ຫ້ອງວ່າການສູນການພັກ ເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃຫ້ຫລຸດລົງໂດຍໄວ.
ອຸປະກອນທີ່ນຳມາມອບໃນຄັ້ງນີ້, ປະກອບມີເຄື່ອງຊ່ວຍຫາຍໃຈ 2 ເຄື່ອງ ແລະ ຊຸດປ້ອງກັນ 100 ຊຸດ ມູນຄ່າ 500.000.000 ກີບ. ຕາງໜ້າມອບໂດຍ ທ່ານ ເຊິນ ອິເຟີນ ຕາງໜ້າບໍລິສັດນະພາໄລ ພັດທະນາ (ລາວ) ຈໍາກັດ ແລະ ຮັບໂດຍ ທ່ານ ກິ່ງເພັດ ມົງຄົນວິໄລ ຮອງຫົວໜ້າຫ້ອງວ່າການສູນກາງພັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ໃນໂອກາດນີ້, ທ່ານ ກິ່ງເພັດ ມົງຄົນວິໄລ ກໍໄດ້ສະແດງຄວາມຂອບໃຈຕໍ່ ບໍລິສັດນະພາໄລພັດທະນາ (ລາວ) ຈໍາກັດ ທີ່ໄດ້ໃຫ້ການຊ່ວຍເຫລືອໃນຄັ້ງນີ້, ຖືເປັນການປະກອບສ່ວນສຳຄັນເຂົ້າໃນການຕອບໂຕ້ການແພ່ລະບາດຂອງພະຍາດໂຄວິດ-19 ໃນລາວ. ຈາກນັ້ນ, ຫ້ອງວ່າການສູນກາງພັກ ຈະສົ່ງອຸປະກອນດັ່ງກ່າວ ໃຫ້ກັບກົມຮັກສາສຸຂະພາບສູນກາງ ຫ້ອງວ່າການກະຊວງປ້ອງກັນປະເທດ ເພື່ອນຳໃຊ້ເຂົ້າໃນວຽກງານໃຫ້ເກີດຜົນປະໂຫຍດສູງສຸດ.
ຂ່າວ: ກິດຕາ
ພາບ: ຂັນໄຊ
Loading...