ບໍລິສັດບາງກອກ ເທີມີນໍ ໂລຈິກສະຕິກຈໍາກັດ ໄດ້ມອບ ເຄື່ອງຟອກໝາກໄຂ່ຫຼັງຈໍານວນໜື່ງເຄືອງໃຫ້ແກ່ອົງການກາແດງແຫ່ງຊາດລາວ ມີມູນຄ່າ 275 ລ້ານກີບ ພິທີມອບ-ຮັບໄດ້ຈັດຂື້ນໃນຕອນເຊົ້າ ວັນທີ 16 ພຶດສະພາ 2023 ທີ່ອົງການກາແດງແຫ່ງຊາດລາວ ບ້ານຊຽງຍືນ ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ບໍວອນສີນ ຕັນທຸວານິດ ຜູ້ອໍານວຍການບໍລິສັດບາງກອກ ເທີມີນໍ ໂລຈິກສະຕິກຈໍາກັດເປັນຜູ້ມອບ ແລະ ຮັບໂດຍ ຮອງສາດສະດາຈານ ດຣພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ມີ ພະນັກງານວິຊາທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.
ຮອງສາດສະດາຈານ ດຣພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວໃຫ້ຮູ້ວ່າ : ອົງການກາແດງລາວ ຈະໄດ້ເຊັນສັນຍາກັບໂຮງໝໍໃດໜື່ງໃນນະຄອນຫຼວງວຽງຈັນ ເພື່ອຕັ້ງເປັນໜ່ວຍຟອກໝາກໄຂ່ຫຼັງຂອງອົງການກາແດງແຫ່ງຊາດລາວ ຫຼືວ່າໜ່ວຍຟອກໝາກໄຂ່ຫຼັງເພື່ອມະນຸດສະທໍາ ຄົນເຈັບທີ່ມາຟອກ ຈະບໍ່ໄດ້ເສຍຄ່າຟອກ ພຽງແຕ່ໄຊ້ຈ່າຍຄ່າຢາ ແລະ ອຸປະກອນໃນການຟອກເທົ່ານັ້ນ.
ຮອງສາດສະດາຈານ ດຣພູທອນ ເມືອງປາກ ໃຫ້ຮູ້ຕື່ມວ່າ : ເຄື່ອງຈັກຟອກໝາກໄຂ່ຫຼັງ ໜ່ວຍນີ້ ອົງການກາແດງລາວຈະນໍາໃຊ້ ເຂົ້າໃນການປິ່ນປົວຜູ້ທີ່ເປັນພະຍາດໝາກໄຂ່ຫຼັງຊຸດໂຊມຊໍ້າເຮື້ອ ບໍ່ສາມາດຂັບຖ່າຍທາດເບື່ອອອກໄດ້ ຈໍາເປັນຕ້ອງຟອກ ອາທິດໜື່ງ ສາມຄັ້ງ ເພື່ອຕໍ່ຊີວິດຂອງເຂົາເຈົ້າ ສະນັ້ນ,ເຄື່ອງຟອກໝາກໄຂ່ຫຼັງທີ່ມີຢູ່ໂຮງໝໍ ຫຼາຍແຫ່ງພາຍໃນປະເທດ ເຫັນວ່າ ເກົ່າແກ່ ເປ້ເພ ຫຼາຍສົມຄວນ ເຊິ່ງ ບໍ່ພຽງພໍຕາມຄວາມຕ້ອງການຂອງຄົນເຈັບທີ່ນັບມື້ນັບເພີ່ມຂື້ນ
Loading...